Tuesday, March 12, 2013

ຮັກແທ້ມີຢູ່ໃສ? ຕອນທີ 2

                        ຍິນສຽງລົມລ່ວງຟ້າ            ພັດຜ່ານໃບລານ
       ດັງປະສານກັບສຽງ                 ແກວ່ງໄກວຂອງໃບໄມ້
ສາຍລົມມັນໂຊຍໃຫ້                ໜາວກາຍໃຈວາດໃດໜຶ່ງ
ມາລາໃຈ ນາງນັ່ງຊຶ້ງ               ຄຳນຶງເລື້ອງທີ່ຜ່ານມາ

              ພາບສາຍຕາທີ່ອ່ອນຊ້ອຍ      ຍັງຝັງເລິກຢູ່ໃນໃຈ
        ນາງບໍ່ມີເວລາໃດ                  ຊິເລົ່າລືມລົງໄດ້
        ນາງຄິດເຫັນໃບໜ້າ                ແວວຕາທີ່ຫວານຊໍ່າ
        ກັບຖ້ອຍຄຳກ່າວເວົ້າ               ໃນມື້ທີ່ພົບກັນ

              ຂ້ອຍຮູ້ດີວ່າເຈົ້ານັ້ນ          ເວົ້າຢ່າງຈິງໃຈ
        ພ້ອມຍິ້ມໄຂໄມຕີ                  ຕໍ່ເຮົາຢ່າງຫວານຊ້ອຍ
        ເຈົ້າກ່າວຈາກັບຂ້ອຍ               ຫວານໆບອກມາວ່າ
        “ ຖ້າຂໍ້ໃດແກ້ບໍ່ໄດ້                 ໃຫ້ຕົວຂ້ອຍຊ່ວຍເດີ “

              ຂໍ້​ສະ​ເໜີ​ຂອງ​ເຈົ້າ           ຂ້ອຍ​ປຶ້ມ​ປ່ຽມ​ດີ​ໃຈ
        ​ແຕ່​ວ່າ​ໃນ​ສັກ​ສີ                   ທີ່​​ແຂ່ງຂັນ​ກັນ​ນັ້ນ
        ມັນ​ເໝືອນ​ຄຳ​ຫຍັນ​ຫຍໍ້              ຫຍາມ​ເຮົາ​ເຈົ້າ​ຮູ້​ບໍ່
        ຂ້ອຍ​ກໍ່​ພ້ອມ​ຮຽບຮ້ອຍ              ຈຶ່ງ​ມາ​ກ້າ​ເຂົ້າ​ແຂ່ງຂັນ

              ຂ້ອຍ​ຍອມຮັບ​ວ່າ​ມື້​ນັ້ນ        ຂ້ອຍ​ຄຽດ​ເຄັ່ງ​ໃຈ​ຈິດ
        ຂ້ອຍ​ຄິດ​ພຽງ​ໃນ​ໃຈ                ​ໃຫ້​ຄະ​ແນນ​ກາຍ​ເຈົ້າ
        ​ແລ້ວ​ຕົວ​ເຮົາ​ຈ​ະໄປ​ເວົ້າ             ຫວານໆ​ເຍີ້​ຍວ່າ
        “ ​ແຜ່​ເມດ​ຕາ​ແນ່​ເຈົ້າ               ຕົວ​ເຮົາ​ແກ້​ບໍ່​ເປັນ “
              ພໍ​ໄດ້​​ເຫັນ​ຄະ​ແນນ​ແລ້ວ       ຂ້ອຍ​ອິດ​ອ່ອນ​ແຮງ​ໃຈ
        ຂ້ອຍ​ໄດ້​ເປັນອັນ​ດັບ​ສອງ            ຜູ້​ທີ່​ຮອງ​ຖັດ​ເຈົ້າ
        ​ເຮັດ​ໃຫ້​ເຮົາ​ເຫງົາ​ເສົ້າ              ບໍ່​ສົມ​ໃຈ​ຫວັງ​ຕໍ່
        ​ໂອກາດ​ລໍ​ຊິເຍີ້​ຍ​ເຈົ້າ               ຄົງ​ໝົດ​ແລ້ວ​ລະ​ໜໍ

              ​ເມື່ອ​ເຫັນ​ເຈົ້າ​ຍິ້ມ​ຕໍ່​ຂ້ອຍ       ຢ່າງ​ຊ້ອຍ​ຊື່ນ​ສຸກ​ສັນ
        ສິ່ງ​ນັ້ນ​ມັນ​ເໝືອນ​ໄຟ​ສຸມ       ​      ໄໝ້​ໃນ​ອຸລາ​ຂ້ອຍ
        ​ເໝືອນ​ເຈົ້າ​ຄອຍ​ໄຂ​ຍິ້ມ             ຫຍາມ​ເຮົາ​ທຸກ​ບາດຍ່າງ
        ​ແຕ່​ບໍ່​ມີ​ທາງ​ອື່ນ​ເວັ້ນ                ຕົວ​ຂ້ອຍ​ຕ້ອງ​ຍ່າງ​ໄປ

              ​ເຈົ້າ​ຮູ້​ບໍ​ໃນ​ໃຈ​ຂ້ອຍ          ມັນ​ຮ້ອນ​ຍິ່ງ​ໄຟ​ເຜົາ
        ​ເມື່ອ​ຕົວ​ເຮົາ​ເດີນ​ນຳ​ຫຼັງ             ຢຽບ​ບາດຕີນ​ຕົວ​ເຈົ້າ
        ​ເຈັບ​ໃຈ​ເດ​ທີ່​ເຮົາ​ໄດ້                ​ເປັນ​ຮອງ​ຕ້ອງ​ເສຍທ່າ
        ພາບ​ບາດຕາ​ເມື່ອ​ເຈົ້າ​ຍິ້ມ            ​ເໝືອນ​ເຍີ້​ຍ​ເອີ່ຍ​ໃສ່​ໃຈ

              ​ແຕ່​ເມື່ອ​ເຈົ້າ​ຫອມ​ດອກ​ໄມ້     ຢູ່​ໃນ​ຊໍ່​ທີ່​ເຮົາ​ຖື
        ຄື​ມີ​ແຮງ​ບັນ​ດົນ​ໃຈ                 ເຮັດ​ໃຫ້​ເຮົາ​ລືມ​ຄວາມ​ແຄ້ນ
        ຊາຍ​ທີ່​ຈະ​ເປັນ​ແຟນຂ້ອຍ            ​ໃນ​ໃຈ​ຫວັງ​ໄວ້​ວ່າ
        ຕ້ອງ​ຮັກສາ​ດອກ​ໄມ້                ທີ່​ເຮົາ​ໄດ້​ປູກ​ມັນ
              ​ເຮັດ​ໃຫ້​ຕົວ​ຂ້ອຍ​ນັ້ນ          ຍິ້ມ​ຢ່າງ​ອາຍໆ
        ຂ້ອຍ​ປ່ອຍ​ສາຍຕາ​ແນມ             ຊໍ່​ດວງ​ມາລາ​ໄມ້
        ພ້ອມ​ຄິດ​ໃນ​ໃຈ​ຂ້ອຍ               ​ເຂົາ​ດົມ​ດອກ​ໃດ​ນໍ່
        ຂ້ອຍ​ຕ້ອງ​ເກັບ​ຫໍ່​ໄວ້                ຄຽງ​ຂ້າງ​ຄູ່​ໝອນ

              ກ່ອນ​ຈະ​ນອນ​ແຕ່​ລະ​ມື້        ຂ້ອຍ​ຕ້ອງ​ຜີ່​ອອກ​ມາ​ດົມ
        ​ແລະ​ເປີດ​ຊົມ​ຕອນ​ມືນ​ຕາ            ​ເມື່ອ​ຕື່ນ​ມາຍາ​ມ​ເຊົ້າ
        ​ເຮົາ​ຈະ​ເກັບ​ມັນ​ໄວ້                ເປັນ​ຂວັນ​ໃຈ​ຢ່າງ​ຮັກ​ຮໍ່
        ​ເໝືອນ​ໄດ້​ພໍ້​ໜ້າ​ເຈົ້າ               ຄຽງ​ຂ້າງ​ຄູ່​ສູ່​ວັນ

              ​ເຈົ້າ​ຮູ້​ບໍ່​ໃນ​ມື້ນັ້ນ             ​ໃຈ​ຂ້ອຍ​ຢູ່​ບໍ່​ເປັນ​ສຸກ
        ທຸກ​ເວລາ​ທີ່​ແນມ​ຊົມ                ຊໍ່​ດວງ​ມາລາ​ນັ້ນ
        ຂ້ອຍ​ຕ້ອງ​ສຸກ​ສັນ​ຍິ້ມ               ລະ​ເມີ​ໃຈ​ຊ້ອຍ​ຊື່ນ
        ​ແລະ​ຮູ້ສຶກ​ຕື່ນ​ເຕັ້ນ                 ​ເມື່ອ​ເຫັນ​ເຈົ້າ​ຍິ້ມ​ສົ່ງ​ມາ

​            ແຕ່​ແລ້ວ      ສາຍຕາ​ຂ້ອຍ​ຕ້ອງ​ນິ້ງ        ​ເມື່ອ​ເຈົ້າ​ຍື່ນ​ບຸບ​ຜາ
                  ໃຫ້​ກັບ ສຸມາລີ                   ທີ່​ນັ່ງ​ແນມ​ຢ່າງ​ໃຈ​ຊ້ອຍ
                  ຮູ້​ບໍ່​ຕົວ​ຂອງ​ຂ້ອຍ                  ຂີນ​ຕາ​ເອົາ​ແທ້​ວ່າ
​ໃນ​ເວລາ​ທີ່​ເຈົ້າ                    ສຳອອຍ​ເວົ້າ​ຕໍ່​ນາງ

      ດ້ວຍ​ທ່າ​ທາງ​ອິ່ນ​ອ້ອຍ        ຊ້ອຍ​ຊື່ນ​ສຸດ​ແສນ
ຂ້ອຍ​ແໜ້ນ​ເດ​ຊວງ​ອົກ              ​ເມື່ອ​ລໍ່າ​ແຍງ​ສອງ​ເຈົ້າ
​ເຮັດ​ໃຫ້​ຕົວ​ເຮົາ​ນັ້ນ                ​ເຈັບ​ໃນ​ໃຈ​ວາດ​ໃດ​ໜຶ່ງ
                                   ຄວາມ​ຫຶງ​ຫວງ​ຕໍ່​ເຈົ້າ               ເລີ່​ມມີ​ຂຶ້ນ​ທີ່​ໃຈ

                       ເປັນຕົ້ນຍາມຂ້ອຍໄດ້          ເຫັນເຈົ້າຊື່ນສົບຕາ
                 ຢອກລໍ້ກັບ ສຸມາລີ                  ຍິ່ງແສບໃນຫົວໃຈຂ້ອຍ
                 ສາຍຕາເຮົາຄອຍຈ້ອງ              ແນມເຫັນໃຈດິ້ນດ່າວ
                 ຄວາມຮູ້ສຶກສຸດປວດລ້າວ            ແສນເສົ້າໂສກມະໂນ


ຄວາມ​ໂມ​ໂຫ​ໃນ​ໃຈ​ຂ້ອຍ            ຮ້ອນ​ຍິ່ງ​ກວ່າ​ໄຟ​ເຜົາ
ມັນ​ຮູ້ສຶກ​ເໝືອນ​ຕົວ​ເຮົາ             ຖືກ​ພວກ​ເຂົາ​ຫຍາມ​ເຍີ້​ຍ
ຂ້ອຍ​ຢາກ​ເຜີຍ​ຫົວ​ໃຈ​ເສົ້າ            ​ເຂົ້າ​ໄປ​ຫາ​ແລ້ວ​ບອກ​ວ່າ
‘ ຂ້ອຍ​ຂໍ​ມາ​ນັ່ງ​ຂັ້ນ                 ສອງ​ເຈົ້າຢູ່​ຫວ່າງ​ກາງ ’

ຂ້ອຍ​ຈະ​ວາງ​ຕົວ​ກັ້ນ                ຂວາງ​ຢູ່​ບໍ່​ໄປ​ໃສ
​ແຕ່​ກໍ່​ໄດ້​ພຽງ​ຄິດ                   ບໍ່​ອາດ​ທຳ​ລົງ​ໄດ້
​ເກັບ​ເອົາ​ຄວາມ​ເສຍ​ໃຈ​ເສົ້າ           ລົງ​ຊວງ​ໃຫ້​ແໜ້ນ​ອັ່ງ
ກາຍ​ເປັນຄວາມ​ຄັ່ງ​ແຄ້ນ             ​ໃຫ້​ເຮົາ​ມຸ້ງ​ຊະນະ​ນາງ

ຄວາມ​ຫວັງ​ຕ່າງໆ​ນັ້ນ              ​ເລີ່​ມຄິດ​ໃນ​ສະໝອງ
ຄວາມ​ສົ​ມປອງ​ໃນ​ຄວາມ​ຮັກ          ​ເລີ່​ມ​ເກີດ​ມີ​ໃນ​ໃຈ​ຂ້ອຍ
​ໃຈ​ຄິດ​ຄອຍ​ໄປ​ເຖິງ​ມື້               ງານ​ວິ​ວາ​ກິນ​ດອງ​ແຕ່ງ
ຊາຍ​ຂວັນ​ແພງ​ນັ່ງ​ຂ້າງ              ພວມ​ປ້ອນ​ໄຂ່​ຂາວ

​ໂດຍ​ມີ​ຄົນ​ປວດ​ລ້າວ                ຍິງ​ຊື່​ ສຸມາລີ
ນັ່ງ​ໄຮ້​ຄວາມສຸກ​ຂີ                  ຫຼັ່ງ​ລິນ​ນໍ້າ​ຕາ​ຍ້ອຍ
​ໄດ້​ພຽງຄອຍ​ແນມ​ໜ້າ               ໝົດ​ປັນຍາ​ໄດ້​ຄອງ​ຄູ່
ສິ້ນ​ສຸດ​ສິດ​ໄດ້​ຢູ່​ຫ້ອງ                ຮຽງ​ຊ້ອນ​ເສື່ອ​ດຽວ

ໝົດ​ສິດ​ໄດ້​ກອດ​ກ້ຽວ                ອ້ອນອິ່ນ​ສະ​ເໜຫາ
ທຸກ​ວັນ​ອຸລາ​ໝອງ                  ​ເສົ້າ​ຊວງ​ບໍ່​ວາຍ​ເວັ້ນ
ກາຍ​ເປັນ​ຍິງ​ຄົນ​ເສົ້າ                ​ເຫງົາ​ຊວງ​ບໍ່​ຮູ້​ສວ່າງ
ສ່ວນວ່າ​ທາງ​ຂ້ອນ​ຍິ້ມ               ຫົວ​ເຍີ້​ຍ​ເອີ່ຍ​ໃສ່​ໃຈ

​ແຕ່​ແລ້ວ​ສິ່ງ​ຂ້ອຍ​ຄິດ​ໄວ້              ລະ​ເມີ​ຢູ່​ໃນ​ສະໝອງ
ຈຳ​ຕ້ອງ​ມາ​ຈົບ​ລົງ                  ​ເມື່ອ​ເຈົ້າ​ພຽນ​ຮອຍ​ຍິ້ມ
​ເມື່ອ​ເຈົ້າ​ວາຈາ​ຊິ້ມ                  ​ໂຊ​ວບົດຮຽນ​ໃຫ້​ນາງ​ເດັ່ນ
ພາບ​ທີ່​ເຫັນ​ເມື່ອ​ນີ້                  ຍິ່ງ​ທຳ​ໃຫ້​ຄັ່ງ​ຊວງ

ຂ້ອຍ​ຢາກ​ໄປ​ທັກ​ທ້ວງ               ທີ່​ເຈົ້າ​ກ່າວ​ລຳອຽງ
​ໃຫ້​ເປັນ​ສຽງ​ສະ​ເທືອ​ນຫູ             ​ເຂົ້າ​ໃນ​ສະໝອງ​ເຈົ້າ
​ໃຈ​ຄິດ​ຈະ​ໄປ​ເວົ້າ                  ດັງໆ​ບອກ​ເຈົ້າ​ວ່າ
ສົມຄວນ​ຫວະ​ທີ່​ເຈົ້າ                ​ເອົາ​ຄວາມ​ຮູ້​ໃຫ້​ແກ່​ນາງ

ເພື່ອ​ເອົາ​ໄປ​ອວດ​ອ້າງ           ​ໂຊ​ວໝູ່​ຢ່າງ​ສົດ​ໃສ
ບໍ່​ລະອາຍ​ໃຈ​ບໍ                    ທີ່​ເຮັດ​ລົງ​ແນວ​ນີ້
​ໂດຍ​ທີ່​ມີ​ສັກ​ສີ​ເຈົ້າ                 ທຽມ​ນາງ​ໂຊ​ວອວດ​ໝູ່
​ໂດຍ​ເອົາ​ຄວາມ​ຮູ້​ຈາກ​ເຈົ້າ           ​​ໄປ​ອ້າງ​ອວດ​ຄູ

ອວດ​ທັງ​ໝູ່ຄູ່​ພ້ອມ              ​ເປັນ​ຄົນ​ເກັ່ງ​ໃນ​ສາຍຕາ
ຂອງ​ຄູບາ​ອາຈານ                  ໝູ່​ນັກຮຽນ​ໄດ້​ເຫັນ​ຮູ້
ຢູ່​ເບື້ອງ​ຫຼັງ​ຄື​ເຈົ້າ                  ​ເປັນ​ຄົນ​ທຳ​ໃຫ້​ນາງ​ເດັ່ນ
​ໃຫ້​ກາຍ​ເປັນ​ຜູ້​ເກັ່ງ​ກ້າ               ວິຊາ​ລ້ຳ​ບໍ່​ຕໍ່າ​ໃຜ

ຮູ້​ບໍ່​ໃຈ​ຂ້ອຍ​ຮໍ່າ​​ໄຫ້                 ​ເຫງົາ​ງ່ວມສຸດ​ແສນ
​ເສັ້ນທາງ​ກາຍ​ເປັນ​ແຟນ             ຄູ່​ຄຽງ​ຕົວ​ເຈົ້າ
​ເປັນ​ເສັ້ນທາງ​ທີ່​ເຮົາ​ຕ້ອງ            ບັນ​ທອນ​ໃຈ​ຢ່າງ​ມາກ​ຍິ່ງ
​ເມື່ອ​ເຫັນ​ຍິງ​ອື່ນ​ນັ້ນ                ພວມ​ກັ້ນ​ກີດ​ເຮົາ

​ ໃນ​ຫົວ​ໃຈ​ຮູ້ສຶກ​ເສົ້າ                ມາກ​ຍິ່ງ​ເຫຼືອ​ຄະນາ
​ເມື່ອ​ເວລາ​ເຫັນ​ນາງ                ຍິ້ມ​ສົ່ງ​ລົງ​ມາ​ຫາ​ເຈົ້າ
ຫຼັງ​ຮັບ​ເອົາ​ຂອງຂວັນ​ແລ້ວ           ລົງ​ເວທີ​ຍັງ​ຍິ້ມ​ຕໍ່
ນາງ​ຍ່າງ​ກາຍ​ມາ​ມໍ່​ຂ້ອຍ             ຈຶ່ງ​ຈາ​ເວົ້າ​ໃສ່​ນາງ

ດ້ວຍ​ທ່າ​ທາງ​ເຮັ່ງ​ຮ້ອນ              ” ​ເຈົ້າ​ກໍ່​ເກັ່ງ​ຄື​ກັນ​ເນາະ ”
ພ້ອມ​ປ່ອຍ​ສຽງ​ຫົວ​ເລາະ             ອອກ​ມານິດ​ໜ້ອຍ
​ແລ້ວ​ຈຶ່ງ​ສອຍ​ຄຳ​ເວົ້າ               ຫວານໆ​ໃຫ້​ເຂົ້າ​ທີ່
” ມີ​ຜູ້​ບ່າວ​ແກ້​ໃຫ້​ນີ້                 ສຳ​ພໍ​ແລ້ວ​ຈຶ່ງ​ເກັ່ງ​ໜໍ ”

ນາງ​ບໍ່​ຈາ​ກ່າວ​ເວົ້າ                 ຕອບ​ຕໍ່​ຈັກ​ຄຳ
​ແລະ​ບໍ່​ທຳ​ກິລິຍາ                  ສິ່ງ​ໃດ​ກັບ​ຂ້ອຍ
ນາງ​ຄ່ອຍ​ລີລາ​ຍ້າຍ                ​ເຖິງ​ເຂົາ​ແລ້ວ​ເວົ້າ​ຕໍ່
” ຂ້ອຍ​ບໍ່​ເອົາ​ຄວາມ​ຮູ້​ເຈົ້າ ”          ນາງ​ເວົ້າ​ໃສ່​ເຂົາ

ສິ່ງ​ນັ້ນ​ຍິ່ງ​ເຮັດ​ໃຫ້​ເຈົ້າ               ອ້ອນອິ່ນ​ນາງ​ນັກ
​ເໝືອນ​ດັ່ງ​ເປັນ​ຄົນ​ຮັກ               ອິ່ນ​ອອຍ​ຄອຍ​ໃກ້
ຄອຍ​ເອົາ​ໃຈ​ນາງ​ໃຫ້                ​ເຊົາ​ງອນ​ໂດຍ​ງ່າຍ
ສາຍຕານາງ​ແນມ​ຕໍ່​ຂ້ອຍ             ທັງ​ຈາ​ອ້ອນຕໍ່​ເຂົາ

​ເຮັດ​ໃຫ້​ຕົວ​ເຮົາ​ນີ້                  ​ເສຍ​ໃຈ​ຕໍ່​ຕົນ​ເອງ
ທີ່​ກ່າວ​ວາຈາ​ຄຳ                   ​ໃສ່​ນາງ​ສັນ​ນັ້ນ
ຍິ່ງ​ເຈົ້າ​ຫັນ​ຈາ​ເວົ້າ                 ອອຍ​ນາງ​ຢ່າງ​ສິ້ນ​ທ່າ
ດວງ​ອຸລາ​ຂ້ອຍ​ນີ້                  ມັນ​ແຮງ​ດີ້ນ​ສັ່ນ​ເຊັນ

ບໍ່​ຢາກ​ເຫັນ​ພາບ​ເຫຼົ່າ​ນັ້ນ             ທີ່​ມັນ​ບັ່ນ​ຄວາມສຸກ
ຄວາມ​ສະໜຸກ​ຂອງ​ຫົວ​ໃຈ            ທີ່​ຂ້ອຍ​ມີ​ໃຫ້​ກັບ​ເຈົ້າ
ຂ້ອຍ​ຈຶ່ງ​ເອົາ​ຄວາມ​ຮູ້               ​ໂຊວຄືນ​ເມື່ອ​ໄດ້​ທ່າ
ພ້ອມ​ທັງ​ຍິ້ມ​ອອກ​ໜ້າ               ຕາງ​ອ້ອນ​ໃສ່​ເຂົາ

​ແຕ່​ພາບ​ເຮົາ​ເຫັນ​ນັ້ນ               ຍິ່ງ​ເກີນ​ກວ່າ​ໃຈ​ເຮົາ​ຄິດ
ຄວາມ​ໃກ້ຊິດ​ຂອງ​ເຂົາ​ສອງ           ຍິ່ງ​ຜູກ​ພັນ​ສະໜິດ​ໃກ້
​ເຮັດ​ໃຫ້​ຈິດ​ໃຈ​ຂ້ອຍ                ຄອນ​ແຄນ​ແໜ້ນ​ອັ່ງ
ຄິດ​ວິທີ​ຫວັງ​ໃຫ້​ເຈົ້າ                ຫຼົງ​ເຮົາ​ພີ້​ກວ່າ​ນາງ

​ແນວ​ຄິດ​ເຮົາ​ເລີ່​ມສ້າງ              ຫາ​ທາງ​​ໄຕ່​ເຂົ້າ​ໄປ​ຫາ
ສ້າງ​ເວລາ​ກາລະ                  ​ເພື່ອ​ພົບ​ເຂົາ​ໃຫ້​ມັນ​ໄດ້
ຈະ​ເປີດ​ໃຈ​ໄຂ​ເວົ້າ                 ​ເອົາ​ຄວາມ​ຈິງ​ໄປ​ບອກ​ວ່າ
ດວງ​ອຸລາ​ຂ້ອຍ​ນີ້                  ໝາຍ​ປອງ​ເຈົ້າ​ຢ່າ​ງ​ແນ່​ໃຈ

ຂ້ອຍ​ຈະ​ທຳ​ທຸກ​ຢ່າງ​ໃຫ້             ​ເຈົ້າ​ຍອມຮັບ​ໃນຕົວ​ເຮົາ
ຈົນ​ເຈົ້າ​ເຊົາ​ຄິດ​ເຖິງ​ນາງ             ​ເມື່ອ​ເຮົາ​ຊິດ​ໃກ້
​ໃຫ້​ຫົວ​ໃຈ​ຂອງ​ເຈົ້າ                ໝາຍ​ປອງ​ເຮົາ​ຢ່າງ​ແນ້ວ​ແນ່
​ໃຫ້​ເກີດ​ເປັນ​ຮັກ​ແທ້                ດວງ​ໃຈ​ໝັ້ນ​ຕໍ່​ກັນ

​ໃຈ​ຂ້ອຍ​ຝັນ​ໄຝ່​ໄວ້                 ​ເສັ້ນທາງ​ແຫ່ງ​ຄວາມສຸກ
ຄວາມ​ຜູ​ກພັນ​ຫົວ​ໃຈ                ບໍ່​ອາດ​ມີ​ໃຜ​ກັ້ນ
ທຸກ​ວັນ​ມີ​ຮອຍ​ຍິ້ມ                  ສົດ​ໃສ​ດ້ວຍ​ໃຈ​ຜ່ອງ
ມີ​ພຽງ​ສອງ​ເຮົາ​ມຸ່ງ​ໝັ້ນ              ວິມານ​ຟ້າ​ສະຫງ່າ​ໃຈ

ຂ້ອຍ​ແນມ​ໄປ​ເບິ່ງ​ເຈົ້າ               ​ເຫັນ​ລຸກ​ຍ່າງ​ເດີນ​ໜີ
ຍ່າງ​ຈາກ ສຸມາລີ                  ອອກ​ໄປ​ໄກ​ແລ້ວ
​ໃນ​ແວວ​ຕາ​ຂອງ​ຂ້ອຍ               ​ແນມ​ເຫັນ​​ໂອກາດ​ວ່າ
​ເຖິງ​ເວລາ​ໄປ​ວ່າ​ເວົ້າ                ​ເຈາະ​ຈີ້ມ​ສິ່ງ​ຖາມ

ຂ້ອຍ​ບໍ່​ອາດ​ຫັກ​ຫ້າມ               ​ເມື່ອ​ໄປ​ມໍ່ ສຸມາລີ
ຈຶ່ງ​ກ່າວ​ຈາ​ວາທີ                   ຢາກ​ຮູ້​ນາງ​ເປັນ​ໃຜ​ແທ້
ຄົນ​ດູ​ແລ​ຊິດ​ໃກ້                   ຄົນ​ເອົາ​ໃຈ​ທຸກ​ເຊົ້າ​ຄໍ່າ
ຫຼື​ເປັນ​ພຽງ​ເພື່ອນ​ຫຼິ້ນ               ຮຽນ​ຮູ້​ຮ່ວມ​ກັນ

ຮູ້ສຶກ​ວ່າ​ສອງ​ເຮົາ​ນັ້ນ               ລົມ​ກັນ​ຢ່າງ​ສຸກ​ສັນ
​ເຖິງ​ວ່າ​ມີ​ບາງ​ອັນ                  ກະ​ແທກ​ໃຈ​ອະ​ໄພ​ໄດ້
​ເຮັດ​ໃຫ້​ໃຈ​ຂອງ​ຂ້ອຍ               ມີ​ຄວາມ​ຮູ້ສຶກ​ວ່າ
​ເຮົາ​ບໍ່​ໜ້າ​ຄິດ​ຮ້າຍ                 ອິດສາ​ໃຫ້​ໃສ່​ນາງ

ຈິດ​ໃຈ​ນາງ​ສ່າ​ງກວ້າງ               ​ເກີນ​ກວ່າ​ເຮົາ​ຄິດ
ຫຼື​ອາດ​ປິດ​ຄວາມ​ຈິງ                ​ເຊື່ອງ​ເຮົາ​ກໍ່​ເປັນ​ໄດ້
​ແຕ່​ວ່າ​ໃນ​ເວລາ​ນັ້ນ                 ​ເຮົາ​ພໍ​ໃຈ​ມາກ​ກວ່າ
​ເພາະວ່າ​ໂອກາດ​ເຂົ້າ               ຫາ​ເຂົາ​ນັ້ນ​ໄດ້​ສໍ່າ​ກັນ

ນາງ​ບໍ່​ໄດ້​ກີດ​ກັ້ນ                   ຍິງ​ອື່ນ​ຈາກ​ຕົວ​ເຂົາ
ນາງ​ອາດ​ຈາ​ຕົວະ​ເຮົາ               ຂ້ອຍ​ຄິດ​ໃນ​ໃຈ​ໄວ້
ຂ້ອຍ​ຄິດ​ຫາ​ທາງ​ໄຂ​ຂໍ້               ຄວາມ​ຈິງ​ທີ່​ຊ້ອນ​ຢູ່
ຮູ້ສຶກ​ວ່າ​ນາງ​ຮັບ​ຮູ້                  ​ເລ່ກົນ​ຂ້ອຍ​ຫຼອກ​ນາງ

( ຂໍອະໄພ ຍັງປັບປຸງຢູ່ ເລີຍບໍ່ໄດ້ລົງໃຫ້ສຸດຕອນ )

No comments:

Post a Comment