ເກືອບຮອດສາມເດືອນແລ້ວ ທີ່ມາຢູ່ວຽງຈັນ
ບຸນນະມັດສະການພະທາດຫຼວງ ກໍ່ຊິເຫັນໃນປີນີ້
ສຸມາລີ ດີໃຈລົ້ນ ແວວຕາຊ້ອຍຊື່ນ
ເພາະໃນຄືນຄ່ຳນີ້ ນາງຊິໄດ້ທ່ຽວບຸນ
ຢູ່ຫໍພັກເປັນວຸ້ນໆ ພວກໝູ່ນາງສາວ
ຕ່າງຟ້າວພາກັນແປງ ແຕ່ງເຕີມເສີມໜ້າ
ບາງພ່ອງທາຂົນຄີ້ວ ເຕີມສີໃຫ້ມັນກ່ອງ
ບາງພ່ອງທາເຂົ້າແປ້ງ ໃຫ້ໃບໜ້າເປິ່ນເວິ່ນຂາວ
ພວກມີແຟນຕ່າງກໍ່ຟ້າວ ຢ້ານຜູ້ບ່າວຄອຍເຫິງ
ເບິ່ງຜູ້ໃດກໍ່ຕຽມຕົວ ໃສ່ເຄື່ອງງາມທັງນັ້ນ
ບາງຄົນຫັນຈາເວົ້າ "
ເຮົາບໍ່ໄປນຳໝູ່ ດອກເດີ
ເພາະພວກເຈົ້າຄົບຄູ່ແລ້ວ ຕົວຂ້ອຍຄິດລະອາຍ "
ພວກຜູ້ບ່າວແຕ່ລະອ້າຍ ແຕ່ງຕົວຫຼໍ່ພໍໆກັນ
ໃສ່ເກີບດຳຂັດມັນ ເສື້ອເຂົ້າໃນຈົກຖົງໂກ້
ບ່າວບາງຄົນກໍ່ຈາໂມ້ ໂວໆປະກາດປ່າວ
ວ່າຜູ້ສາວເພິ່ນນັ້ນ ງາມແທ້ກວ່າຜູ້ໃດ
ບ່າວຄົນນີ້ກໍ່ໄດ້ ອ້ອນອິ່ນສາວໆ
ເວົ້າກ່າວຄຳຍິນຍໍ "
ເຈົ້າແຕ່ງຕົວງາມແທ້
ຍິ້ມແດ່ແມຍາມຍ້ອງ ເຫັນວ່າງາມຢ່າຂີ້ອົ່ງ ຫຼາຍແມ
ຄັນຫາກເຈົ້າສົ່ງຍິ້ມ ຊິງາມຂຶ້ນກວ່າເກົ່າໃດ
"
ເຮັດໃຫ້ສາວໄຂຍິ້ມ ແລ້ວຕອບຕໍ່ຄົນຍໍ
" ຂ້ຽວໄປແມແຟນລໍ ຖ້າເຈົ້າດົນແລ້ວໃດຫັ້ນ "
ຫັນຫຼັງມາເຫັນແຟນຍິ້ມ ເກົາຫົວແລ້ວຄ່ອຍຍ່າງ
ໄປສຸດທາງເຖີດຄູ່ນີ້ ຢ່າມີເລື້ອງໃຫ້ເບື່ອໃຈ
" ຊິໄປຫຼືບໍ່ໄປນີ້ ຂ້ອຍຖ້າເມື່ອຍແລ້ວໃດນາງ "
ສຸມາລີ ວາງຄຳ ໃສ່ສາວ
ສົມພອນ ນັ້ນ
" ອົດຖ້າກັນນິດໜ້ອຍ ລໍຄາວດຽວບໍ່ໄດ້ບໍ່
ໃຈເຈົ້ານີ້ກໍ່ຮ້ອນ ຄືບຸນນີ້ຊິເລີກລາ ນີ້ນໍ "
" ທຸກເທື່ອຖ້າແຕ່ເຈົ້າ ນັ້ນລະຄົນສວຍ
ໃຫ້ຊ່ວຍບໍເຕີມສີ ຂີດຂຽນຫາງຄີ້ວ
ຈະຊ່ວຍທາສີສິ້ວ ຂຽວດຳໃຫ້ມັນກ່ອງ
ຮູ້ແນ່ ຍາມໃດກໍ່ຄອງນັ່ງຖ້າ ລໍເຈົ້າແຕ່ຜູ້ດຽວ
"
ສາວສົມພອນ ຫຼຽວໜ້າ ມາຍິ້ມຕໍ່ຫວານໆ
" ຖ້າເຈົ້າລຳຄານໃຈ ກໍ່ໄປກ່ອນແມເຈົ້າ
"
ສຸມາລີ ບໍ່ຈາເວົ້າ ຫົວເບົາໆບາດໜຶ່ງ
ແລ້ວນາງຈຶ່ງຍ່າງຍ້າຍ ຫາຍໜ້າຈາກຫ້ອງໄປ.
ເຫັນກຸ່ມຄົນຍ່າງຍ້າຍ ເດີນທ່ຽວໄປມາ
ເພື່ອຊົມການສະແດງ ເຄື່ອງຂອງສິນຄ້າ
ບາງພ່ອງພາກັນເຂົ້າ ວຽນທຽນໄຫວ້ທາດໃຫຍ່
ອະທິຖານຕ່າງໆໄວ້ ຕາມໃຈນັ້ນຄິດຢາກມີ
ສຸມາລີ ວຽນທຽນຍ້າຍ ທີທ່າໃຈລອຍ
ໃຈຄິດຄອຍເຖິງຄົນຮັກ ຢູ່ທີ່ແດນໄກພຸ້ນ
ມາທ່ຽວບຸນຄືນນີ້ ວຽນທຽນຂາດຄູ່
ນາງຄິດເຖິງຕອນຢູ່ບ້ານ ຄືນມື້ອອກພັນສາ
ບົວສະບາ ຮຽງຂ້າງ ຍ່າງຄູ່ຄຽງໄປ
ໃນຫົວໃຈແສນສຸກ ຊື່ນໃນມະໂນເນື້ອ
ຍາມເມື່ອວຽນທຽນຍ້າຍ ຮຽງກັນກ້າວຄ່ອຍໆ
ຄິດມາແລ້ວຍິ່ງຄ້ອຍ ຍາມເດີນຍ້າຍຂາດຄູ່ຄຽງ
ມາຢູ່ວຽງຈັນພີ້ ໄກພໍ່ແມ່ອາວອາ
ຍັງຫ່ວງຫາຄົນຮັກ ຜູ້ຫ່າງນາງໄກເຍີ້ນ
ນາງເກີນເຫຼືອໃຈແທ້ ອິດສາຄົນຍ່າງຄວງຄູ່
ດູພວກເຂົາຢິກຢອກເວົ້າ ລົມຫຼິ້ນຊ່າງບາດໃຈ
ຄິດເຫັນໃນຄືນນັ້ນ ຫຼັງຈາກປ່ອຍເຮືອໄຟໄຫຼ
ບົວສະບາ ຮຽງກາຍ ນັ່ງຂ້າງຄຽງເຮົານັ້ນ
ຄົນຄົງພາກັນຮ້ອນ ອິດສາເຮົາບໍ່ແຕກຕ່າງ
ມື້ນີ້ເອງເຮົາຊ່າງຮູ້ ເຫັນເຂົາແລ້ວຄິດເຊັ່ນໃດ
ຫຼັງຈາກວຽນທຽນໄດ້ ສາມຮອບຈົບລົງ
ພວກນາງສາວຈະປົງທຽນ ກໍ່ເລີ່ມອະທິຖານໄຫວ້
" ຂໍໃຫ້ຫົວໃຈຂ້ອຍ ປະສົບຄວາມພໍເພິ່ງ
ໃຫ້ລື້ນເລິງລາບພ້ອມ " ສົມພອນ ໄດ້ຄິດຄະນິງ
" ຂໍໃຫ້ທຸກສິ່ງໄດ້ ສົົມດັ່ງຄວາມຫວັງ
ຂໍພະລັງຊີວິດ ຊ່ວຍຮຽມໃຫ້ຫາຍຮ້ອນ
ຂໍໄຫວ້ວອນຫາເຈົ້າ ຜູ້ສັກສິດບັນດານສົ່ງ
ໃຫ້ພົງພັນເຜົ່າຂ້ອຍ ຢູ່ທາງບ້ານຈົ່ງຫ່າງໄພ
ຂໍໃຫ້ຫົວໃຈຂ້ອຍ ພົບຄວາມຮັກສຸກສັນ
ຂໍໃຫ້ວັນເວັນຄືນ ຊ່ວຍເປັນພະຍານໃຫ້
ໃນເມື່ອໃດຮຽມໄດ້ ມີຊາຍມາຈາຮັກໄຄ່
ຂໍທາດຫຼວງຈົ່ງໄດ້ ບັນດານໃຫ້ແຫ່ງຮັກຈິງ
ສິ່ງຮ້ອງຂໍສຸດທ້າຍ ໃຫ້ຮຽມພົບຄວາມສຸກຂີ
ສຸຂະພາບແຂງແຮງດີ ຫ່າງໄກໂພຍໄພຮ້າຍ
ຮຽມຂໍອະທິຖານໃຫ້ ພຼະທາດຫຼວງອົງໃຫຍ່
ຈົ່ງໄດ້ຢູ່ຄູ່ບ້ານ ງາມເອ້ຕະຫຼອດການ
"
ຫຼັງຈາກອະທິຖານແລ້ວ ກໍ່ວາງທູບຄວັນຫອມ
ນາງຊິ້ງຊອມ ສຸມາລີ ຊ່າງຕັ້ງໃຈເອົາແທ້
" ຂໍໍແຕ່ທາດຫຼວງເຈົ້າ ອົງສູງສວຍສະຫງ່າ
ຈົ່ງໄດ້ຜາຍໂຜດຂ້ອຍ ໃຫ້້ຫາຍຮ້ອນຢູ່ເຢັນ
ຮຽມມາເຫັນເຈົ້າຕັ້ງ ຍອດໃຫຍ່ສູງຊັນ
ອ້ອມໂອບຄຳປະດັບ ເຮື່ອເຮືອງເຫຼືອງເຫຼື້ອມ
ບໍ່ເສື່ອມໃຈສັດທາແທ້ ຂອງຊາວລາວທັງປະເທດ
ຊາວລາວທຸກເຂດບ້ານ ນັບຖືເຈົ້າຢູ່ທີ່ໃຈ
ເຈົ້າຈົ່ງດົນບັນດານໃຫ້ ທຸກສິ່ງໃນແດນລາວ
ເຫຼື້ອມແວວວາວປະດັບສີ ຊື່ນໃຈປະຊາເຊື້ອ
ຢ່າໄດ້ເຫຼືອຝູງມານຮ້າຍ ຄົນຊາມໃຈຖ່ອຍ
ໃຫ້ຊາດລາວປົດປ່ອຍພົ້ນ ຄວາມຫຼັງຫຼ້າພັດທະນາ
ຂໍໃຫ້ພັກຜູ້ເກັ່ງກ້າ ນຳພາໝູ່ປະຊາຊົນ
ຕາມຫົນທາງວິວັດ ແຫ່ງໂລກາກວ້າງ
ນຳພາຊາວລາວສ້າງ ປົວແປງປະເທດຊາດ
ເສດຖະກິດຕະຫຼາດນັ້ນ ຂະຫຍາຍຂຶ້ນຢ່າເສື່ອມຖອຍ
ພຼະທາດຫຼວງຈົ່ງຊ່ອຍໃຫ້ ບັນດານໝູ່ການນຳ
ຜູ້ກຳກັບການຜະລິດ ໃຫ້ຄິດເຫັນໄກໄວ້
ຢ່າເປັນຄົນໃຈນ້ອຍ ເຫັນເງິນແລ້ວລືມໝູ່
ຈົ່ງນຳໃຊ້ຄວາມຮູ້ເຈົ້າ ພາເຂົາສ້າງສິ່ງດີ
ແລະສິ່ງສຸດທ້າຍນີ້ ຮຽມຂໍແຜ່ເມດຕາຈິດ
ຈົ່ງຄຸ້ມຄອງຊີວິດ ຄິດສິ່ງດີສົມຫວັງໄດ້
ໃຫ້ຫ່າງໄກໄພຮ້າຍ ອັບມຸງຄຸນເວັ້ນຫວ່າງ
ຄວາມຕັ້ງໃຈຝັນໄຝ່ໄວ້ ຂໍໃຫ້ສຳເລັດຜົນ
"
" ຈັ່ງແມ່ນດົນນໍເຈົ້າ ເວົ້າວ່າອະທິຖານ
ຂ້ອຍນີ້ລຳຄານໃຈ ເມື່ອຍຖ້າໂຕແລ້ວໃດນີ້
"
ສາວສົມພອນ ມີຄຳອ້າງ ທວງຄືນເມື່ອໄດ້ທ່າ
ສຸມາລີ ຫຼຽວເບິ່ງໜ້າ ທັງໄຂຍິ້ມໃຫ້ສວ່າງໃຈ
ຢູ່ໃນກົມມະລຽນຮົ້ວ ອ້ອມທາດໃຫຍ່ອົງສັກສິດ
ຜູ້້ຄົນອະທິຖານຄິດ ແຕກຕ່າງກັນຫຼາຍດ້ານ
ຫຼາຍຄົນຫຼາຍຄຳຕ້ານ ວອນຂໍຢ່າງມາກສິ່ງ
ແຕ່ຄວາມຈິງຄິດມຸ່ງໝັ້ນ ຄວາມສຸກນັ້ນຄິດທຸກຄົນ
ພວກນາງສາວຍ່າງພົ້ນ ຂອບເຂດເຈດີ
ສຸມາລີ ຈາຊວນ ຍ່າງເຂົ້າໄປໃນຮ້ານ
ເພື່ອຮັບປະທານເຂົ້າ ກິນເຝີຫຼືຂົ້ວມີ່
ສຽງດົນຕີຈາກເທັບນ້ອຍ ບັນເລງໃຫ້ສວ່າງເຫງົາ
ແມ່ຄ້າຂາຍກ່າວເວົ້າ ຖາມຕໍ່ ສຸມາລີ
" ເອົາໝີ່ຫຼືເອົາເຝີ ? " ພ້ອມຍິ້ມຫວານໆໃຫ້
" ເອົາອັນໃດຊຸມເຈົ້າ ກະລຸນາເຊີນສັ່ງ
ຖ້າຫາກຂ້ອຍສັ່ງໃຫ້ ຢ້ານຊຸມເຈົ້າບໍ່ຖືກໃຈ
"
" ຕຳໝາກຮຸ່ງກໍ່ໄດ້ ກັບໝີ່ສາມຈານ
ຕຳສົ້ມຫວານເຜັດໆ ໄກ່ແດ່ເດີສອງປີ້ງ
"
ມາລີີວັນ ຫຼິງໜ້າ ຫັນມາຈາກັບໝູ່
" ຂ້ອຍບໍ່ຮູ້ວ່າພວກເຈົ້າ ຈະເອົາເພີ້ມສິ່ງໃດ
"
" ເອົາຕົ້ມເລືອດກໍ່ໄດ້ ຂຽບໝູແດ່ຈັກຈານ
ເອົານ້ຳຫວານ ມີລິນດາ ແດ່ເດີຄົນແກ້ວ
ຈະເອົາແນວໃດເພີ້ມ ສຸມາລີ
ສັ່ງຕໍ່ "
" ຂ້ອຍວ່າພໍແລ້ວສ່ຳນີ້ " " ລໍຖ້າໜ້ອຍໜຶ່ງເດີ
"
ສຽງລຳ ເອິເອີ່ຍໂອ້ ອ້ອນອິ່ນອໍລະຊອນ
ສຽງລຳກອນລຳຕັດ ພ້ອມພ່ຳທັງລຳເຕີ້ຍ
ສຽງຊົມເຊີຍດັງກ້ອງ ຂອງຜູ້ຊົມດັງສະໜັ່ນ
ບັນຍາກາດອ້ອມຂ້າງນັ້ນ ສະໜຸກແມ້ງທົ່ວໆໄປ
ພວກນາງສາວກໍ່ໄດ້ ເວົ້າວ່າລົມກັນ
" ເຈົ້ານັ້ນອະທິຖານຫຍັງ ຈິ່ງນັ່ງຊຶງບານແຍ້ມ
"
ມາລີີວັນ ແນມໜ້າ ສຸມາລີ
ກໍ່ຍິ້ມຕໍ່
ສາວສົມພອນ ກໍ່ເພີ້ມ ຖາມຂຶ້ນຕື່ມກັນ
" ອັນວ່າຕົວເຈົ້ານັ້ນ ວອນວ່າສັນໃດ
ຄືຕັ້ງໃຈເອົານັກ ຄັກຈິງຈັງແທ້
"
ສຸມາລີ ແລດູໜ້າ ສົບຕາຢ່າງຈົດຈໍ່
ນາງບໍ່ຈາຕອບເວົ້າ ພຽງຍິ້ມຢ່າງເລິກໃຈ
ສາວສົມພອນ ຍິ່ງໄດ້ ຈົດຈໍ່ຄວາມສົນໃຈ
ມາລີວັນ ໄຂຄຳຕັດ ອອກມາຈາແກ້
" ເບິ່ງແມ ມົວຖາມໄດ້ ລອງຖາມໃຈຕົວເອງເບິ່ງ
ຖ້າຄິດເຫິງໂຕຊິໄຫວ້ ວອນເວົ້າເລື່ອງຫຍັງ "
" ຕາມໃຈເຮົາຫວັງໄວ້ ນັ້ນກໍ່ແມ່ນຄວາມສຸກ
ໝົດທຸກຄົນຄົງຫວັງ ດັ່ງກັນບໍ່ໝາຍເວັ້ນ
ບໍ່ເຄີຍເຫັນໃຜເວົ້າ ວອນເອົາຄວາມທຸກຍາກ
ຫຼືຕົວເຈົ້າຢາກໄດ້ ຂໍໃຫ້ດັ່ງປະສົງ ເຈົ້າເນີ "
ສາວສົມພອນ ສົ່ງຂໍ້ ຄຳກ່າວນັກໆ
ເຮັດໃຫ້ຫັກອາລົມ ຜູ້ທີ່ພວມລົມເວົ້າ
ມາລີວັນ ສາຍຕາເສົ້າ ແນມກັນຢ່າງຍາກຍິ່ງ
ແລ້ວຕົວນາງຈິ່ງເວົ້າ ຄືນຂໍ້ກ່າວໄຂ
" ຊັ້ນຂ້ອຍຊິຈົ່ງໄວ້ ເວລາຫວ່າງຈັກນິດ
ຂ້ອຍມອບສິດເຕັມຕົວ ໃຫ້ເຈົ້າໄປວອນໄຫວ້
ຂ້ອຍເຫັນໃຈຕົວເຈົ້າ ໄປແມຂ້ອຍບໍ່ວ່າ
ຮ້ອງຂໍຫາຄວາມທຸກໄຮ້ ວອນໄຫວ້ຢ່າງສະບາຍ ເທາະເນີ "
ສຸມາລີ ບໍ່ກ່າວຮ້າຍ ເມື່ອແນມເບິ່ງໝູ່ທັງສອງ
ນາງຫຼຽວມອງດວງຕາ ເບິ່ງໝູ່ຕົນແລ້ວຫົວຍິ້ມ
" ຍາມນີ້ເຮົາມາຫຼິ້ນ ຄວນລົມກັນຄຳມ່ວນ
ດ່ວນຖຽງກັນເຊັ່ນນີ້ ຊິມີເລື້ອງເປົ່າດາຍ
ຄວາມທຸກ ມັນແມ່ນມານໂຫດຮ້າຍ ແຕ່ບໍ່ຊົ່ວເລວຊາມ
ຢູ່ໃນນາມຂອງມະນຸດ ແມ່ນໃຜກໍ່ໝາຍເວັ້ນ
ຄວາມທຸກເຂັນຄືຄວາມໄຮ້ ໃຈໃຜຊິມຸ້ງສູ່
ທຸກຄົນຕ່າງຕໍ່ສູ້ ເພື່ອຫວັງມົ້ມສິ່ງທຸກເຂັນ
"
" ຢ້ານວ່ານາງເຫັນສິ່ງນັ້ນ ເປັນລາບເດັ່ນໃນໂລກາ
ປາຖະໜາຄວາມທຸກ ແມ່ນໃຜຊິເຫັນຮູ້
ຕອນຮຽນຄູຍັງເວົ້າ ອາຈານເຮົາເຄີຍຈາວ່າ
"
ທຸກຄົນຕ່າງກໍ່ຖ້າ ລໍນາງເວົ້າຊິວ່າຫຍັງ
" ພວກເຮົາກຳລັງຕັ້ງ ຈົດຈໍ່ໃຈຟັງ
ເພິ່ນເວົ້າຫຍັງກັນລະ ເວົ້າໃຫ້ຟັງແນ່ແມເຈົ້າ
"
" ຫຼັງຈາກຕົວເຮົາເວົ້າ ຈາໄປຕ້ອງຮູ້ວ່າ
ຄຳເວົ້ານີ້ບໍ່ໜ້າ ຈະມາຈ້າໂງ່ເຮົາ
"
" ຟັງແມຄຳນາງເວົ້າ ເຂົ້າທ່າແຕ່ທາງໂຕ
ຢ່າໂມ້ຫຼາຍສາວດັງຄົມ ບໍ່ຮູ້ລົມຍັງຫາເວົ້າ
ຄິດວ່າມີພຽງເຈົ້າ ຄົນດຽວບໍສະຫຼາດກວ່າ
ມາລີີວັນ ໂຕບໍ່ໜ້າ ວາຈາເວົ້າອວດອົ່ງເລີຍ
"
ຫຼັງຈາກຖືກໝູ່ເຍີ້ຍ ນາງຮ້ອນວື່ໃນໃຈ
" ຖ້າຫາກໃຜບໍ່ຮັບ ສິ່ງທີ່ເຮົາຈາເວົ້າ
ຄິດວ່າຕົວຂອງເຈົ້າ ພູມປັນຍາຕ້ອງໂງ່
ຢ່າໄດ້ຫາວ່າຂ້ອຍໂມ້ ມັນເປັນເລື້ອງທີ່ຈິງ
"
ທຸກຄົນຫຼິງດູໜ້າ ແນມເບິ່ງຢ່າງນັກໃຈ
ແມ່ນອັນໃດກັນລະ ທີ່ຄູໄດ້ຈາໄວ້
" ' ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ
'
ພວກເຈົ້າວ່າຄຳເວົ້ານີ້ ຄືືເຮົາເວົ້າຢູ່ບໍ "
" ມັນກໍ່ຄືໂຕເວົ້າ ແຕ່ມີເງື່ອນປິດບັງ
ຄັນຫາກຟັງຜີວເຜີນ ປາຖະໜາຄວາມໄຮ້
ທຸກ-ຍາກ ແຮງໄປໝົ້ນ ຈົນເທົ່າໃດໃຈຢາກຢູ່
ເປັນຄຳຂວັນເພື່ອຕໍ່ສູ້ ຄວາມຈົນໄຮ້ໃຫ້ສະຫຼາຍ
ໂຕບໍ່ຕ້ອງຄິດຮ້າຍ ນັ້ນແມ່ນຄຳຂວັນ
ເພື່ອພາກັນປະຕິບັດ ຢາອ່ອນໃຈວຽກງານຫຍຸ້ງ
ເພື່ອປັບປຸງການຈັດຕັ້ງ ອົງການຊາວໜຸ່ມ
ປຸ້ມລຸມກັນກໍ່ສ້າງ ເມືອງລາວກວ້າງໃຫ້ຮຸ່ງເຮືອງ
"
" ຂ້ອຍເວົ້າໄປຕາມເລື້ອງ ທີ່ີ່ເຮົາວ່າຈາກັນ
ບ່ອນໃດຍາກບ່ອນໃດທຸກ ພັດປາຖະໜາໄປພໍ້
ຫຼືືພວກໂຕພໍໃຈລົ້ນ ກັບຄວາມທຸກຍາກ
ຢູ່ບ່ອນລຳບາກຮ້າຍ ໃຈເຈົ້າຈິ່ງສະບາຍ ຊັ້ນບໍ
ບໍ່ແມ່ນເຮົາຄິດຮ້າຍ ມັນແມ່ນຄວາມຈິງ
ບໍ່ມີໃຜ ເມື່ອຫຼິງເຫັນຄວາມທຸກ ພັດປາຖະໜາໄປພໍ້
ຊາວໂລກາບໍ່ເຫັນດ້ວຍ ດຳລົງຕົນຢ່າງທຸກຍາກ
ຂ້ອຍບໍ່ຢາກກ່າວເວົ້າ ເພາະຊຸມເຈົ້າຄິດຕ່າງຄົນ
ເບື້ອງຕົ້ນລຳບາກຮ້າຍ ພາຍຫຼັງຢູ່ສະບາຍສຸກ
ໝົດທຸກຄົນຍິນດີ ເຮັດວຽກງານສັນນີ້
ເຈົ້າບໍ່ຍິນດີດ້ວຍ ຕາມລົມກັນກໍ່ຕາມຢ່າ
ຄຳທີ່ຂ້ອຍວ່າເວົ້າ ຊຸມເຈົ້າຄິດໃຫ້ດີ
"
" ນັ້ນເປັນຄຳບົ່ງຊີ້ ຫົນແຫ່ງການນຳ
ເພື່ອທຸກຄົນທຳເຮັດ ຢ່າອ່ອນແອຍາມໄພຮ້ອນ
ຊາວໜຸ່ມເຮົາຄືກ້ອນ ກຳລັງແຮງແຂງແກ່ນ
ເປັນແກ່ນສານອອກໜ້າ ພາກັນສູ້ທຸກແຫ່ງຫົນ
"
" ແຕ່ເມື່ອເຮົາຄິດຄົ້ນ ຄຳຂວັນທີ່ຈາມາ
ມັນກໍ່ມີບັນຫາຜິດ ແລະຖືກຄຽງໄປພ້ອມ
ໃຜບໍ່ຍອມເຫັນຮູ້ ກັບເຮົາກໍ່ຕາມຢ່າ
ແຕ່ຂ້ອຍຈະບອກພວກເຈົ້າ ເຫດຜົນຂ້ອຍຄິດເຫັນ
ຄົນທັງໂລກຍ່ອມຢາກເວັ້ນ ຄວາມທຸກໃນຊີວາ
ແຕ່ວ່າໃນຄຳຂວັນ ມັນຕ່າງກັນສັນນີ້
ທຸກ-ຍາກ ມີຢູ່ໃສໃຫ້ ຊາວໜຸ່ມເຮົາມຸ້ງໄປສູ່
ສະແດງວ່າ ຊາວໜຸ່ມບໍ່ຮັບຮູ້ ຄວາມສຸກນັ້ນຢູ່ທີ່ໃຈ
ແຕ່ວ່າໃນຈຸດນີ້ ສິ່ງດີຍິ່ງມີຫຼາຍ
ມັັນທ້າທາຍກຳລັງແຮງ ໜຸ່ມຄະນອງທັງດ້າວ
ຊາວໜຸ່ມລາວຫັນຫ້າວ ການງານບໍ່ຢ້ານຢ່ອນ
ບ່ອນໃດເກີດເຫດຮ້ອນ ພວກເຮົານັ້ນຕ້ອງຊ່ວຍກັນ
ສິ່ງທີ່ຂ້ອຍວ່ານັ້ນ ໝູ່ເຫັນວ່າເປັນແນວໃດ ? "
ບໍ່ມີໃຜຈາຄຳ ຕອບນາງພໍດີ້
ພຽງແຕ່ມີຮອຍຍິ້ມ ສະດຸດໃຈບາງສິ່ງ
ຄຳນາງຈາຫຼິງລ່ຳໄວ້ ເຫດຜົນນັ້ນກໍ່ມີ
" ພວກເຈົ້າຮູ້ບໍ່ນີ້ ທາດຫຼວງ ກໍ່ ແຕ່ປາງໃດ
ແມ່ນໃຜເປັນຄົນທຳ ສ້າງກໍ່ແປງເຖິງບັດນີ້
? "
ສຸມາລີ ຈາເວົ້າ ຖາມບັນຫາກັບພວກໝູ່
ຕ່າງກໍ່ດູເບິ່ງໜ້າ ແລ້ວຫົວຍິ້ມຕໍ່ກັນ
" ຕາມຂ້ອຍເຄີຍໄດ້ຍິນນັ້ນ ເພິ່ນເວົ້າວ່າກັນມາ
ພຼະເຈົ້າໄຊເສດຖາ ສ້າງກໍ່ແປງທາດຫຼວງນີ້
"
ມາລີີວັນ ຈາເວົ້າ ໄຂຄຳຕອບຕໍ່
" ເຈົ້າຮູ້ບໍ່ສິ່ງເຈົ້າເວົ້າ ເປັນເລື້ອງທີ່ບໍ່ຈິງ
"
ມາລີວັນ ຫຼິງດູໜ້າ ແນມເບິ່ງ ສົມພອນ
ແລ້ວຢ້ອນຖາມນາງຄືນ "
ເຈົ້າວ່າໃຜເປັນຄົນສ້າງ ? "
" ຂ້ອຍບໍ່ຢາກໄຂຄຳອ້າງ ກັບຄົນສະໝອງໂງ່ "
ສາວສົມພອນ ກ່າວຕອບໂຕ້ ທັງຍິ້ມເຍີ້ຍໃສ່ໃຈ
ມາລີວັນ ກໍ່ໄດ້ ເຍີ້ຍຄືນໃສ່ ສົມພອນ
" ຕື່ນຈາກຝັນບໍ່ທັນນອນ ກ່ອນແມຈິ່ງຄຸຍໂມ້
ອ້າງແຕ່ໂຕສະໝອງລົ້ນ ດີເກີນພວກໝູ່
ມື້ນີ້ເອງຂ້ອຍຈິ່ງຮູ້ ວ່າຕົວເຈົ້າກໍ່ອົ່ງເປັນ "
" ເຖິງບໍ່ເຫັນຕອນເຂົາສ້າງ ຕັ້ງກໍ່ປົວແປງ
ຄິດວ່າ ຜູ້ອອກແຮງຄືປະຊາ ກໍ່ສ້າງແປງທັງນັ້ນ
ສ່ວນຜູ້ນຳພາຫັ້ນ ເຈົ້າໄຊເສດຖາ
ກໍ່ຈິ່ງແມ່ນ
ຜູ້ຕັ້ງແທ່ນກໍ່ສ້າງ ປະຊາພຸ້ນຜູ້ເຮັດທຳ
"
ສຸມາລີ ດື່ມນ້ຳ ແລ້ວເວົ້າຕໍ່ຄຳລົມ
" ປີທຳອິດ ຂ້ອຍມາຊົມ ທ່ຽວບຸນທາດຫຼວງນີ້
ແຕ່ຂ້ອຍພໍມີຄວາມຮູ້ ຕາມຕຳລາເຄີຍອ່ານ
ປະຫວັດການກໍ່ສ້າງ ໃນຄັ້ງເກົ່າຫຼັງ
ກ່ອນທາດຫຼວງຊິຕັ້ງ ຄັ້ງເມື່ອເດີມດາ
ຄາວເມື່ອ ພຼະພຸດທະສາສະໜາ ເລີ່ມເຂົ້າມາແດນດິນນີ້
ຍັງມີພຼະສົງເຈົ້າ ເດີນທາງມາເຜີຍແຜ່
ເພິ່ນມາແວ່ແຫ່ງຫ້ອງ ວຽງຈັນກວ້າງເກົ່າຫຼັງ
ບ່ອນທີ່ເພິ່ນກໍ່ຕັ້ງ ພຼະທາດໃຫຍ່ ປັດຈຸບັນ
ແມ່ນບ່ອນ ພຼະຍາຈັນທະບູລີ ອ່ວຍລ່ວຍຕົວເຮັດສວນກ້ວຍ
ໄດ້ຊ່ວຍເຄນພາເຂົ້າ ອໍລະຫັນຜູ້ເດີນຮອດ
ດ້ວຍຈິດໃຈປອດກ້ຽງ ສັດທາເຫຼື້ອມຜ່ອງໃສ
ພຼະສາວົກສອນສັ່ງໃຫ້ ຮູ້ແຫ່ງສິນທຳ
ພຼະຍາຈັນ ຈິ່ງຈຳຄິດ ສ້າງອະນຸສອນໄວ້
ເສົາສະເໝນ ປັກໃຫ້ ເປັນຫຼັກໝາຍສືບຕໍ່
ເປັນຈຸດກໍ່ເລີມຕົ້ນ ເຈດີນ້ອຍສ້າງຕໍ່ມາ
ສ່ວນວ່າທາດໃຫຍ່ນີ້ ເພິ່ນສ້າງກໍ່ສະໄໝຫຼັງ
ຄາວວຽງວັງເມືອງຫຼວງ ຍ້າຍລົງມາຕັ້ງ
ເຈົ້າໄຊເສດຖາ ນຳພາສ້າງ ເຈດີອົງໃຫຍ່
ເພິ່ນນຳພາໄພ່ຟ້າ ໂຮມແຮງສ້າງກໍ່ແປງ
ເພິ່ນຈັດແຈງທາດນ້ອຍ ຫຼາຍຊໍ່ລຽນລອນ
ບ່ອນຊ້ອນເກັບປະທັບ ພຼະຄຳໃນຄາວນັ້ນ
ເພິ່ນຕັ້ງວັນສະຫຼອງສ້າງ ສິບສອງເພັງ ທຸກໆເມື່ອ
ລາວທັງເໜືອແລະໃຕ້ ໂຮມໃຈເຂົ້າຮ່ວມສະຫຼອງ
ຄັ້ງໜຶ່ງ ຊາວລາວຝູງພີ່ນ້ອງ ຕ້ອງໝົ່ນອຸລາໝອງ
ສະຫຍາມປອງດັບສູນ ຂ້າພັນເພມ້າງ
ພວກມັນທຳລາຍລ້າງ ເຜົາຜານບ້ານຊ່ອງ
ກວາດເຄື່ອງຂອງຊ້າງມ້າ ຮາວີຂ້າເຜົ່າລາວ
ດິນແດນແຄວ້ນເຂດດ້າວ ເມືອງລາວຮຸ່ງວຽງຈັນ
ຖືກສະຫຍາມເຜົາຜານ ບໍ່ໃຫ້ເຫຼືອຫຍັງຄ້າງ
ເຮັດໃຫ້ເມືອງວຽງຈັນຮ້າງ ກາຍເປັນເມືອງປ່າ
ຍັງເຫຼືອພຽງເຄືອແລະຫຍ້າ ອາສາໄຫວ້ພຼະທາດຫຼວງ
ການເວລາລ່ວງລ້ຳ ກາຍຜ່ານຫຼາຍປີ
ພຼະທາດຫຼວງເຄີຍງາມດີ ຖືກເຄືອລາມອ້ອມ
ປາກຄົນລາວຖືກປິດພ້ອມ ສິດສຽງແມ່ນໄຮ້ຄ່າ
ສະຫຍາມຂົ່ມເຂັ່ນຂ້າ ຮາວີປຸ້ນທຸກຖິ່ນແດນ
ຫົວອົກລາວສຸດປວດແຄ້ນ ທີ່ເສຍແຜ່ນທໍລະນີ
ເສຍຊັບສິນມູນມັງ ເຄື່ອງຄູນຂອງຄ້ຳ
ອົກລະກຳໝອງໃໝ້ ເຈັບດວງໃຈບໍ່ຫາຍສວ່າງ
ສະຫຍາມຂ້າກວາດລ້າງ ທຳລາຍກ້ຽງທຸກສິ່ງອັນ
ນ້ຳຕາລາວບໍ່ອາດກັ້ນ ເມືື່ອຫຼິງລ່ຳຄືນຫຼັງ
ຊາກຫັກພັງເມືອງວຽງຈັນ ອັ່ງໃນມະໂນແຄ້ນ
ຄົນລາວແສນລະກຳເສົ້າ ສະຫຍາມເອົາໜີພາກຖິ່ນ
ກວາດຊັບສິນແລະເຜົ່າເຊື້ອ ໄປເປັນຂ້ອຍໃຫ້ແກ່ສະຫຍາມ
ບຸລຸດລາວໄດ້ກ່າວໄວ້ ສືບເລົ່າກັນມາ
ເປັນກາບພາສາລາວ ໃຫ້ຮິ່ນຕອງກັນໄວ້
ໃຫ້ມີໃຈແຂງເຂັ້ມ ໂຮມດິນລາວຄືນດັ່ງກ່ອນ
ບົດກາບຕອນນີ້ນັ້ນ ເຕືອນລາວໃຫ້ຫ່ວງຄອຍ
ເພິ່ນວ່າ ' ປະເທດຂ້ອຍ ຊື່ວ່າເມືອງລາວ
ລວງກວ້າງຍາວ ສຸດຕາເຫຼືອອ່ານ
ນ້ຳຂອງຜ່ານ ໄຫຼລ່ວງທາງກາງ
ຕັ້ງແຕ່ປາງ ຕາຍາຍຍ່າປູ່
ລາວທຸກໝູ່ ສ້າງບ້ານແປງເມືອງ
ໃຫ້ຮຸ່ງເຮືອງ ບໍ່ໃຫ້ຫຼັງຫຼ້າ
ເປັນຂ້ອຍຂ້າ ຊາດອື່ນບໍ່ດີ
ໃຜຮາວີ ຊາວລາວຕ້ອງສູ້
ລາວຕ້ອງກູ້ ເອົາແຜ່ນດິນຄືນ
ໃຫ້ຢັ້ງຍືນ ສ້າງແປງເຮືອງຮຸ່ງ
ຄວາມຫວັງມຸ່ງ ທ້ອນໂຮມດິນລາວ
ເໝືອນດັ່ງຄາວ ປະເທດລ້ານຊ້າງ...
'
ບຸລຸດລາວເອກອ້າງ ແຂງແກ່ນທະນົງໃຈ
ບໍ່ອ່ອນຍອມກັບໃຜ ທີ່ຮຸກຮານເມືອງບ້ານ
ຕ້ອງອາດຫານຊີງໄຊສູ້ ເອົາດິນລາວຄືນທຸກບ່ອນ
ແຜ່ນດິນລາວ ລາວຕ້ອງທ້ອນ ໂຮມກັນເຂົ້າດັ່ງກ່ອນຫຼັງ
ໝູ່ຮູ້ບໍ່ສອງຝັ່ງນ້ຳ ຫົນແຫ່ງສາຍຂອງ
ເປັນຫຍັງ ມີຮີດຄອງປະເພນີ ດັ່ງດຽວສະເໝີດ້າມ ? "
ສຸມາລີ ຖາມຂຶ້ນ ຊວນລົມກັບໝູ່ຕໍ່
ເພາະນາງບໍ່ຢາກເວົ້າ ຈາໃຫ້ແຕ່ໝູ່ຟັງ
" ກໍ່ຍ້ອນສອງຝັ່ງນ້ຳ ຫົນແຫ່ງສາຍຂອງ
ເປັນດິນລາວທັງຜອງ ຕັ້ງແຕ່ເດີມດາເຄົ້າ
ດັ່ງນັ້ນຄຳຈາເວົ້າ ປະເພນີພ້ອມພ່ຳ
ຂອງຜູ້ຄົນສອງຝັ່ງນ້ຳ ອັນດຽວລ້ວນບໍ່ຕ່າງກັນ
"
ສຽງເນືອງນັນດົນຕຼີກ້ອງ ດັງສະໜັ່ນກັງວານ
ປະສານສຽງຂັບລຳ ຄົບງັນສະນຸກແມ້ງ
ປະກອບແສງສີເຂົ້າ ງາມຕາເມື່ອໄດ້ເບິ່ງ
ສຽງບັນເທິງຄຶກຄື້ນ ຟັງໄດ້ຢ່າງມ່ວນຫູ
ພວກນາງຍ່າງດູສິນຄ້າ ຊົມສິ່ງທີ່ສວຍງາມ
ເສື້ອຍ້ອມຄາມຫຼາຍຜືນ ຫ້ອຍເກາະຢູ່ຕາມຮ້ານ
ລາຍບູຮານຜືນຜ້າ ສະດຸດຕາສີຕ່າງໆ
ເຫັນແລ້ວຊ່າງປາບປຶ້ມ ຕິດໃຈແທ້ກວ່າສິ່ງໃດ
ມີຮູບລາຍດອກໄມ້ ຫຼາກຕ່າງສີສັນ
ລາຍດອກຈັນໄໝຄຳ ເຫຼື້ອມປະກາຍຍາມໄຟຕ້ອງ
ສາວໆພາກັນຈ້ອງ ລາຍງາມສິ້ນມັດມີ່
ຜ້າລາຍຈົກຈາກກີ່ນ້ອຍ ຊາວບ້ານໄດ້ເຮັດມາ
ພວກເຂົາຄ່ອຍມຸ່ງໜ້າ ຍ່າງເບິ່ງຊົມໄປ
ຫຼາຍໆອັນໜ້າຈັບໃຈ ເຄື່ອງຂອງສິນຄ້າ
ສ່ວນລາຄາກໍ່ພໍຊື້ ຂອງງາມໆໄປໄວ້ໃສ່
ເບິ່ງອັນໃດແລ້ວກໍ່ປຶ້ມ ເລີຍບໍ່ຮູ້ຊິຊື້ຫຍັງ
ລະຫວ່າງເດີນຊົມຫຼິ້ນ ແມ້ງມ່ວນໃນໃຈ
ສຸມາລີ ຈາໄຂ ຂໍ້ຄວາມຖາມເວົ້າ
" ພວກເຮົາມາຊົມຫຼິ້ນ ໃນບຸນຈົນເກືອບທົ່ວ
ຮ້ານທັງໝົດໃນເຂດຮົ້ວ ເພິ່ນຈັດຂຶ້ນເພື່ອຫຍັງ
? "
ມາລີວັນ ຟັງແລ້ວ ກໍ່ຕອບຢ່າງໄວວາ
" ຈຸດປະສົງໂຄສະນາ ເຄື່ອງຂອງສິນຄ້າ
ວາງສະແດງຜົນງານສ້າງ ໃຫ້ຊາວລາວໄດ້ເບິ່ງ
ຂັ້ນເທິງນຳແນະຊີ້ ປະຊານີ້ເຮັດໄດ້ຫຍັງ
"
" ຈຸດປະສົງເພິ່ນຕັ້ງ ຕະຫຼາດນັດປະຈຳປີ
ເພື່ອຄົນລາວມີແນວຄິດ ສ້າງແປງເມືອງບ້ານ
ນີ້ແມ່ນຜົນງານສ້າງ ຂອງຊາວລາວທັງປະເທດ
ເສດຖະກິດລາວຊິໃກ້ ແຂງເຂັ້ມພັດທະນາ
ຜະລິດຕະພັນສິນຄ້າ ຊະນິດໃໝ່ຂະຫຍາຍຕົວ
ການພົວພັນການຜະລິດ ດຸ່ນດ່ຽງທາງການຄ້າ
"
ສົມພອນ ວາຈາເວົ້າ ຄວາມຈິງທີ່ເຫັນຢູ່
ນາງແນມດູໝູ່ແລ້ວ ຫົວຍິ້ມໃຫ້ທຸກຄົນ
" ຖ້າຄົນລາວໝັ່ນຄິດຄົ້ນ ຕອງໄຕ່ຄະນິງຄິດ
ຊີວິດຂອງຊາວລາວ ຕ້ອງຮັ່ງມີໃນພາຍໜ້າ
ແຕ່ບ້ານເຮົາຫຼັງຫຼ້າ ບັນຫາໃດເຈົ້າຮູ້ບໍ່
ທັດສະນະຂ້ອຍນີ້ ຄົນລາວຄ້ານຄິດເລື່ອງໄກ
ພວກເຂົາຄິດແຕ່ເລື່ອງໃກ້ ເຊົ້າມື້ອື່ນຊິກິນຫຍັງ
ຄວາມຫວັງຂອງປະຊາ ເກືອບຊິມີແຕ່ພຽງນັ້ນ
ຂ້ອຍວ່າມັນເປັນເຊື້ອ ນິດໃສລາວທັງປະເທດ
ນີ້ີ້ລະສາຍເຫດຕົ້ນ ທີ່ລາວນັ້ນທຸກຈົນ
ພວກຢູ່ຊົນນະບົດນັ້ນ ຍິ່ງແຕກຕ່າງຕົວເມືອງ
ເຂົາຄ້ານເປືອງສະໝອງຄິດ ເລື່ອງການຮຽນຮູ້
ຢູ່ເພື່ອການຜະລິດເຂົ້າ ພຽງນາປີແລ້ວກໍ່ຢ່າ
ສ່ວນວ່າຍາມແລ້ງນັ້ນ ພຽງກິນຫຼິ້ນທ່ຽວບຸນ
"
" ຄຸນຄ່າຄົນແຕ່ລະບ້ານ ຍ່ອມແຕກຕ່າງກັນໄປ
ແຕ່ນິດໃສຄົນເຮືອນດຽວ ລູກແມ່ດຽວກັນນັ້ນ
ນິດໃສຍັງຄົນລະຊັ້ນ ການກະທຳຄົນລະຢ່າງ
ທຽບໃສ່ຄົນຕ່າງບ້ານ ມັນແຮງເຍື້ອນເຍື່ອງໄກ
"
" ສິ່ງທີ່ເຈົ້າຄິດໄວ້ ຂ້ອຍກໍ່ເຫັນດີ
ນີ້ລະຄືຈຸດຕຳນິ ຍ້ອນວ່າຄົນລາວຄ້ານ
ຄົນບູຮານຈາເວົ້າ ວ່າຄົນລາວດຸໝັ່ນ
' ໄປຢຽບໝາ ມາຢຽບຂຽດ ' ນັ້ນ ຂ້ອຍຂໍອ້າງເລື່ອງຈິງ
ເພິ່ນບໍ່ຫຼິງລ່ຳເຍີ້ນ ຍາວຍ່ານນານໄກ
ເວົ້າແຕ່ໃນຍາມເຮັດ ບາດຢູ່ດາຍບໍ່ຈາເວົ້າ
ຊາວນາລາວຜະລິດເຂົ້າ ພຽງຫ້າເດືອນຫຼືສີ່
ອີກເຈັດເດືອນນອກຈາກນີ້ ພຽງກິນຫຼິ້ນຢູ່ດາຍ
ບໍ່ແມ່ນຂ້ອຍໃສ່ຮ້າຍ ແຕ່ມັນແມ່ນຄວາມຈິງ
ນິິໃສເຂົາຍັງອີງ ໃສ່ພຽງຝົນຟ້າ
ບໍ່ຄິດຫາວິທີສ້າງ ຊົນລະປະທານກັ້ນເຂື່ອນ
ເງື່ອນໄຂທຳມະຊາດນັ້ນ ມັນບໍ່ຢັ້ງຢູ່ຄົງ
ແຕ່ກ່ອນ ຜືນປ່າດົງພົງກວ້າງ ສັບພະສິ່ງສົມບູນ
ການເພີ່ມພູນຜະລິດຜົນ ກໍ່ໍ່ງອກງາມດີດ້ວຍ
ຖ້າຢາກຈະກິນກ້ວຍ ພຽງຝັງລຳກໍ່ແຕກໜໍ່
ກໍ່ພຽງພໍໝາກກ້ວຍ ກິນໄດ້ຕະຫຼອດປີ
ແຕ່ວ່າມາດຽວນີ້ ຜືນປ່າໃກ້ດັບສູນ
ຜືນແຜ່ນດິນອັນສົມບູນ ແລະງອກງາມດີນັ້ນ
ມັນກໍ່ໝົດໄປພ້ອມ ກັບການປູກຫວ່ານ
ດິນບໍ່ງາມປູກພືດໄມ້ ຜົນໄດ້ກໍ່ລົດລົງ
"
" ເບິ່ງແມດົງປ່າໄມ້ ໃນແຜນທີ່ ທີ່ເຮົາເຫັນ
ແຕ່ກ່ອນເປັນດົງຫຼວງ ມາກໜາລຳໄມ້
ດຽວນີ້ເຮົາເຫັນໄດ້ ມັນກາຍເປັນດົງຫ່າງ
ບາງບ່ອນກາຍເປັນໂຄກກວ້າງ ດິນກະດ້າງຂາດຄ່າຄຸນ
ປ່າສົມບູນສູນສິ້ນ ໄຮ້ຄ່າເປັນນຳຫຍັງ ?
ຍ້ອນວ່າຄົນພາກັນຕັດ ທົ່ວທັງດົງໄມ້
ເຮັດໃຫ້ພົງໄພກວ້າງ ກາຍເປັນປ່າຫ່າງ
"
ພວກນາງຍັບຍ່າງຍ້າຍ ເດີນຫຼິ້ນເລາະໄປ
ຫຼັງຈາກພວກນາງໄດ້ ເລາະທ່ຽວທັງງານ
ບັນດາສາວຕາຫວານ ກໍ່ຕ່າວໂງຄືນບ້ານ
ຍ່າງເລາະໄປຕາມຮ້ານ ຫາອາຫານຫຼາຍຢ່າງ
ມີເຂົ້າຫຼາມປີ້ງໄກ່ພ້ອມ ຜົນລະໄມ້ມາກຫຼາຍ
ພວກນາງສາວຄ່ອຍຍ້າຍ ເວົ້າມ່ວນກັນໄປ
ກາຍໃກ້ຊາຍວົງໃດ ຜູ້ບ່າວແນມທັງຍິ້ມ
ຕ່າງກໍ່ຫຼິງຊົມເນື້ອ ບັນດາສາວຜູ້ເນື້ອຜ່ອງ
ຫຼາຍແວວຕາຕ່າງກໍ່ຟ້ອງ ເປັນແຟນນ້ອງໄດ້ບໍ່ໜໍ.
ພໍຮອດຫໍພັກແລ້ວ ກໍ່ຈັດແຈ່ງການກິນ
ກິິ່ນຫອມໆຂອງເຂົ້າຫຼາມ ຟຸ່ງເຂົ້າດັງນ້ຳລາຍຍ້ອຍ
ສຸມາລີ ຄ່ອຍແກະໄງ້ ດຶງເບົາໆຈີກຄ່ອຍໆ
ມາລີວັນ ຊອຍໄກ່ປີ້ງ ແລ້ວໂຮມເຂົ້າໃສ່ຈານ
ບັນດາອາຫານໄດ້ ຍົກຍື່ນຍໍມາ
ຕ່າງກໍ່ພາກັນກິນ ເວົ້ານົວຫົວຍິ້ມ
ໃຜໄດ້ຊີມກິນແລ້ວ ຈາເບົາໆ
ແຊບແທ້ນໍ່
ຈົ່ມຄິດຮອດພໍ່ແມ່ເຖົ້າ ຢູ່ທາງບ້ານເກົ່າຫຼັງ
ຫຼາຍຄົນຟັງຫຼາຍຄົນເວົ້າ ເລົ່າເລື່ອງນາໆ
ຍິນສຽງຈາສຽງຫົວ ຊ່າງຊື່ນໃຈຫາຍຮ້ອນ
ຫອມເກສອນຢູ່ແຄມຮົ້ວ ໂຊຍຕາມລົມໃຫ້ໄດ້ກິ່ນ
ຫອມຂອງກິນຕື່ມເຂົ້າ ກິນແລ້ວແຊບອີ່ຫຼີ
" ຂ້ອຍຄິດຢ້ານລະຫວ່າງນີ້ ການເມືອງປ່ຽນແປງໄປ
ລັດຖະບານເຮົາໄຂ ເຂດແດນຫຼາຍດ້ານ
ຫັນມາທາງການຄ້າ ກັບຈິນຕະນາການໃໝ່
ຢ້ານປັດໄຈທີ່ພ້ອມ ປ່ຽນແປງໄດ້ບໍ່ທັນ
"
ມາລີວັນ ກ່າວຕ້ານ ຈາຕໍ່ ສຸມາລີ
ນາງເລີ່ມມີຄວາມເຫັນ ຫວ່ງໄຍເມືອງບ້ານ
ສຸມາລີ ຈາຕ້ານ ລົມຄຳເວົ້າມ່ວນ
ສິ່ງສົມຄວນຄ່ອຍເວົ້າ ຈາໃຫ້ສູ່ໝູ່ຟັງ
" ພວກເຮົາຈົ່ງຫວັງໄວ້ ກັບພັກນຳພາ
ເພິ່ນຫຼິງເຫັນບັນຫາ ທີ່ດີຈິ່ງໄຂຊີ້
ເພິ່ນຄົງມີແນວທາງສ້າງ ເມືອງລາວແບບໃໝ່
ເພື່ອບ້ານເມືອງລາວຊິໄດ້ ເຖິງບັ້ນບ່ອນຈະເລີນ
ພັກເພິ່ນຄົງຫຼິງເຫັນໄດ້ ເວລາຜ່ານກາຍມາ
ປະເທດເຮົາມີບັນຫາ ພັດທະນາແສນຊ້າ
ເພິ່ນຈິ່ງຫາວິທີແກ້ ກັບບັນຫາທີ່ບົກຜ່ອງ
ສິ່ງເພິ່ນເຮັດແມ່ນຖືກຕ້ອງ ເໝາະສົມແລ້ວກັບບ້ານເຮົາ "
" ຂ້ອຍຢ້ານນາຍທຶນເຂົ້າ ເມົາເບື່ອປະຊາຊົນ
ກອບໂກຍຜົນຜະລິດ ເບື່ອເມົາສິນຄ້າ
ຂ້ອຍວ່າບັນຫານີ້ ນັກສຶກສາເຮົາຕ້ອງເບິ່ງ
ຂັ້ນເທິງເພິ່ນບົ່ງຊີ້ ພວກເຮົານີ້ກໍ່ຮິ່ນຕອງ
ບໍ່ແມ່ນຂ້ອຍຮຽກຟ້ອງ ປະທ້ວງຕໍ່ການນຳ
ພວກເຮົາເປັນຄົນທຳເຮັດ ຕ້ອງຮິ່ນຕອງໃຫ້ມັນແຈ້ງ
ຄຳຂັ້ນເທິງຖະແຫຼງໄວ້ ກັບປັດໃຈເບື້ອງລ່າງ
ລັດວາງແຜນບົ່ງໄວ້ ຜູ້ທຳໃຫ້ແມ່ນປະຊາ ພີ້ໃດ "
ມາລີວັນ ວ່າເວົ້າ ທັງແນມເບິ່ງ ສຸມາລີ
ດວງຕາມີແວວຫວານ ເບິ່ງກັນແລ້ວຫົວຍິ້ມ
" ພັກລັດເຮົາບໍ່ປະຖິ້ມ ໃຫ້ປະຊາຕາຍລ້າເປົ່າ ດອກນາ
ຫຼືຕົວເຈົ້າຄິດຄ້ອຍ ຄົົນລາວໜ້ອຍເຮັດບໍ່ໄຫວ ຊັ້ນບໍ
ພັກເຮົາໄດ້ກ່າວໄວ້ ປະກາດຕໍ່ໂລກາ
ວ່າປະຊາຊົນລາວ ແມ່ນມີສາມລ້ານ
ເປັນທະຫານ ນັກຮຽນຮູ້ ກຳມະກອນ
ພ້ອມພ່ຳ
ທັງຕຳຫຼວດເພິ່ນກໍ່ເວົ້າ ວ່າສາມລ້ານດັ່ງກັນ
ເຈົ້າຮູ້ບໍ່ຄຳເວົ້ານັ້ນ ເພິ່ນໝາຍວ່າແນວໃດ ? "
ສຸມາລີ ໄຂຄວາມ ສໍ້ຖາມທາງອ້ອມ
" ເພິ່ນເວົ້າ ເພື່ອທຸກຄົນກຽມພ້ອມ ປະຈັນບານທຸກໜ້າທີ່
ວຽກບ່ອນໃດຊາດຮຽກຮ້ອງ ຊາວລາວພ້ອມເຮັດຊ່ວຍກັນ
"
" ອັນວ່າເລື່ອງເຫຼົ່ານັ້ນ ເຈົ້າຮູ້ຢູ່ໃນໃຈ
ຍັງມາໄຂຄາລົມ ສໍ້ຖາມກັບຂ້ອຍ
ຖາມຄົນປັນຍາດ້ອຍ ສະໝອງເບົາເວົ້າບໍ່ຄ່ອງ
ເຈົ້ົ້າກໍ່ຕ້ອງຖືກຂ້ອຍ ຖາມຢ້ຳໃຫ້ຕອບເອງ ນີ້ແລ້ວ "
" ຄົນທີ່ເກັ່ງດັ່ງເຈົ້າ ມັກຖ່ອມຕົວເອງ
ຂ້ອຍເກງໃຈຈະລົມນຳ ຢ້ານຄາບັນຫາເຈົ້າ
ສຸມາລີ ທີ່ຄົນເວົ້າ ສະໝອງໄວຮຽນເກັ່ງ
ໜ້າເບັ່ງບານດ້ວຍຍິ້ມ ຄົນເຂົາຮູ້ທົ່ວໄປ
"
" ຂອບໃຈນະທີ່ໃຫ້ ຄຳຍ້ອງຕໍ່ກັບເຮົາ
ແຕ່ຂ້ອຍໄດ້ຍິນເຂົາ ຜູ້ບ່າວຈາແນວນີ້
ຄົົນທີ່ມີຮອຍຍິ້ມ ຕິດໃຈພວກຜູ້ບ່າວ
ພວກເຂົາກ່າວວ່າເຈົ້າຍິ້ມ ຕິດຕຶງຊຶ້ງຊ່ຳໃຈ "
" ຂອບໃຈນະ ທີ່ເຈົ້າບອກໃຫ້ຮູ້ ວ່າມີໝູ່ຊາຍຫຼິງ
ໂຕເວົ້າຈິງໆຫຼື ບອກເຮົາໄດ້ບໍນີ້
? ''
" ຖ້າໂຕມີລາງວັນໃຫ້ ຄົນສົນໃຈເຮົາບອກແນ່ ແທ້ໃດ "
" ລາງວັນຫວະ ເຮົາໃຫ້ແທ້ ຖ້າເປັນເລື້ອງທີ່ທ່ຽງຈິງ
"
ສຸມາລີ ຫຼິງດູໜ້າ ທັັງຍິ້ມຢູ່ໃນໃຈ
ຊາຍໃດນໍ ມາລີວັນ ຄິດເຖິງຢູ່ດຽວນີ້
" ຊາຍທີ່ມີຂົນຄີ້ວ ດົກດຳກົມກ່ອງ
ເຮົາເຫັນ ສາຍຕາເຂົາລັກແອບຍ້ອງ ຊື່ນຊົມເຈົ້າຢູ່ຫ້ອງຮຽນ
"
ມາລີວັນ ຄ່ອຍບ້ຽນ ມາມໍ່ ສຸມາລີ
" ໂຕເວົ້າດີໆໃດ ຊິໃສ່ຢາເຮົາຫຼືນີ້ "
ສຸມາລີ ມີຮອຍຍິ້ມ ສາຍຕາຫວານອີກນິດໜ່ອຍ
ມາລີວັນ ຍິ້ມນ້ອຍໆ ຫຼັບຕາໃຫ້ສົ່ງຄືນ
ສົມພອນ ຍື່ນໝາກໄມ້ ແດງສ່າສີສວຍ
ມີກ້ວຍຫອມ ສາລີ ກ້ຽງ
ສົ້ມໂອໝາກໂມໃຕ້
ພໍແນມໄປເຫັນແລ້ວ ອົດໃຈລໍບໍ່ຢາກຢູ່
ແນມດູສີແລະເນື້ອ ມັນແສນເຂົ້າທ່າດີ
ປ່ຽງໝາກໂມຈານນີ້ ລົດອະລ່ອຍຫວານໆ
ຮັບປະທານອັນໃດ ແຊບຖືກໃຈຈິງແທ້
ແມ່ນແຕ່ຈະກິນກ້ວຍ ຫຼືແຕງໂມແດງຈ່າຍວ່າຍ
ນ້ຳລາຍມັນຢົດຍ້ອຍ ຍາມໄດ້ລ່ຳເຫັນ
ມາລີວັນ ຄ່ອຍເລືອກເຟັ້ນ ຈັບຕ່ອນມີໃຈກາງ
ສົົມພອນ ກໍ່ວາງມືຈັບ ຖືກຕ່ອນດຽວກັນດ້ວຍ
ສອງສາວສວຍແນມດູໜ້າ ສົບຕາກັນຍິ້ມອ່ອນໆ
ຖອນມືອອກແລ້ວເວົ້າ "
ເອົາແມເຈົ້າ " ເວົ້າພ້ອມກັນ
ໝູ່ທີ່ຢູ່ຮ່ວມນັ້ນ ຫົວຄ່ອຍໆພໍເປັນສຽງ
" ເພື່ອບໍ່ເປັນການລຳອຽງ ໃຫ້ເຮົາສານໍເຈົ້າ
"
ສຸມາລີ ຈາເວົ້າ ທັງຢິບເອົາມາໄວ້ກ່ອນ
ບັັນຍາກາດຂ້ອນຂ້າງຍິ້ມ ແລ້ວຫົວຂຶ້ນທຸກໆຄົນ
" ເຈົ້າວ່າຜົນລະໄມ້ນີ້ ເພິ່ນປູກຢູ່ແຖວໃດ ? "
ສາວສົມພອນ ຈາໄຂ ເລື່ອງໝາກໂມຈານນັ້ນ
" ຄັນຢູ່ຫຼວງພຼະບາງນີ້ ຫາດຊຽງແມນລຽບຝັ່ງ
ສ່ວນຢູ່ບ່ອນອື່ນນັ້ນ ເຮົາບໍ່ຮູ້ປູກຢູ່ໃສ
"
ມາລີວັນ ຕອບໃຫ້ ພວກໝູ່ມີຄວາມເຫັນ
" ຖ້າເປັນແດນສະຫວັນ ເຂດຫ້ວຍຊາຍ ປູກຫຼາຍແທ້
ແລເຫັນສວນໝາກໂມກວ້າງ ເຕັມທົ່ງນາທຸກໆທົ່ງ
"
ສຸມາລີ ບອກບົ່ງໃຫ້ ທຸກຄົນໄດ້ຮັບຟັງ
" ແຕ່ກ່ອນຫຼັງພວກຜູ້ເຖົ້າ ຄາວເພິ່ນຍັງເປັນສາວ
ເວົ້າກ່າວເຖິງເຂດຫວ້ຍຊາຍ ປູກໝາກໂມຫຼາຍແທ້
ເພິ່ນກ່າວເປັນຜະຫຍາແກ້ ' ໄປຢາມແມຢາກໂຄຍຊຸ່ມ '
ເວົ້າຍົ້ວກຸ່ມບ່າວບ້ານໃກ້ ຍາມໄປຫຼິ້ນທ່ຽວບຸນ "
" ເວົ້າແບບນີ້ຢູ່ເຂດພຸ້ນ ໝາຍຄວາມວ່າແນວໃດ ? "
ມາລີວັນ ສົນໃຈ ຈິ່ງເຫຼົ່າຈາຖາມຂຶ້ນ
" ເວົ້າໃຫ້ກືນນ້ຳລາຍຫຼິ້ນ ຖະຫວິນໃຈຈາກຜູ້ບ່າວ
"
" ເຈົ້າກ່າວເວົ້າຈັ່ງຊີ້ ຕົວຂ້ອຍບໍ່ເຂົ້າໃຈ
"
" ກໍ່ຜູ້ສາວກ່າວໃຫ້ ເພື່ອຜູ້ບ່າວຢາກໄປລອງ
ຖ້າຢາກເຫັນຂອງດີ ກໍ່ຈົ່ງຕາມເຖິງບ້ານ
"
" ເວົ້າປານກັບຜູ້ຍິງນີ້ ໂຊວຂອງດີອວດຜູ້ບ່າວ
ເປັນຜູ້ສາວເວົ້າເຊັ່ນນີ້ ໂອຍ! ຂ້ອຍບໍ່ຢາກຈາ "
" ພວກເຂົາກໍ່ວ່າເວົ້າ ຕາມເລື່ອງເປັນຈິງ
ກໍ່ຜູ້ຍິງເຮັດສວນໂມ ເມືື່ອບ່າວໄປຢາມບ້ານ
ຍໍຂອງຫວານມາໃຫ້ ໝາກໂມເຕັມຊາມບັກໃຫຍ່
ກິນໝາກໂມສ່ຳຮ່າຍນ້ຳ ລົງທ້ອງແຕ່ຢ່າງດຽວ
ຈາກນັ້ນ ກໍ່ເລີ່ມທຽວຫາຮົ້ວ ຢືນຍ່ຽວເປັນປະຈຳ
ເລີຍກາຍເປັນຄຳພັງເພີຍ ກ່າວຈາຜະຫຍາແກ້
' ໄປແວ່ຢາມຊຸມນ້ອງ ຄັນຕົວຊາຍຢາກໂຄຍຊຸ່ມ
'
ເວົ້າເພື່ອ ຍົວະຜູ້ບ່າວໄປຊ່ວຍອູ້ມ ໝາກໂມຂຶ້ນຈາກທົ່ງນາ
"
ສຸມາລີ ວ່າເວົ້າ ເລົ່າເລື່ອງຄວາມເປັນມາ
ກໍ່ພາສາລາວເຮົາ ເວົ້າລົມກັນຫຼິ້ນ
ຟັງເປັນສິນໃສ່ໃຈໄວ້ ກໍ່ສຸກໃຈເປັນເລື່ອງມ່ວນ
ເວົ້າກວນກັນຫຼິ້ນໆ ພໍມີຍິ້ມຕໍ່ກັນ
ມາລີວັນ ກ່າວເພີ້ມ ສືບຕໍ່ຄວາມລົມ
" ຂ້ອຍໄຝ່ຝັນຢາກໄປຊົມ ໄວ້ເປັນຂວັນຕາເດ້
ຢາກເຫັນເດທົ່ງນາກວ້າງ ເປັນສວນໂມພ້ອມພ່ຳ
ຍາມນ້ຳຝົນຫຼັ່ງຟ້າ ເຫັນເຂົ້າອ່ອນຂຽວ
ພໍເມື່ອກ່ຽວເຂົ້າແລ້ວ ກໍ່ປູກຕໍ່ແຕງໂມ
ຄົງຈະສຸກມະໂນໃນ ທ່ຽວທົ່ງໄກແສນກວ້າງ
ທົ່ງທີ່ມີຄົນສ້າງ ເປັນສີຂຽວອຸ່ມທຸ່ມ
ເຫັນຂຸມໂມສຸດທີ່ກວ້າງ ລືລ້ຳກວ່າທີ່ໃດ
"
" ແຕ່ວ່າຍັງບໍ່ເທົ່າໄດ້ ເຂດຖິ່ນດິນໄກ "
ສຸມາລີ ຈາໄຂ "
ຢູ່ໄທແຮງກວ້າງ
ພວກເຂົາພາກັນສ້າງ ນິິຄົມກວ້າງໃຫຍ່
ລັດຖະບານເຂົາກໍ່ໄດ້ ມີທຶນໃຫ້ຕອບສະໜອງ
ພ້ອມນັ້ນຍັງຈ່ອງຊື້ ຜົນລະປູກຜະລິດມາ
ດ້ວຍລາຄາເໝາະສົມ ຊັ່ງຊາລາຍໄດ້
ເຮັດໃຫ້ກະສິກອນນັ້ນ ມີີຈິດໃຈໝັ້ນທ່ຽງ
ບໍ່ໍ່ຄອນແຄນສ່ຽງສ້າງ ຜະລິດແລ້ວບໍ່ໄດ້ຂາຍ
"
" ສິ່ງທີ່ເຈົ້າກ່າວໄວ້ ມັນກໍ່ແມ່ນຄວາມຈິງ
ນີ້ແຫຼະເຮົາຄວນຫຼິງ ເບິ່ງເປັນບັນຫາແທ້
ເພືື່ອນຳມາດັດແກ້ ບັນດາຂໍ້ບົກຜ່ອງ
ເພື່ອປົກປ້ອງພີ່ນ້ອງ ປະຊາເຊື້ອໄດ້ຢູ່ເຢັນ
"
" ເຮົາຄວນເຫັນທີ່ຕັ້ງ ບົດບາດສຳຄັນ
ຂອງກຳລັງການຜະລິດ ເຄື່ອງຂອງສິນຄ້າ
ເພື່ອຈະນຳມາປ້ອນ ສັງຄົມໃຫ້ເຖິງທົ່ວ
ຫຼາຍຕົວຢ່າງການກໍ່ສ້າງ ໃຫ້ເຮົາໄດ້ຮິ່ນຕອງ
ບໍ່ແມ່ນຂ້ອຍຢາກກ່າວຍ້ອງ ປະເທດອື່ນທຶນນິຍົມ ໃດເດີ
ຂ້ອຍຊົມເຊີຍບາງອັນ ທີ່ພວກເຂົາທຳໄດ້
ຄືປັດໃຈການສ້າງ ເສດຖະກິດການຕະຫຼາດ
ເຂົາສາມາດເຮັດໃຫ້ ໂລກາກວ້າງສັ່ນສະເທືອນ
ພວກເພື່ອນຮູ້ບໍ່ບ້ານ ແດນຍີ່ປຸ່ນສະມູໄລ
ພວກເຂົາໄຂການພົວພັນ ທົ່ວທຸກມູມໂລກາກວ້າງ
ເຂົາເອົາທຶນໄປສ້າງ ໂຮງງານໃນຕ່າງປະເທດ
ໃນຂົງເຂດໃກ້ໆ ຢູ່ໄທນີ້ກໍ່ມີ
ເຮັດໃຫ້ ເສດຖະກິດໄທດີຂຶ້ນ ພົ້ນເດັ່ນໃນໂລກາ
ບໍ່ແມ່ນເຮົາໂຄສະນາ ໃຫ້ທ່າເຂົາໃດນີ້
ພວກເຮົາມີຄວາມຮູ້ ບັນຫາດີກໍ່ຕ້ອງເບິ່ງ
ແຕ່ບໍ່ແມ່ນໄປເພິ່ງງໍ້ ໃຫ້ຫຍັນຫຍໍ້ບ້ານເຮົາ
ພວກເຈົ້າຄົງບໍ່ຮູ້ ເພາະເນົາຢູ່ແຕ່ດິນລາວ
ແຕ່ຕົວເຮົາໄປເຫັນ ເຂດນິຄົມເຂົາແລ້ວ
ມີຫຼາຍແນວເຮົາຍ້ອງ ວ່າເຂົາທຳໄດ້ເກັ່ງ
ເຂົາຊ່ວງເສັງກໍ່ສ້າງ ນິິຄົມກວ້າງໃຫຍ່ໂຕ
ສວນໝາກໂມໝາກແຕງກວ້າງ ສຸດຊົ່ວສາຍຕາ
ສວນສາລີສວນປໍ ພິກເຂືອສວນອ້ອຍ
ບໍ່ແມ່ນເຮົາຝອຍເວົ້າ ຝັນເອົາຊື່ໆ
ບ້ານເຂົາຄືຂ້ອຍເວົ້າ ເຂົາທຳສ້າງໃສ່ໃຈ
ສາຍເຫດທີ່ເຮັດໃຫ້ ຄົນເຂົາໝັ່ນຜະລິດຜົນ
ຍ້ອນສິ່ງຕົນທຳໄປ ສົົ່ງຂາຍມີຄົນຊື້
ມີສື່ສານການຄ້າ ຜະລິດມາຂາຍງ່າຍ
ມີລາຍໄດ້ທ່ຽງໝັ້ນ ຄົນເຮົານັ້ນຈິ່ງເຮັດທຳ
ເຂົາກໍ່ສ້າງຮ່ອງນ້ຳ ລ້ຽງລໍ່ແດນນາ
ລ້ຽງໝູປູປາຫອຍ ເພື່ອເປັນສິນຄ້າ
ມີນາເກືອນາກຸ້ງ ນາໆປະເພດເຄື່ອງ
ລ້ວນເປັນເລື່ອງໜ້າຮູ້ ເພື່ອມາສ້າງຢູ່ບ້ານເຮົາ
"
ສຸມາລີ ກ່າວເວົ້າ ຕາມທັດສະນະຂອງຕົນ
ແຕ່ລະຄົນກໍ່ຍິນດີ ເພາະມີຄວາມຈິງແທ້
ມີແຕ່ສາວສົມພອນນັ້ນ ກິລິຍາວາດຕ່າງ
ສົມພອນ ວາງທ່າເວົ້າ ເປັນຄຳໂຕ້ຕອບນາງ
" ຂ້ອຍນີ້ບໍ່ຊ່າງຮູ້ ນຳໝູ່ດອກແດນໄກ
ເພາະບໍ່ເຄີຍໄປເລາະ ນອກຈາກດິນລາວນີ້
ແຕ່ເຮົາມີແນວເວົ້າ ຕິໂຕໜ້ອຍໜຶ່ງ
"
ທຳທ່າຊຶງເລັກໜ້ອຍ ແລ້ວຈາເວົ້າຕໍ່ໄປ
" ຂ້ອຍໄດ້ຍິນເຈົ້າເວົ້າ ເຂົ້າທ່າທຶນນິຍົມ
ເຈົ້າກົ້ມຫົວຍອມເຂົາ ແລ້ວບໍໃນວັນນີ້
ພັກລັດມີແນວທາງໃຫ້ ສັງຄົມນິຍົມໄດ້ຕາມໄຕ່
ໂຕກໍ່ຄວນຮູ້ໃຊ້ ທິດສະດີເບື້ອງຝ່າຍເຮົາ ແດ່ແມ
ຫຼືວ່າເຈົ້າຖືກຕົ້ມ ໄທຕົວະຍົວະເມົາສະໝອງ
ຈິ່ງຍ້ອງຍໍຊົມເຊີຍ ຊື່ນຊຳນຳເຂົາແທ້
ເບິ່ງແມທາງຊາຍແດນພຸ້ນ ເມືອງບໍ່ແຕນເຈົ້າຮູ້ບໍ່
ໄທກຳລັງກໍ່ວຸ້ນ ທະຫານເຂົ້າແຊກແຊງ
ພວກມັນພວມກັ່ນແກ້ງ ລະເມີດຕໍ່ສັນຍາ
ພວກເຂົາຫາວ່າລາວເຮົາ ບຽດຍຶດແດນດິນບ້ານ
ດຽວນີ້ີ້ເຈົ້າກັບໄປຕ້ານ ຈາຄຳຫວານຍ້ອງເຂົາຕື່ມ
ເຈົ້າຊ່າງລືມເຜົ່າເຊື້ອ ໄປຍໍຍ້ອງຍົກຊາດເຂົາ
ເຮົາຄົນລາວແທ້ໆ ຕ້ອງຫອມຮັກເມືອງລາວ
ຮັກເຜົ່າພົງຊາວປະຊາ ຕັ້ງແຕ່ເໜືອເຖິງໃຕ້
ດຽວນີ້ ປະຕິການໄທເຂົ້າ ບຸກຊາຍແດນສືບຕໍ່
ຕາແສງນາບໍ່ນ້ອຍ ບໍ່ແຕນພຸ້ນຄິດແນ່ແມ
ມົວແຕ່ໄປຍົກຍ້ອງ ຍໍຍື່ນວ່າເຂົາດີ
ຍ້ອງເຂົາມີແນວທາງ ພັັດທະນາຫຼາຍດ້ານ
ຮູ້ແນ່ແມເຂົານັ້ນ ຂວາຈັດໄທເຈົ້າຮູ້ບໍ່
ມີແຕ່່ທຳການກໍ່ວຸ້ນ ຊາຍແດນພຸ້ນຈິ່ງຂຸ່ນເຄືອງ
"
" ອັັນນັ້ນມັນເປັນເລື້ອງ ຜິດພາດທາງການເມືອງ
ບໍ່ແມ່ນ ຄວາມຮຸ່ງເຮືອງສີວິໄລ ກະເສດຕະກອນຊາວບ້ານ
ອັນນັ້ນ ລັດຖະບານໄທສ້າງ ຄວາມສົນໃຈຂອງຊາວໂລກ
ເວົ້າໂຍກຫັ້ນໂຍກນີ້ ວ່າລາວນີ້ຮຸກຮານ
ພວກເຂົາຫວັງກ່າວຕ້ານ ໃສ່ຮ້າຍຝ່າຍລາວເຮົາ
ເຈົ້າຮູ້ຕີລັດຖະບານໄທ ດຽວນີ້ເປັນແນວໃດແທ້
ເບິ່ງແມມາຈາເວົ້າ ເຊັນສັນຍາມິດຕະພາບ
ບອກໃຫ້ໂລກຊາບຮູ້ ໄທລາວນັ້ນພີ່ນ້ອງກັນ
ນັ້ນເປັນພຽງຄຳສັນສ້າງ ຍິບຍື່ນໄມຕຼີ
ສ້າງທ່າດີການພົວພັນ ເພື່ອໃຫ້ໂລກາຮູ້
ແຕ່ມາດູຄວາມຈິງແລ້ວ ເປັນພຽງໜ້າຕ່າງ
ວາງຄວາມງາມຢູ່ຕໍ່ໜ້າ ທາງຫຼັງຂ້າເຂັ່ນຕີ
ເຮົາຄວນເຫັນຈຸດນີ້ ລະເປັນທີ່ສຳຄັນ
ສາຍສຳພັນອະນາຄົດ ລະຫວ່າງໄທລາວນີ້
ຄວາມສາມັກຄີປະຊານັ້ນ ມີມາແຕ່ປູ່ຍ່າ
ວ່າປະຊາສອງຝັ່ງນ້ຳ ພຽນແພງຕຸ້ມຮັກຮໍ່ກັນ
ພື້ນຖານປະຊາຊົນນັ້ນ ຮັກຮໍ່ແພງກັນ
ຈຸດສຳຄັນລັດຖະບານໄທ ນີ້ລະຕົວວາຍວຸ້ນ
ຂົນສະໝຸນມາປຸ້ນ ຊາຍແດນຊີງຍາດ
ຈຸດຜິດພາດບ່ອນນີ້ ເຮົາຄວນຮູ້ຮິ່ນຕອງ
ດຽວນີ້ ລັດຖະບານຮຽກຮ້ອງ ຊາວໜຸ່ມນັກສຶກສາ
ສຸມປັນຍາແນວຄິດ ຊ່ວຍປະດິດບັນຫາແກ້
ພັກລັດເຮົາແລເຫັນໄດ້ ສົງຄາມບັນຫາໃຫຍ່
ລາວໄທພີ່ນ້ອງໃກ້ ເຮົາຄວນໃຫ້ຮັກຮໍໍ່ກັນ
"
" ເຮົາເຫັນດີໂຕເວົ້ານັ້ນ ແຕ່ເຮົາຂໍຕື່ມຈັກນິດ
ໄທເກາະຜິດຊາຍແດນ ນັ້ນແມ່ນບັນຫາແທ້
ແຕ່ວ່າໄທມາຈາແກ້ ວ່າລາວເຮົາຊີງຍາດ
ແຜນທີ່ພູມສາດນັ້ນ ມີໄວ້ໃຫ້ເບິ່ງດູ
ເມື່ອນັ້ນລະເຮົາຊິຮູ້ ວ່າເຂດຖິ່ນດິນໃຜ
ໄທນັ້ນຄົງບໍ່ພໍໃຈ ເພາະວ່າເຂົາຮຸກຮານແທ້
ເຂົາແລເຫັນລຳໄມ້ ຕາມຊາຍແດນທີ່ມາກຄ່າ
ເຫັນເງິນຕາແລ້ວໜ້າເສົ້າ ເມົາງ້ວງໂງ່ງົມ
ແລ້ວພວກເຂົາກໍ່ກົ້ມ ຍອມອ່ອນນາຍທຶນ
ຈິ່ງຄິດກືນດິນລາວ ເພື່ອຫວັງຕັດໄມ້
ຕັດສິນໃຈຫຼົງຫຼົ້ມ ນຳເງິນກ້ອນໃຫຍ່
ເລີຍເຫຼົ່າລືມພີ່ນ້ອງໃກ້ ທີ່ເຄີຍໃຫ້ແຕ່ສິ່ງດີ "
" ກໍ່ຍ້ອນບັນຫານີ້ ໄທຍາດແຍ່ງດິນລາວ
ສ້າງຂ່າວຄາວອັບມຸງຄຸນ ໃຫ້ເສື່ອມເສຍລາວພ້ອມ
ລາວຖະໜອມໄມຕຼີໃຫ້ ເພື່ອລາວໄທໄດ້ຢູ່ຮ່ວມ
ສັນຕິພາບພວມເບັ່ງແຍ້ມ ຜູ້ມາແກ້ງແມ່ນຝ່າຍໄທ
ປະຫວັດສາດເຄີຍກ່າວໄວ້ ໄທເຄີຍຮຸກຮານລາວ
ພໍໍເກີດເສິກຄາວໃດ ແມ່ນຝ່າຍໄທເປັນຄົນຕັ້ງ
ເຈົ້າໄຊເສດຖາ ຍັງຫວັງໃຫ້ ລາວໄທຕ້ອງສັດຊື່
ທາດສີສອງຮັກ ຄືທີ່ຕັ້ງ ໄມຕຼີໝັ້ນຕໍ່ກັນ
ແຕ່ວ່າທາງຝ່າຍໄທນັ້ນ ລະເມີດຕໍ່ສັນຍາ
ມາຮຸກຮານວຽງຈັນ ຈູດເຜົາຜານລ້າງ
ລືມສຳພັນທີ່ເຄີຍສ້າງ ລືມສັນຍາທີ່ເຄີຍກໍ່
ບໍ່ສະເພາະອະດີດນັ້ນ ດຽວນີ້ກໍ່ເຊັ່ນກັນ
ພວກເຂົາສັນເສກປັ້ນ ທຸກຢ່າງໃຫ້ເປັນຜິດ
ແນວຄິດຂວາຈັດໄທ ພວກເຮົາຄວນຮູ້
ດູທາງຫຼັງເພື່ອທາງໜ້າ ການເວລາຍັງເຫຼືອຢູ່
ບອກລູກຫຼານໃຫ້ຮຸ່ງຮູ້ ເລ່ກົນເລ້ຫຼ່ຽມໄທ
ພວກໂຕ ເຄີຍໄດ້ຍິນບໍເພງຮ້ອງ ເຕືອນຕໍ່ຊາວລາວ
ບອກຂ່າວຄາວຄວາມຫຼັງ ໂສກນາດຕະກຳຄວາມຄ້ອຍ
ເພງນີ້ ມັັນຈົດຈຳໃນໃຈຂ້ອຍ ພຽງທີດຽວໄດ້ຟັງຜ່ານ
ສຽງເພງໄດ້ກ່າວຕ້ານ ຂ້ອຍຂໍຮ້ອງສູ່ໝູ່ຟັງ
" ' ຫວນເບິ່ງຄືນ ພື້ນແຜ່ນລາວ ກ່າວໄວ້ວ່າ
ການເປັນມາ ມີຫຼາຍຄັ້ງ ພົ້ນຜ່ານ
ຖືກເຜົາ ລ້າງ ຂ້າຍ່ຳຍີ ກວາດຕ້ອນໜີ ຈາກບ້ານ
ຖິ່ນຖານ ເພພັງ ມ້າງມຸ່ນ
ຈີ້ປຸ້ນ ຂ້າເຈົ້າ ເອົາຂອງ
ສັກດີນາ ສະຫຍາມ ປອງ
ດັບສູນ
ເສຍ ເຄື່ອງຄ້ຳ ຂອງຄູນ
ມູນມັງ ມີມາ ຄາວຫຼັງ
ສ້າງຄວາມ ແຄ້ນຄັ່ງ
ສືບຕໍ່ ມາບໍ່ເຫືອດຫາຍ
ມາ ໄດ້ຫຼາຍ ເຊັ່ນຄົນ...
ຫຼຽວລ່ຳຄອຍ ຮອຍຢຽບຍ່ຳ ນ້ຳຕາຫຼັ່ງ
ຊາກຫັກພັງ ໄດ້ເຫຼືອໄວ້ ໃຫ້ເບິ່ງ
ເຫິງ ນານລ້ຳ ລ່ວງມາ
ລາວ ຮັກສາ ຊາດໄວ້
ຫວັງໃຫ້ ເຊື້ອແນວ ສືບແທນ ກ່າວໄວ້ ບອກລູກ ເຕືອນຫຼານ
ກິນເຂົ້າໜຽວ ຢູ່ເຮືອນຮ້ານ ເປົ່າແຄນ ລ້ວນແມ່ນ ກົກເຄົ້າ ເຫງົ້າແກນ
ແມ່ນພັນ ພົງເຊື້ອ ເຜົ່າລາວ ຄະນິງຫຼັງ ໂອ້ອ່າວ ສຽງແຄນ ຂອງລາວ ນັ້ນຍັງ
ສົ່ງສຽງດັງ ຍັງຄົງຝັງ ໃນຈິດສຳນຶກ ຂອງລາວ ທຸກຄົນ
ຈະຕົກຢູ່ໃສ ຕັດຂາດບໍ່ໄດ້ ໃນຊາດ ກຳເນີດ ຂອງຕົນ
ຜົນສຸດທ້າຍ ກໍ່ສືບເຊື້ອສາຍ ຄືນມາ ເຕົ້າໂຮມ ສົມໃຈ
ຊື່ນຊ້ອຍ
ຊາວລາວ ຈະໄຫຼ ຫຼັ່ງມາ
ເໝືອນທາລາ ສາຍນ້ຳ ໃຫຍ່ນ້ອຍ
ໄຫຼ ລ່ອງລອຍ ລົງສູ່ ລຳຂອງ ກວ້າງໃຫຍ່ ມາ ຮ່ວມກະ ແສຟອງ ຄື້ນໃຫຍ່
ສ້າງລາວ ໃຫ້ສີວິໄລ ສູ່ຈຸດໝາຍ ສັງຄົມນິຍົມ ' "