ຕອນທີ 12
#
ນິມິດສະຫວັນ
ອາກາດຮ້ອນເຮັ່ງເອົ້າ ຈົນເຫື່ອຊຶມໄຫຼ
ໃບໄມ້ມັນບໍ່ເໜັງຕີງ ເພາະບໍ່ມີລົມຕ້ອງ
ຢາດເຫື່ອນອງໃບໜ້າ ຕົນຕົວປຽກຊຸ່ມ
ແນມໄປໄກເຫັນກຸ່ມເຝື້ອ ເໝືອນກ້ອນໂງ່ນຝົນ
ຊາຍຄົນໜຶ່ງນັ່ງເນີ້ງ ອີງຕົ້ນມ່ວງໃບໜາ
ດວງຕາເຂົາແນມໄປ ສູ່ບ່ອນໃດບໍ່ຫວນຮູ້
ດູທ່າທາງເຂົາແລ້ວ ເໝືອນຄົນທີ່ອິດອ່ອນ
ເຂົານັ່ງຊຶມຢູ່ບ່ອນນີ້ ປະມານໄດ້ເຄິ່ງຊົ່ວໂມງ
ເຂົານັ່ງຊົມຫຍັງນໍນີ້ ຊ່າງງຽບປ່ຽວຫງອຍເຫງົາ
ບາງຄັ້ງເຂົາເອົາມືຂຽນ ຂີດຕາມດິນຫຼິ້ນ
ໃຈຖະຫວິນຂຽນແຕ້ມ ປະພັນໂສມຜູ້ໃດນໍ່
ເຂົາຈິ່ງຕັ້ງຕໍ່ແຕ້ມ ຂຽນຫຼິ້ນຢ່າງໃສ່ໃຈ
ວັນສອບເສັງຍັບເຂົ້າໃກ້ ເຈົ້າຍັງນັ່ງໃຈລອຍ ຢູ່ນໍ
ເຈົ້ານັ່ງຄອຍຄະນິງເຖິງ ຜູ້ໃດນໍນີ້
ເຈົ້າຈິ່ງມີສີໜ້າ ເຫງົາອຸລາ ບໍ່ຊ້ອຍຊື່ນ
ຄິດຫວນຄືນອະດີດຄັ້ງ ຄວາມຫຼັງເສົ້າທີ່ຜ່ານມາ ບໍ່ນໍ
ເຂົາເປັນລູກກ່ຳພ້າ ຕັ້ງແຕ່ຍັງເຍົາ
ພໍ່ຂອງເຂົາຕາຍໄປ ຫ່າງໄລແຕ່ຍັງນ້ອຍ
ຜູ້ທີ່ຄອຍພຽນລ້ຽງ ມີພຽງແກ້ວແມ່
ເພິ່ນດູແລຕໍ່ສູ້ ກັບຝັນຮ້າຍທີ່ຜ່ານມາ
ຊີວິດເຂົາໃຫຍ່ກ້າ ຍ້ອນຢາດເຫື່ອມານດາ
ຍາມຫ່າງໄກເຄຫາ ຍ່ອມຄະນິງເຖິງບ້ານ
ຄິດເຖິງມານດາແກ້ວ ເນົາເຮືອນຢູ່ບ້ານເກົ່າ
ໝົດເດືອນຫົກເຈັດລ່ວງເຂົ້າ ໃຜແລ້ວຊ່ວຍກົ່ນໄຖ
ເຂົາໄດ້ໄກຈາກບ້ານ ຫວັງເພື່ອການສຶກສາ
ເພື່ອວ່າໃນອະນາຄົດ ຊິຊົດເຊີຍເຮົາໄດ້
ທຸກປານໃດຂໍທົນສູ້ ເຂັນໃຈກໍ່ຈະຜ່າ
ຕັດສິນໃຈລາຈາກບ້ານ ຫົນຫ້ອງແຫ່ງໄກ
ສຸດແສນທີ່ຢາກໄດ້ ຊັ້ນຊື່ປະລິນຍາ
ໃບປະກາດການສຶກສາ ຊັ້ນສູງສົມແມ້ງ
ຍ້ອນມີແຮງບັນດານໃຫ້ ແດນໄກຈິ່ງມຸ້ງສູ່
ຫວັງສິ່ງດຽວເພື່ອຮູ້ ວິຊາຊັ້ນສາດຕະສິນ
ເມື່ອຊີວິດຍັງບໍ່ສິ້ນ ມື້ອື່ນມີຄວາມໝາຍ
ຄອຍທ້າທາຍໄວຄະນອງ ຜູ້ຮ່າງກາຍແຂງກ້າ
ສຸມເຫື່ອແຮງບຸກໜ້າ ອຸປະສັກມ້າງຜ່າ
ວຽກງານໃນຕໍ່ໜ້າ ຍັງລໍທ້າເຫື່ອແຮງ
ອາກາດຮ້ອນກັ່ນແກ້ງ ເຜົາແຜ່ນທໍລະນີ
ດວງສຸລີປະກາຍແສງ ແຫຼ່ງພະລັງຄວາມຮ້ອນ
ແຜດເຜົາດິນດອນຫຍ້າ ພຶກສາໃຫ້ແຫ້ງຫ່ຽວ
ເພັດສຸວັນ ຫຼຽວເບິ່ງຫຍ້າ ທີ່ເຫຼືອງລ້າລ່າສີ
ສຽງບາດຕີນຖີ່ໆໃກ້ ເດີນຍ່າງເຂົ້າມາຫາ
ເຂົາເຫຼືອດຕາມອງດູ ວ່າແມ່ນໃຜເດີນຍ້າຍ
ແລະມີຈຸດໝາຍມຸ້ງ ເຖິງເຂົາຫຼືບໍ່
ຈຸດປະສົງຢາກພົບພໍ້ ເຂົານັ້ນດ້ວຍເຫດໃດ
ເພື່ອນຂອງເຂົາຍິ້ມໃຫ້ ບອກບົ່ງອາລົມຈິດ
ແລ້ວເວົ້າຈານິດໆ ໃຫ້ເຂົາຫວນຮູ້
"
ເອົາອ່ານດູອັນນີ້ ຈົດໝາຍໃຜຂຽນຮອດ
ເຖິງບໍ່ບອກໃຫ້ຮູ້ ເດົາໄວ້ອາດແມ່ນແຟນ ໂຕບໍ "
ເພັດສຸວັນ ຈັບແໜ້ນ ຈົົດໝາຍໃສ່ໃນມື
ແລ້ວອ່ານດູສະລັກຫຼັງ ຈ່າໜ້າຊອງຂຽນໄວ້
ບົວສະບາ ຄົນໃກ້ ສະຫາຍແພງຂຽນຮອດ
ຖອດອີກຊອງໜຶ່ງນັ້ນ ເຂົົານິ້ງນັ່ງງົງ
ຄົງເປັນໄປບໍ່ໄດ້ ຈະຂຽນສົ່ງເຖິງເຂົາ
ເພັດສຸວັນ ເກົາຫົວ ລູບຄຳນິດໜ້ອຍ
ແລ້ວຄ່ອຍວາຈາເວົ້າ ຂອບໃຈເຂົາຜູ້ມາສົ່ງ
ເຖິງຊິງົງເລັກໜ້ອຍ ແຕ່ຫົວຍິ້ມຊື່ນບານ
ຫົວໃຈເຂົາສະທ້ານ ໄຫວຫວັ່ນນິດໆ
ເຖິງບໍ່ເຄີຍຄອຍຄິດ ຈາກໃຈມາໄວ້
ແຕ່ວ່າໃນວັນນີ້ ຈົດໝາຍມີຝາກປ່ອນ
ເຂົາຮູ້ສຶກຮຸ່ມຮ້ອນ ເຢັນເຢົ້າວາບຫວິວ
ຫົວອົກປວດຈິ້ວໆ ຢາກອ່ານຈົດໝາຍ
ວ່ານາງຈະບັນຍາຍຫຍັງ ໃຫ້ຕົນໄດ້ຫວນຮູ້
ເປັນກຳລັງໃຈສູ້ ອຸປະສັກແສນຍາກ
ຫຼືຈະຖາງຖາກໜ້າ ແໜງຊ້ຳຕື່ມເຕີມ
ດັ່ງນັ້ນເຂົາຈິ່ງເລີ້ມ ອ່ານກ່ອນຖອນຈິດ
ຈາກມິດແພງ ບົວສະບາ ບອກຂ່າວມາໃຫ້ຫວນຮູ້
ເນື້ອໃນຂຽນດູຂໍ້ ບັນຍາຍຫາກຫຼາກຕ່າງ
ເຂົາເລີ່ມອ່ານຈາກຕົ້ນ ຂຽນຂໍ້ຕໍ່ຄວາມ
"
ສະບາຍດີ ສ່ຽວກ້າມ ຕົວໃຫຍ່ຜີວຂຳ
ຕົວດຳໆໝອງສີ ຜູ້ໃຈດີລົ້ນ
ກໍ່ວ່າດົນນານລ້ຳ ຫຼາຍເດືອນໄກຫ່າງ ກັນນໍ
ບໍ່ໄດ້ຮັບຂ່າວສ້າງ ກຸສົນໄວ້ຮ່ວມກັນ
ເປັນແນວໃດວັນນີ້ ຍັງຄ່ອຍສະບາຍດີ ຢູ່ບໍ
ວຽກງານການສຶກສາເດ ຄ່ອງຕົວຢູ່ບໍເຈົ້າ
ສ່ວນຕົວເຮົາຢູ່ທາງພຸ້ນ ສະບາຍດີທຸກສິ່ງຢ່າງ
ການສຶກສາກໍ່ບໍ່ຄ້າງ ຄາຂ້ອງເຍື່ອງໃດ ດອກນາ
ແນ່ນອນໃນເມື່ອໃຊ້ ພາສາເພິ່ນເປັນຫຼັກ
ອຸປະສັກໃນການຮຽນ ເລື່ອງຂີດຂຽນເຮົາດ້ອຍ
ການຄຳນວນພໍຄອຍສູ້ ເຂົາດູເຮົາເປັນຫຼັກໃຫຍ່ ຊ້ຳໃດ
ບໍ່ແມ່ນ ວ່າຢູ່ໄກແລ້ວອວດໂມ້ ຄືໂຕຮູ້ຜ່ານມາ ນັ້ນແລ້ວ
ການສຶກສາຢູ່ຕ່າງບ້ານ ເມືອງເພິ່ນແດນເຂົາ
ຖ້າຫາກເຮົາບໍ່ສຸມຈິດ ຄິດວ່າຮຽນບໍ່ມີມົ້ມ
ພາສາເຂົາປະສົມໃຫ້ ໜັກໃນໃຈເຂົ້າຕື່ມ
ໂອຍບໍ່ຢາກກ່າວລຶ້ມ ໃນເລື້ອງເລື່ອງຮ່ຳຮຽນ
ເຮົາຢາກຂໍກ່າວບ້ຽນ ໃນເລື່ອງອຸປະສັກ
ຄິດວ່າໂຕຄົງບໍ່ມັກ ດັ່ງດຽວກັບເຮົານີ້
ແຕ່ກໍ່ມີຫຼາຍເລື້ອງ ໃນການຮຽນແມ້ງມ່ວນ
ມີບາງສ່ວນ ເຮັດໃຫ້ເຮົາຈື່ງ່າຍໄດ້ ຄືືເລື້ອງເຄື່ອງທົດລອງ
ພ້ອມນັ້ນເຮົາຈຳຕ້ອງ ລົງເຮັດຕົວຈິງ
ເພື່ອຫຼິງເຫັນຄວາມສຳຄັນ ແຫ່ງການສຶກສານັ້ນ
ເຖິງເວລາມັນມີໜ້ອຍ ການເຝິກງານເດືອນກວ່າໆ
ຖ້າຫາກຫວນເບິ່ງແລ້ວ ຮຽນຮູ້ເລິກເຊິ່ງດີ
ເພາະມັນໄດ້ບົ່ງຊີ້ ຫຼາຍຢ່າງໃຫ້ເຮົາຫຼິງ
ທິດສະດີກັບຕົວຈິງ ກ່ຽວພັນແນວໃດນັ້ນ
ສິ່ງສຳຄັນເຮົາຄວນຮູ້ ອັນໃດມັນສອດຄ່ອງ
ເພື່ອດັດແປງໃຫ້ຖືກຕ້ອງ ສຶກສາແລ້ວຈິ່ງເຮັດທຳ
ຂໍເວົ້າມາສູ່ກ້ຳ ເບື້ອງບ່ອນອາໃສ
ປັດໄຈການຄົງຕົວ ຢູ່-ກິນ ອາຫານນັ້ນ
ມີຫຼາຍອັນເຮົາຍ້ອງ ຂອງກິນແຊບອະລ່ອຍ
ມີພຽງສ່ວນເລັກໜ້ອຍ ເຮົາບໍ່ລື້ງລົດຊາດມັນ
ແຕ່ວ່າສ່ວນຫຼາຍນັ້ນ ພວກເຮົາແຕ່ງກິນເອງ
ຄັນຫາກໂຕມາເຫັນ ບໍ່ຢາກຄືນເມືອບ້ານ
ອາຫານການກິນນີ້ ມີຫຼາຍເກືອບທຸກຢ່າງ
ຖ້າຫາກໃຜຊ່າງໃຊ້ ວິິທີໄວ້ແຕ່ງປຸງ
ກິນເຂົ້າໜຽວກັບແຈ່ວກຸ້ງ ໜຶ້ງຊໍ່ຊອມຜັກ
ພິເສດຕຳຫົວກາຣົດ ລົດຊາດດີພໍໃຊ້
ກິນໄປມາຄືຄ້າຍ ກັນກັບຕຳໝາກຮຸ່ງ
ເວົ້າມາແລ້ວຄິດສະດຸ້ງ ເຖິງຕຳສົ້ມບ້ານແມ່ເຮົາ
ໃນແຕ່ລະຄາບເຂົ້າ ຫຼາຍເຍື່ອງກິນປະສົມ
ແລ້ວແຕ່ໃຜນິຍົມມັກ ແຕ່ງປຸງແປງໄວ້
ອາຫານໃນບາງມື້ ລິນເບຍນຳແຊບອະລ່ອຍ
ລົດຊາດສຸດແຊບຊ້ອຍ ກິນກ້ອຍພ່ຳແກງ
ບາງແລງຄິດຢາກລຶ້ມ ເໝືອນບ້ານເກົ່າເມືອງເຮົາ
ໜຶ້ງເຂົ້າໜຽວຈັກນິດ ແຈ່ວພິກແດງຈັກໜ້ອຍ
ຊອຍບາງໆຫອມປ້ອມ ໂຮຍລົງໃສ່ນ້ຳແຈ່ວ
ປີ້ງປາສຸກຄັກແລ້ວ ເອົາມາຕັ້ງໃສ່ພາ
ພໍໝູ່ມາຄົບໜ້າ ພ້ອມພ່ຳພຽງກັນ
ຍໍເອົາປາມາພັນ ໃສ່ໃບສະຫຼັດນ້ອຍ
ເສັ້ນໝີ່ຊອຍແຖມເຂົ້າ ຜັກຫອມປະກອບໃສ່
ຄຳໃຫຍ່ໆເຕັມຜົ້ງແກ້ມ ໝູ່ແນມໜ້າເບິ່ງເຮົາ ພຸ້ນແລ້ວ
ບັນຍາຍຫຼາຍຊິວ່າເວົ້າ ອ້າງແຕ່ການກິນ
ນິໃສເຮົາມັນຊິນ ໝູ່ຄູ່ກັນບໍ່ລືມໄດ້
ກິນອັນໃດນວນນິ້ມ ຄາວຫວານຫອມລົດຊາດ
ເຮົາຢາກປາດເຄິ່ງໄວ້ ຝາກໄປໃຫ້ໝູ່ເຮົາ
ແຕ່ກໍ່ໄດ້ພຽງແຕ່ເວົ້າ ຫຼືຄິດໃນໃຈ
ເພາະວ່າເຮົາໄກກັນ ຢູ່ຄົນລະເມືອງບ້ານ
ໄດ້ພຽງອຸທານໃຫ້ ກິນອັນໃດຄິດຝາກໝູ່
ເຈົ້າຜູ້ຮຽນຢູ່ບ້ານ ລາວເຮົາພີ້ຢ່າເບື່ອໃຈ
'
ກິນອັນໃດກໍ່ໄດ້ ກິນເພື່ອອຸດົມການ
ກິນເພື່ອກຳລັງແຮງ ຮ່ວມສ້າງແປງເມືອງບ້ານ
'
ສອງຄົນເຮົາຈາຕ້ານ ນຳກັນແຕ່ຄາວກ່ອນ ຈື່ບໍ
ກິນເຂົ້າໜຽວປັ້ນຮ້ອນໆ ກັບຜັກສົ້ມຈ້ຳແຈ່ວບອງ
ໂຕກໍ່ຍັງເຄີຍຮ້ອງ ເຮົາຮ່ວມກິນນຳ
ບາດເຮົາທຳອາຫານ ລົດຊາດດີໃນຕອນນີ້
ຄິດຢາກມີລິດທີດັ້ນ ເອົາໂຕມາຮ່ວມ ກິນເດ
ມີແນວຄິດເຮັດບໍ່ໄດ້ ກໍ່ເລີຍໄຮ້ໄດ້ແຕ່ຝັນ
ຊ່າງເທາະສິ່ງເຫຼົ່ານັ້ນ ມັນເປັນເຄື່ອງທຽມກາຍ
ສິ່ງທີ່ໝາຍໃນໃຈ ຄິດຮອດກັນກໍ່ພໍແລ້ວ
ເພື່ອນມິດກັນສະຫາຍແກ້ວ ຄົນແພງຮັກໄຄ່
ວັນໃດໄດ້ພົບໜ້າ ຈິ່ງຫາເຂົ້າຮ່ວມພາ ກິນນໍ
ໂຕຮູ້ບໍຢູ່ພີ້ ຍາມພັກການສຶກສາ
ໃນລະດູຍາມໜາວ ພວກເພື່ອນລາວເຮັດຫຍັງໄດ້
ເດີນໄປໃສໃນຍາມນີ້ ເຕັມທີແທ້ໃດໝູ່
ຄິດວ່າໂຕຄົງຊິຮູ້ ຫຼືືເດົາໄດ້ວ່າແມ່ນຫຍັງ
ຫິມະນີ້ລະກັ້ງ ຈົນແຜ່ນດິນໜາ
ສະອາດຕາສະດຸດໃຈ ຄິດໄດ້ບໍໃນຄຳເວົ້າ
ສວຍສະເຫງົາພຽງພ້ອມ ເທິງດິນຂາວຈ່ານພ່ານ
ອຸກໃຈບໍ່ແມ່ນຢ້ານ ແຕ່ເດີນຍ້າຍຍາກອີ່ຫຼີ
ທຳອິດເຫັນຫິມະນີ້ ສຸດທີ່ດີໃຈ ສ່ຽວເອີຍ
ແລ່ນລົງໄປຄຳຈັບ ຈັ່ງແມ່ນເຢັນມືແທ້
ຈັບຂຶ້ນມາແລຫຼິ້ນ ເໝືອນດິນຊາຍບໍ່ແຕກຕ່າງ
ມັນຊ່າງເຢັນແຈບຈິ້ວ ມືກະດ້າງເກືອບຊິແຂງ
ບາດມັນຕົກແຮງແລ້ວ ຂາວຈ່ານພ່ານເຕັມດິນ
ຈາກໄດ້ຍິນໃນຫູ ບາດນີ້ດູກັບຕາແລ້ວ
ຫິມະໃສຄືແກ້ວ ແສງໄຟຕຳເຫຼື້ອມຍິບຍາບ
ອາກາດເຢັນແທກໄດ້ ລົບຊາວພຸ້ນແລະຕ່ຳລົງ
ຍາມພັກໜາວປະສົງຫຼິ້ນ ພຽງຂີ່ສະກີຍາວ
ຫິມະຂາວເປັນລະອອງ ລ່ອງສະກີຊົມດ້າວ
ຂີ່ຢອກສາວຍາມໄປຫຼິ້ນ ເທິງພູບ່ອນພັກຜ່ອນ
ທຳທ່າເໝືອນອ່ອນແຕ້ມ ເຮັດຕິລົ້ມໃສ່ຜູ້ສາວ
ເຮົາເປັນຊາວຕ່າງດ້າວ ມາຢູ່ເມືອງເຂົາ
ຄິດວ່າເຮົາບໍ່ທັນເປັນ ຂີີ່ສະກີເດີນຍ້າຍ
ພໍນາງບາຍແຂນໄດ້ ຊູເຮົາໄປພ້ອມພ່ຳ
ບາງເທື່ອເຮົາທຳອິ່ນອ້ອຍ ເຊລົ້ມທັບສາວ ກໍ່ມີ
ນາງກໍ່ບໍ່ຊ່າງເວົ້າ ຫຼືຈົ່ມຈັກນິດ
ບາງຄັ້ງເຮົາກໍ່ຢືນຄິດ ນຶກອິ່ນດູນາງໄດ້
ຂໍອະໄພນາງແລ້ວ ເດີນສະກີເລີ່ມຕໍ່
ນາງກໍ່ພຽງກ່າວເວົ້າ ຕົວເຈົ້າຈົ່ງໃສ່ໃຈ
ໃຈໜຶ່ງກໍ່ຄິດຢາກໄດ້ ເນື້ອອ່ອນຜີວຂາວ
ສາວຣັດເຊຍຜີວນວນ ນຸ້ມດີແທ້ໃດເຈົ້າ
ແຕ່ທີ່ເຮົາຈາເວົ້າ ພຽງຈັບມືດອກເດີໝູ່
ໂຕກໍ່ຄວນຮັບຮູ້ ພວກເຂົານັ້ນແມ່ນບໍ່ຖື ດອກນາ
ຫຼັງຈາກແລງມື້ນັ້ນ ເຮົາເລີ່ມສະນິດກັນ
ສາຍສຳພັນເປັນມິດ ເລີ່ມບານອອກມາແລ້ວ
ບໍ່ມີແນວຂວາງກັ້ນ ຕັນທາງໃຫ້ຈັ້ງຢູ່ ໄດ້ແລ້ວ
ພະລັງຮັກໄດ້ສົ່ງຍູ້ ໃຈຈ້ຳຈອດກັນ
ຄວາມສຸກສັນໄດ້ເລີ້ມ ເຕີມຕໍ່ເຕັມຈິດ
ພະລັງໃຈພະລັງມິດ ຊິດພະວົງວອນຊຶ້ງ
ນາງດຶງເຮົາມາໃກ້ ຫອມເບົາໆບາດໜຶ່ງ
ຫົວອົກຕຶງສຽບຈິ້ວ ແສນຊຶ້ງສວ່າງໃຈ
ນີ້ນໍຮັກເກີດໄດ້ ໃນເມື່ອໃຈຫວັງ
ຮັກຂອງຄົນທັງໂລກາ ເກີດຂຶ້ນມາເມື່ອຊິດໃກ້
ມີຄວາມດີປະສົມໃຫ້ ຄວາມພໍໃຈປະສົງຊອບ
ການເອົາໃຈປະກອບໃຫ້ ສຳພັນໄວ້ດ້ວຍຮັກຈິງ
ຄວາມຮັກບໍ່ອາດນິ້ງ ພຽງນັ່ງດາຍດູ
ຕ້ອງຮູ້ຫາຄວາມຈິງ ທີ່ບັງເຮົາໄວ້
ໃນເມື່ອນາງພໍໃຈໃຫ້ ໄມຕຼີມວນມອບ
ເຮົາກໍ່ຕ້ອງຕອບໃຫ້ ເພື່ອນາງຮູ້ວ່າຮັກນາງ
ນາງຍິ່ງວາງຕົວໃຫ້ ໄດ້ທ່າທາງເຮົາ
ນາງຄົງເມົາອາລົມ ໜ່ວຍຕາຫຼັບນິ້ງ
ເຮົາໄດ້ຫຼິງດູໜ້າ ຍາມນິດທາຢູ່ເທິງບ່າ
ດວງອຸລາເຮົາເລີ່ມຮ້ອນ ເນົານິ້ງຊິບໍ່ໄຫວ
ເຮົາຄ່ອຍໆລູບໄລ້ ຫອມແກ້ມອ່ອນເບົາໆ
ສາວຣັດເຊຍພະລັງໄຟ ໂຕ້ຕອບໄວປານໄຟຟ້າ
ຫັນມາຫາກັບຮອຍຍິ້ມ ແວວຕາໜ້າຮັກໄຄ່
ຈູບປາກເຮົາໂຕ້ຕອບໄວ້ ແລ້ວຈາເວົ້າຕໍ່ຄວາມ
"
ໜ້າເສຍດາຍຍາມນີ້ ມັນແມ່ນຍາມໜາວ
ຫິິມະຂາວຄຸມດິນ ອາກາດເຢັນກາຍເນື້ອ
ຍາມນີ້ການເຝືອຝັ້ນ ຊົມກາຍາມັນແສນຍາກ
ຂ້ອຍນີ້ຢາກໃຫ້ເຈົ້າ ເຊີຍຊົມຂ້ອຍທຸກສ່ວນຕົນ
ແຕ່່ກໍ່ຈົນໃຈແທ້ ເສື້ອໃຫຍ່ຄຸມກາຍ
ໃຈມຸ່ງໝາຍຈະທຳ ອາກາດເຢັນຂວາງໄວ້
ບໍ່ຊັ້ນເຮົາຄົງໄດ້ ຊົມກາຍາຊີມລົດຊາດ
ຮູ້ບໍ່ຂ້ອຍຢາກສ້າງ ອາລົມເຈົ້າໃຫ້ຕື່ງເຕັມ
"
ແວວຕານາງບານເຂັ້ມ ບອກບົ່ງອາລົມຈິດ
ຫອມຊ້າຍຂວານິດໆ ແລ້ວເຮົາຈິ່ງຈາເວົ້າ
"
ເປັນຫຍັງວາຈາເຈົ້າ ໃຈປະສົງຫຼາກຕ່າງ
ສ່ວນຫຼາຍຍິງບໍ່ຢາກອ້າງ ຄວາມຊຶ້ງແຫ່ງໃຈ
ພວກນາງເກັບເຊື່ອງໄວ້ ໃນສ່ວນເລິກຂອງອົກ
ເຈົ້າພັດມາຍໍຍົກ ອ້າງອາລົມຕົນເອງຊ້ຳ
ເປັນສາວງາມກາຍເນື້ອ ຜີວນວນນຽນຜ່ອງ
ໜ້າເປັນຂ້ອຍຜູ້ກ່າວຮ້ອງ ຂໍເຈົ້າຈິ່ງຊິຄວນ ຖືກບໍ "
"
ໃຜຈະຊວນກ່ອນນັ້ນ ມັນບໍ່ຕ່າງກັນຫຍັງ
ພະລັງແຮງຂອງຫົວໃຈ ຫາກຕ້ອງການແມ່ນທຳໄດ້
ຄົນເຮົາໃນສະໄໝນີ້ ຍິງຊາຍມີສິດທຽບເທົ່າ
ສິ່ງໃດເຈົ້າເຮັດໄດ້ ຂ້ອຍຂໍທ້າເຮັດນຳ
ຂ້ອຍຈະທຳທຸກສິ່ງໄວ້ ໃນເມື່ອໃຈປະສົງ
ເຈົ້າຈະກັງວົນຫຍັງ ເມືື່ອຂ້ອຍເຕັມໃຈພ້ອມ
ຄິດວ່າຕາງເຝິກຊ້ອມ ລອງກຳລັງຈັກຄັ້ງໜຶ່ງ ເອົາບໍ
ຂ້ອຍພໍໃຈຊາບຊຶ້ງ ໃນຕົວເຈົ້າຍິ່ງກວ່າໃຜ
ດັ່ງນັ້ນຂ້ອຍຈິ່ງໃຫ້ໄດ້ ທຸກຢ່າງທີ່ຮຽມມີ
ຄວາມສຸກຂີທາງກາຍ ພ້ອມພ່ຳໃຈສະບາຍພ້ອມ
ເຮົາໜຸ່ມສາວຄວນຊ້ອມ ແຮງພວມມີໃຫ້ຮີບຍ່າວ
ເຈົ້າເປັນໜຸ່ມຂ້ອຍເປັນສາວ ຖ້າເຈົ້າປະຕິເສດຂ້ອຍ ຕົວເຈົ້າບໍ່ແມ່ນຊາຍ ທໍ່ນັ້ນແລ້ວ "
ບໍ່ແມ່ນເຮົາກ່າວຮ້າຍ ໃດສ່ຽວ
ສັງຄົມເຂົາ
ຖ້າຫາກເປັນສັງຄົມເຮົາ ຢ້ານວຸ້ນວາຍເມືອງບ້ານ
ຄິດວ່ານານໆມື້ ລົມກັນພໍໃຫ້ມ່ວນ
ກ່ອນຊິມ້ວນສົ່ງທ້າຍ ຢ່າລືມເວົ້າເລົ່າສູ່ຟັງ
ເລົ່າເລື່ອງຫຍັງວ່າຕີ້ ກໍ່ມີເລື່ອງຄວາມຮັກ
ອຸປະສັກໃນການຮຽນ ພ້ອມພ່ຳທັງສັງຄົມບ້ານ
ເປັນແນວໃດດຽວນີ້ ເມືອງເຮົາສະບາຍຢູ່ ດີບໍ
ການປ່ຽນແປງບອກໃຫ້ຮູ້ ພໍໄດ້ສວ່າງໃຈ ແດ່ເນີ
ສຸດທ້າຍຂໍອ່ວຍພອນໃຫ້ ມີແຕ່ຄວາມສຸກ
ປະສົບຜົນສຳເລັດ ທຸກວຽກງານທີ່ວາງໄວ້
ສິ່ງສຳຄັນຄືໃຫ້ ໂຕມີຄົນຮັກໄຄ່
ບົົວສະບາ ເຊັນຊື່ໄວ້ ສະບັບໜ້າຈິ່ງພົບກັນ.
"
ເພັດສຸວັນ ເງີຍໜ້າຂຶ້ນ ແນມເບິ່ງເວຫາ
ເມຄາຍັງລອຍໄຫຼ ເລື່ອນລາງກາງຟ້າ
ເຈົ້າບໍ່ດູຕົນຫຍ້າ ພຶກສາຜູ້ແຫ້ງຫ່ຽວ ບໍນໍ
ເຈົ້າຜູ້ເມກທ່ຽວຟ້າ ກູນາຫຍ້າຜູ້ແຜ່ດິນ ແດ່ຖ້ອນ
ຄວາມໂຫຍຫີວທຳໃຫ້ສິ້ນ ວາຍວອດຊີວາດັບ
ຫຍ້າຫຼ່າເຫຼືອງອາພັບ ຢາກຮັບຝົນໂຮຍຟ້າ
ແສງຕາເວັນເຜົາໄໝ້ ທໍລະນີແຕກໄງ່
ຕົ້ນຫຍ້າພຽງແຕ່ໄດ້ ລໍຖ້າຫ່າຝົນ
ປຽບດັ່ງຄົນຜູ້ດ້ອຍ ຕ້ອຍຕ່ຳອະນາຖາ
ການສຶກສາບໍ່ທັນຈົບ ຍາກແກ່ໃຈເດເຈົ້າ
ແຖມຕົວເຮົາຍັງໄຮ້ ສັນໃດເດຊິເຮືອງຮຸ່ງ
ເພື່ອນຝູງມີມາກໜ້າ ຍາມໄຮ້ຢູ່ປ່ຽວພອຍ
ດຽວນີ້ຕົວຂອງຂ້ອຍ ສຸດທີ່ເຫງົາໃຈ
ບໍ່ມີໃຜມາລົມ ປອບໃຈເໝືອນຄາວກີ້
ບົວສະບາ ເພື່ອນດີຂ້ອຍ ພັດເນົາໄກແດນຕ່າງ
ຊອງຈົດໝາຍທີ່ຄ້າງ ເຂົາຈັບຂຶ້ນອ່ານດູ
"
ສະບາຍດີ ເພື່ອນຮູ້ ໃຈທ່ຽງທຳຈິງ
ເຈົ້າຜູ້ຄີງດຳຂຳ ແຕ່ງົດງາມໃນເນື້ອ
ມັນຄົງເຫຼືອແຮງຂ້ອຍ ຈະຕາມຕົວຈີບພີ່
ບໍ່ວ່າຕີ ຍັງໂກດຂ້ອຍ ຄົນໃຈນ້ອຍບໍ່ຄ່ອຍດີ ແທ້ໃດ
ແປກໃຈຫຼືໃນວັນນີ້ ທີ່ຂ້ອຍສົ່ງຈົດໝາຍຫາ
ວັນເວລາດົນນານ ບໍ່ພົບກັນກັບເຈົ້າ
ເຮັດໃຫ້ຕົວເຮົານີ້ ສີເຫງົາໆວາດໃດໜຶ່ງ
ຂ້ອຍຈຶ່ງຂຽນຂີດແຕ້ມ ລະບາຍເສົ້າສູ່ເຈົ້າຟັງ
ຂ້ອຍນີ້ຫວັງວ່າເຈົ້າ ຈະອ່ານຢ່າງພໍໃຈ
ຖ້າເນື້ອໃນຈົດໝາຍ ຫາກທົບແທງຫົວໃຈເຈົ້າ
ຈົ່ງອະໄພໃຫ້ເຮົາດ້ວຍ ໃນຄຳໃດບໍ່ສອດຄ່ອງ
ປະໂຫຍກໃດບໍ່ຖືກຕ້ອງ ກູນາຂ້ອຍຕື່ມແດ່ເນີ
ຫົວໃຈຮຽມສະເໜີຂ້ອຍ ໃຫ້ຂຽນສົ່ງມາຫາ
ດວງອຸລາຂອງເຮົາ ຢາກເອີ່ຍລົມກັບເຈົ້າ
ບໍ່ແມ່ນຮຽມຂຽນມາເວົ້າ ລວງຄາລົມດອກເດີພີ່
ທຸກຖ້ອຍຄຳຂຽນອອກນີ້ ມັນລ້ວນແຕ່ຈາກໃຈ
ນັບແຕ່ຕົວຂ້ອຍໄດ້ ພົບພີ່ກໍ່ດົນມາ
ບໍ່ເຄີຍມີເວລາໃດ ເວົ້າຈາອັນດີໄດ້
ພົບທີໃດວາຈາຂ້ອຍ ເໝືອນກັນກັບປ້ອຍດ່າ
ກິລິຍາຂ້ອຍເມື່ອນັ້ນ ມັນຍັງນ້ອຍບໍ່ໃຫຍ່ພໍ
ຂ້ອຍຕ້ອງຂໍໂທດເຈົ້າ ໃນທຸກສິ່ງທີ່ກາຍມາ
ທຸກວາຈາຄຳຂົມ ທີ່ຜ່ານກາຍມານັ້ນ
ຂໍໍໃຫ້ປະມັນໄວ້ ໃນວັນອະດີດເກົ່າ
ຫວັງວ່າ ຜູ້ສະຫຼາດດັ່ງເຈົ້າ ຈະເຫັນຂ້ອຍເພື່ອສິ່ງດີ
ເຈົ້າຮູ້ບໍ່ກ່ອນໜ້ານີ້ ຂ້ອຍຄິດສັນໃດ
ແນວຄິດໃນໄວເດັກ ທີ່ອ່ອນແອຂອງຂ້ອຍ
ມັນໄດ້ຄອຍທຳລາຍເຈົ້າ ຈວນໃຈຈະແຕກຜ່າ
ບາງຄັ້ງ ຂ້ອຍກໍ່ທຳເພື່ອຢັ່ງທ້າ ຄວາມສູ້ແຫ່ງໃຈ ເຈົ້າໃດ
ບໍ່ວ່າເຈົ້າຊິໄຮ້ ຍານແຫ່ງການຫຼິງ
ເພາະຂ້ອຍເປັນຄົນຍິງ ຈິ່ງຖະໜອມຕົວໄວ້
ເຫດສັນໃດຕົວເຈົ້າ ຈິ່ງຖອນໃຈໄດ້ງ່າຍ
ຫຼືເຈົ້າແໜງໜ່າຍໜ້າ ຮຽມແລ້ວບໍ່ໜໍ
ຂ້ອຍປະສົບພົບພໍ້ ມາຍມາກຄົນຊາຍ
ແຕ່ຫົວໃຈຮຽມໝາຍ ບໍ່ປ່ຽນແປງຄືເຈົ້າ
ຂ້ອຍຂໍຈິງໃຈເວົ້າ ເໝືອນສັນຍາບໍ່ມີຕ່າງ
ຂ້ອຍພໍໃຈຢູ່ສ້າງ ດອມເຈົ້າວ່າຈັ່ງໃດ
ຫຼືວ່າໃຈຂອງເຈົ້າ ມີຍິງອື່ນມາປອງ ແລ້ວບໍ
ມາສະໜອງຄວາມຮັກ ທີ່ຊື່ນຊຳໃຫ້ໃຈເຈົ້າ
ສ່ວນວ່າຕົວເຮົານີ້ ກາຍເປັນພຽງຄົນອື່ນ
ຈິ່ງບໍ່ຊົມຊື່ນຂ້ອຍ ໃນຫຼາຍຄັ້ງທີ່ພົບກັນ
ເປັນຫຍັງ ງານກິນລ້ຽງມື້ນັ້ນ ເຈົ້າຈິ່ງກັບໄວ
ຂ້ອຍຢາກໄຂວາຈາ ຮ່ວມລົມກັບເຈົ້າ
ຫຼັງຈາກການກິນເຂົ້າ ຈົບລົງຖ້ວນຖີ່
ເຈົ້າກໍ່ໜີຈາກຂ້ອຍ ຄືນບ້ານບໍ່ກ່າວລາ
ເຈົ້າຮູ້ບໍ່ ຂ້ອຍຮູ້ສຶກວ່າເວ້ ເປົ່າປ່ຽວໃນໃຈ
ບໍ່ເຄີຍມີຄາວໃດ ດັ່ງໃນວັນນັ້ນ
ໃນຫົວໃຈມັນວ້າງ ສຸດເຫງົາງຽບປ່ຽວ
ຮູ້ສຶກໂດດດ່ຽວແທ້ ບໍ່ທຽມເທົ້າເມື່ອໃດ
ຮອຍຍິ້ມເຈົ້າສົ່ງໃຫ້ ຕອນກ່ອນກິນອາຫານ
ຂ້ອຍແສນສຳລານສຸກ ຊື່ນໃນມະໂນເນື້ອ
ຂ້ອຍເຊື່ອໃນສາຍຕາເຈົ້າ ຝັງຄວາມໃນຊ້ອນເງື່ອນ
ມັນໄດ້ເຕືອນຕໍ່ຂ້ອຍ ເດົາໄດ້ສິ່ງຢູ່ໃນ
ສຳລັບເຈົ້າ ຂ້ອຍເຊື່ອໄດ້ ມັນແມ່ນຄວາມຈິງ
ຂ້ອຍຫຼິງເຫັນຄວາມສຳພັນ ຕໍ່ກັນຄົງດີໄດ້
ຄິດວ່າໃນວັນໜ້າ ການເວລາພິສູດຊ່ອຍ
ພິສູດວ່າ ຂ້ອຍແລະເຈົ້າ ຍັງໝາຍມຸ້ງຕໍ່ກັນ
ຄວາມສຸກສັນທີ່ທ້າຍ ໃຫ້ມີແຕ່ຄວາມສຸກ
ທຸກປະການໃນຄວາມຫວັງ ໄດ້ດັ່ງໃຈຕົວເຈົ້າ
ຕົວຂອງເຮົາຈະໃຫ້ ກຳລັງໃຈຊົດຊ່ວຍ
ດ້ວຍຄວາມຫວັງແຫ່ງເຈົ້າ ສອບເສັງໄດ້ດັ່ງໃຈ ເຈົ້າເນີ
ຂຽນໄປຫຼາຍກໍ່ຢ້ານໄຮ້ ອັກສອນໃຫຍ່ໜາຕາ
ຢ້ານລົບກວນເວລາ ຮ່ຳຮຽນຂອງເຈົ້າ
ເອົາລະໃນສະບັບນີ້ ຈົບລົງເທົ່ານີ້ກ່ອນ
ອົດລໍຄອຍຢ່າງຮຸ່ມຮ້ອນ ຈາກຕົວເຈົ້າຕອບສົ່ງມາ
ຂ້ອຍຈະຄອຍຄອງຖ້າ ຈົດໝາຍທີ່ຫວນກັບ
ຫວັງວ່າເຈົ້າຈະຍອມຮັບ ເພື່ອພິຈາລະນາໄວ້
ຢ່າທຳເປັນໃຈນ້ອຍ ຖອຍໄວໄຮ້ທ່າ
ຈາກຍິງຄອຍຢູ່ຖ້າ ທິດາພອນ ຜູ້ນີ້ ໃຈເຈົ້າຮັກຢູ່ຕີ "
ເພັດສຸວັນ ມີຮອຍຍິ້ມ ເລິກໆໃນໃຈ
ຕອບຈັ່ງໃດຈະດີໜໍ ຕໍ່ຍິງຄົນນີ້
ສີໜ້າເຂົາບານດ້ວຍ ດວງໃຈທີ່ແມ້ງມ່ວນ
ໃຈຄ່ຳຄວນຢູ່ຄູ່ມື້ ວັນນີ້ຊິພົບຫວັງ
ຟ້າມີເມກຫຼັ່ງຍ້າຍ ກ້ອນໃຫຍ່ໜາມາ
ຢາດນ້ຳຕາເວຫາ ຫຼັ່ງລົງລິນຍ້ອຍ
ຈາກຝົນຝອຍມັນເລີ້ມ ຕົກລົງເມັດຖີ່ໆ
ໂຮຍຮຳຫຍ້າໃຫ້ປົ່ງຊີ້ ຂຽວສະອຸ້ມທົ່ວແຜ່ນດິນ.