ຕອນທີ 11
#
ນິມິດສະຫວັນ
ການເດີນທາງມາເຖິງຫ້ອງ ເມືອງຊື່
ໂອເດັດຊາ
ດວງອຸລາຂອງນາງ ຊື່ນໃນໃຈຊ້ອຍ
ຄວາມຄອງຄອຍຂອງນາງໄດ້ ເປັນຈິງຄັ້ງໜຶ່ງ
ຈາກວັນຄືນທີ່ຊຶ້ງ ສຽງເພງໄດ້ສົ່ງມາ
ບອກວ່າທາງຫົນຫ້ອງ ທ້ອງຖິ່ນ
ໂອເດັດຊາ
ທະເລດຳງາມຕາ ໝູ່ເຮືອນາວາຍ້າຍ
ມີຫາດຊາຍແຄມນ້ຳ ເນີນພຽງລຽບຝັ່ງ
ແດນມົນຂັງແຫ່ງນີ້ ນາງນັ້ນໄຝ່ຢາກເຫັນ
ຄວາມຮູ້ສຶກຕື່ນເຕັ້ນ ແມ້ງເມື່ອມາເຖິງ
ສຸດລື້ນເລິງເມື່ອມາພົບ ຕໍ່ຖິ່ນນາງເຄີຍຫວັງໄວ້
ຄວາມສຸກໃຈອອກໃບໜ້າ ໃນແວວຕາຈົນລົ້ນຫຼັ່ງ
ຄວາມມຸ່ງຫວັງພຽງໜຶ່ງຄັ້ງ ຢາກເດີນຫຼິ້ນຖິ່ນທະເລ
ແນມເຫັນຕຶກໂອບເອ້ ສາດສ່ອງແສງໄຟ
ເໝືອນມາໄລປະດາສີ ເກີດຊອນແຊມຊ້ອນ
ເຫັນອັກສອນຂຽນໄວ້ "
ໂອເດັດຊາ " ຕົວບັກໃຫຍ່
"
ຍິນດີຕ້ອນຮັບ " ຂຽນຢູ່ໃຕ້ ຕົວນ້ອຍລຸ່ມຕໍ່ມາ
ໃບໜ້ານາງເບັ່ງແຍ້ມ ຊ້ອຍຊື່ນສົດໃສ
ນາງຍື່ນໃບ ປາສະປໍ ແລະ
ວິຊາ ປົງໄວ້
ຕຳຫຼວດດູໃບໜ້າ ຈັບປາສະປໍຂຶ້ນມາອ່ານ
ພ້ອມຈ້ຳກາຜ່ານໃຫ້ ແລ້ວວາງໄວ້ສົ່ງຄືນ
ນາງຮູ້ສຶກຕື່ນເຕັ້ນ ເໝືອນດັ່ງທີ່ເຄີຍເປັນ
ເມື່ອສອງຕາໄດ້ມາເຫັນ ຖິ່ນທີ່ນາງບໍ່ເຄີຍຮູ້
ຈາກໄດ້ດູຕາມປຶ້ມ ຫຼືບົດຄວາມເຄີຍໄດ້ອ່ານ
ຈາກຕຳນານກ່າວສ້າງ ນາງເຄີຍໄດ້ໄຝ່ເຫັນ
ບັດນີ້ເປັນບຸນຕາແລ້ວ ຈະໄດ້ເບິ່ງຢ່າງສຸກໃຈ
ເບິ່ງດວງໄຟຂອງເວຫາ ຊິລັບທະເລສຸດຟ້າ
ເບິ່ງຕາເວັນເຫຼືອງເຫຼື້ອມ ແສງສີທອງຍາມຄ້າຍຄ່ຳ
ເບິ່ງຄື້ນຟອງໜ້ານ້ຳ ຍາມຟ້າຊິລັບແສງ
ທ້ອງຟ້າເລີ່ມຮຸ່ງແຈ້ງ ທາງທິດບົວລະພາ
ແຕັກຊີ້ ພານາງມາ ສູ່ບ່ອນນາງຈະເນົາຢັ້ງ
ນາງນັ່ງແນມດູນິ້ງ ເບີອາຄານຢ່າງຈົດຈໍ່
ນີ້ບໍ່ຫໍພັກຂ້ອຍ ທີ່ຈະໄດ້ຢູ່ເນົາ
ອາກາດຍາມຮຸ່ງເຊົ້າ ປອດໂປ່ງສົດໃສ
ເຢັນຮ່າງກາຍສະບາຍໃຈ ເມືື່ອສູບລົມເຂົ້າຫາທ້ອງ
ນາງຫຼິງມອງອາຄານແລ້ວ ເດີນມາເວົ້າຕໍ່
"
ຂໍຂອບໃຈຕໍ່ເຈົ້າ ທີ່ພາຂ້ອຍສົ່ງເຖິງ
"
ນາງລື້ນເລິງຊື່ນຊ້ອຍ ກັບຖິ່ນໃໝ່ຂອງນາງ
ຍ່າງໄປຫາຄົນຍາມ ແລະກ່າວຈຸດປະສົງໃຫ້
"
ສະແດງຄວາມດີໃຈດ້ວຍ " ຄົນຍາມເວົ້າຕໍ່
"
ກະລຸນາລໍຖ້າໄດ້ ໃນຫ້ອງຮັບຮອງ
ຮອດແປດໂມງເຈົ້າຕ້ອງ ເຂົ້າພົບຜູ້ຈັດການ
ເອກະສານທີ່ຖືມາ ຈົ່ງແຈ້ງເຂົາໃຫ້ຫວນຮູ້
"
ຄົນຍາມແນມດູໜ້າ ອາລົມດີຍິ້ມຕໍ່
"
ຈົ່ງນັ່ງລໍຢູ່ຫ້ອງນັ້ນ ຖ້າຈັດຫ້ອງໃຫ້ພັກເຊົາ
"
ມາລາໃຈ ຍ່າງເຂົ້າ ຫ້ອງໃຫຍ່ສວຍດີ
ໃນຫ້ອງມີຊານລົງ ຫຸ້ມຫໍ່ແພສີຟ້າ
ມີຊໍ່ມາລາຕັ້ງ ລຽນລອນລຽບງ່າຍ
ສະບາຍຕາເມື່ອໄດ້ ແນມຢ້ຽມລ່ຳຫຼິງ
ຮູບເລນິນ ສະຫງ່າຕັ້ງ ກາງເຄິ່ງແຄມຝາ
ມີມາລາປະດັບ ຮອບຮຽງໂຮມຂ້າງ
ຢູ່ເຄິ່ງກາງຂອງຫ້ອງ ມີໂຕະມົນໜ່ວຍໃຫຍ່
ຮູບແຕ້ມໃສ່ຂອບໄມ້ ແຂວນຫ້ອຍຢູ່ຝາ
ຈາກໜ້າຕ່າງປ່ອງຢ້ຽມ ແນມຜ່ານໄປເຫັນສວນ
ຫອມຫ່ວນອາຍເກສອນ ເມື່ອລົມໂຊຍຕ້ອງ
ຫຼຽວມອງເຫັນຝູງເຜິ້ງ ບິນຕອມເກສອນອ່ອນ
ບາງບ່ອນແມງກະເບື້ອ ບິນເຈີ້ຍເຈີດຊົມ
ສາຍລົມອ່ອນຍາມເມື່ອເຊົ້າ ພັດຜ່ານເຢັນສະບາຍ
ບາງຄັ້ງ ນາງຮູ້ສຶກເຢັນໃນກາຍ ເມື່ອລົມໂຊຍເນື້ອ
ແມ້ງເມື່ອມາເຖິງແລ້ວ ຕົົວນາງຮູ້ສຶກວ່າ
ອາກາດຢູ່ບ່ອນນີ້ ເປັນໜ້າຢູ່ອາໃສ
ມາລາໃຈ ຖືກຮັບຕ້ອນ ຈາກໝູ່ຄູ່ຢ່າງສຸກສັນ
ຮູ້ສຶກເປັນກັນເອງ ເມື່ອກ່າວລົມກັນແລ້ວ
ມີຫຼາຍແນວທຳໃຫ້ ມາລາໃຈ
ຮູ້ສຶກວ່າ
ເວລານາງຢູ່ບ່ອນນີ້ ຊ່າງດີແທ້ກວ່າທີ່ໃດ
ມິດຕະພາບທີ່ໝູ່ໃຫ້ ນາງປຶ້ມປ່ຽມໃນໃຈ
ຈະກ່າວລົມອັນໃດ ກໍ່ເຂົ້າໃຈກັນໄດ້
ນາງພໍໃຈຈິງແທ້ ກັບກິລິຍາຂອງໝູ່ໃໝ່
ທີ່ເປີດໃຈກ່າວເວົ້າ ຈິງໃຈແທ້ຕໍ່ກັນ
ບໍ່ພຽງນາງເທົ່ານັ້ນ ທີ່ຊຶ້ງຕໍ່ກິລິຍາ
ກັບວາຈາຄາລົມ ທີ່ຊື່ນຊົມໃນຕອນນີ້
ໝູ່ທີ່ເນົາໃນຫ້ອງ ກໍ່ດີໃຈຊ້ອຍຊື່ນ
ຕ່າງຢິບຍື່ນຄຳວ່າເວົ້າ ພ້ອມຮອຍຍິ້ມທີ່ຊື່ນຊຳ
ຫຼັງຈາກອາບນ້ຳແລ້ວ ນຸ່ງຫົ່ມຈົບງາມ
ຖາມຄົນຍາມແລະຈົດເອົາ ທີ່ຢູ່ຂອງຕົນເອງໄວ້
ບາດວ່າໄປເພີນຫຼິ້ນ ຊິິຫຼົງລືມບ່ອນຢູ່
ໄປຖິ່ນໃໝ່ຄວນຮຸ່ງຮູ້ ບັນຫານີ້ຢ່າສູ່ລືມ
ມາລາໃຈ ແສນປາບປຶ້ມ ຊ້ອຍຊື່ນສົມໃຈ
ຢາກໄປຊົມທະເລດຳ ດັ່ງຄຳເພງຮ້ອງ
ເນື້ອຂອງເພງບັນຍາຍໄວ້ ຍາມລົງແລງໃກ້ຊິຄ່ຳ
ແສງສີທອງສ່ອງໜ້ານ້ຳ ໃສເຫຼື້ອມດັ່ງຄຳ
ໄປນຳກັນກັບນາງນັ້ນ ກໍ່ມີໝູ່ສອງຄົນ
ຮຽນວິຊາດຽວກັນ ຢູ່ສະຖາບັນນີ້
ສາວບົວລີ ຫຼື ນາງຫຼ້າ ເຮຮາເວົ້າມ່ວນ
ຊົນເຜົ່າພວນເຂດບ້ານ ຊຽງຂວາງຫ້ອງແຫ່ງລາວ
ແລະອີກສາວໜຶ່ງນັ້ນ ນາງຊື່
ສົມສະໄໝ
ນາງເປັນຄົນໄທດຳ ເຂດເມືອງຊຳໃຕ້
ເບິ່ງຜູ້ໃດກໍ່ຕົວອ້ວນ ເກີນຄວນກ້ຳເກິ່ງ
ເບິ່ງໄປເຫິງພັດອ່າວໂອ້ ງາມໄດ້ວາດຊົງ ຢູ່ໃດ
ຟັງແລ້ວ ຄົງຊິບໍ່ງາມເທົ່າຜູ້ ທີ່ມີຊື່ ມາລາໃຈ ຕິບໍ
ສາວຫົວໄວທັນສະໄໝ ຊ່າງສ້າງສັນຄຳເວົ້າ
ຜົມເປັນເງົາດຳເຫຼື້ອມ ຄໍກົມຄີ້ວກ່ອງ
ອົ່ງຕົ່ງສອງຝ່າຍແກ້ມ ຍາມຍິ້ມຍິ່ງສວຍ
ຊາຍໃດເຫັນຢາກຢູ່ດ້ວຍ ແນບເນັ່ງນອນແຝງ
ຕ່າງສະແດງກິລິຍາ ວ່າຢາກຊອນຊົມເນື້ອ
ວັນນີ້ນາງຫົ່ມເສື້ອ ສີເຫຼືອງອອກເນື້ອໄຂ່
ໃສ່ເກີບສຸບຮັດສົ້ນ ພຽງພ້ອມກະໂປ່ງຂາວ
ສາມນາງສາວນັ້ນໄດ້ ຂຶ້ນຂີ່ລົດປະຈຳທາງ
ທ່າມກາງຄວາມສົນໃຈ ຢາກທ່ຽວຊົມເມືອງນີ້
ເມືອງທີ່ມີເຮືອນຮ້ານ ອາຄານລຽບຝັ່ງ
ມີທ່າເຮືອໃຫຍ່ຕັ້ງ ຂົນຍ້າຍສິ່ງຂອງ
ຫຼຽວມອງສຸດຊົ່ວຟ້າ ຍາວຍ່ານທະເລຫຼວງ
ມັນກວ້າງໄກສຸດແສນ ສ່ອງແນມບໍ່ສຸດນ້ຳ
ບໍ່ອາດແນມເຫັນກ້ຳ ແຄມທະເລພາກໃໝ່
ແນມໄປໄກເຫັນໜ້ານ້ຳ ເໝືອນສາຍຮຸ້ງກົ່ງໄກ
ນີ້ນໍເພິ່ນກ່າວໄວ້ ໂລກໃຫຍ່ມົນກົມ
ໄດ້ມາຊົມແຄມທະເລ ເຊື່ອວ່າມັນກົມແທ້
ເມືື່ອແລດູຜີວນ້ຳ ແນມເຫັນສວດກົ່ງ
ສາມສາວລົງລົດແລ້ວ ຈະເດີນຫຼິ້ນຝັ່ງທະເລ
ງາມແທ້ເດຝັ່ງນ້ຳ ກວ້າງໃຫຍ່ຍາວໄກ
ສຸກດວງໃຈຍາມມາເຫັນ ຄິດວ່າເປັນບຸນຕາແລ້ວ
ງາມເດແລວຟອງນ້ຳ ລຽນລອນລຽບຝັ່ງ
ສຽງຄື້ນດັງອິ່ນອ້ອຍ ໃຈລະຫ້ອຍເມື່ອນັ່ງຟັງ
ສາມສາວຍ່າງແຄມຝັ່ງນ້ຳ ບ່ອນຟອງຜ່ານມາເຖິງ
ຕ່າງລື້ນເລິງສຸກສັນ ຕໍ່ສິ່ງຕົນໄດ້ມາພໍ້
ຕ່າງກໍ່ພໍໃຈລົ້ນ ກັບຄວາມງາມທີ່ຜຸດຜ່ອງ
ເທິງຄື້ນຟອງເຫັນນົກນ້ອຍ ບິນຂຶ້ນເວີ່ນລົງ
ນ້ຳທະເລຟາດຟົ້ງ ຕາມບ່ອນມີຫີນ
ແຄມຝັ່ງເໝືອນນິນໄຫຼ ເມື່ອຖືກແສງຕາເວັນຕ້ອງ
ແມ້ງເມື່ອຫຼຽວມອງແລ້ວ ເໝືອນສາຍຄຳໄຫຼລ່ອງ
ຍາມຖືກຟອງພັດຍ້າຍ ຊົມແລ້ວຍິ່ງງົດງາມ
ສົມແລ້ວເປັນຝັ່ງນ້ຳ ເຂດທ່ອງທ່ຽວ
ໂອເດັດຊາ
ແຄມທາລາເຫັນຝູງຊົນ ມາກມາຍມາເຕົ້າ
ເຂົາທັງຫຼາຍມາຫຼິ້ນ ແຄມທະເລເພື່ອພັກຜ່ອນ
ບາງພ່ອງນອນອວດເນື້ອ ຜືນຜ້ານຸ່ງໜ້ອຍດຽວ
ບາງຄູ່ກໍ່ກອດກ້ຽວ ຂາກ່າຍເກາະກັນ
ບາງຄູ່ນອນຫັນຫຼັງ ບໍ່ອິ່ນອອຍຄົນໃກ້
ບາງຄູ່ໄຂມັນລົ້ນ ປານໝູຕອນຕົວບັກໃຫຍ່
ບາງຄູ່ເໝືອນລຸກແຕ່ໄຂ້ ຕົົວນ້ອຍຈ່ອຍຜອມ
ພວກນາງສາວຍ່າງອ້ອມ ຄ່ອຍໆເດີນໄປ
ບາງຄັ້ງວາຈາໄຂ "
ມັກບໍ່ເຮີຍຊາຍຄົນນີ້ "
ສົມສະໄໝ ສາຍຕາຊີ້ ສາວບົວລີ
ກໍ່ງວາກເບິ່ງ
ມາລາໃຈ ຢູ່ເຊິ່ງໜ້າ ເຫັນແລ້ວກໍ່ເລົ່າຫົວ
ຢູ່ເມືອງລາວເພິ່ນວ່າລົ້ວ ກົວແຕ່ຄົນນິນທາ
ບາດວ່າມາເອີຣົບ ພັດຕ່າງກັນຜັນປີ້ນ
ຢູ່ບ້ານເຮົາຍາມໄປຫຼິ້ນ ເກາະດອນ
ຫຼື ຫາດທ່າ
ນຸ່ງເຄື່ອງບາງກໍ່ວ່າລົ້ວ ຢາກໂຊວເນື້ອບໍ່ລະອາຍ
ຊ້ຳບໍ່ໜຳຖືກກ່າວຮ້າຍ ຫຍາມມິ່ນນາໆ
ວ່າເປັນຍິງໂລເລ ເສື່ອມເສຍສັກສີຊ້ຳ
ນຸ່ງເຄື່ອງບາງລົງນ້ຳ ແພຕິດກາຍກໍ່ຄືວ່າ ຫັ້ນແລ້ວ
ແຕ່ບໍ່ໜ້າໃສ່ຮ້າຍ ປະນາມຂ້າເຂັ່ນໃຈ
ອັນນີ້ຂ້ອຍກ່າວໃຫ້ ພຽງເພື່ອພິຈາລະນາ
ຢ່າເບິ່ງເປັນຕັນຫາ ຂ້ອຍວ່າມັນບໍ່ມີເລື້ອງ
ຢູ່ພີ້ ນຸ່ງເຄື່ອງລົງໄປຫຼິ້ນ ມີີຫວັງຖືກເຂົາດ່າ ຊ້ຳໃດ
ເຂົົາວ່ານ້ຳຊິເປື້ອນ ຍ້ອນຜືນຜ້າເຄື່ອງນຸ່ງເຮົາ
ມາລາໃຈ ກ່າວເວົ້າ ຢອກໝູ່ຕາມອາລົມ
"
ຮີບຂ້ຽວຊົມເປັນຂວັນຕາ ເມື່ອໄດ້ມາເຫັນແລ້ວ
ຢູ່່ບ້ານເຮົາຂອງແນວນີ້ ບໍ່ມີໃດຊິໄດ້ເບິ່ງ
ຢ່າແນມເຫິງເຂົາຊິຮູ້ ວ່າເຮົານັ້ນລັກເບິ່ງເຂົາ
"
ພໍເມື່ອນາງກ່າວເວົ້າ ທັງແນມເບິ່ງ
ບົວລີ
"
ໂຕເວົ້າດີໆໃດ ລັກແນມຍັງຫາເລື້ອງ
ຄິດວ່າມາເມືອງນີ້ ມີຂອງດີກໍ່ຕ້ອງເບິ່ງ
ເຫັັນບໍ່ຢູ່ເຊິ່ງໜ້າ ແຂນຂາກ້າມຮຸ່ນໃຫຍ່ດີ ໃດນໍ "
ສາວບົວລີ ຈາເວົ້າ ທັງຍິ້ມຕໍ່ ມາລາໃຈ
ສົົມສະໄໝ ກໍ່ຫຼຽວແນມ ບໍ່ກ່າວຈາແຕ່ອົມຍິ້ມ
ນີ້ີ້ລະແຄມຮິມນ້ຳ ທະເລດຳຫາດທ່ອງທ່ຽວ
ຫຼຽວເບິ່ງໃຜກໍ່ເຊັ່ນນັ້ນ ມີພຽງຜ້າຮັດຂະໂມມ
ພວກນາງເພີນຊົມຫຼິ້ນ ເອີບອີ່ມໃນໃຈ
ຄ່ອຍຍ່າງໄປຊົມໄປ ຖືກໃຈກໍ່ຈາເວົ້າ
ຕ່າງກໍ່ໍ່ເອົາຮອຍຍິ້ມ ເບີຍອາລົມບອກບົ່ງ
ສົ່ງສາຍຕາທີ່ເຊື່ອງຊ້ອນ ຄວາມໃນນັ້ນໃຫ້ແກ່ກັນ
ບໍ່ໍ່ຫ່າງໄກຈາກບ່ອນນັ້ນ ຍັງມີກຸ່ມຫີນຊາຍ
ພວກນາງໝາຍຕາມາ ນັ່ງຊົມທະເລກວ້າງ
ໃນເມື່ອຍາມແລງຄ້າຍ ສາຍລົມໂຊຍບໍ່ເວັ້ນຫວ່າງ
ຍອຍຜົມບາງເມື່ອຖືກຄື້ນ ປີວຂຶ້ນເຕື່ອຍລົງ
ນ້ຳທະເລຄ່ອຍໆຟົ້ງ ໃນເມື່ອຕຳຫີນ
ຍິນສຽງດັງບໍ່ວາຍຫູ ຄື້ນຟອງຕຳຕ້ອງ
ຍາມເມື່ອມອງທະເລກວ້າງ ມີແຮງໃຈຊ້ອຍຊື່ນ
ນັ່ງຊົມແລ້ວໃຈຟົດຟື້ນ ສູນເສົ້າໂສກຫາຍ
ຕາເວັນຍາມຄ່ຳຄ້າຍ ສາດສ່ອງສີທອງ
ໃສ່ຄື້ນຟອງທະເລດຳ ເຫຼື້ອມປະກາຍງາມລ້ຳ
ທະເລດຳໃນຄຳເວົ້າ ເຮົາມາເຫັນຈິ່ງຮູ້ວ່າ
ບໍ່ດຳເໝືອນຊ່າເວົ້າ ເຂົາລືເລື້ອງເລົ່າຂານ
ຄື້ນຟອງເໝືອນສັນຍານໃຫ້ ຕັ້ງຕໍ່ການຮຽນ
ຢ່າອ່ອນແອໃນຄວາມພຽນ ຮ່ຳຮຽນຈະເລີນກ້າວ
ບາງຄັ້ງໜາວໃນເນື້ອ ຍາມສາຍລົມພັດຄ່ອຍໆ
ນັ່ງໄປດົນກໍ່ຄິດຄ້ອຍ ເຖິງເມືອງບ້ານຖິ່ນສະຖານ
ນັບແຕ່ອອກຈາກບ້ານ ນານກວ່າແຮມປີ
ໂອກາດດີມີເວລາ ກໍ່ເລົ່າຈາເຖິງບ້ານ
ຫວນຄິດເຖິງສະຖານຫ້ອງ ເມືອງຕົນເຄີຍຢູ່
ເລົ່າໃຫ້ຟັງພໍໄດ້ຮູ້ ຫົນຫ້ອງທີ່ຫ່າງລາ
ສາວບົົວລີ ວ່າເວົ້າ ກ່ອນໝູ່ທະນົງໃຈ
"
ທົ່ງໄຫຫີນຊຽງຂວາງ ຊ່າງງົດງາມໃນໃຈຂ້ອຍ
ຕອນເມື່ອຄາວຍັງນ້ອຍ ເຮົາເຄີຍໄປກັບພໍ່ແມ່
ຊ່າງຈັບໃຈຂ້ອຍແທ້ ຕອນໄດ້ພົບເຫັນ
ຂ້ອຍຮູ້ສຶກຕື່ນເຕັ້ນ ເມື່ອເຫັນທົ່ງໄຫຫີນ
ຈາກໄດ້ຍິນເຂົາຈາ ບາດນີ້ມາເຫັນແລ້ວ
ໄຫລຽນເປັນແຖວຕັ້ງ ຢັງຢາຍໄປຕາມທົ່ງ
ຈຸດປະສົງເພິ່ນສ້າງ ໃນປາງນັ້ນເພື່ອຫຍັງ ຮູ້ບໍ ? "
"
ຕາມໄດ້ຟັງນິທານເວົ້າ ຜູ້ເຖົ້າເລົ່າຄາວຫຼັງ
ແຕ່ກ່ອນເມືອງປະກັນ ຢູ່ເຂດແຂວງຊຽງຂວາງນີ້
ຍັງມີຂຸນເຈືອງທ້າວ ພາພົນຮັກສາດ່ານ
ເພື່ອປ້ອງກັນເຂດບ້ານ ເມືອງກວ້າງໃຫ້ຢູ່ຍົງ
ຫຼັງຈາກສົງຄາມສິ້ນ ໄຊຊະນະມາມື
ພໍໄດ້ຖືທຸງໄຊ ກໍ່ມ່ວນໃຈສະໜຸກແມ້ງ
ຈິ່ງແຕ່ງຄົນທຳໄຫເຫຼົ້າ ດອງຂອງເມົາໄວ້ດື່ມ
ເພື່ອສະຫຼອງຄວາມປາບປຶ້ມ ມີໄຊກ້າຕໍ່ໝູ່ມານ
"
ມາລາໃຈ ກ່າວຕ້ານ ຕາມທີ່ຍິນມາ
ຜູ້ເຖົ້າຈາຄາວຫຼັງ ເລົ່າກັນສັນນັ້ນ
ເວົ້າວ່າຂຸນເຈືອງປັ້ນ ໄຫຫີນຈົນເຕັມທົ່ງ
ຈຸດປະສົງເພື່ອໃສ່ເຫຼົ້າ ເອົາລ້ຽງເຫຼົ່າທະຫານ
"
ນັ້ນແມ່ນຄຳກ່າວຕ້ານ ຜູ້ເຖົ້າເລົ່າກັນມາ
ໃຫ້ລູກຫຼານຮັກສາ ເຂດແດນດິນບ້ານ
ເພິ່ນບໍ່ມີເຫດຜົນເວົ້າ ຈິິ່ງຈາເອົາເລື່ອງໄຫໃຫຍ່
ມາປະດັບຕື່ມໃຫ້ ເປັນເລື້ອງໜ້າເຊື່ອຖື
ພວກໂຕຄືຊິຮູ້ ພຽງແຕ່ໄຫຫີນ
ເພາະໄດ້ຍິນເຂົາຈາ ເລົ່າມາຟັງໄວ້
ແຕ່ໃນຄວາມເປັນຈິງແລ້ວ ມີແນວທີ່ແປກກວ່າ
ຄືວ່າເປັນປ່າຊ້າ ຄົົນສ້າງຕັ້ງແຕ່ຫຼັງ
ໃນຄາວນັ້ນ ບາງທີເພິ່ນອາດຕັ້ງ ລັດທິເຊື່ອງົມງວາຍ
ວ່າຄົນຕາຍຕ້ອງມີໄຫ ເພື່ອໃສ່ເງິນຄຳແກ້ວ
ຫຼັງຈາກຕາຍໄປແລ້ວ ເງິນຄຳບໍ່ໄດ້ຈ່າຍ
ມີຜູ້ຍາຍແຈກໃຫ້ ເອົາໄປໄວ້ໃສ່ໄຫ
ຢູ່ຫຼາຍບ່ອນເພິ່ນກໍ່ໄດ້ ຂຸດກົ່ນຫາຫຼັກຖານ
ສິ່ງທີ່ຍັງພານພົບ ກະດູກຄົນທັງນັ້ນ
ເພິ່ນຈິ່ງສັນນິຖານໃຫ້ ໄຫຫີນທີ່ເຮົາວ່າ
ພວກເຂົາສ້າງໃນປ່າຊ້າ ເພື່ອທານໃຫ້ແກ່ຜູ້ຕາຍ
ສ່ວນວ່າຫຼາຍຄົນເວົ້າ ເລົ່າເລື່ອງນາໆ
ນັ້ນເປັນພຽງທັດສະນະ ທີ່ພວກເຂົາຄະນິງໄວ້
ເວົ້າວ່າເປັນໄຫເຫຼົ້າ ຂອງຂຸນເຈືອງໃນປາງເກົ່າ
ນັ້ນເປັນພຽງສິ່ງທີ່ເວົ້າ ຫຼັກຖານນັ້ນບໍ່ມີ
"
ສາວບົົວລີ ວ່າເວົ້າ ເຕີມຕໍ່ຄວາມເຫັນ
ນີ້ກໍ່ເປັນທັດສະນະ ທີ່ເຮົາຄວນຟັງໄວ້
ເພື່ອໃຫ້ຄວາມຈິງນັ້ນ ເປັນຄວາມຈິງທີ່ຄວນເຊື່ອ
ບໍ່ແມ່ນເວົ້າເພື່ອເວົ້າ ໃຫ້ຄົນນັ້ນເຊື່ອຫຼົງ
ເວົ້າແລ້ວນາງສົ່ງຍິ້ມ ບອກບົ່ງຄວາມສຸກສັນ
"
ເຮົານັ້ນຈາເລື່ອງໄຫຫີນ ກໍ່ເພາະເຮົາຄິດເຖິງບ້ານ
ຈາກມານານຮູ້ສຶກເສົ້າ ເຫງົາໃຈຄິດເຖິງຖິ່ນ
ຄິດເຖິງດິນບ່ອນບ້ານ ເຮືອນຊານຢັ້ງຢູ່ເນົາ
ເມື່ອໃດຊຸມພວກເຈົ້າ ກັບຖິ່ນດິນລາວ
ຫາກໄດ້ໄປຊຽງຂວາງ ກໍ່ແວ່ຢາມເຮືອນເຮົາໄດ້
ເຮືອນເຮົາຢູ່ທາງໃຕ້ ຕິດກັບແຄມຕະຫຼາດໃຫຍ່
ຫວັງວ່າໝູ່ຊິຈື່ໄດ້ ໄປພຸ້ນກໍ່ແວ່ນອນ ໄດ້ນາ "
ສາຍຕານາງສົ່ງຢ້ອນ ມາສູ່ສົມສະໄໝ
"
ບ້ານເຮົາໃນແດນພູ ເຂດເມືອງຊຳໃຕ້
ຕັ້ງຢູ່ແສນໄກລ້ຳ ແຄມສາຍຊຳໄຫຼລ່ອງ
ໄປຍາມແລ້ງຕ້ອງຂີ່ມ້າ ຍາມຝົນນັ້ນຕ້ອງຂີ່ເຮືອ
ຈາກຊຳເໜືອເມືອຫາບ້ານ ກໍ່ເຍີ້ນຍ່ານຍາວໄກ
ລົດລາງໄປບໍ່ທັນເຖິງ ລ່ອງເຮືອກໍ່ໂງໂຄ້ງ
ນ້ຳໄຫຼວຽນໄຫຼໂງ້ງ ໂຕນຄອນແກ້ງຕ່ຳ
ໄປທາງບົກແລະນ້ຳ ກໍ່ຍັງຫຍຸ້ງເຊັ່ນກັນ
ຕອນນັ້ນເຮົາອອກຈາກບ້ານ ໄປຮຽນຕໍ່ມໍປາຍ
ຢູູ່ໂຮງຮຽນ ພັນລາ ກໍ່ວ່າໄກຈິງແທ້
ແຕ່ຫົວໃຈຂອງຂ້ອຍ ຍິນດີມຸ່ງສູ່
ຄວາມຮູ້ຄືສິ່ງຢາກໄດ້ ຈິິ່ງໄກບ້ານຫ່າງຖິ່ນຖານ
ເວລາຊິອອກຈາກບ້ານ ຊ້ອຍຊື່ນສຸກໃຈ
ເພາະໄດ້ໄປຕາມປະສົງ ທີ່ຕົນໝາຍມຸ້ງ
ຕອນນັ້ນທັງລູງປ້າ ອາວອາພໍ່ແມ່
ໃຜກໍ່ແນສົ່ງຍູ້ ໃຫ້ເຮົາໄດ້ຮ່ຳຮຽນ
ອາຍຸກະສຽນກໍ່ນ້ອຍ ໄກຫ່າງເຮືອນຊານ
ຄິດຢ້ານມານຫົວໃຈ ທີ່ອ່ອນແອຈະມາມ້າງ
ຢ້ານມັນມາທຳລາຍລ້າງ ຄວາມຫວັງໃຫ້ມ້າງມຸ່ນ
ບໍ່ຄຸ້ນເຄີຍອອກຈາກບ້ານ ເຮືອນຮ້ານພໍ່ແມ່ຕົນ
ມື້ທຳອິດທີ່ໄດ້ພົ້ນ ຈາກຖິ່ນເຮືອນຊານ
ມັນສຸດທໍລະມານໃຈ ແທ້ໃດຊຸມເຈົ້າ
ຕົວເຮົານອນນ້ຳຕາຍ້ອຍ ໄຫຼລົງປຽກບ່ອນ
ໄຫຼສູ່ໝອນໜ່ວຍນ້ອຍ ຫງອຍເສົ້າເສື່ອມຊຶມ
ແນວຄິດເຮົາຄ່ອຍລຶ້ມ ຫຼຶມຮ່ຳຫວນຫຼັງ
ຄາວຢູ່ເນົາຍັງເຮືອນ ພໍ່ແມ່ເຕືອນຈາເວົ້າ
ຍາມເຮົາເຫງົາຍັງໃຫ້ ກຳລັງໃຈເສີມສົ່ງ
ລົງຈາກເຮືອນມາຢູ່ພີ້ ແສນໄຮ້ຜູ້ປອບໃຈ
"
ມາລາໃຈ ແນມເບິ່ງໜ້າ ຄົນບ້ານປ່າດອຍເຂົາ
ນີ້ລະນໍເມືອງເຮົາ ພັດທະນາຫຼັງຫຼ້າ
ຢາດນ້ຳຕາຊາວບ້ານ ຂອງຄົນດອຍຍ້ອຍຫຼັ່ງ
ຄວາມຫວັງຢາກຮຽນຮ່ຳຮູ້ ແຕ່ເງິນຍູ້ສົ່ງບໍ່ມີ
ພັກລັດເຮົາກໍ່ບົ່ງຊີ້ ເຕືອນຕໍ່ປະຊາລາວ
ທັງຊາວເຂົາຊາວດອຍ ຢ່າຢູ່ຄອຍຄອງລ້າ
ໃຫ້ຄ່ອຍພາກັນສ້າງ ໂຮງຮຽນຂຽນອ່ານ
ໃຫ້ລູກຫຼານຮຸ່ນນ້ອຍ ເຂົາໄດ້ພັດທະນາ
ປະເທດລາວໃນຕໍ່ໜ້າ ຈະເຮືອງຮຸ່ງສີວິໄລ
ກໍ່ອາໃສລູກຫຼານລາວ ຜູ້ທີ່ມີຄວາມຮູ້
ຊ່ວຍຟື້ນຟູເມືອງບ້ານ ແດນວິມານລາວໃໝ່
ໃຜຜູ້ມີໂອກາດແລ້ວ ຮຽນຮູ້ຈົ່ງໃສ່ໃຈ
ມາລາໃຈ ໄຂກ່າວຂໍ້ ຈາຕໍ່
ສົມສະໄໝ
" ນີ້ລະ ຄືືປັດໃຈຊີວິດ ລິຄິດເອົາບໍ່ເປັນໄດ້
ບໍ່ມີໃຜຈະມາໃຫ້ ຄວາມສຸກໃຈເຮົາທຸກເມື່ອ
ໃຜຫຼົງເຊື່ອວ່າພຼະເຈົ້າ ຈະມາຊວ້ານຊິຫຼົ້ມຈົມ ແທ້ໃດ
ເຖິງຕົວເຮົາຊິລົ້ມ ກໍ່ລຸກຕໍ່ເດີນຕາມ
ນ້ຳທະເລຈະສວຍງາມ ກໍ່ເພາະມີຟອງຄື້ນ
ເຄື່ອງຈັກຈະໄຫຼລື້ນ ມີນ້ຳມັນລ້ຽງລໍ່
ອຸປະສັກທີ່ພົບພໍ້ ຄືຄວາມຮູ້ແຫ່ງເຮົາ
ສັງຄົມນັ້ນລະເບົ້າ ຫຼອມຫຼໍ່ແນວຄິດ
ຫຼໍ່ຈິດໃຈຂອງຄົນ ຊົົ່ວດີໃຫ້ຮຽນຮູ້
ຄູອາຈານຄືຄົນຊີ້ ໄຂວິຊາໃຫ້ພົ້ນໂງ່
ອົງພຸດໂທສອນສັ່ງໄວ້ ໃຫ້ເຮົາຮູ້ຮິ່ນຕອງ
ບໍ່ແມ່ນຂ້ອຍກ່າວຍ້ອງ ຫຼືເສີມສົ່ງສັນໃດ
ສາສະໜາຈູງໃຈ ໃຫ້ຄົນພຽນສ້າງ
ແຕ່ຢ່າວາງຕົນໃຫ້ ກາຍເປັນທາດເຊື່ອ
ເຮັດຫຍັງກໍ່ເພື່ອພຼະເຈົ້າ ເຮົານັ້ນຊິໂງ່ງົມ
ຂ້ອຍຊົມເຊີຍຍົກຍ້ອງ ພຸດທະຄຳສອນ
ອຸທາຫອນສອນຊີວິດ ໃຫ້ຄິດທຳດີໄວ້
ຢ່າໄດ້ຫຼົງໄຫຼຫຼົ້ມ ກາມະລົມຊັ້ນຕ່ຳ
ຢ່າໄດ້ທຳສິ່ງຊົ່ວຊ້າ ພາຍໜ້າຊິຂຸ່ນເຄື່ອງ
ໃຫ້ຊອກທຳແຕ່ເລື້ອງ ສ້າງກໍ່ປົວແປງ
ໃຫ້ເບິ່ງແຍງຖະໜອມຮັກ ພັກດີກັນໄວ້
ໃຫ້ເຫຼື້ອມໃສກັນດ້ວຍ ຄວາມຈິງໃຈແທ້ທ່ຽງ
ຢ່າອ່ຽງຕົວຮັກພຸ້ນ ຊັງພີ້ແມ່ນບໍ່ດີ
ພັກລັດເຮົາກໍ່ບົ່ງຊີ້ ໃຫ້ຫຼອມຫຼໍ່ຄຸນສົມບັດ
ມີສິນທຳປະຕິວັດ ຢູ່ຄູ່ຕົວເອົາໄວ້
ໃຫ້ມີຈິດໃຈກວ້າງ ສາມັກຄີທົ່ວທັງຊາດ
ມາລະຍາດບົ່ງບອກໃຫ້ ເຖິງພົງເຊື້ອເຜົ່າຕະກູນ
ໂລກຂອງເຮົາເກີດວຸ້ນ ກໍ່ຍ້ອນຄົນຂາດຄຸນສົມບັດ
ຂາດສິນທຳປະຕິວັດ ຈິ່ງເສື່ອມໂຊມປັນຍາດ້ອຍ
ຍັງມີຄົນຫຼາຍຮ້ອຍ ຫຼາຍພັນບໍ່ຮູ້ວ່າ
ຄຸນສົມບັດ ສິນທຳປະຕິວັດນັ້ນ ແປເວົ້າວ່າຈັ່ງໃດ "
"
ຕາມທີ່ເຮົາຄິດໄວ້ ຄຳວ່າຄຸນສົມບັດ
ຄືຄວາມປະຢັດມັດຖະຫຍັດ ແລະສິ່ງດີທຳໄວ້
ດຸໝັ່ນໃນການສ້າງ ອອກແຮງງານບໍ່ຫວາດຫວັ່ນ
ສິນທຳປະຕິວັດນັ້ນ ແມ່ນເຮົາບໍ່ຢ້ານຕໍ່ສິ່ງດີ
"
"
ຄວາມໝາຍເປັນເຊັ່ນນີ້ ນະໝູ່ບົວລີ
ຄຸນສົມບັດ ແມ່ນສະສົມຄວາມດີ ທຸກໆຄົນຄວນມີໄວ້
ແນວຄິດເສາະໃສແຈ້ງ ແຍງຄວາມດີເປັນຈຸດຊອບ
ຄຸນສົມບັດປະກອບດ້ວຍ ສອງຄຳນັ້ນຮ່ວມກັນ
ຄຳວ່າ ' ຄຸນ ' ຂຶ້ນຕົ້ນນັ້ນ ແປວ່າຄວາມດີ
' ສົມບັດ ' ມີຄວາມໝາຍ ສິ່ງທີ່ເຮົາສະສົມໄດ້
ເປັນຊັບສິນໝູນໃຊ້ ໃຫ້ຕົນເອງດຳລົງຢູ່
ຄຸນສົມບັດຕ້ອງຮັບຮູ້ ສະສົມສ້າງສິ່ງດີ
ສິນທຳປະຕິວັດ ນີ້ ກໍ່ຮ່ວມຢູ່ສອງສັບ
' ສິນທຳ ' ຄືຍອມຮັບ ສິ່ງດີເອົາໄວ້
ແຕ່ປັດໄຈສຳຄັນນັ້ນ ຍຸດຕິທຳຮູ້ຮອບຄອບ
' ປະຕິວັດ ' ແມ່ນບອກໃຫ້ ຮັກສາສິ່ງດີຢູ່ໄວ້ ສິ່ງເລວນັ້ນໃຫ້ປ່ຽນແປງ
ຄຸນສົມບັດສິນທຳປະຕິວັດ ໄດ້ບອກແຈ້ງ ໃຫ້ຮູ້ແຫ່ງຄວາມໝາຍ ໃຫ້ປ່ຽນແປງຕາມຄວາມດີ
ຍຸດຕິທຳມີໃນໃຈ ນີ້ລະຄືຈຸດຕັ້ງ
ໃຫ້ຄວາມຫວັງຂອງຕົນນັ້ນ ຜັນຂະຫຍາຍຢ່າງຜຸດຜ່ອງ
ໂຕກໍ່ລອງວ່າເວົ້າ ໃຫ້ເຮົາໄດ້ຮັບຟັງ ແດ່ແມ "
"
ເຮົາບໍ່ມີຫຍັງເວົ້າ ຟັງເຈົ້າວ່າໜ້າຟັງດີ
"
ສາວບົວລີ ວາງຄຳ ຕອບມາລາໃຈໄວ້
ນາງພໍໍໃຈໃນຄຳເວົ້າ ເຫດຜົນຈິງອ້າງຕໍ່
ນາງດີໃຈທີ່ພົບພໍ້ ຜູ້ມີຫຼັກໝັ້ນທີ່ດີ
ນາງໄດ້ຍິນກ່ອນໜ້ານີ້ ພວກຜູ້ບ່າວລົມກັນ
ເຂົາໄຝ່ຝັນ ມາລາໃຈ ຜູ້ຮ່າງງາມຄົນນີ້
ແຖມນິໃສກໍ່ດີດ້ວຍ ວາຈາຫວານເວົ້າມ່ວນ
ເຮົາຄິດຫວນເບິ່ງແລ້ວ ຄືເຂົາເວົ້າອີ່ຫຼີ
"
ເຮົາຍັງມີສິ່ງໜຶ່ງນັ້ນ ຢາກຖາມຕໍ່ກັບໂຕ
ອົົງພຸດໂທຄືໃຜ ເພາະເຮົາບໍ່ເຄີຍຮູ້
"
ສົົມສະໄໝ ດູໜ້າ ສົບຕາແລ້ວເວົ້າຕໍ່
"
ແລ້ວພຼະພຸດທະເຈົ້າ ສັ່ງສອນໄວ້ແມ່ນເລື່ອງໃດ
ເພາະວ່າເຮົາບໍ່ໄດ້ ຮູ້ເລື່ອງຄວາມເປັນມາ
ແຕ່ວັດວາອາຮາມ ຢູ່ບ້ານເຮົາບໍ່ມີຊ້ຳ
ຄົນສ່ວນຫຼາຍຖືກວານຈ້ຳ ໝໍເຢົາເປັນຈຸດເພິ່ງ
ບ້ານເທິງພູເຂດນັ້ນ ວັດວານີ້ແມ່ນບໍ່ມີ
"
"
ພຸດທະສາສະໜານີ້ ເປັນໜຶ່ງໃນໂລກາ
ເພິ່ນສັ່ງສອນທຳມະ ສິ່ງທີ່ດີທັງນັ້ນ
ສິິ່ງສຳຄັນຄົນຄວນຮູ້ ສິນຄອງຄາລະວາດ
ເພິ່ນໄດ້ປະກາດໃຫ້ ພຼະສົງໄດ້ແຜ່ຜາຍ
ພຼະສົງໄດ້ເຄື່ອນຍ້າຍ ເພື່ອເຜີຍແຜ່ສິນທຳ
ໃຫ້ຄົນຈຳເອົາໄປເຮັດ ດັ່ງຄຳສອນເວົ້າ
ຂ້ອຍວ່າຕົວຂອງເຈົ້າ ຄົງໄດ້ຍິນຄຳເພິ່ນວ່າ
ຖືສິນຫ້າໄຫວ້ພຼະເຈົ້າ ເຮົາຊິໄດ້ຢູ່ດີ
"
ສົມສະໄໝ ມີຮອຍຍິ້ມ ຊ້ອນເຊື່ອງຄວາມງົງ
ນາງແກວ່ງຫົວເພື່ອປະສົງ ບອກວ່ານາງບໍ່ເຄີຍຮູ້
ຄູບໍ່ເຄີຍຈາເວົ້າ ສາສະໜາຕ່າງໆ
ຄາວນາງຮຽນໄດ້ຮູ້ ເຊື່ອຜີນັ້ນແມ່ນບໍ່ດີ
ຄູອາຈານສອນສັ່ງຊີ້ ເວົ້າແຕ່ເລື່ອງປະຕິວັດ
ວ່າສັດຕູຮູບການໃດ ເຂົ້າຮຸກຮານເມືອງບ້ານ
ເພິ່ນບໍ່ເຄີຍຈາຕ້ານ ການເຊື່ອຖືຮູບການອື່ນ
ພັກລັດຢືນຢູ່ຢັ້ງ ຄືືຈຸດຕັ້ງໃຫ້ເຊື່ອຖື
"
ສິນຫ້າ ຄືຢ່າງນີ້ ຂໍ້ທີໜຶ່ງ ປານາ
ໄດ້ສັ່ງສອນສຶກສາ ບອກເຕືອນຄົນໄວ້
ບໍ່ໃຫ້ທຳການຂ້າ ຮາວີສັບພະສິ່ງ
ເພິ່ນໄດ້ຫຼິງລ່ຳໄວ້ ບໍ່ເຄີຍໄຮ້ເຫດຜົນ
ແຕ່ວ່າບາງຄົນນັ້ນ ບໍ່ໍ່ຮູ້ແຫ່ງຄວາມຈິງ
ເລີຍຫຼິງເປັນອຸປະສັກ ທີ່ເລວຊາມຮ້າຍ
ວ່າພຼະອົງໝາຍເວົ້າ ຫາເອົາເລື່ອງໃສ່
ຖ້າບໍ່ຂ້າບໍ່ຫ່ອນໄດ້ ອາຫານໄວ້ເພື່ອກິນ
ແຕ່ວ່າໃນສິນຫ້າ ເພິ່ນເວົ້າວ່າ ປານາ
ຢ່າຂ້າຜານທຳລາຍ ໝູ່ຄົນຈົ່ງໝາຍເວັ້ນ
ຂ້ອຍອ່ານເຫັນເພິ່ນຂຽນໄວ້ ກາຍຫົກເພັງລ້ຳລ່ວງ
ມະນຸດຢ່າປ່ວງບ້າ ເຂັນຂ້າໝູ່ປາ
ເປັນຫຍັງເພິ່ນຈິ່ງວ່າຫ້າມ ແມ້ງເມື່ອເດືອນຫົກເພັງ
?
ບໍ່ແມ່ນເສັງທຳມະ ແຕ່ວ່າເຮົາຢາກຖາມໄວ້
"
ມາລາໃຈ ຢາກຫວນຮູ້ ວ່າມີຫຍັງທີ່ພວກໝູ່ ຮູ້ນັ້ນ
ນາງຢາກຮູ້ໝູ່ຢູ່ໃກ້ ກຳລັງໄດ້ຄິດຫຍັງ
"
ຂ້ອຍໄດ້ຟັງຜູ້ເຖົ້າເວົ້າ ສືບເລົ່າກັນມາ
ເພິ່ນວ່າເດືອນຫົກເພັງ ນັ້ນເປັນວັນເຄົ້າ
ເປັນມື້ອົງພຸດໂທເຈົ້າ ນິພານແລະກຳເນີດ
ມື້ເກີດແລະມື້ສ້ຽງ ພ້ອມມື້ຕັດສະຮູ້ ຫົກເພັງນັ້ນດັ່ງກັນ
ແຕ່ຂ້ອຍນັ້ນບໍ່ຮູ້ ເລື່ອງຫ້າມລ່າຝູງສັດ
ປະຫວັດເປັນແນວໃດ ເລົ່າໃຫ້ຟັງແດ່ແມເຈົ້າ
"
ສາວບົົວລີ ຈາເວົ້າ ຄຳຫວານທັງຍິ້ມຕໍ່
ສົມສະໄໝ ບໍ່ກ່າວເວົ້າ ພຽງຍິ້ມແລະຮັບຟັງ
"
ຂ້ອຍກໍ່ຍັງບໍ່ອ່ານພໍ້ ເຫດຜົນເພິ່ນວ່າແນວໃດ
ແຕ່ວ່າເຮົາພໍໃຈ ເມື່ອອ່ານເຫັນຄຳນີ້
ກາຍຫົກເພັງສັດມີທ້ອງ ປູປາເລີ່ມໄຂ່
ໃຜຂ້າສັດເມື່ອນີ້ ຄົນຜູ້ນັ້ນບາບໜາ
ໃນຈິນຕະນາຂອງຂ້ອຍ ຄິດວ່າເປັນຜົນ
ເພິ່ນຫ້າມຄົນທັງຫຼາຍ ບໍ່ໃຫ້ທຳລາຍລ້າງ
ອຸທາຫອນສອນສ້າງ ເປັນເວນກຳເກາະກ່າຍ
ທຳຮ້າຍແມ່ຍັງບໍ່ແລ້ວ ລູກໃນທ້ອງກໍ່ເລົ່າຕາຍ
ຈຸດນີ້ລະຄືຜົນຮ້າຍ ທີ່ເຫັນຢູ່ປັດຈຸບັນ
ຄົນພາກັນອຶດຫີວ ຂາດແຄນອາຫານລ້ຽງ
ເວນກຳເລີຍບໍ່ສຸດສ້ຽງ ຜົນກຳນຳຈ່ອງ
ພໍ່ແມ່ລູກເຕົ້າຮ້ອນ ຫຼານເຫຼັນຫຼ້ອນແຮ່ງຊິຫີວ
ອັັນນີ້ລະເພິ່ນວ່າຄິ້ວ ຂອງພຸດທະທຳນາຍ
ຄວາມເປັນຈິງອັນໝາຍເຖິງ ບາບກຳພາຍຫຼັງນັ້ນ
ສິ່ງສຳຄັນຄວນຮູ້ ພິຈາລະນາໃຫ້ຖ້ວນຖີ່
ຄຳທີ່ເພິ່ນວ່ານີ້ ບາບກຳນັ້ນແມ່ນແທ້ບໍ
ຂ້ອຍນີ້ຂໍຍົກເລື້ອງ ງ່າຍໆມາຈາ
ເມື່ອຂ້າສັດຖືພາມານ ບາບກຳເຫດຜົນນີ້
ສັດທີ່ພວມມີທ້ອງ ຈະຂະຫຍາຍພັນສືບຕໍ່
ມີໜໍ່ແນວສືບສ້າງ ຕະກູນເຊື້ອເຜົ່າພັນ
ຄັນຫາກເຮົາທຳລາຍລ້າງ ພວກໝູ່ມວນສັດ
ເໝືອນກຳຈັດຕົນເອງ ໃຫ້ຕາຍໄປພ້ອມ
ບາບກຳມີທາງອ້ອມ ເຮົາຂໍຍົກຕົວຢ່າງ
ເມື່ອເຮົາຂ້າກວາດລ້າງ ສັດເຊື້ອກໍ່ເຫືອດຫາຍ
ເມື່ອນັ້ນກຳອັນໂຫດຮ້າຍ ກໍ່ຕ້ອງຕໍ່ຕາມມາ
ຄືອຶດຫີວອາຫານ ຍ້ອນຂາດເດຍລະສານເຊື້ອ
ນ້ຳບໍ່ເຫຼືອມັດສານ້ອຍ ດົງດອຍຂາດເນື້ອປ່າ
ປູປາເປັດໄກ່ພ້ອມ ສັດລ້ຽງກໍ່ບໍ່ມີ
ອັນນີ້ເປັນເວນກຳຮ້າຍ ບາບກໍ່ທຳເຂັນ
ກາຍເປັນເວນຂອງຄົນ ທີ່ເກີດມາພາຍໜ້າ
ສາສະໜາຈາເວົ້າ ເວນກຳນຳຈ່ອງ
ຍ້ອນວ່າສັດຮຽກຟ້ອງ ແຖນເຈົ້າໃສ່ຄຸກຄາ
ເມື່ອເກີດມາໃນພາຍໜ້າ ກຳເກົ່າເວນຫຼັງ
ຍັງຈະຕາມສະໜອງເຮົາ ຜູ້ສ້າງຄວາມເລວຮ້າຍ
ພຼະພຸດທະອົງໝາຍເວົ້າ ປິດສະໜາຊ້ອນເງື່ອນ
ເວົ້າເຕືອນຄົນທົ່ວດ້າວ ໃຫ້ທຳສ້າງສິ່ງດີ
ຕາມທັດສະນະຂ້ອຍນີ້ ການເກີດແກ່ເຈັບຕາຍ
ຄວາມໝາຍຄືວົງວຽນ ເຄື່ອນເໜັງບໍ່ຢຸດຢັ້ງ
ຈຸລັງເປັນຕົວຊີ້ ໂຮມຕົວກັນເກີດໃໝ່
ປະຕິສົນທິລະຫວ່າງໄຂ່ ກັບອະສຸຈິຕົວນ້ອຍໆ ປະສົມເຊື້ອສືບເຜົ່າພັນ
ຂ້ອຍວ່າ ຄວາມສຳຄັນທີ່ກ່າວໄວ້ ຂອງພຸດທະຄຳສອນ
ຊາດໜ້າຂອງຕົວເຮົາ ແມ່ນລູກເຮົາຜູ້ຊິດໃກ້
ຊາດຕໍ່ໄປຂອງເຮົານັ້ນ ແມ່ນຫຼານເຫຼັນສືບຕໍ່
ແຕ່ຄົນເຮົານັ້ນບໍ່ຮູ້ ໃນຄຳເວົ້າເພິ່ນສັ່ງສອນ
ເລີຍພາກັນເດືອດຮ້ອນ ໝາຍມຸ່ງອະທິຖານ
ເພື່ອຫວັງໃນຜົນທານ ຊິຕອບສະໜອງພາຍໜ້າ
ເມື່ອເກີດມາອີກທີນັ້ນ ຕົນເອງຈະມີຮັ່ງ
ເປັນຄວາມຫວັງທີ່ແຫ້ງແລ້ງ ຄວາມຈິງນັ້ນແມ່ນບໍ່ມີ
ຄຳທີ່ຂ້ອຍວ່ານີ້ ໝູ່່ເຫັນວ່າເປັນແນວໃດ
? "
"
ເຮົາພໍໃຈໃນຄຳເຫັນ ທີ່ໂຕຈາເວົ້າ
ເຮັດໃຫ້ເຮົາຫວນຮູ້ ຄວາມຈິງອີກເລື່ອງໜຶ່ງ
"
ບົວລີ ຊຶງເລັກໜ້ອຍ ແລ້ວຈາເວົ້າຕໍ່ໄປ
"
ເຮົາກໍ່ເຄີຍຄິດໄວ້ ເໝືອນດັ່ງຄວາມຝັນ
ຊາດໜ້າຄັນມີຈິງ ສິິ່ງທີ່ເຮົາຫວັງໄວ້
ໃນຄາວທຳບຸນສ້າງ ອະທິຖານໄວ້ວ່າ
ຂໍໃຫ້ຜູ້ຂ້ານີ້ ຮັ່ງມີພ້ອມຮູບຮ່າງສວຍ
ໃຫ້ລ້ຳລວຍເງິນຄຳແກ້ວ ສັບພະສິ່ງມຸງຄຸນ
ໃຫ້ສົມຫວັງໃນຄວາມຮັກ ທີ່ຮຽມໝາຍໄວ້
ບາດນີ້ໃຈຂອງເຮົານັ້ນ ຕຶກຕອງດີແລ້ວລະໝູ່
ນີ້ີ້ຄືການຮັບຮູ້ ກົດເກນແທ້ທີ່ດີ
"
"
ຂ້ອຍຍັງມີຄຳຂ້ອງ ຂີນຢູ່ໃນໃຈ
ເປັນຫຍັງ ເພິ່ນບໍ່ໄຂຄວາມຈິງ ໃຫ້ຄົນໄດ້ຮຽນຮູ້
ກາຍເປັນຄູນຳພາຊີ້ ຄວາມດີໃຫ້ດັ້ນດຸ່ງ
ວາງກົດເກນມຸ່ງໄວ້ ໃຫ້ຄົນໄດ້ເຮັດຕາມ
"
" ພຼະພຸດທະເຈົ້າ ເພິ່ນກໍ່ໄດ້ກ່າວຫ້າມ ມາກສິ່ງຫຼາຍສິນ
ເວົ້າການກິນການນອນ ທ່ຽວເດີນຮຽນຮູ້
ສິນຂອງຄູບານັ້ນ ປະຕິບັດກັນມາກຢ່າງ
ສິນສອງຮ້ອຍຊາວເຈັດ ຄືກົດໝາຍທີ່ເພິ່ນສ້າງ ຄູບານັ້ນຕ້ອງເຊື່ອຖື
ສິນທັງໝົດຄືຂໍ້ ກົດໝາຍແຫ່ງຄູບາ
ການຈຳສິນພາວະນາ ແມ່ນຮ່ຳຮຽນກົດໝາຍໄວ້
ເພື່ອໃຫ້ໃຈຕົນເອງນັ້ນ ປະຕິິບັດກັນໃຫ້ຖ້ວນຖີ່
ສິນທັງໝົດທຸກຂໍ້ນີ້ ປະຕິບັດເພື່ອໃຫ້ ຕົນໄດ້ເຮັດເພື່ອຕົນ
ແຕ່່ວ່າຄົນເຮົານີ້ ແຕກຕ່າງຈິດຕັງ
ຈຸດສຳຄັນຂອງຄົນ ແມ່ນມັກການຍໍຍ້ອງ
ສ່ວນຄຳຕຳນິຟ້ອງ ຕິຕຽນເໝືອນປ້ອຍດ່າ
ມະນຸດທຸກທົ່ວໜ້າ ຍັງບໍ່ຍອມຮັບຮູ້ ຕິິຕຽນນັ້ນແມ່ນສິ່ງດີ
ຍ້ອນເຫດຜົນເຊັ່ນນີ້ ເພິ່ນຈິ່ງກ່າວປິດສະໜາ
ຖ້າຜູ້ໃດທຳທານ ສ່ວນບຸນຊິຊູຊວ້ານ
ດຸໝັ່ນທຳການສ້າງ ເທວະດາຈະມາຊ່ວຍ
ຍາມເມືື່ອເຈັບປ່ວຍໄຂ້ ອິນທາໄທ້ຊິເບິ່ງແຍງ
ແຕ່ສິ່ງຂັດແຍ່ງກັ້ນ ກັບຄຳວ່າ
ປານາ
ຂ້າເພື່ອປ້ອງກັນຕົວ ແລະເພື່ອກິນແມ່ນທຳໄດ້
ຄືປັດໄຈກົດເກນເຄົ້າ ສັດຈະທຳທຳມະຊາດ
ແຕ່ເພິ່ນມີໂອວາດເນັ້ນ ເປັນຈຸດເວັ້ນບໍ່ໃຫ້ທຳ
ເພາະມັນເປັນກຳຮ້າຍ ເວນໃຫຍ່ໜັກໜາ
ຂ້າເພື່ອປ້ອງກັນຕົວ ລະຫວ່າງຄົນຄວນເວັ້ນ
ເພາະວ່າເປັນຄົນນີ້ ສະໝອງມີຄິດຖ້ວນຖີ່
ເວົ້າຈາກັນດີກວ່າແກ້ ດ້ວຍການຂ້າເຂັ່ນກັນ
ເພາະວ່າຄົນເຮົານັ້ນ ເປັນສັດປະເສີດໃນໂລກາ
ມີປັນຍາມີໄຫວພິບ ຫ່ວງອາວອນ
ອຸທອນໄດ້
ເຮົາຄວນຈິງໃຈໃຫ້ ທັດຈະທຳແທ້ທ່ຽງ
ຍາມທຸກຍາກຮຽງຮ່ວມສູ້ ຍາມໄພຮ້ອນໃຫ້ຊ່ວຍກັນ
"
ເປັນເພາະ ເຮືອນຂອງມາລາໃຈນັ້ນ ຢູ່່ໃກ້ວັດຕິເບາະ
ຈິ່ງເໝາະສົມໃນການຮຽນ ເລື່ອງພຼະທຳຄຳເຄົ້າ
ນາງມັກຟັງຄູບາເວົ້າ ຄະຕິທຳຄຳສອນສັ່ງ
ນາງມຸ່ງຫວັງເພື່ອໃຫ້ ໃຈຕົນນັ້ນປອດໃສ
ເຮືອນຂອງນາງຢູ່ໃກ້ ກັບວັດສຸນັນທາ
ທາງເບື້ອງຕາເວັນຕົກ ກໍ່ໍ່ດິນສອງຊັ້ນ
ຢູ່່ຂ້າງຫຼັງເຮືອນນັ້ນ ມີສວນຄົວຂຽວອຸ່ມທຸ່ມ
ທາງໜ້າສວນດອກໄມ້ ໃຜເຫັນແລ້ວຕ້ອງກ່າວຊົມ.
ສາຍລົມເຢັນພັດຜ່ານຄື້ນ ຄ່ອຍໆໂຊຍມາ
ຍິນສຽງຟອງທະເລດຳ ສະນັ່ນນອງດັງກ້ອງ
ສອງສາວມອງດູໜ້າ ມາລາໃຈ
ຢ່າງຈົດຈໍ່
ນີ້ນໍຄົນຮຽນຮ່ຳຮູ້ ຈິດໃຈເຈົ້າຈິ່ງຈື່ຈຳ
ເນື້ອໃນພຼະທຳເຈົ້າ ສອນສັ່ງແຕ່ຄວາມດີ
ແຕ່ມີຄົນມາດັດ ເຮັດເຄື່ອງມືສວຍໃຊ້
ມັັນກໍ່ເລີຍທຳໃຫ້ ກາຍເປັນໄຮ້ຄ່າ
ວ່າບໍ່ດີນັ້ນນີ້ ບໍ່ດີຍ້ອນກຸ່ມຄົນ
ເຮັດໃຫ້ໂລກເກີດວຸ້ນ ຍ້ອນຄວາມເສື່ອມທາງໃຈ
ເລີຍຫຼົງໄຫຼຕັນຫາ ໂລບໂລພາບໍ່ພໍໄດ້
ບໍ່ພໍໃຈຈັກເລື້ອງ ມີີເທົ່າໃດບໍ່ເຄີຍວ່າ
ເຈົ້າຈະທຸກກໍ່ຢ່າ ຂໍພຽງແຕ່ຂ້ອຍໄດ້ ຄວາມໄຮ້ເຈົ້າ ຂ້ອຍບໍ່ສົນ
ເຮັດໃຫ້ຄົນທັງດ້າວ ສ້າງກໍ່ກຳໜັກ
ຄວາມຮັກພຽງອາລົມ ເລີ່ມມີຫຼາຍລົ້ນ
ເງິນຄຳບັນດົນໃຫ້ ຈິດໃຈດຳດ່າງ
ທຳຮ້າຍດີກໍ່ຊ່າງ ຂໍພຽງແຕ່ຂ້ອຍໄດ້ ເງິນໃຊ້ແລ້ວກໍ່ພໍ
ເຮັດໃຫ້ໂລກພົບພໍ້ ບັນຫາໃໝ່ມາປັກ
ອາດສະຍາກຳໜັກໃຈ ຕຳຫຼວດໃນເມືອງບ້ານ
ທະນາຄານຖືກໂຈນປຸ້ນ ມີເງິນຄຳຖືກໂຈນລ່າ
ຢູ່ວັດວາລັກພຼະເຈົ້າ ຢູ່ເຮືອນຮ້ານລັກເຄື່ອງຂອງ
ບົວລີ ມອງເບິ່ງແລ້ວ ກໍ່ຍິ້ມຢູ່ໃນໃຈ
ສົມສະໄໝ ຈາຄຳ "
ກັບເທາະເຮົາວັນນີ້ "
ມາລາໃຈ ມີຮອຍຍິ້ມ ຈິງໃຈໃຫ້ພວກໝູ່
"
ຄາວໜ້າເຮົາຄ່ອຍຮູ້ ສິນຫ້າຂໍ້ຕໍ່ໄປ
ພວກເຮົາຍັງຊິໄດ້ ຢູ່ຮ່ວມກັນດົນ
ຮ່ວມເຝິກຝົນສຶກສາ ພັດທະນາຄວາມຮູ້
"
ພວກໝູ່ແນມດູໜ້າ ມາລາໃຈ
ແລ້ວກໍ່ຍ່າງ
ພວກນາງຮູ້ກັນເຄິ່ງມື້ ມີຫຼາຍເລື້ອງຊິເລົ່າລົມ
ພວກນາງເດີນຊົມຫຼິ້ນ ແຄມຝັ່ງຍາມແລງ
ດວງສຸລີປະກາຍແສງ ສ່ອງແດງຍາມຄ້າຍ
ພວກນາງພາກັນຍ້າຍ ຫາສາຍທາງລົດແລ່ນ
ຂອງກິນແລງຊື້ຮຽບຮ້ອຍ ພາກັນຂຶ້ນຂີ່ລົດເມ
ຊ່າງສວຍງາມແທ້ເດເຈົ້າ ຍາມແລງທີ່
ໂອເດັດຊາ
ສຸລິຍາປະດາແສງ ສະທ້ອນຟອງຂອງຜີວນ້ຳ
ທະເລດຳໃນວັນນີ້ ມີສາຍລົມພັດຄ່ອຍໆ
ສະແດງເຖິງຄວາມອ່ອນຊ້ອຍ ທຳມະຊາດໄດ້ສ້າງມາ
ຕາເວັນລັບຂອບຟ້າ ກາຍເຄິ່ງໜຶ່ງກາງທະເລ
ເໝືອນບຸບເພສີບົວ ເຮື່ອເຮືອງທົ່ວຜີວນ້ຳ
ເໝືອນດັ່ງຄຳປູເຫຼື້ອມ ເທິງວາລີອັນກວ້າງໃຫຍ່
ປະທັບໃຈຢູ່ບໍ່ແລ້ວ ຍາມໄດ້ພົບເຫັນ
ທຳມະຊາດເປັນໃຈໃຫ້ ແຄມຝັ່ງໂອເດັດຊາ
ນົກນາງນວນບິນໄປມາ ເວີ່ນຂຶ້ນລົງຕາມແຄມນ້ຳ
ທະເລດຳຄວາມຈິງນັ້ນ ມັນສວຍງາມລ້ຳລື່ນ
ກັບວັນຄືນເຄີຍຄິດໄວ້ ດວງໃຈຂ້ອຍໄດ້ໄຝ່ຝັນ
ທຳມະຊາດຢູ່ແຫ່ງນັ້ນ ມັນຊ່າງສະດຸດຕາ
ມື້ທຳອິດໄດ້ມາເຖິງ ກໍ່ປະທັບໃຈເສຍແລ້ວ
ແສງແວວວາວຕາມຮ້ານ ຕາມໂຮງແຮມເລີ່ມສາດສ່ອງ
ຍາມຄ່ຳຄືນມອງເບິ່ງແລ້ວ ຍິ່ງງາມລ້ຳກວ່າໄຝ່ຝັນ.
ອາຫານແລງໃນວັນນີ້ ມີເຂົ້າຈີ່ເປັນຫຼັກ
ມີຢຳຜັກສະລັດ ໃສ່ນົມສົດພ້ອມ
ປົນຜັກຫອມໝາກນາວນ້ອຍ ຝານບາງໆບີບລົງໃສ່
ມີອົບໄກ່ຂົ້ວຊີ້ນ ກິ່ນຫອມກຸ້ມຂຶ້ນໃສ່ດັງ
ພວກນາງກິນທັງເວົ້າ ເລື່ອງຕ່າງໆນາໆ
ຕາມພາສາສາວໆ ໃຫ້ມ່ວນໃຈຊວນຍິ້ມ
ມາລາໃຈ ຕັກເອົາຊີ້ນ ໄປຫາຈານພວກໝູ່
ສົມສະໄໝ ດູເບິ່ງແລ້ວ ຕັກເອົາຂົ້ວສົ່ງໃຫ້ນາງ
ມາລາໃຈ ວາງຈານໄວ້ ແລ້ວເວົ້າຕໍ່ຄວາມລົມ
"
ຂ້ອຍຊື່ນຊົມອາຫານ ທີ່ແຕ່ງປຸງເອງນີ້
ເພາະເຮົາມີຄວາມປຶ້ມ ໃນຜີມືມາກກວ່າ
ຮູ້ສຶກວ່າລົດຊາດນີ້ ກິນໄດ້ຢ່າງແຊບນົວ
"
ສາວບົົວລີ ຕັກຂົ້ວຊີ້ນ ມາຕື່ມລົງຈານ
"
ເລື່ອງອາຫານການກິນ ກໍ່ອາດເປັນດັ່ງໂຕເວົ້າ
ເປັນຕົ້ນຍາມເຮົາໄດ້ ຍິນຄົນມາຍ້ອງໃສ່
ເຮັດໃຫ້ລົດຊາດນີ້ ໜ້າກິນຂຶ້ນກວ່າເກົ່າຫຼັງ
"
ສົົມສະໄໝ ໄດ້ຟັງແລ້ວ ກໍ່ຍິ້ມຢູ່ໃນໃຈ
"
ອາຫານຊະນິດໃດ ແຊບຖືກໃຈຊຸມເຈົ້າ
ສ່ວນວ່າຕົວເຮົານີ້ ນິຍົມກິນໃສ້ອົ່ວ
"
"
ສຳພໍຕົວຈິ່ງອ້ວນ ເພາະຕົວເຈົ້າມັກສິ່ງມັນ
ສ່ວນວ່າຕົວຂ້ອຍນັ້ນ ມັກປະເພດທີ່ມີຜັກ
ອາຫານເຮົາບໍ່ຄ່ອຍມັກ ພວກປີ້ງໝູຫຼືຈືນຊີ້ນ
ແຕ່ກໍ່ພໍກິນໄດ້ ມີໄຂມັນຕິດໜ້ອຍໜຶ່ງ
ມາຢູ່ພີ້ເຮົາຄ່ອຍລື້ງ ກິນໄດ້ເກືອບທຸກອັນ
ອາຫານເຈົ້າມັກນັ້ນ ມີເຍື່ອງອັນໃດ
? "
ມາລາໃຈ ຈາຖາມ ເພື່ອໃຫ້ນາງບົວລີເວົ້າ
"
ອາຫານເຮົາມັກກິນນັ້ນ ມີພຽງເຍື່ອງງ່າຍໆ
ພວກຕົ້ມສົ້ມກໍ່ໄດ້ ອົບຂົ້ວຂ້ອຍມັກກິນ
"
ມາລາໃຈ ໄດ້ຍິນແລ້ວ ກໍ່ຍິ້ມຢ່າງສຸກໃຈ
"
ແມ່ນໃຜຫວະພາຈາ ເຍື່ອງຂົ້ວອົບຊຸມນີ້
ອາຫານດີເອາະຕົ້ມ ປຸງແປງແຕ່ງໄດ້ງ່າຍ
"
"
ກໍ່ມັນສະບາຍເຍື່ອງເຫຼົ່ານີ້ ຕົວຂ້ອຍເຮັດສະເໝີ
"
"
ເອີ! ອາດມີພຽງເຈົ້າ ເວົ້າວ່າງ່າຍສະບາຍດີ
ຂ້ອຍຂໍມີຄຳເຫັນ ທີ່ງ່າຍດາຍກວ່າຕົວເຈົ້າ
ສິ່ງທີ່ເຮົາຈະຈາເວົ້າ ທຳສະບາຍຄືຕົ້ມໄຂ່
ຍາກກວ່າໜ້ອຍຕົ້ມໜໍ່ໄມ້ ເພາະຈະໄດ້ໃສ່ເກືອ
"
"
ຂ້ອຍເບື່ອທຳເຊັ່ນນັ້ນ ເພາະມັນງ່າຍເກີນໄປ
ບໍ່ໍ່ມີຫຍັງຈັບໃຈ ເລື່ອງແຕ່ງປຸງແປງຕົ້ມ
ໄດ້ຍິນໃຜນໍຊົມຍ້ອງ ມາລາໃຈ ຕົ້ມໄຂ່ເກັ່ງ
ຖ້າມີເສັງຕົ້ມໜໍ່ໄມ້ ສະເໜີເຈົ້າເຂົ້າແຂ່ງຂັນ
"
ເຮັດໃຫ້ມາລາໃຈນັ້ນ ແນມເບິ່ງຢ່າງເຢັນຊາ
"
ເຈົ້າແກ້ງຈາໃສ່ເຮົາຫວະ ຟັງຊ່ວຍແມຄຳນາງເວົ້າ
"
ສົມສະໄໝ ຕັກເອົາຂົ້ວ ທັງຫົວບາດຄ່ອຍໆ
"
ຂ້ອຍໄດ້ຍິນຊ່ອຍບໍ່ໄດ້ ລົມຖ້ອນຂ້ອຍຊິຟັງ
"
ພ້ອມທັງຫົວດັງຂຶ້ນ ອີກຕື່ມໃຫ້ສຸກໃຈ
ແລ້ວກໍ່ວາຈາໄຂ ຕໍ່ຄວາມນິດໜ້ອຍ
"
ເຈົ້ານັ້ນມາຕິຂ້ອຍ ກິນຂອງມັນຕົວອ້ວນກວ່າ
ສ່ວນວ່າເຈົ້າມັກໄຂ່ຕົ້ມ ສຳພໍແລ້ວຈິ່ງຮູບງາມ
"
"
ເຈົ້າເວົ້າປະນາມຂ້ອຍ ຂຶ້ນຕື່ມອີກຫຼືໃດ
"
ມາລາໃຈ ຫຼຽວແນມ ພ້ອມຍິ້ມຫົວນິດໜ້ອຍ
"
ເຈົ້າວ່າຕົວຂອງຂ້ອຍ ມັກແກະກິນຕົ້ມໄຂ່
ນິໃສຄົນມັກອົ່ວປີ້ງ ກໍ່ຈາເວົ້າໜ້າຮັບຟັງ ຢູ່ນໍ "
ອາຫານຢູ່ຖ້ວຍຕັ້ງ ຄ່ອຍໆບົກລົງ
ຕ່າງຄົນພາກັນກິນ ເວົ້າລົມໄປພ້ອມ
ກິ່ນຫອມໆຂອງອາຍຂົ້ວ ຕິດດັງຍັງຊຶ້ງຊ່າ
ອັນວ່າລົດຊາດນັ້ນ ຈະຈາເວົ້າແຊບສ່ຳໃດ
ສົມສະໄໝ ຄ່ອຍຍິ້ມ ແລ້ວເວົ້າຕໍ່
ມາລາໃຈ
"
ເປັນແນວໃດເລື່ອງທຳມະ ເວົ້າໃຫ້ຟັງຕໍ່ແມເຈົ້າ
"
"
ຕອນກາງເວັນຂ້ອຍຈາເວົ້າ ສິນປານາຂໍ້ທີໜຶ່ງ
ຂໍໍ້ເຊິ່ງຕັດກ່າວໄວ້ ທຳການຂ້າແມ່ນບໍ່ດີ
ສ່ວນຂໍ້ທີສອງນີ້ ເພິ່ນເວົ້າວ່າ ອະທິນນາ
ບໍ່ໃຫ້ຄົນຫາລັກ ປຸ້ນສະດົມຂອງເຂົ້າ
ຂໍ້ທີສາມເພິ່ນຈາເວົ້າ ກາເມ
ນີ້ລະໝູ່
ຄືບໍ່ໃຫ້ລັກຫຼິ້ນຊູ້ ເຊີຍຊ້ອນເສບກາມ
ຂໍ້ທີສີ່ເພິ່ນຫ້າມ ເຫດການຊື່ ມຸສາວາ
ຄົນຕ້ອງມີສັດຈະ ບໍ່ລ່າຍລວງຄຳເວົ້າ
ຂໍ້ຫ້າເຮົາຄວນຮູ້ ສຸລາເມນີ້ລະໝູ່
ສິິ່ງມຶນເມົາເຮົາຮຸ່ງຮູ້ ເບຍເຫຼົ້າຢ່າດື່ມກິນ
ອັັນນີ້ລະຄືສິນຫ້າ ທີ່ເພິ່ນວ່າໃນທຳ
ໃຫ້ທຸກຄົນຈຳຄິດ ກ່ອນຊິທຳຫຍັງນັ້ນ
ຄັນໃຫ້ເຮົາຈາແຈ້ງ ພາສາທຳເພິ່ນເວົ້າວ່າ
' ປານາຕິປາຕາເວ ລະມະນີສິກຂະປະທັງ ສຳມາທິຍາມິ
ອະທິນນາທານາເວ ລະມະນີສິກຂະປະທັງ ສຳມາທິຍາມິ
ກາເມສຸມິດສາຈາຣາເວ ລະມະນີສິກຂະປະທັງ ສຳມາທິຍາມິ
ມຸສາວາທາເວ ລະມະນີສິກຂະປະທັງ ສຳມາທິຍາມິ
ສຸລາເມລະຍະມັດສະປະມາທັດສະຖານາເວ ລະມະນີສິກຂະປະທັງ ສຳມາທິຍາມິ '
ຖ້າຄົນເຮົາທຳເຊັ່ນນີ້ ໂລກກໍ່ຢູ່ສະຫງົບສຸກ
ປາສະຈາກຄວາມທຸກ ເຫດການອັນຮ້າຍ
ຕ່າງກໍ່ໝາຍປອງສ້າງ ຮັກສາຕົນໃຫ້ຜຸດຜ່ອງ
ສິນຫ້ານັ້ນຮຽກຮ້ອງ ຄວາມດີສ້າງໃສ່ເຮົາ
"
ເບິ່ງທ່າທາງພວກເຂົາແລ້ວ ຈັ່ງແມ່ນມີຄວາມສຸກ
ທຸກເວລານາທີ ແມ່ນມີແຕ່ຮອຍຍິ້ມ
ຢຳສະຫຼັດປົນຊີ້ນ ປົນນົມພ້ອມໄຂ່ໄກ່
ຍາມຫີວໆໄດ້ພົບພໍ້ ກິນແລ້ວບໍ່ຢາກໜີ ພຸ້ນແລ້ວ.
ຄິດວ່າຄືນຄ່ຳນີ້ ມີຫຼາຍເລື່ອງລົມກັນ
ໃຜຈະທັນໄປຈັກ ເລື່ອງຢູ່ໃຈພວກເຂົາໄດ້
ວ່າພວກເຂົາຈະໄຂຂໍ້ ຄວາມລົມຫຍັງແດ່
ມີເລື່ອງໃດຊິແທ້ ເລື່ອງໃດນັ້ນຊິລ່າຍພາງ
ສາວບົົວລີ ເລີ່ມອ້າງ ສິ່ງເກັບຢູ່ໃນໃຈ
"
ໃຜໄດ້ເຫັນແຟນເຮົາ ຢ້ານພວກໂຕຫຼົງໂອ້
ປັດຕິໂທສາວນີ້ ມີແຟນງາມຍິ່ງ ຈິງນໍ "
"
ຄັນຫາກເຮົາພົບພໍ້ ລະວັງແຍ້ງຈີບນຳ ໃດເນີ "
ມາລາໃຈ ກ່າວຢ້ຳ ຢອກໝູ່ນິດໆ
"
ເອົາແຕ່ໂຕຈະຄິດ ຖ້າວ່າສົມຄວນແລ້ວ
ຢ້ານແຕ່ແນວຄຳເວົ້າ ຄາລົມໂຕຊິດີບໍ່
"
"
ຈັກໜ່ອຍຊິກ່າວອ່ອນງໍ້ ຍອມໂຕແລ້ວຈີບເກັ່ງຫຼາຍ
ຊັ້ນໃດ"
"
ຕາມສະບາຍໂລດເຈົ້າ ເປັນແຟນເກົ່າມາດົນ ແລ້ວໃດ
ຄິດວ່າຄົນຄືເຂົາ ນັ້ນບໍ່ຫຼາຍໃຈແທ້
ຢ້ານແຕ່ຕົວຂອງເຈົ້າ ຈະຫຼົງຊົມໄວ້ວ່າ
ໜ້າຍົກຍ້ອງແທ້ໆ ຊາຍຄົນນີ້ຊ່າງຮັກຈິງ
"
"
ແຕ່ວ່າຍິງຄືຂ້ອຍ ງາມກວ່າໃດເນີ
ເຜີໆຕິດຄາລົມ ຄ່າຄົມຄາຍຂ້ອຍ
ຢ້ານເຂົາຖອຍທາງເຈົ້າ ມາຫາເຮົາບໍ່ຮູ້ເມື່ອ
ຕອນນັ້ນ ເຈົ້າຍັງຊິເຊື່ອໄດ້ ວ່າເຂົານັ້ນຮັກຈິງ ຢູ່ບໍ "
"
ເຈົ້ານັ້ນຫຼິງຜິດແລ້ວ ຄົນໃຈຊື່ຄືເຂົາ
ຈະເອົາຫຍັງມາປິດ ເຊື່ອງອຳເຮົາໄດ້
ສາວຄົນໃດມາເວົ້າ ຕົວເຮົາຮູ້ທຸກເມື່ອ
ເພາະວ່າເຂົາເຊື່ອຂ້ອຍ ສາວມາເວົ້າເລົ່າສູ່ຟັງ ໂລດໃດ "
"
ເປັນຫຍັງຕົວຂອງເຈົ້າ ຈິ່ງເຊື່ອງ່າຍໃຈຊາຍ
ນ້ຳລາຍເຂົາຄືຢາພິດ ປ່ອຍລົງໃນນ້ຳ
ດື່ມເຂົ້າໄປຖະຫຼາລ້ຳ ໝົດກຳລັງຈະເດີນຕໍ່
ຂ້ອຍນີ້ຂໍບອກເຈົ້າ ລະວັງໄວ້ກ່ອນຊິສວາຍ
"
"
ໂຕບໍ່ຕ້ອງກ່າວຮ້າຍ ຫຼິງຕ່ຳເກີນໄປ
ເຂົົາມີເຮົາໃນດວງໃຈ ບໍ່ຄິດກົວເກງຢ້ານ
ຍາມເມືື່ອໂຕໄປຕ້ານ ຫວານຄາລົມຢ້ານຮ້ອງຈົ່ມ
ລົມກັບບ່າວຜູ້ນີ້ ມີຄຳເວົ້າວ່າຮັກນາງ ຢູ່ບໍ "
"
ໂຕນີ້ກໍ່ຊ່າງເວົ້າ ພວກໝູ່ຊຸມຊາຍ
ຄາລົມເຂົາມີຫຼາຍ ສ່ຳຮັກນາງມັນໜ້ອຍ
ພວກເຂົາຝອຍຄຳເວົ້າ ເອົາຄາລົມຖົມຝັ່ງ
ປ່ອຍນ້ຳໃຈຮັກຖ້ວມ ໃຈຍິງໄດ້ທຸກໆຄົນ
"
"
ໜ້າສົນໃຈຄຳໂຕເວົ້າ ມັນກໍ່ມີຈິງ
ຖ້າບໍ່ຫຼິງຄາລົມຊາຍ ຢ້ານແຕ່ຕາຍຕົວລ້າ
ບອກວ່າເຂົາມາຄ້າ ຫາກ່ຳໄລບໍ່ຮູ້ເມື່ອ
ຖ້າຫຼົງເຊື່ອງ່າຍແລ້ວ ໄດ້ນອນໄຫ້ຮ່ຳຄະນິງ ໂລດແລ້ວ "
ສົມສະໄໝ ຈິ່ງເວົ້າ ເມື່ອຟັງຢູ່ມາດົນ
ຢ້ານສອງຄົນຜິດກັນ ຊິຂຸ່ນເຄືອງນາງດ້ວຍ
ມາລາໃຈ ຜູ້ສວຍເອ້ ລະວັງຕົວມາກກວ່າ
ສາວບົວລີ ພັດກ່າວທ້າ ທັງຍໍຍ້ອງເພື່ອນຜູ້ຊາຍ
ນອນຟັງກໍ່ບໍ່ຂີ້ຮ້າຍ ມັນກໍ່ມ່ວນໃນໃຈ
ປ່ອຍພວກເຂົາຖຽງໄປດົນ ຢ້ານບໍ່ຍອມຄຳເວົ້າ
ເມື່ອນັ້ນເຮົາຈະມາແກ້ ແປຄວາມຈິງໃຫ້ພວກເພື່ອນ
ເປັນເງື່ອນໄຂທີ່ຊັກຊ້າ ຄາວໜ້າຍິ່ງລະວັງ
ມາລາໃຈ ຟັງນາງເວົ້າ ເຂົ້າທ່າທາງໂຕ
ເຮົາຕ້ອງໂຄສະນາຮັບ ເພື່ອທ່າແຮງໂຮມໄວ້
"
ສົມສະໄໝ ກໍ່ຍັງເວົ້າ ຄືເຮົາບໍ່ເຫັນຕ່າງ
ມີແຕ່ໂຕຢູທ່າງອ້າງ ຍໍຍ້ອງຍົກຜູ້ຊາຍ
ມື້ໜຶ່ງເດີຝັນຮ້າຍ ມັນຊິມາຢາມ
ຢາດນ້ຳຕາຈະໄຫຼລິນ ຫຼັ່ງລົງປານຝົນຍ້ອຍ
ແລ້ວຈະມາຫງອຍເສົ້າ ເອົາສອງມືກອດຫົວເຂົ່າ
ນ້ຳຕາໄຫຼອອກເບົ້າ ລິນຍ້ອຍຢາດໜ່ວຍຕາ
"
"
ລະວັງເຂົາມາຄ້າ ເອົາຄ່າຄວາມສາວ
ລາຄີຄາວຈະມົວໝອງ ເມື່ອຖືກເສຍຕົວແລ້ວ
ຊາດທີ່ແນວຜູ້ຊາຍນີ້ ເອົາຄາລົມມາເວົ້າຕໍ່
ຍິງຄົນໃດໃຈມໍ່ໃກ້ ລະວັງໄວ້ຊິຫຼົ້ມຈົມ
"
ສົມສະໄໝ ກໍ່ເວົ້າ ສຸມໃສ່ ບົວລີ
ມາລາໃຈ ກໍ່ຍັງຕິ ຕື່ມເຕີມນາງໄດ້
ແລ້ວແມ່ນໃຜຈະມາໃຫ້ ຄວາມເປັນທຳແກ່ທຸກຝ່າຍ
ແຕ່ບໍ່ແມ່ນຄຳກ່າວຮ້າຍ ໝາຍຂຸ້ນຂາດກັນ ດອກນາ
"
ຂ້ອຍວ່າເຮົາຫັນມາເວົ້າ ເລື່ອງໃໝ່ກັນເນາະ
ລືມມັນໄປເສຍເທາະ ເລື່ອງຜູ້ຊາຍຊຸມນີ້
ເພາະເຮົາມີແຟນແລ້ວ ສອງຄົນໂຕຍັງຂາດຄູ່
ເຮົາຜູ້ດຽວຊິສູ້ ສອງຄົນເວົ້າໄດ້ຈັ່ງໃດ
"
"
ເຈົ້າວ່າຕົວຂ້ອຍໄຮ້ ແຟນໜຸ່ມຄົນຊາຍ ຊັ້ນບໍ
ໜ້າບໍ່ອາຍຈັກນິດ ຄິດແຕ່ໂຕເປັນລ້ຳ
ຄັນເວົ້າໄປຍັງກ້ຳ ມາລາໃຈ ຍັງພໍວ່າ
ຄິດວ່າໃນຕໍ່ໜ້າ ຢ່າແນມໄວ້ຕ່ຳເກີນ ອີກເນີ "
ສົມສະໄໝ ຮຽກເອີ້ນ ປະເມີນຄ່າທາງໃນ
ຂອງນາງສາວ ມາລາໃຈ ຜູ້ຮ່າງງາມຄົນນີ້
ທັງໜ້າຕາກໍ່ດີດ້ວຍ ຜີວນຽນສວຍໄດ້ທ່າ
ວ່າສາວງາມຜູ້ນີ້ ມີໃຜແລ້ວຢູ່ທີ່ໃຈ
ມາລາໃຈ ອົດຫົວໄວ້ ຄ່ອຍໆອິກໆ
ນາງພິກຄີງມາຫາຕຽງ ເພື່ອນສົມສະໄໝແລ້ວ
"
ຊາດທີ່ແນວຜູ້ຍິງນີ້ ມີຊາຍປອງມັນບໍ່ຕ່າງ
ແຕ່ວ່າເຂົາຊິຮ່ວມສ້າງ ກັບເຮົານັ້ນໄດ້ສ່ຳໃດ
ເປັນຫຍັງເຮົາຈິ່ງໄຮ້ ຊາຍຢູ່ໃນໃຈ
ເພາະຊາຍໃດມາລົມ ກໍ່ເພື່ອຊົມຕົວລ້າ
ເອົາຄາລົມມາຄ້າ ຫາກ່ຳໄລໃກ້ມໍ່
ເຮົານີ້ເຄີຍພົບພໍ້ ມາແລ້ວມາກຫຼາຍ
ບໍ່ແມ່ນເຮົາກ່າວຮ້າຍ ໃຫ້ໝູ່ຊຸມຊາຍ ໃດເດີ
ກໍ່ມີຫຼາຍຄົນຈິງໃຈ ໃຫ້ຮັກເຮົາຫວັງໄວ້
ແຕ່ຕົວເຮົາບໍ່ທັນໃຫ້ ຄຳສັນຍາແກ່ໃຜເທື່ອ
ນັ້ນກໍ່ເພື່ອໃນຕໍ່ໜ້າ ຄາລົມຄ້າບໍ່ຂາດທຶນ
"
ສົມສະໄໝ ຊົມຊື່ນດ້ວຍ ຄຳກ່າວຂອງນາງ
ເຈົ້າຊ່າງມີອຸດົມການ ແລະຄາດຫວັງເອົາໄວ້
ຖ້າຫາກເຮົາວາງໃຫ້ ຫົວໃຈມວນມອບ
ບາງເທື່ອອາດບອບຊ້ຳ ບາງຄັ້ງອາດຊິດີ
ສະເພາະເວລານີ້ ມັນກໍ່ບໍ່ສົມຄວນ
ສິ່ງຫອມຫວນຄືການຮຽນ ໝັ່ນພຽນໃຫ້ມັນໄດ້
ເລື່ອງຫົວໃຈຄວນເກັບໄວ້ ໃນເວລາຮຽນຈົບກ່ອນ
ເຮົາບໍ່ຄວນເຮັ່ງຮ້ອນ ໃຫ້ມັນເອົ້າຢູ່ສະໝອງ
ບໍ່ແມ່ນຂ້ອຍກ່າວຟ້້ອງ ອິດສາຕໍ່ເຂົາໃດ
ໃຜຜູ້ມີແຟນຄວງ ກໍ່ຊ່າງຕາມເຂົາຖ້ອນ
ເພາະວ່າເຂົາໃຈຮ້ອນ ຕອນຮຽນຈົບຊິຍາກຄູ່
ຈີບຜູ້ໃດກໍ່ບໍ່ໄດ້ ໃຈເຂົາຢ້ານຈິ່ງຈ່ອງເອົາ
ປີນີ້ຫາກໍ່ສິບເກົ້າ ເຮົາບໍ່ແກ່ເກີນສາວ
ຜີວເຮົາຍັງຂາວນວນ ສ່ຳຜູ້ຊາຍຄົງຫາໄດ້
ຮຽນຈົບໄປບໍ່ທັນເຖົ້າ ອາຍຸເຮົາພຽງຊາວສີ່
ສອງສາມປີເຮັດວຽກແລ້ວ ເຮົານັ້ນຈິ່ງແຕ່ງດອງ
ສາວບົວລີ ກ່າວຟ້ອງ ຮ້ອງຕໍ່
ມາລາໃຈ
"
ໂຕຢ່າຕົວະເຮົາໃດ ຄິດວ່າເຮົາບໍ່ເຫັນຕີ້
ໂຕມີຄົນຄຽງຂ້າງ ຕອນເດີນທາງມາຮຽນຕໍ່
ຜູ້ນັ່ງຢູ່ມໍ່ໃກ້ ຊາຍຄົົນນັ້ນແມ່ນໃຜ
"
ມາລາໃຈ ສະເດືອກໄດ້ ຄິດຢູ່ໃນໃຈ
ນາງຈື່ເຮົາໄດ້ແນວໃດ ນີ້ກໍ່ປີປາຍແລ້ວ
ແຖມຢູ່ໃນແຖວນັ້ນ ບໍ່ມີໃຜຮູ້ມາກ່ອນ
ຄຳທີ່ນາງກ່າວຢ້ອນ ມັນຄືເຂົ້າເລື່ອງຈິງ
ນາງຄົງຫຼິງລ່ຳຢ້ຽມ ແນມເບິ່ງເຕັມຕາ
ເພາະວ່າ ບົວສະບາ ກໍ່ຫຼໍ່ດີໜ້າແຍງແທ້
ເບິ່ງແມສາວຄົນນີ້ ວ່າມີແຟນມາກ່ອນ
ຍັງມາຫຼອນຮັກໄດ້ ໃສເຈົ້າວ່າຮັກດຽວ
ມາລາໃຈ ຈິ່ງບ້ຽວ ເວົ້າຫ່າງຄວາມຈິງ
"
ຂ້ອຍເປັນຍິງຄົນງາມ ຜູ້ຊາຍຍ່ອມໝາຍໄດ້
ແມ່ນໜຶ່ງໃນຈຳນວນເວົ້າ ເອົາຄາລົມມາລ່າ
ປານນີ້ ຍັັງບໍ່ເຫັນຮອດໜ້າ ເຂົາມາເວົ້າອີກທີ
ອັນຜູ້ຊາຍແບບນີ້ ຊິິເວົ້າວ່າເປັນແຟນ ໄດ້ບໍ
ເຂົາໄດ້ຕົວຢ້ານຊູແຂນ ບ່າຍໆນາງໜີຈ້ອຍ
ຄິດວ່າຄົນຄືຂ້ອຍ ຫຼົງຄາລົມຄົນງ່າຍ ຊັ້ນບໍ
ຈິ່ງໝາຍຕາປາກເວົ້າ ເຂົາຄົນນັ້ນແມ່ນແຟນ
"
"
ແມ່ນຢູ່ປາກເຈົ້າເວົ້າ ວ່າບໍ່ຮັກກັບເຂົາ
ແຕ່ວ່າຕອນເຮົາເຫັນ ພັດຕ່າງກັນກັບຕອນນີ້
ເຫັນທ່າທີໂຕນັ້ນ ພໍໃຈເຂົາຢ່າງຍອດຍິ່ງ
ຂ້ອຍຫຼິງເຫັນເຂົາປ້ອນເຂົ້າ ເຈົ້າກິນໄດ້ຢ່າງຊື່ນໃຈ ນີ້ນາ
ຜູ້ໃດເຫັນເຊັ່ນນັ້ນ ຕ້ອງຄິດວ່າເປັນແຟນ ກັນແລ້ວ
ບາງຄັ້ງ ຍັງເຫັນເຂົາຈັບແຂນ ລູບມືໂຕຫຼິ້ນ
ຖ້າໂຕບໍ່ຖະຫວິນໃຫ້ ໃຜເດຊິກ້າລ່ວງ
ເຈົ້າອາດລວງຜູ້ອື່ນໄດ້ ແຕ່ໃຈຂ້ອຍບໍ່ເຊື່ອເລີຍ ແທ້ໃດ "
ພໍບົວລີເຜີຍເວົ້າ ທຸກຢ່າງເປັນຈິງ
ນາງຍິ່ງໂມໂຫໃຈ ໃຫ້ແກ່ ບົວສະບາ ແທ້
ເບິ່ງແມເຂົາທຳໄດ້ ໂລເລໃຫ້ຄົນຊ່າ
ພວກເຂົາຫາວ່າຂ້ອຍ ໃຫ້ຕົວເຈົ້າລູບຄຳ
ເຈົ້ານັ້ນທຳລາຍຂ້ອຍ ໃຫ້ສິ້ນເສື່ອມຄວາມງາມ
ເຈົ້າທຳຕາມອາລົມ ໃຫ້ຂ້ອຍໝອງມົວໄດ້
ເຈົ້າທຳຕາມໃຈເຈົ້າ ບໍ່ເຫັນເຮົາສິ້ນຄ່າ
ເຈົ້າວ່າເນື້ອຂ້ອຍນຸ້ມ ນວນນິ້ມໜ້າລູບຄຳ
ຂ້ອຍນີ້ຈຳໃຈໃຫ້ ຂີນໃຈຢູ່ບໍ່ເປັນຫຍັງ
ເພາະຫວັງໃນຄວາມຮັກ ຈາກໃຈຈິງເຈົ້າ
ແຕ່ແລ້ວເຮົາມາເສົ້າ ການເດີນທາງເຫງົາຫງ່ວມ
ຄວາມຮັກພວມເບີກແຍ້ມ ໃນໃຈຂ້ອຍເສື່ອມສະຫຼາຍ
"
ໂຕນັ້ນກໍ່ເວົ້າໃສ່ຮ້າຍ ດູມິ່ນເຮົາຫຼາຍ
ແນວຜູ້ຊາຍມືໄວ ເຫດໃດຊິຫຼົບໄດ້
ແຖມຕົວເຂົາຍັງໃຫ້ ຄາລົມຫວານຊ້ອຍຊື່ນ
ພຽງເຮົາຊຶງເທົ່ານັ້ນ ເຂົາພ້ອມເພື່ອລ່ວງເກີນ
ມັນບັງເອີນແທ້ໆ ທີ່ໄປນັ່ງແປະເຂົາ
ເຮົາບໍ່ເຄີຍ ເມົາຄາລົມຂອງໃຜ ດັ່ງຜູ້ຊາຍຄົນນີ້
ເຂົົາມີວິທີເວົ້າ ຈັບໃຈເຮົາຫຼາຍຢ່າງ
ສ່ຳພວກໂຕບໍ່ຕ້ອງອ້າງ ຫວັງມົ້ມເງື່ອມມື ໄດ້ບໍ
ເຂົາຖືເອົາຄຳເວົ້າ ມາປ່ອນລົງໃຈ
ເວົ້າອັນໃດກໍ່ຄືຈິງ ຊິບໍ່ມີຄຳລວງລໍ້
ເຮົາກໍ່ອືນໍເວົ້າ ນຳເຂົາພໍໃຫ້ຜ່ານ
ທາງປາກເຂົາເລີ່ມຕ້ານ ມືນັ້ນກໍ່ເລີ່ມໄປ
ທາງຝ່າຍເຮົາກໍ່ໄດ້ ຟັງແຕ່ເຂົາຈາ
ເລີຍລືມໝົດບັນຫາ ຊິເສື່ອມເສຍສັນນີ້
ທິດສະດີເຂົາໃຊ້ ພໍໍໃຈບໍ່ຕ້ອງວ່າ
ຂະໜາດຢູ່ຕໍ່ໜ້າ ຍັງຫານກ້າວ່າຮັກເຮົາ
"
"
ໂຕກໍ່ເລີຍຍັບເຂົ້າ ໄປມໍ່ໃຫ້ເຂົາຈັບ
ຍອມຮັບສາ ມາລາໃຈ ເຫດໃດກໍ່ເປັນແລ້ວ
ເຮົາເຫັນໂຕແນວນັ້ນ ບໍ່ສຳຄັນດອກໝູ່
ຢາກຮູ້ໃຈໂຕເທົ່ານັ້ນ ຈິ່ງເຈາະຈີ້ມຕື່ມຖາມ
ຄົນຮູບງາມດັ່ງເຈົ້າ ສະແດງວ່າບໍ່ມີແຟນ
ໃຜເດນໍຈະຄວງແຂນ ເມື່ອເຂົ້າຊົມສວນກວ້າງ
ໃຜຈະມາທຽມຂ້າງ ຍາມເດີນຍ້າຍຍ່າງ
ໂອ! ເກືອບລືມເລື່ອງໜຶ່ງ ແຕ່ບໍ່ຢາກບອກເຈົ້າ ວ່າໃຜນັ້ນສົ່ງຂ່າວເຖິງ "
ມາລາໃຈ ເພິ່ງຮູ້ ວ່າພວກໝູ່ເຈາະໃຈ
ເກືອບເຮົາໄຂຄວາມລັບ ໃຫ້ພວກນາງໄປແລ້ວ
ຊ່າງຊອກແນວມາເວົ້າ ຈົນເຮົາເກືອບເສຍທ່າ
ມີຄາລົມດັ່ງເຈົ້າ ສຳພໍຊາຍທີ່ຮ່ວມເວົ້າ ຫຼົງໄຫຼເຈົ້າຢ່າງເຊື່ອໃຈ
"
ແມ່ນໃຜລະໂຕເວົ້າ ວ່າສົ່ງຂ່າວມາຫາ
ໜ້າຕາເຂົາສັນໃດ ບອກເຮົາໄດ້ບໍນີ້ ?
"
ມາລາໃຈ ນາງຈີ້ ຄຸມບົວລີໃຫ້ເວົ້າຕໍ່
ນາງຮ້ອງຂໍໃຫ້ເວົ້າ ວ່າເຂົານັ້ນສັ່ງຫຍັງ
"
ເຂົາວ່າຄັນຫາກພໍ້ ຄົນຊື່
ມາລາໃຈ
ຢ່່າລືມໄຂວາຈາ ບອກນາງແດ່ເດີເຈົ້າ
ວ່າເຂົາຍັງໝາຍໝັ້ນ ຝັນນຳທຸກເຊົ້າຄ່ຳ
ແລະເຂົາຍັງບອກຢ້ຳ ວ່າເຂົານັ້ນຮັກແຕ່ນາງ
"
ມາລາໃຈ ນາງສ້າງ ພາບມ່ວນໃນຈິດ
ນາງຄິດເຖິງ ບົວສະບາ ຊິແມ່ນເຂົາຫຼືນີ້
ໜ້າດີໃຈຈິງແທ້ ຖ້າເປັນເຂົາຝາກສົ່ງ
ນາງນີ້ຄົງບໍ່ສິ້ນ ຄວາມຫວັງໄດ້ຮັກຈາກເຂົາ
"
ເປັນຈັ່ງໃດແລ້ວເຈົ້າ ອວນອຸ່ນ
ມາລາໃຈ ? "
"
ບອກມາໄວແມ່ນໃຜຈາ ກ່າວມາສັນນີ້
? "
"
ໂຕຄົງມີຄົນມຸ້ງ ໝາຍໃນໃຈແລ້ວແມ່ນບໍ່ ?
"
"
ບອກມານະໂຕນັ້ນພໍໍ້ ກັບເຂົານັ້ນຢູ່ບ່ອນໃດ
? "
"
ຊາຍຜູ້ນີ້ເຮົາໄດ້ ພໍ້ຢູ່ ຕາສເກັນ
ໜ້າສົນໃຈເມື່ອຍາມເຫັນ ຮູບຫຼໍ່ດີໃດເຈົ້າ
ແຖມຍັງມີຄຳເວົ້າ ຄາລົມແມ້ງມ່ວນ
ເຂົົາຊວນຂ້ອຍເມືອທ່ຽວບ້ານ ເຖິງຫ້ອງແຫ່ງເຂົາ
ຂ້ອຍຂໍບອກໃຫ້ເຈົ້າຮູ້ ຖິ່ນເຂົາຢູ່ແຂວງສະຫວັນ
ເມືອງຄັນທະບູລີ ທີ່ີ່ເກີດຂອງຊາຍຄົນນີ້ "
ສາວບົວລີຈາເວົ້າ ເດົາຄວາມຂຶ້ນຕໍ່
ນາງບໍ່ຮູ້ດອກເຈົ້າ ສາວຄົນນີ້ຮັກຜູ້ໃດ
ມາລາໃຈ ບໍ່ກ່າວເວົ້າ ຍິ່ງຍິ້ມຢູ່ໃນໃຈ
ມື້ໃດເດນາງຈະພົບ ພໍ້ເຂົາຈິງແທ້
ຂໍແມ່ທໍລະນີກວ້າງ ນຳຄວາມຫວັງໄປຝາກສົ່ງ
ໃຫ້ເຂົາຈົ່ງຮັກໄວ້ ມີໃຈໃຫ້ຂ້ອຍຜູ້ດຽວ
"
ໂຕໄດ້ໄປທ່ຽວຫ້ອງ ຫໍພັກເຂົາຫຼື
ໂຕຈື່ບໍຫ້ອງນອນເຂົາ ທີ່ຢູ່ເດມີບໍ້
ຂ້ອຍນີ້ຂໍຫວນຮູ້ ຮຽງນາມຊັ້ນຊື່ ໄດ້ບໍ ? "
ນາງຄິດຄືຊິແມ່ນແລ້ວ ຊາຍຄົນນີ້ແນ່ນອນ
ດັ່ງນັ້ນນາງຈິ່ງຮ້ອນ ຈ້ອນຕື່ມຄຳຖາມ
"
ສາວບົວລີຄົນງາມ ບອກເຮົາໄດ້ບໍນີ້
? "
ພ້ອມທັງມີຮອຍຍິ້ມ ດີໃຈສຸດທີ່
ນາງດີໃຈຊິໄດ້ຮູ້ ຊາຍຄົນນັ້ນຕ້ອງແມ່ນເຂົາ
"
ເຮົາລອງໃຈໂຕຫຼິ້ນ ຊື່ໆໜາໃຈ
ເຫດໃດໂຕເຖິງຖື ວ່າເລື່ອງຈິງໄປໄດ້
"
ມາລາໃຈ ຕ້ອງຢຸດນິ້ງ ປົງຫົວລົງໃສ່ບ່ອນ
ນາງອ່ອນໃຈແທ້ໆ ເມື່ອນາງຮູ້ວ່າໝູ່ເຊີຍ.
No comments:
Post a Comment