Tuesday, June 11, 2013

ຮັກແທ້ມີຢູ່ໃສ? ຕອນທີ 9


                      ແຕ່ແລ້ວໃນວັນນີ້         ເຮົາກໍ່ມາເຖິງ
ຖິ່ນເຊິ່ງເຮົາເຄີຍຝັນ                 ໄຝ່ຄະນິງເອົາໄວ້
ຫົວໃຈເຮົາມັນເຕັ້ນ                  ແຮງຄ່ອຍໆ
ຝົນຝອຍກໍ່ຢາດຍ້ອຍ                ລິນນໍ້າຫຼັ່ງລົງ

ຄວາມພະວົງຊື່ນຊ້ອຍ               ສຸດທີ່ພັນລະນາ
ໃນອຸລາມັນແສ                    ຊື່ນຊໍາຈິງແທ້
ສາຍຕາແລລົງພື້ນ                   ເຫັນແສງໄຟສາດສ່ອງ
ຍາມແນມຜ່ານປ່ອງຢ້ຽມ           ຈາກທາງຂ້າງເຄື່ອງບິນ

ໄດ້ຍິນໂຄສົກເວົ້າ                   ປະກາດວ່າ ມົດສະກູ
ແນມດູເຫັນແສງໄຟ                ກວ້າງໃຫຍ່ເດເມືອງນີ້
ພໍດີໃນຕອນນັ້ນ                    ຢູ່ເມືອງລາວເຈັດໂມງກວ່າ
ແຕ່ວ່າຢູ່ທີ່ນັ້ນ                      ສາມ​​ໂມງເຊົ້າເລີ່ມຜ່ານໄປ

ຫຼັງຈາກເຮືອບິນໄດ້                ຈອດເດີ່ນເມືອງໜາວ
ພວກໜຸ່ມສາວຄົນລາວ            ຕ່າງຊື່ນໃຈຫົວຍິ້ມ
ຕ່າງກໍ່ຍິນດີດ້ວຍ                   ໃນການມາເຖິງຖິ່ນໃໝ່
ຖິ່ນພວກເຂົາຊິໄດ້                 ຮຽນຮູ້ສາດຕະສິນ

ຢູ່ສະໜາມບິນນີ້                   ກໍ່ກວ້າງໃຫຍ່ຕະການຕາ
ມີຫຼາຍອັນຫຼູຫຼາ                   ຕື່ນຕາເມື່ອເຫັນແລ້ວ
ແຕ່ແວວຕາໃສຈ້ອງ               ມອງຫຍັງພວກຜູ້ບ່າວ
ກໍ່ສາວຣັດເຊຍລະບໍ່ເຈົ້າ           ເຫັນແລ້ວສ່າງບາດໃຈ

ບ່າວຜູ້ໃດກໍ່ຍິ້ມ                   ຍາມແນມເບິ່ງຂາຂາວ
ຕາມພາສາລາວໆ                 ຫາກກ່າວກັນສັນນີ້
ແຕ່ທີ່ແດນດິນບ້ານ               ເມືອງເຂົາຫາກນຸ່ງ ສັນນີ້
ບໍ່ແມ່ນເລື່ອງຢູ່ມຸ້ງ                ເໝືອນບ້ານແຫ່ງພວກເຮົາ

ຈົນຮອດເກົ້າ​​ໂມງເຊົ້າ             ເວລາທີ່ ມົດສະກູ
ຜູ້ຮັບຕ້ອນນັກສຶກສາ             ຈຶ່ງໄດ້ມາເຖິງຫັ້ນ
ພໍຈັດແຈງກັນແລ້ວ               ພາໄປຂຶ້ນລົດຕໍ່
ມົດສະກູ ບໍ່ແມ່ນນ້ອຍ           ເມືອງກວ້າງໃຫຍ່ໂຕ

ລົດໄດ້ໂງເງລ້ຽວ                  ຫຼາຍບ່ອນກາຍມາ
ສາຍຕາແນມອາຄານ              ເມີ່ມອງເຮືອນຮ້ານ
ລົດຜ່ານມາທາງກໍ້າ                ແອັມແກອູ ງາມຄ່ອງ
ມະຫາວິທະຍາໄລແຫ່ງຫ້ອງ      ເມືອງບ້ານຖິ່ນຣັດເຊຍ

ຫຼັງຈາກນັ້ນລົດຄ່ອຍລ້ຽວ        ມາຈອດທີ່ອາຄານສູງ
ຕຶກກະຊວງສຶກສາ                ຢູ່ໃກ້ແອັມແກອູ ນັ້ນ
ແນມເຫັນຕຶກຫຼາຍຊັ້ນ            ໃນແວວຕາທີ່ແຕກຕື່ນ
ມັນຈະເລີນລື່ນບ້ານ               ລາວເຮົານັ້ນຢ່າງຫຼາຍ

ບໍ່ແມ່ນເຮົາໂທດຮ້າຍ              ຈົ່ມວ່າເມືອງລາວ ດອກນາ
ເຮົາກໍ່ເປັນຄົນລາວ                 ຮັກຊາດລາວສະເໝີລົ້ນ
ແຕ່ມາເຫັນຫົນຫ້ອງ               ເມືອງເຂົາມັນຫຼາກຕ່າງ
ເຂົາພາກັນກໍ່ສ້າງ                   ເຮືອນຮ້ານໃຫຍ່ໂຕ

ບໍ່ແມ່ນຂ້ອຍກ່າວ​​ໂມ້              ຖານຖິ່ນເມືອງເຂົາ
ປານໃດເດເມືອງລາວເຮົາ          ຊິຈະເລີນປານນີ້
ຄິດແລ້ວມີຮອຍຍິ້ມ               ສະດຸດໃຈໄຮ້ຄ່າ
ໜ້າລະອາຍຄິດເຊັ່ນນີ້             ເມືອງເຮົາດ້ອຍກວ່າເຂົາ

ເຖິງເວລາກິນເຂົ້າ                  ຕອນທ່ຽງພໍດີ
ອາຫານມີສະຫຼັດ                  ເຂົ້າຈີ່ຝານສາມຊິ້ນ
ນອກນັ້ນຍັງມີຊີ້ນ                 ຝານບາງໆປົນໃສ້ອົ່ວ
ກັບອີກຈານຂົ້ວເຂົ້າ               ມາພ້ອມພໍ່າແກງ

ສີແດງນໍ້າໝາກໄມ້                ຫອມອ່ອນໆໃນດັງ
ລົດຊາດມັນຮຶນໆ                 ຝາດກະພໍປານນັ້ນ
ເຮົາພາກັນກິນເຂົ້າ                 ເຊົາກັນແບບບໍ່ອີ່ມ
ຊີມເຍື່ອງນັ້ນເຍື່ອງນີ້              ບໍ່ມີໃຜເວົ້າວ່າຖືກໃຈ

ໃຜຊິຕິໃຜໄດ້                     ອາຫານຢູ່ເມືອງເຂົາ
ລົດຊາດມັນບໍ່ຄືເຮົາ               ມັກກິນຢູ່ທາງບ້ານ
ຫຼັງຈາກອາຫານແລ້ວ             ຄວາຫານໍ້າດື່ມ
ກໍ່ມີແຕ່ນໍ້າໝາກໄມ້               ໃຜກິນແລ້ວກໍ່ເລົ່າຫົວ

ເຊົ້າມີ້ນີ້ມີເມກກົ້ວ                ຝົນຮົ່ວລິນຕົກ
ບ່າຍໆມາຍໍຍົກ                   ໃຫ້ແກ່ແສງຕາເວັນກ້າ
ຕາມສາຍທາງເຫັນໃບໜ້າ        ສາວຣັດເຊຍຜູ້ຂາວຜ່ອງ
ໃສ່ເກີບຢ໋ອງກະໂປງສັ້ນ          ຍາມເດີນຍ້າຍສ່າງບາດໃຈ

ໃນຕອນບ່າຍມື້ນີ້                 ຕຽມສົ່ງນັກສຶກສາ
ໄປຫາໂຮງຮຽນກຽມ             ແຕ່ລະເມືອງທີ່ມີໄວ້
ບົວສະບາໄປຍັງກໍ້າ              ອາຊີກາງເມືອງໃຫຍ່
ຕາສະເກັນ ຕັ້ງຊື່ໄວ້              ໄກເຍີ້ນຍ່ານໃດ

ບາງຄົນໄປຫົນຫ້ອງ              ເມືອງຊື່ ອິລິກຸດ
ອອກຈາກມົດສະກູ             ກໍ່ວ່າໄກພໍໄດ້
ໄລຍະທາງປະມານໃຫ້           ຫົກພັນກິໂລແມັດກວ່າ
ບາງຄົນໄປ ວາໂລແນັດ ກໍ່ຍັງວ່າມໍ່​​ໃກ້ ພັນຫ້າເກືອບຊິເຖິງ

ກໍ່ບໍ່ເຫິງດອກເຈົ້າ                 ຖ້າວ່າຂີ່ເຮືອບິນ
ເປັນລົດໄຟເດີນດິນ               ກໍ່ວ່ານານດົນມື້
ບາງຄົນໄປຫາຊື້                   ຂອງກິນຕຽມໄວ້ກ່ອນ
ເພື່ອວ່າຈະບໍ່ເດືອດຮ້ອນ          ບາດຍາມຂຶ້ນຂີ່ລົດໄຟ

ບາງຄົນໄປມໍ່ໃກ້                  ລັດຊື່ ອູແກຣນ ( ຢູເຄຣນ )
ສູ່ອ້ອມແຂນເມືອງກິເຢັບ        ກໍ່​​ໃກ້ຈິງຍັງໄຄແທ້
ດູຊານແບ ກໍ່ໄກລໍ້າ               ອາມາອານຕາ ຍິ່ງໄກກວ່າ
ມາຄັສກາລາ ພໍ່າພ້ອມ            ເອເລວັນ ນັ້ນກໍມີ

ມິນສຄ໌ແຫ່ງນີ້                   ຖານຖິ່ນເບລາຣຸດ
ໄປຈົນສຸດຕາເວັນຕົກ             ເຂດເມືອງ ຣິກາ ພຸ້ນ
ລິບົບ ຢູ່ທາງສົ້ນ                   ຈໍາຊາຍແດນຈອດຕໍ່
ເລນິນກະຣັດ ກໍ່ພໍ້                 ໝາຍມຸ້ງສູ່ຖິ່ນຮຽນ

ທຸກຄົນຕຽໃຈພ້ອມ             ຕັ້ງຕໍ່ເດີນທາງ
ຕ່າງກໍ່ວາງຄວາມຫວັງ             ໃສ່ຖິ່ນຕົນຈະເນົາຢັ້ງ
ພວກອ້າຍໃຫຍ່ຍັງເຕືອນໃຫ້      ການເດີນທາງລະວັງແດ່
ໂຈນຈະແລລໍ່າຢ້ຽມ               ແຫວນສ້ອຍສິ່ງປະດັບ

ທຸກຄົນໄດ້ຊາບແລ້ວ              ກໍ່ລິເລີ່ມເດີນທາງ
ມາລາໃຈ ນາງເຫງົາ               ເສົ້າທວງທັງເນື້ອ
ນາງມາເຫຼືອໃຈໃຫ້                ບົວສະບາ ບໍ່ເວົ້າສັ່ງ
ຊິລົມຫຍັງກໍ່ບໍ່ເວົ້າ                 ຍາມຊິໄດ້ຫ່າງກັນ

ສ່ວນວ່າ ບົວສະບາ ນັ້ນ           ຍິ້ມສົ່ງນິດໆ
ມາລາໃຈ ຈໍາຄິດ                  ບໍ່ສະບາຍໃນເນື້ອ
ເຈົ້າບໍ່ເຫຼືອຫຍັງໃຫ້                ເປັນໄມຕຼີແລ້ວບໍ່ນໍ່
ຊິຫ່າງກັນຍັງບໍ່ເວົ້າ                 ຈາຫຼິ້ນໃຫ້ມ່ວນໃຈ

ຢູ່ໃສສຳພັນເຈົ້າ                    ເຄີຍເວົ້າຕໍ່ກັບຮຽມ
ວ່າເຈົ້າຕຽມໃຈຮັບ                ຮັກນາງບໍ່ວາງເວັ້ນ
ແຕ່ເປັນຫຍັງວັນນີ້                ຈົ່ງໂຊກດີພຽງຈາສັ່ງ   ນີ້ບໍ
ຫົວໃຈເຈົ້າຍັງຮັກຂ້ອຍ            ເໝືອນຄັ້ງເກົ່າຫຼັງ ຢູ່ບໍ

ພວກເຮົາມາຢູ່ຢັ້ງ                  ຖານຖິ່ນດິນໄກ
ຫົວໃຈຫວັງໃນຄວາມຮັກ         ສົ່ງກໍ່າລັງໃຈໃຫ້
ແຕ່ແລ້ວຫົວໃຈເຈົ້າ               ລືມເຮົາບໍ່ຣູ້ເງື່ອນ
ມີເພື່ອນຄົນໃໝ່ແລ້ວ             ໄລຖິ້ມເພື່ອນຫຼັງ  ຊັ້ນບໍ

ເປັນຫຍັງນາງບໍ່ຖາມໃຫ້          ກະຈ່າງໃນໃຈ
ວ່າຮັກນາງພຽງໃດ                ຢູ່ໃນວັນນີ້
ເປັນຫຍັງມີພຽງຮອຍຍິ້ມ         ກັບສາຍຕາຝາກສົ່ງ
ແຕ່ເວລາບໍ່ຈົ່ງໃຫ້                 ນາງໄດ້ເອີ່ຍຖາມ

ຫົວໃຈນາງຫ້າມໄວ້               ບໍ່ໃຫ້ຫຼັ່ງນໍ້າຕາຕົກ
ມໍລະດົກຄວາມຮັກ               ແຫ່ງຫົວໃຈຂ້ອຍ
ມັນຍັງຄອຍຕົວເຈົ້າ               ຄົນດຽວບໍ່ເຄີຍຫ່າງ
ເຈົ້າສ້າງມັນຂຶ້ນໄວ້                ໃຈເຈົ້າຊິເລົ່າລືມ  ເປັນບໍ

ແນວຄິດນາງຄ່ອຍລຶ້ມ            ພາບແຫ່ງຄວາມຫຼັງ
ຄາວພວກເຂົາຍັງຮຽນ            ແຕ່ຄາວຫຼັງພຸ້ນ
ແມ້ງເມື່ອຍາມບຸນບ້ານ           ງານລາຕີຕ່າງໆ
ສ້າງຫົນທາງຈົນເຫື່ອຍ້ອຍ       ຍັງມີໜ້າເຮັດຮ່ວມກັນ

ຫຼາຍວັນເຄີຍພົບພໍ້               ເຈົ້າຍັງກ່າວຄໍາຫວານ
ຍັງປະທານຄວາມຮັກ            ໃຫ້ເຮົາຢ່າງຫວານຊຶ້ງ
ເຈົ້າຍັງຫຶງຫວງຂ້ອຍ              ກັບຊາຍຄົນອື່ນ
ຍາມຄໍ່າຄືນເຮັດວຽກແລ້ວ        ຕົວເຈົ້າກໍ່ສົ່ງຮຽມ

ຂ້ອຍສຸດທີ່ປ່ຽມລົ້ນ              ຊ້ອຍຊື່ນຍິນດີ
ທີ່ຈະມີຄົນຮັກ                   ຮ່ວມຮຽງຄືເຈົ້າ
ແຕ່ວ່າເຮົາຕ້ອງງົງດ້ວຍ           ກິລິຍາທີ່ແຕກຕ່າງ
ໃນມື້ຫ່າງຈາກບ້ານ              ຫົນຫ້ອງແຫ່ງສະຫວັນ

ປະກົດວ່າເຈົ້ານັ້ນ                ຮັກເລີ່ມບາງບົກ
ຂ້ອຍສຸດແສນຕົກໃຈ            ກັບເລື່ອງໃນວັນນັ້ນ
ພາບທີ່ມັນທຳໃຫ້                ຫົວໃຈເຮົາຈະແຕກຜ່າ
ກັບເວລາທີ່ເຈົ້າ                  ອາໄລເສົ້າສັ່ງນາງ

ຍາມເມື່ອຍ່າງລົງຝັ່ງນໍ້າ          ມາສູ່ນາວາ
ຍັງສົ່ງສາຍຕາແນມ              ຫ່ວງນາງບໍ່ວາງເວັ້ນ
ໂດຍບໍ່ແນມເຫັນຂ້ອຍ          ໃນສາຍຕາຈັກໜ່ອຍ
ສິ່ງນັ້ນຍິ່ງເຮັດໃຫ້ຂ້ອຍ         ສຸດເອົ້າອັ່ງໃຈ

ຈົນກວ່ານາວາໄດ້               ໄກຫ່າງເມືອງສະຫວັນ
ຜ່ານໂຂດຫີນກັນດານ          ແກ້ງກະເບົາມາແລ້ວ
ຂ້ອຍຈຶ່ງເຫັນແວວຕາເຈົ້າ        ແນມເຮົາຄັ້ງໜຶ່ງ
ຂ້ອຍຈຶ່ງ                   ຕັດສິນໃຈໄປວ່າເວົ້່າ   ກັບເຈົ້າເພື່ອກ່າວຈາ

ຂ້ອຍຢາກຈະວ່າເວົ້າ             ກັບເລື່ອງທີ່ເຮົາເຫັນ
ຢາກຮູ້ຄວາມເປັນຈິງ            ສິ່ງທີ່ເຫັນໃນວັນນັ້ນ
ຄົນສຳຄັນຂອງເຈົ້າ              ເປັນເຮົາຫຼືຍິງອື່ນ
ເປັນຫຍັງ                 ເຈົ້າຈຶ່ງຢືນລໍ່າຢ້ຽມ    ກັບນາງໄດ້ບໍ່ໜ່າຍໃຈ

ແຕ່ກໍ່ໄດ້ພຽງຄິດໄວ້            ບໍ່ກ້າກ່າວຖາມຈິງ
ຂ້ອຍໄດ້ພຽງແລຫຼິງ            ແລ້ວນັ່ງລົງຮຽງໃກ້
ໃນຫົວໃຈຂອງຂ້ອຍ           ມີຄວາມຮູ້ສຶກວ່າ
ເວລານັ່ງໃກ້ເຈົ້າ                 ເຮົານັ້ນອຸ່ນໃຈ

ສອງເຮົານັ່ງຊົມປ່າໄມ້           ລຽບຝັ່ງທາລາ
ສັກກຸນາແນວນົກ               ເວີ່ນບິນຕາມແຄມນໍ້າ
ເຈົ້າຄ່ອຍກຳມືຂ້ອຍ             ຈົນຕົວເຮົາສະດຸ້ງຕື່ນ
ຂ້ອຍເຫັນເຈົ້່າຊື່ນຍິ້ມ           ຕົວຂ້ອຍກໍ່ສວ່າງໃຈ

ແລ້ວຕົວເຈົ້າກໍ່ໄດ້               ລົມຕໍ່ຄຳດີ
ເຈົ້າຍັງມີຄຳຫວານ              ເວົ້າຈາກັບຂ້ອຍ
ເຈົ້າຍັງສອຍຄຳເວົ້າ              ກິນໃຈເຮົາຫຼາຍໆຢ່າງ
ອົກຂອງຂ້ອຍກໍ່ສວ່າງຮ້ອນ      ເມື່ອເຫັນເຈົ້າຊື່ນບານ

ຕອນທີ່ມາເຊົາຢັ້ງ                ຢູ່ທີ່ວຽງຈັນ
ເຈົ້າສຸກສັນຫັນສາ               ຕໍ່ເພື່ອນຝູງຫົວຍິ້ມ
ໃຜໄດ້ຊີມຄຳເວົ້າ                ຟັງເອົາຕ້ອງຊຶ້ງຊ່າ
ເມື່ອໄດ້ຈາກ່າວເວົ້າ              ກັບເຈົ້າຂ້ອຍຊື່ນບານ

ວັນຄືນອອກຈາກບ້ານ           ຖານຖິ່ນດິນລາວ
ຍັງກ່າວຈາຄຳຫວານ             ນິ້ມນວນຊວນເວົ້າ
ເປັນຫຍັງໃຈຂອງເຈົ້າ            ສັງລືມໄລໄດ້ງ່າຍ
ວັນພວກເຮົາເຄື່ອນຍ້າຍ         ມາຂຶ້ນເຄື່ອງບິນ

ຍັງໄດ້ຍິນສຽງເຈົ້າ                ເວົ້າຕໍ່ຄຳດີ
ເຈົ້າຍັງມີແວວຕາຮັກ             ສົ່ງມາໃຫ້ຮຽມຊຶ້ງ
ເຈົ້າຍັງຫຶງຫວງຂ້ອຍ             ຄອຍຄວງເອົາໃຈໃສ່
ໄດ້ກິນຫຍັງກໍ່ສົ່ງໃຫ້             ແຖມປ້ອນປ່ອນເຖິງ

ຄົນຢູ່ເທິງຍົນນັ້ນ                 ຕ່າງກໍ່ອິດສາ
ຕ່າງກໍ່ພາກັນແນມ                ເບິ່ງພວກເຮົາບໍ່ຢຸດນິ້ງ
ຄົນເຂົາຫຼິງດູຂ້ອຍ                ໃນສາຍຕາທີ່ແຕກຕ່າງ
ພຽງແຕ່ຫາກໍ່ຫ່າງບ້ານ            ຍັງປານນີ້ແລ້ວເບິ່ງເອົາ

ຂ້ອຍຮູ້ສຶກວ່າເຈົ້າ                 ປະກົດແຕ່ຄວາມສຸກ
ທຸກວາຈາຍັງຫວານ                ເວົ້ານົວຫົວຍິ້ມ
ເປັນຫຍັງຊາຍມາຖິ້ມ              ປະເປັນອະດີດເກົ່າ
ພຽງສອງມື້ເທົ່ານັ້ນ                 ໃຈເຈົ້າກໍ່ປ່ຽນໄປ  ແລ້ວບໍ

ຫົວໃຈຂ້ອຍໃນມື້ນີ້                  ຮ້ອງຮໍ່າຫວນຫາ
ສ້ຽວເວລາເດີນໄປ                   ຍິ່ງຫ່າງໄກຕົວເຈົ້າ
ໜ້າສົງສານຫົວໃຈເສົ້າ               ຂອງເຮົາມັນຮ້ອງໃສ່
ວ່າຂາດເຈົ້າບໍ່ໄດ້                     ມັນໄຫ້ຮໍ່າຄະນິງ

ເຈົ້າຂອງຍິງມັນນັ້ນ                    ພວມນັ່ງຊຶມເຫງົາ
ນາງພັບຕາເບົາໆ                       ຊືບລົງສະນິດໄວ້
ນາງຕ້ອງການຫວັງໃຫ້                ລືມມັນໄປອະດີດເກົ່າ
ເບື້ອງໜ້າລໍຖ້າເຈົ້າ                     ຄືໃຈຕັ້ງຕໍ່ຮຽນ.

ບົວສະບາ ມ້ຽນເຄື່ອງໄວ້              ໃນລົດເດີນທາງ
ໂຫວດລົດໄຟດັງມາ                    ແສບໃນເຈ້ຍຫູຈີ້ວ
ສ່ວນ ທອງລອນ ຍັງຫີ້ວ               ກະເປົາເດີນທາງ ໜ່ວຍບັກໃຫຍ່
ຫຼັງຈາກເອົາຫີບໄວ້                     ທາງເທິງແລ້ວກໍ່ພັກແຮງ

ສະແດງຄວາມດີໃຈດ້ວຍ            ທີ່ມີໝູ່ຄົນລາວ
ຮ່ວມເດີນທາງນຳກັນ                   ຢູ່ຫ້ອງນອນດຽວກັນນີ້
ບົວສະບາ ຂານຊີ້                       ດີໃຈກັບເພື່ອນໃໝ່
ນອກນັ້ນໃນຫ້ອງນີ້                     ຍັງມີເພີ້ມອີກສອງ

ຄົນໜຶ່ງຢູ່ບ້ານອ້າຍນ້ອງ               ຖານຖິ່ນ ກຳປູເຈຍ
ແລະ ເອທີໂອເປຍ                     ອີກຄົນໃນນັ້ນ
ຄົນທີ່ທາງເມືອງບ້ານ                   ຮຽນພາສາຝຣັ່ງ
ບົວສະບາ ຍັງຈື່ໄດ້                     ຄາວຮຽນຮູ້ຢູ່ມັດທະຍົມ

ພໍໄດ້ລົມກັນຫຼິ້ນ                       ຮູ້ບ້ານເພິ່ນເມືອງເຮົາ
ບ້ານເມືອງເຂົາຢູ່ແດນໃດ              ຕອບຖາມພໍຮູ້
ສ່ວນຜູ້ເປັນ ກຳປູເຈຍ ນັ້ນ            ທອງລອນ ເວົ້າຕໍ່
ບ້ານເຂົາຢູ່ມໍ່ໃກ້                       ຊາຍແດນຫ້ອງແຫ່ງຂະແມ

ເວົ້າແທ້ໃນຫ້ອງນີ້                    ມັນກໍ່ມ່ວນດີໃດ
ໃຜກໍ່ລົມກັນຕາມ                     ແຕ່ຕົນພໍຮູ້
ພ້ອມທັງດູພາສາໃບ້                   ຕີນມືບອກເລົ່າ
ພ້ອມທ່າທີວາດເວົ້າ                   ຫົວຍິ້ມໃຫ້ແກ່ກັນ

ກຳປູເຈຍ ຜູ້ນັ້ນ                       ເຂົາຊື່ ຊຸນວັນ
ເກີດຢູ່ໃນ ພະນົມເປັນ                ທີ່ນອນ​​ເນົາຢັ້ງ
ຊີວິດຄາວຫຼັງນັ້ນ                      ໃນຫົວໃຈມັນແຄ້ນຄັ່ງ
ນໍ້າຕາເຄີຍຫຼັ່ງຍ້ອຍ                    ໂປນປົດນັ້ນຂົ່ມເຫັງ

ອີກຄົນເຂົາເກັ່ງແທ້               ທັງທີທ່າວາຈາ
ມູຕາປີອາຊັນ                          ຊື່ຄົນຜີວດຳນັ້ນ
ເປັນຄົນສຸກສັນສ້າງ                   ສຽງຫົວໄດ້ກວ່າໝູ່
ເຖິງບໍ່ຮູ້ຄໍາວ່າເວົ້າ                     ຍັງຫົວໄດ້ຊື່ນໃຈ

ທ່າທີເຂົາບອກໃຫ້                     ເຂົ້າໃຈງ່າຍຊວນຫົວ
ທໍາອິດເຮົາຮູ້ສຶກກົວ                   ບາດນີ້ຫົວດ້ວຍຄວາມປຶ້ມ
ລືມໄປໝົດຄວາມເສົ້າ                 ເຫງົາທວງຄິດຮອດຖິ່ນ
ຫຼັງຈາກກິນເຂົ້າແລ້ວ                  ພວກເຮົານັ້ນກໍ່ເຫຼົ່ານອນ.

ມາລາໃຈ ຮີບຮ້ອນ                            ລຸກຕື່ນມືນຕາ
ແສງສຸລີປະກາຍມາ                                       ສ່ອງໃສ່ນາງໃນຫ້ອງ
ນາງຫຼຽວມອງໄປທາງໜ້າ                      ຂອງສາຍທາງລົດໄຟແລ່ນ
ແສນສວຍງາມປ່າໄມ້                                     ລຳຕົ້ນຕັ້ງຊື່ດີ

ໄລ່ມາຮອດປີນີ້                                 ນາງຫາກໍ່ສິບເຈັດ
ສໍາເລັດຮຽນມໍປາຍ                                       ແລ້ວເຫຼົ່າມາໄກບ້ານ
ໄກຖິ່ນຖານຫົນຫ້ອງ                                     ເຮືອນຊານພໍ່ແມ່
ເອົາແຕ່ພັກລັດສົ່ງຍູ້                                       ໃຫ້ນາງໄດ້ຮໍ່າຮຽນ

ອາຍຸກະສຽນຍັງອ່ອນນ້ອຍ ແຕ່ບໍ່ອ່ອນຄວາມຫຼັກແຫຼມ
ບວກແກມກັບແນວຄິດ                        ທີ່ພັດທະນາຂອງນາງນັ້ນ
ພ້ອມກັບຄວາມຫັນຫ້າວ                       ອົດທົນເອົາໃຈໃສ່
ຈົບມໍປາຍນາງຈິ່ງໄດ້                                      ຄະແນນໄວ້ເດັ່ນດີ

ທີສອງໄດ້ບົ່ງຊີ້                                  ທີ່ຢູ່ອັນດັບເສັງ
ເກັ່ງກວ່ານາງບໍ່ມີໃຜ                                      ນອກຈາກ ບົວສະບາ ນັ້ນ
ແລະໃຈນາງເຄີຍໝັ້ນ                          ໝາຍຕາຕັ້ງຕໍ່
ເປັນຫຍັງນໍມື້ນີ້                                           ຈຶ່ງໃຈນ້ອຍປ່ຽນໄປ

ເຂົາບໍ່ມາສັ່ງໃຫ້                                 ໃນວັນທີ່ໄກກັນ
ມັນສ່າງເຫຼືອໃຈນາງ                                      ຜູ້ນັ່ງຄອຍຄຳເວົ້າ
ແຕ່ແລ້ວ ບົວສະບາ ເຈົ້າ                        ມີສາຍຕາກັບຍິ້ມສົ່ງ
ເຈົ້າຄົງເຫັນຄ່າຂ້ອຍ                                      ບໍ່ສົມເຈົ້າບໍ່ໜໍ

ຈຶ່ງບໍ່ມາອ່ອນງໍ້                                  ຂໍສົ່ງຄໍາຫວານ
ປະທານໃຈໃນຄວາມຮັກ                        ໃຫ້ແກ່ເຮົາໃນວານນີ້
ຂ້ອຍມີຫຍັງເປັນປົມດ້ອຍ                      ໃນໃຈເຈົ້າບໍ່ນໍ່
ເປັນຫຍັງເຈົ້າບໍ່ເວົ້າ                                       ໃຫ້ຕົວຂ້ອຍປ່ຽນແປງ

ຫຼືຕົວເຈົ້າກັ່ນແກ້ງ                    ທຳທ່າບໍ່ສົນໃຈ
ເພື່ອໃຫ້ຕົວຂອງເຮົາ                                      ເສື່ອມຫວັງໃນຕົວເຈົ້າ
ຫຼືຕົວເຂົາທໍານີ້                                            ເພື່ອລອງໃຈເຮົາເບິ່ງ
ວ່າຍັງຄິດຮັກໝັ້ນ                              ກັບເຈົ້າຢູ່ຫຼື

ສຸດທ້າຍນາງຍັງຝືນດື້                           ຄິດເຫັນແຕ່ຄວາມດີ
ນີ້ນໍເດັກເອີຍເດັກ                               ບໍ່ຄິດເຫັນຫຍັງຮ້າຍ
ເຈົ້າເກັ່ງຫຼາຍການຮຽນຮູ້                        ວິຊາການດ້ານຕ່າງໆ
ແຕ່ຄວາມຮັກບໍ່ຊ່າງຮູ້                          ມັນຝັງຊ້ອນເຊື່ອງຫຍັງ

ພວກເຈົ້າຫວັງພຽງແຕ່ໄດ້            ຢູ່ໃກ້ມໍ່ຊິດກັນ
ໃຫ້ຄວາມຫວານຈັກນິດ                       ຄິດວ່າເຂົາດີແລ້ວ
ລະວັງຫົວອົກແປ້ວ                                      ຊິຄວນຄາງຮ້ອງຮໍ່າ
ຊໍ້າເພາະຄວາມຮັກເຈົ້າ                         ບໍ່ເຄີຍຮູ້ຮິ່ນຕອງ

ເມື່ອນັ້ນເຈົ້າຈະກ່າວຟ້ອງ             ຕໍ່ວ່າຢູ່ສານໃດ
ໃຜຈະມາຕັດສິນ                               ເລື່ອງເຈົ້າເສຍຄວາມຊຶ້ງ
ເສຍຄົນຫຶງຫວງໄວ້                                       ພຽງຫົວໃຈເຈົ້າຊິຈົ່ມ
ຍ້ອນວ່າອົກເຈົ້າຫຼົ້ມ                                      ຕຼົມຊໍ້າຢູ່ຜູ້ດຽວ

ເສັ້ນທາງເລີ່ມຄົດລ້ຽວ               ຕາມຮ່ອມພູເຂົາ
ລົດໄຟມັນນໍາເຮົາ                               ສູ່ຖິ່ນໄກໃຫ້ເຫັນຮູ້
ມາລາໃຈ ຊົມດູແລ້ວ                          ສຸກໃຈມາກກວ່າ
ຊົມພູຜາປ່າໄມ້                                           ສາຍຫວ້ຍລ່ອງໄຫຼ

ດວງຕາເວັນມໍ່ໃກ້                    ລັບລ່ວງລົງແລງ
ໂຫວດລົດໄຟດັງແຮງ                          ສົ່ງສຽງສັນຍານ​​ໃຫ້
ລົດໄຟມັນມາໃກ້                              ສະຖານີທຽບບ່ອນ
ມາລາໃຈ ອົກຮຸ່ມຮ້ອນ                        ໃຈເຕັ້ນຕື່ນມະໂນ

ພວກໝູ່ຮູ້ອ່າວໂອ້                    ຊ້ອຍຊື່ນສັນໃດ
ມາລາໃຈ ກໍ່ຄືກັນ                              ເບີກບານສັນນັ້ນ
ເອເລວັນເມືອງກວ້າງ                          ຝຸງຊົນແໜ້ນອັ່ງ
ອາກເມນີ ຕັ້ງຊື່ໄວ້                             ນາມຊັ້ນລັດເຂົາ

ລົດບັດພາເຮົາຍ້າຍ                             ເຂົ້າສູ່ຕົວເມືອງ
ຄວາມຮຸ່ງເຮືອງຂອງເມືອງເຂົາ                  ຕ່າງເມືອງເຮົາແທ້
ພວກເຮົາແລດູຮ້ານ                                      ອາຄານສູງໃຫຍ່
ດ້ວຍຈິດໃຈເບີກແຍ້ມ                         ແນມຢ້ຽມບ່ອນຜ່ານໄປ

ລົດນັ້ນໄດ້ແລ່ນຍ້າຍ                       ກາຍຜ່ານຕົວເມືອງ
ສຽງເນື່ອງນັນຂອງລົດ                          ງຽບຫາຍໄປແລ້ວ
ຕາມແລວທາງສາຍນີ້                                    ມີພຽງໄມ້ປ່າ
ຢືນລຽນກັນສະຫງ່າຕັ້ງ                         ໃບນັ້ນເກືອບບໍ່ມີ

ຍ້ອນຫຍັງເປັນເຊັ່ນນີ້                          ບາງຄົນຄິດໃນໃຈ
ຕົ້ນໄມ້ໃນເມືອງເຮົາ                                     ບໍ່​​ເປົ່າແປນໃບໄມ້
ເພາະວ່າໃນວັນນີ້                               ເປັນລະດູ​​ໃບ​​ໄມ້ລົ່ນ
ມັນເລີຍເຫຼືອແຕ່ຕົ້ນ                                     ຢືນກະດ້າງຕາກຝົນ

ຫຼັງຈາກລົດແລ່ນພົ້ນ                           ຊາຍປ່າມາເຖິງ
ເຊິ່ງໜ້າມີອາຄານ                              ກໍ່ສູງລຽນຕັ້ງ
ແນມແຕ່ໄກຍັງເຫັນໄດ້                        ຂາວໆເປັນກຸ່ມໆ
ເປັນຈຸ້ມນັ້ນຈຸ້ມນີ້                              ຢູ່ເທິງຈ້າຍໜ່ວຍພູ

ຫຼັງຈາກພວກເຮົາຮູ້                            ເປັນທີ່ຢູ່ຂອງເຮົາ
ຕ່າງພາກັນດີໃຈ                                ເພາະໄດ້ມາເຖິງແລ້ວ
ຕຶກຢູ່ໃນແຖວນີ້                                ເປັນອາຄານສູງໃຫຍ່
ມີລິບໄຟຟ້າພ້ອມ                              ທຽວລົງຂຶ້ນແມ່ນສະບາຍ

ຊາຍຜູ້ພາມານັ້ນ                     ຍ່າງເຂົ້າສູ່ອາຄານ
ໜ້ອຍບໍ່ນານກໍ່ກັບມາ                          ບອກພວກເຮົາເຂົ້າໄປໄດ້
ເພິ່ນພາໄປຫາຫ້ອງ                                      ຂອງໃຜລາວຈະໄດ້ຢູ່
ມາລາ​​ໃຈ ດູເບິ່ງຫ້ອງ                                    ມັນກໍ່ກວ້າງໃຫຍ່ດີ

ເຄື່ອງຢູ່ໃນຫ້ອງນີ້                    ມີຢູ່ສາມຕຽງ
ໂຕະຕັ່ງຮຽງເປັນຊຸດ                                     ເພື່ອນັ່ງຮຽນຫຼືກິນເຂົ້າ
ນອກນັ້ນຍັງມີຕູ້                                ລຽນກັນສາມໜ່ວຍ
ແນມຫາບ່ອນໃສ່ຖ້ວຍ                         ໃສ່ຈານນັ້ນແມ່ນບໍ່ມີ

ນອນຢູ່ໃນຫ້ອງນີ້                     ມີໝູ່ສອງຄົນ
ເຊິ່ງເປັນຄົນ ກຳປູເຈຍ                          ຮອດກ່ອນນາງມື້ວານນີ້
ຄົນລາວທີ່ມາພ້ອມ                                      ກັບນາງກໍ່ຫຼາຍຢູ່
ມານອນກັບໝູ່ຕ່າງບ້ານ                        ຈະດີຮ້າຍຮ່ອມໃດ

ສອງສາວຍິ້ມສົ່ງໃຫ້                            ທັງຊ່ວຍຈັດຂອງ
ມອງເບິ່ງກິລິຍາ                                          ທ່າທາງພວກເຂົາແລ້ວ
ບໍ່ມີແນວຈະດູຮ້າຍ                                       ພຽງຈາກັນບໍ່ຮູ້ເລື່ອງ
ນິດໃສທາງຝ່າຍເບື້ອງ                          ພວກເຂົານັ້ນກໍ່ເຊັ່ນເຮົາ

ຈາກນັ້ນພາໄປກິນເຂົ້າ                ຢູ່ທີ່ຫໍອາຫານ
ເຂົ້າໜຶ່ງຈາຍກັບແກງ                                    ຈອກນົມມາຕັ້ງ
ພ້ອມນັ້ນຍັງມີນ້ຳ                               ຊາເຫຼືອງຮ້ອນອຸ່ນໆ
ຊາບ້ານເຂົາສີຂຸ້ນໆ                             ນ້ຳຕານນັ້ນກໍ່ໃສ່ນຳ

ຈາກນັ້ນພາໄປອາບນ້ຳ                ຢູ່ເບື້ອງລຸ່ມອາຄານ
ສຸກສຳລານໃນໃຈ                              ລ້າງເຫື່ອໄຄສະບາຍເນື້ອ
ແລ້ວຄືນເມືອຫາຫ້ອງ                          ເຊົາມີແຮງໜ້ອຍໜຶ່ງ
ແລ້ວຈຶ່ງໄປນັ່ງຫຼິ້ນ                              ນຳຫ້ອງເພື່ອນຝູງ

ພວກເຮົານອນບໍ່ກາງມຸ້ງ              ເພາະຍຸງບໍ່ມີຫຼາຍ
ກໍ່ສະບາຍໃຈດີ                                           ບໍ່ຫຍຸ້ງຫຍາງກາງມຸ້ງ
ຍຸງຈະເນົາໃສໄດ້                               ເມືອງເຂົາອາກາດຕ່າງ
ຍາມໜາວນ້ຳກະດ້າງ                                    ສໍ່າຍຸງນັ້ນບໍ່ອາດເຫຼືອ.

ບົວສະບາ ຢາດເຫື່ອຍ້ອຍ            ຍາມຮຸ່ງອາລຸນ
ຕີນລົດໄຟຍັງໝຸນ                              ເຄື່ອນໄປເລິງເລື້ອຍ
ເຂົາລຸກນອນສຸດເຕື້ອຍ                         ກາຍາອິດອ່ອນ
ເພາະສາມຄືນຂ້ອນແລ້ວ                       ເຂົາໄດ້ຂີ່ລົດໄຟ

ທາງຫົວໃຈເຂົານັ້ນ                            ຄິດຮອດອູ່ ສຸມາລີ
ຜູ້ທີ່ເນົາຢູ່ແດນລາວ                                      ຫ່າງໄກກັນເຍີ້ນ
ເຈົ້າເພີດເພີນຫຼືເສົ້າ                                      ເຫງົາທວງຄິດຮອດພີ່                 ບໍນໍ
ສ່ວນວ່າຕົວຂ້ອຍນີ້                             ຄິດເຖິງເຈົ້າຢູ່ບໍ່ຫາຍ

ນັບແຕ່ຕົວຂ້ອຍຍ້າຍ                           ຈາກຖິ່ນດິນສະຫວັນ
ພຽງເຈັດວັນກາຍມາ                                     ສ່າງວ່າດົນນານມື້
ນີ້ຫຼືຄືຄວາມຊຶ້ງ                                          ຂອງຫົວໃຈຮັກໄຄ່
ເຫດການ  ໃນຄືນມື້ຈາກບ້ານ                                       ຍັງຫວານຊຶ້ງຈື່ຈຳ

ລົດໄຟໄດ້ຈອດຈ້ຳ                    ເມືອງໃຫຍ່ ຕາສເກັນ
ເຫັນຜູ້ຄົນຫຼວງຫຼາຍ                                     ຍ່າງກາຍບໍ່ມີເອື້ອນ
ມັນບໍ່ເໝືອນຫົນຫ້ອງ                          ເມືອງເຮົາເປົ່າປ່ຽວ
ບຸນມື້ດຽວເທົ່ານັ້ນ                             ຄົນແໜ້ນອັ່ງອໍ

ນີ້ນໍປະເທດບ້ານ                      ຖານຖິ່ນ ອຸດສະເບັກ
ຄິດວ່າເປັນເມືອງເລັກ                          ເພາະຢູ່ໄກຈິງແທ້
ແລຕາມທາງສຸດຄ້ອຍ                          ທະເລຊາຍກວ້າງໃຫຍ່
ທົ່ງກາຊັກ ວ່າໄວ້                               ສອງມື້ຈຶ່ງຜ່ານກາຍ

ບາດວ່າມາເຫັນປ້າຍ                           ເມືອງຊື່ຕາສເກັນ
ພຽງມາເຫັນນິດດຽວ                                    ກໍ່ຕື່ນຕາເສຍແລ້ວ
ເຮືອນເປັນແຖວເປັນຊັ້ນ                       ລຽນກັນບໍ່ເວັ້ນຫວ່າງ
ຕາມສາຍທາງລົດແລ່ນຍ້າຍ          ທັງມື້ບໍ່ຂາດສາຍ

ສາຍຕາພວກຜູ້ບ່າວຈ້ອງ             ມອງເບິ່ງນາງສາວ
ເບິ່ງຜູ້ໃດກໍ່ຂາວນວນ                                    ຊັກຊວນໃຈເຕັ້ນ
ຜູ້ໃດເຫັນກໍ່ຫົວຍິ້ມ                                      ສາຍຕາປານໄກ່ປ່າ
ສົມກັບຄຳເຂົາກ່າວເວົ້າ                         ສາວຣັດເຊຍນັ້ນຈັ່ງແມ່ນງາມ

ເບິ່ງແຂ່ງຂາປານລຳກ້ວຍ             ສ້ວຍຊື່ແສນງາມ
ຄິດຢາກຖາມເປັນແຟນ                        ແຕ່ບໍ່ມີປັນຍາເວົ້າ
ເພາະວ່າຕົວເຮົາໄດ້                                      ພາສາຣັດເຊຍພໍພຽງເລົ່າ
ແຕ່ຖາມກິນເຂົ້ານ້ຳ                                      ກໍ່ຍັງໄດ້ແຕ່ໜ້ອຍດຽວ

ຊິເອົາຫຍັງໄປກ້ຽວ                            ຈີບໝູ່ນາງສາວ
ເຫັນແກ້ມຂາວນວນໆ                         ໄດ້ລໍ່າແຍງກໍ່ພໍແລ້ວ
ບາງຄັ້ງອົກຄືຈະແປ້ວ                           ຍາມນາງສາວຍິ້ມໃສ່
ເມື່ອໃດເດຂ້ອຍຊິໄດ້                           ລົມເຈົ້າໄດ້ດັ່ງໃຈ

ລົດບັດໄດ້ແລ່ນຍ້າຍ                           ຕາມໝູ່ສາຍທາງ
ບາງບ່ອນໂງເງເງາະ                                       ຕໍ່າສູງເນີນຄ້ອຍ
ບາງບ່ອນເດີນທາງນ້ອຍ                        ທາງທີເດີນທາງໃຫຍ່
ລົດແລ່ນໄປເລື້ອຍໆ                                      ເມືອງກວ້າງໃຫຍ່ໂຕ

ຫຼັງຈາກນັ້ນລົດ​​ໂງເຂົ້າ                ມາຈອດທີ່ອາຄານ
ຊັ້ນລຸ່ມຮ້ານອາຫານ                                     ເພື່ອນັ່ງຊຸມກິນເຂົ້າ
ພວກເຮົາພາກັນຍ້າຍ                                    ​​ໄປເທິງຊັ້ນສີ່
ອາຄານນີ້ມີສີ່ຊັ້ນ                               ລິບນັ້ນ​​ແມ່ນບໍ່ມີ

ຫ້ອງກໍ່ບໍ່ຂີ້ຮ້າຍ                                ຈັດແຈ່ງຈົບງາມ
ຫ້ອງນອນສອງສາມຕຽງ                       ກໍ່ນອນນຳກັນໄດ້
ຫຼັງຈາກພວກເຂົາໃຫ້                                    ຕຽງນອນບ່ອນຢູ່
ຍ່າງໄປດູຫ້ອງນ້ຳ                               ກໍ່ພໍໃຊ້ສະອາດດີ

ມັນຕ້ອງເປັນເຊັ່ນນີ້                            ຫໍພັກນັກສຶກສາ
ບົວສະບາ ກໍ່ເຄີຍຄິດ                                     ຢາກໃຫ້ເປັນສັນນີ້
ຕົວເຂົາມີຮອຍຍິ້ມ                             ສົດໃສກັບພວກໝູ່
ໄດ້ຢູ່ເຮືອນເຊັ່ນນີ້                               ພໍໃຈແທ້ສະດວກດີ

ມາກຽມຢູ່ທີ່ນີ້                                 ຄົນລາວກໍ່ຊາວຫົກຄົນ
ຂີ່ລົດໄຟດົນສາມຄືນ                                     ບໍ່ແກວ່ນກັນພໍດີ້
ບໍ່ມີໃຜຫານດື້                                           ໂລເລໄປຊອກໝູ່
ຕ່າງຄົນຕ່າງບໍ່ຮູ້                                          ກັນຊໍ້າແຕ່ມື້ມາ

ແລ້ວເຫດໃດຊິກ້າ                    ໄປຕໍ່ວ່າຖາມໃຜ
ພາສາຣັດເຊຍໃນໃຈ                                     ໄດ້ແຕ່ຂຽນບໍ່ເຄີຍເວົ້າ
ແລ້ວພວກເຂົາຈະໄປຫຍຸ້ງ                     ຖາມກັນໃຫ້ມັນເໝື່ອຍ    ຫຍັງເດ
ເສີຍໃຜລາວກໍ່ແລ້ວ                                      ໃນຕູ້ລົດໄຟ

ແຕ່ມື້ນີ້ຕ້ອງໄດ້                                ຮູ້ໝູ່ທັງໝົດ
ຫຼັງຈາກຟັງກົດເກນ                                      ລະບຽບການພວກເຂົາແລ້ວ
ສຽງແຊວດັງກ້ອງ                                      ຄົນລາວຖາມ​​​ໄຖ່  ກັນແລ້ວ
ເຈົ້າຢູ່ເໜືອຂ້ອຍຢູ່ໃຕ້                          ໃຫ້ມັນຮູ້ທົ່ວກັນ

ບັນຍາກາດໃນຫ້ອງນັ້ນ               ມັນມ່ວນ​​ເຕັມທີ
ບາງຄັ້ງມີສຽງຫົວ                              ມ່ວນກັນສະນຸກແມ້ງ
ຕ່າງສະແດງໄມຕີໃຫ້                                    ສຳພັນໃຈແກ່ພວກໝູ່
ຮູ້ໜ້າຕາກັນໄວ້ແລ້ວ                                     ກໍ່ຄືນຫ້ອງແຫ່ງຕົນ

                   ບົວ​ສະ​ບາ ​ຊອກ​ຄົ້ນ                  ທີ່​ຢູ່ ສຸ​ມາ​ລີ                
ເຂົາກັງ​ວົນ​ເຕັມ​ທີ                    ເລື່ອງເຫດການຄືນນັ້ນ              
ຖ້າຫາກນາງຝັນເຝົ້າ                           ໃຫ້​ເຮົາ​ເມືອ​ເຂົ້າ​ແຕ່ງ                 ດອງ​ນັ້ນ
ຈະ​ຊີ້​ແຈງ​ກ່າວ​ຂໍ້                      ວອນ​ເວົ້າ​ວ່າ​ຈັ່ງ​ໃດ
          ຕົວ​ເຮົາ​ມາ​ພີ້​ໄດ້             ຍ້ອນ​ຫວັງ​ຕໍ່​ເພື່ອ​ຮຽນ​ຈົບ           
ໃຫ້ປະ​ສົບ​ຄວາມ​ສຳ​ເລັດ                       ວິຊາ​ຄວາມ​ຮູ້              
ຍິ່ງ​ຄິດ​ດູ​ແຮງ​ໄຮ້                      ຫົ​ນ​ທາງ​ຈະ​ຄິດ​ຕໍ່          
ຮຽມ​ຂໍ​ວອນ​ໄຫວ້​ພຼະ​ເຈົ້າ                      ບັນ​ດານ​ໃຫ້​ສິ່ງ​ທີ່​ດີ         

          ເມື່ອຮຽນ​ຈົບ​ແລ້ວ​ຊິ​ໄດ້              ເມືອ​ກ່າວ​ສົມ​ມາ          
ທັງ​ບິ​ດາ​ມານ​ດາ                      ພໍ່​ແມ່​ນາງ​ທາງ​ບ້ານ                  
ເຮົາ​ຈະ​ໄປ​ຈາ​ຕ້ານ                    ຂໍ​ອະ​ໄພ​ທຸກໆ​ຢ່າງ         
ຍອມ​ຮັບ​ຜິດ​ສິ່ງ​ທີ່​ສ້າງ                         ໃນເບື້ອງ​ຜ່ານ​ມາ 
          ສຸ​ມາ​ລີ ເຈົ້າ​ບໍ່​ໜ້າ           ໃຫ້​ທ່າ​ຮຽມ​ເລີຍ          
ຂ້ອຍ​ບໍ່​ເຄີຍ​ຄະ​ນິງ​ຄິດ                          ຢຽບ​ຫຍາມ​ທຳ​ລາຍ​ເຈົ້າ             
ເປັນ​ຫຍັງ​ຈາ​ຄຳ​ເວົ້າ                            ຫຍາມ​ເຮົາ​ບໍ່​ຮູ້​ເງື່ອນ                 
ເໝືອນດັ່ງ​ຈຳ​ໃຫ້​ຂ້ອຍ                         ທຳລາຍ​ເຈົ້າ​ຢ່າງ​ເປີດ​ແປນ 
          ຄິດ​ເຖິງ​ແຟນ​ຢູ່​ບ້ານ                  ຍິ່ງ​ເຫງົາ​ຫງ່ວມ​ໃນ​ໃຈ               
ແໜງ​ສູ້​ໄປ​ຫາ​ເລາະ                            ອາດ​ສະ​ບາຍ​ໃຈ​ໄດ້                  
ເຮົາ​ຈິ່ງ​ໄປ​ຈາ​ເວົ້າ                     ອວນ​ເອົາ​ພວກ​ໝູ່          
ໄປ​ເພື່ອ​ຮູ້ແຫ່ງ​ຫ້ອງ                            ສະ​ຖານ​ໃກ້​ບ່ອນ​ຢູ່​ເນົາ    
          ພວກ​ເຮົາ​ເລາະ​ໃກ້ໆ                  ຕາມ​ໝູ່ອາ​ຄານ            
ເບິ່ງເດີ່ນ​ບານ​ຫໍ​ອາ​ຫານ                        ແວ່​ກິນ​ແລງ​ພ້ອມ          
ພໍ​ເມື່ອ​ຕາ​ເວັນ​ໄດ້                     ລົງ​ແລງ​ລັບ​ລ່ວງ            
ພວກ​ເຮົາຈິ່ງ​ຕ່າວ​ໂຄ້ງ                          ຄືນ​ຫ້ອງ​ບ່ອນ​ພັກ​ເຊົາ
         
          ຫຼັງ​ຈາກ​ເຂົ້າ​ບ່ອນ​ແລ້ວ               ກໍ່​ບໍ່​ຫ່ອນ​ຫວນ​ຫຼັບ                  
ຂ້ອຍ​ພັບ​ຕາ​ຫຼາ​ຍ​ທີ                            ກໍ່​ບໍ່ຫາຍ​ກັງ​ວົນ​ໄດ້                  
ຫົວ​ໃຈ​ສຸດ​ແສນ​ເສົ້າ                            ຈົນ​ນອງ​ນ້ຳ​ຕາ​ຫຼັ່ງ          
ເປັນ​ຄັ້ງ​ໜຶ່ງ​ອີກ​ທີ່​ຍ້ອຍ                         ໄຫຼ​ໄດ້​ເພາະ​ຜູ້​ຍິງ
         
          ຄວາມ​ຈິງ​ຜູ້​ຊາຍ​ນີ້          ແຂງ​ແກ່ນ​ກາ​ຍາ           
ພໍມາ​ເຈິ​ຄວາມ​ຮັກ                             ທີ່​ອ່ອນ​ໄຫວນວນ​ນິ້ມ               
ເມື່ອ​ຫົວ​ໃຈ​ໄດ້​ຊີມ​ເຂົ້າ                        ກັບ​ຄວາມ​ຈິງ​ຈິ່ງ​ຮູ້​ວ່າ                
ກາ​ຍາ​ແຂງ​ແກ່ນ​ນັ້ນ                            ຍັັງ​ບໍ່​ສູ້​ສິ່ງ​ອ່ອນ​ຫວານ      
          ຄວາມ​ຮັກ​ນັ້ນ​ປະ​ທານ​ໃຫ້            ລະອຽດ​ອ່ອນ​ສຸດ​ແສນ              
ແຟນ​ເອີຍ​ແຟນ​ນີ້​ຫຼື​ຮັກ                        ທີ່​ຮຽມ​ໄດ້​ຫວນ​ຮູ້         
ເຈົ້າ​ຢູ່ທາງ​ຫົນ​ຫ້ອງ                            ເມືອງ​ລາວ​ຢ່າ​ເຄືອງ​ຂຸ່ນ              
ຄວາມ​ສົມ​ດູນ​ຮັກ​ຂ້ອຍ                        ສົົ່ງ​ເຖິງ​ເຈົ້າ​ຍິ່ງ​ຫຼາຍ        
          ຂ້ອຍ​ນີ້​ຄິດ​ຊ່າງ​ງ່າຍ​ໄຮ້                ຫົນແຫ່ງ​ຈິນ​ຕະ​ນາ                   ຈິງ​ນໍ
ເຫັນ​ແກ່​ຕົວ​ໜັກ​ໜາ                           ຈິ່ງ​ຖິ້ມ​ປະ​ຕົວ​ເຈົ້າ         
ເພາະ​ຕົ​ວເຮົາ​ຫວັງ​ຮຽນ​ຮູ້                      ຈິ່ງ​ລືມ​ຄະ​ນິງ​ເຖິງ​ເລື່ອງ​ອື່ນ          
ສິ່ງ​ຂົມ​ຂື່ນ​ປະ​ໃຫ້​ເຈົ້າ                          ຮັບ​ເອົາ​ແທ້​ແຕ່​ຜູ້​ດຽວ     
          ຂ້ອຍ​ເປັນ​ຜູ້​ກ່ຽວ​ຂ້ອງ                ຕົວ​ກໍ່​ບັນ​ຫາ               
ຊ້ຳພັດ​ມາ​ປະ​ນາງ                     ໃຫ້​ຮັບ​ກຳ​ຄົນ​ດຽວ​ນໍ້                
ບັດນີ້ນາງຄົງພໍ້                        ຄຳຕິຕຽນຈາກພໍ່ແມ່                 ແລນໍ
ນາງຈະແລລໍ່າໜ້າ                    ຊາວບ້ານໄດ້ຈັ່ງໃດ         
                   
          ເສຍ​ໃຈ​ເດ​ທີ່​ກໍ່​ເລື້ອງ                  ໃຫ້​ເປັນ​ເລື່ອ​ງ​ອັບ​ມຸ​ງ​ຄຸນ             
ຄວາມ​ດີ​ເຮົາ​ຄົງ​ສູນ                             ເປົ່າ​ແປນ​ໝົດ​ກ້ຽງ         
ມີ​ພຽງ​ຄົນ​ນິນ​ທາ​ກ້ອງ                         ຄົນ​ໃຈ​ຊາມ​ຊາດ​ຊົ່ວ                 
ຕົວະ​ຜູ້​ຍິງ​ແລ້ວ​ກໍ່​ຜ້າຍ                         ໜີ​ຈ້ອຍ​ບໍ່​ຫ່ວງ​ຫຍັງ
         
          ໂອ​ນໍ​ຄວາມ​ຫຼັງ​ຂ້ອຍ                  ເຄີຍສ້າງ​ກໍ່​ຄວາມ​ດີ                  
ຄົງ​ບໍ່​ມີ​ຫຍັງ​ເຫຼືອ                     ໃຫ້​ຄົນ​ເຂົາ​ຍ້ອງ            
ພໍ່ແມ່​ເຮົາ​ສອນ​ໃຫ້                             ທຳ​ຄວາມ​ດີ​ໃຈ​ສັດ​ຊື່                
ສິ່ງ​ຜ່ານ​ມາ​ຄື​ບາບ​ຮ້າຍ                         ທຳ​ລາຍ​ລ້າງ​ຊື່​ສຽງ
          ຂ້ອຍ​ຄົງ​ສູນ​ສິ້ນ​ກ້ຽງ                  ຄຸນ​ຄ່າ​ຄວາ​ມຫຼັງ           
ເຄີຍ​ຝາກ​ຝັງ​ຄວາມ​ດີ                          ແກ່​ປະ​ຊາ​ຊາວ​ບ້ານ                  
ບັດ​ນີ້​ເຂົາ​ຄົງ​ຕ້ານ                     ປະ​ນາມ​ເຮົາ​ເປັນ​ຄົນ​ຊົ່ວ              ແລ​ນໍ
ແຕ່ຂ້ອຍ​ກົວ​ກວ່າ​ນັ້ນ                           ຢ້ານ​ຕົວ​ເຈົ້າ​ຖືກ​ປະ​ນາມ   
          ຂ້ອຍ​ຢ້ານ​ຄົນ​ຫຍາມ​ເຈົ້າ             ພ້ອມ​ເຜົ່າ​ພົງ​ສາ           
ຍ້ອນຂ້ອຍ​ທຳ​ອະ​ນາ​ຈານ                      ເສບ​ເຊີຍ​ຊົມ​ເຈົ້າ           
ວັນ​ນີ້     ໄດ້ພຽງ​ເສຍ​ໃຈ​ເສົ້າ                    ເຫງົາ​ຄະ​ນິງ​ບ້າ​ປ່ວງ                  
ຮູ້ບໍ່​ວ່າ​ຂ້ອຍ​ຫ່ວງ​ເຈົ້າ                         ຫົວ​ໃຈ​ເສົ້າ​ປ່ວຍ​ໃນ                 

          ທ້ອງ​ຟ້າ​ໄດ້​ສະ​ຫວ່າງ​ແຈ້ງ           ທາງ​ທິດ​ບົວ​ລະ​ພາ         
ຢາດ​ນ້ຳ​ຕາ​ເຂົາ​ຄົງ​ຢຸດ                          ສິ້ນ​ພຽງ​ຄືນ​ນີ້              
ເຂົາ​ຍັງ​ມີ​ພຽງ​ໃຈ​ເສົ້າ                          ຄິດ​ເຖິງແຟນ​ຍາມ​ພາກ​ຖິ່ນ         
ເຂົາ​ຖະ​ຫວິ​ນ​ຮັກ​ໃຫ້                          ມີ​ນາງ​ໄວ້​ຢູ່​ທີ່​ໃຈ           

          ສິ່ງ​ດຽວ​ເຂົາ​ຫວັງ​ໄວ້               ຄືຮຽນ​ກ່ອນ​ໃຫ້​ມັນ​ຈົບ             
ແລ້ວ​ຕົວ​ເຂົາ​ຈະ​ມາ​ພົບ                     ເພື່ອນ​ຍິງ​ຄົນ​ນີ້             
ສຸ​ມາ​ລີ ຈະ​ຈາ​ເວົ້າ                    ເຂົາ​ໃຈ​ດຳ​ກໍ່​ຕາມ​ຢ່າ                 
ຄວາມ​ຮັບ​ຜິດ​ຊອບ​ຕໍ່​ໜ້າ                      ເຂົາ​ຈະ​ຕ້ອງ​ເພື່ອ​ນາງ.               

No comments:

Post a Comment