ຮັກແທ້ມີຢູ່ໃສ? ຕອນທີ 6
ໄດ້ສອງເດືອນກວ່າແລ້ວ ສົກຮຽນໃໝ່ດຳເນີນມາ
ເພັດສຸວັນຍັງຫາ ໂອກາດດີບໍ່ທັນໄດ້
ເພື່ອຈະໄຂຄຳເວົ້າ ຈາກັນໃຫ້ເຂົ້າເລື່ອງ
ສາວຫົວເມືອງຜູ້ນັ້ນ ຍັງຄາຂ້ອງຢູ່ທີ່ໃຈ
ໃນທຸກຄັ້ງທີ່ໄດ້ ຜ່ານພົບກັບນາງ
ເຮົາຕ້ອງການວາງຄຳ ທີ່ດີດອມໄວ້
ເປີດຫົວໃຈຈິງເວົ້າ ລົມກັນໃຫ້ກະຈ່າງ
ເປັນຫຍັງ ຈຶ່ງວາງທ່າລັງກຽດຂ້ອຍ ໃນຫຼາຍຄັ້ງທີ່ພົບກັນ
ເປັນຫຍັງຕົວເຈົ້ານັ້ນ ຈຶ່ງເວົ້າແຕ່ປໍລະປັກ
ເຮົາໜ້າຈະຫອມຮັກ ຜ່ອນຜັນກັນໄດ້
ເປັນຫຍັງໃຈຂອງເຈົ້າ ຈຶ່ງຊັງເຮົາເອົາແທ້ວ່າ
ຫຼືເຫັນໜ້າຂ້ອຍນີ້ ເປັນໜ້າທີ່ໜ່າຍແໜງ
ເປັນຫຍັງເຈົ້າຈຶ່ງກັ່ນແກ້ງ ທຸກເທື່ອທີ່ເຫັນກັນ
ສາຍສຳພັນຂອງເຮົາ ໜ້າຊິດີກັນໄດ້
ຂ້ອຍຢາກເຫັນໃບໜ້າ ແວວຕາເຈົ້າສົດຊື່ນ
ວັນຄືນໃດໄດ້ພົບເຈົ້າ ຢາກລົມເວົ້າສິ່ງດີ
ແຕ່ແນວຄິດເຫຼົ່ານີ້ ເໝືອນດັ່ງໃນຝັນ
ພໍເມື່ອເຮົາຈະຈາມັນ ໃຫ້ເປັນຄຳເວົ້າ
ເໝືອນມີຫຍັງມາເຂົ້າ ຕັນຄໍບໍ່ຄາດເຄື່ອນ
ລີ້ນໄກ່ເໝືອນດັ່ງໃບ້ ຈາເວົ້າບໍ່ອອກສຽງ
ຫົວໃຈບໍ່ທ່ຽງໝັ້ນ ສະທ້ານສັ່ນນິດໆ
ໃນຈິດໃຈບໍ່ເໝືອນວັນ ພົບກັນທຳອິດນັ້ນ
ວັນນີ້ໃຈປະສົງໝັ້ນ ຈິງຈັງຍັງບໍ່ທ່ຽງ
ຈິ່ງບໍ່ກ້າສ່ຽງສູ້ ເພື່ອເຜີຍເວົ້າເລື່ອງຈິງ
ຫຼາຍວັນຄືນຍິ່ງເຂົ້າ ຍິ່ງໄຫວຫວັ່ນໃນໃຈ
ບາງຄືນນອນຫຼັບໄປ ກໍ່ເຫຼົ່າຝັນວ່ານາງຮ້າຍ
ເຫັນສາຍຕານາງລ້າວ ເປັນປະກາຍຈ້ອງໃສ່
ເຮົາຕົກໃຈສະທ້ານ ບໍ່ຫານກ້າຊິເຫຼືອດມອງ
ເຖິງຫົວໃຈຊິຮຽກຮ້ອງ ຈ້າວເລັ່ງປະສົງຫາ
ພໍເວລາມາພົບ ພັດບໍ່ຫານຈາເວົ້າ
ເພາະນາງເຫັນເຮົາແລ້ວ ທຳເມີນເສີຍບໍ່ຮູ້ເລື່ອງ
ຢ້ານແຕ່ເປືອງປາກເວົ້າ ນໍ້າລາຍແຫ້ງບໍ່ອິ່ນດູ
ບາງຄັ້ງມີເພື່ອນຍູ້ ເສີມສົ່ງສະເໜີມາ
ເພາະວ່າເຂົາຈັບສາຍຕາ ທ່າທາງຂອງເຮົາໄດ້
ເຮັດໃຫ້ເຮົາລະອາຍແທ້ ເຂີນໃຈບໍ່ຮູ້ຢູ່
ໝູ່ຄູ່ແຮງເຍາະເຍີ້ຍ ຈົນໃບໜ້າເຮື່ອແດງ
ບາງຄັ້ງໝູ່ກັ່ນແກ້ງ ສະແດງທ່າອາລົມນັກ
ຝາກຮັກເຮົາຫານາງ ຊ່າງລະອາຍໃຈແທ້
“ ໄປແມໄປຈາເວົ້າ ສາຍສຳພັນໃຫ້ຊຶ້ງຊ່າ
ປີສຸດທ້າຍແລ້ວນະ ຫາໂອກາດບໍ່ໄດ້ ເມື່ອໃດແລ້ວຊິເຂົ້າໃຈ
ກັນນາ “
ບໍ່ວ່າເຈົ້າຊິໄຮ້ ເມດຕາຮັກໃນອົກ
ຂ້ອຍນີ້ຕົກສະເໜຫາ ບໍ່ອາດຖອນໃຈໄດ້
ຕົວເຈົ້າ ບໍ່ໜ້າປົງໃຈໃຫ້ ເປັນຢາງ້ວນເບື່ອ
ໃສ່ອາຫານເພື່ອຂ້າ ຊີວາຂ້ອຍໃຫ້ຈຸ່ມຈົມ
ເຖິງຫົວອົກຂ້ອຍຫຼົ້ມ ຕົມຫຼົ່ມສະໜົມຮັກ
ຂ້ອຍຍັງປັກໃຈໝາຍ ບໍ່ອາດຄາຍຄືນໄດ້
ວັນໃດເດໃຈຂອງເຈົ້າ ຈະຈິງຈັງກັບຂ້ອຍນໍ່
ຂ້ອຍຍັງລໍຮັກເຈົ້າ ກັບຮອຍຍິ້ມທີ່ຊື່ນໃຈ
ທ້ອງຟ້າໄດ້ຮຸ່ງແຈ້ງ ທາງທິດບົວລະພາ
ສັກກຸນາບັນເລງສຽງ ອິ່ນອອຍຍາມເຊົ້າ
ສຽງນົກເຂົາຂັນຄູ້ ກາງດົງຮຽນກຄູ່
ມັນນັ້ນກຸກກູ່ຮ້ອງ ສຽງກ້ອງຈາກປ່າດົງ
ແນມໄປທົ່ວທົ່ງກວ້າງ ຊ້ອຍຊື່ນໃນຕາ
ເຫັນແລ້ວສຸກໃນອຸລາ ຄິດຢາກມາທຳສ້າງ
ເພັດສຸວັນ
ຖົກຂາກວ້າງ ເດີນຕີນບາດຫ່າງໆ
ທ່າທາງເຂົາຄືວ່າຟ້າວ ໃຈຮ້ອນສູ່ວຽກງານ
ເຂົາເປັນຄົນບໍ່ກຽດຄ້ານ ບາກບັ່ນຜະລິດຜົນ
ອົດທົນທຳສວນຄົວ ໄຮ່ນາຕາກ້າ
ລູກຊາວນາຊາວບ້ານ ຊານເມືອງໃກ້ມໍ່
ເປັນກຳພ້າພໍ່ແຕ່ນ້ອຍ ຈຶ່ງທຳສູ້ເພື່ອຕົນ
ດຸໝັ່ນເພື່ອໃຫ້ພົ້ນ ນະລົກແຫ່ງຄວາມອັບ
ເກີດເປັນຄົນອາພັບ ບໍ່ເພິ່ງພາໃຜໄດ້
ພໍ່ເພິ່ນປະມູນໃຫ້ ພຽງນາທົ່ງໜຶ່ງ
ໃຫ້ເຂົາ ແມ່ ແລະ ນ້ອງ ພໍໄດ້ເຮັດທຳ
ແຄມທາງເດີນມີຢາດນ້ຳ ຂາວຈ່ານຟ່ານເສາະໃສ
ສະດຸດໃນດວງຕາ ເມື່ອຖືກແສງຍາມເຊົ້າ
ຕາມທົ່ງນາມີຮວງເຂົ້າ ສຸກເຫຼືອງກົ້ມກ່ອງ
ສາລິກາ ຢ່ອງແຢັ່ງຍ້າຍ ຕາມຫຍ້າລຽບທົ່ງນາ
ປີນີ້ເລີ່ມແຕ່ຫວ່ານກ້າ ຟ້າສົ່ງຝົນດີ
ເຂົ້ານາປີພໍຝົນ ຈຶ່ງແຕກລຳກໍກ້ານ
ຍາມເຂົ້າມານຝົນເທັ້ງ ລິນລົງປານຟ້າຮົ່ວ
ເຂົ້ານາດົ້ວພໍຝຸ່ນນ້ຳ ລຳຕົ້ນໃຫຍ່ດີ
ພໍເມື່ອມີລຳຕົ້ນ ອວບໃຫຍ່ເປັນຫຼັກ
ໝາກຜົນການປັກດຳ ໄດ້ດັ່ງໃຈໝາຍໄວ້
ເຂົາຖອກຮວງມັນໃຫ້ ຜົນງາມເມັດໃຫຍ່
ເບິ່ງຮວງໃດກໍ່ກ່ອງກົ້ມ ຍາວດົ້ວດັ່ງເຮັດເອົາ
ເພັດສຸວັນ
ກົ້ມກ່ຽວເຂົ້າ ຫຼາຍພ່ອນປົງມາ
ແວວຕາເຂົາມີຄວາມສຸກ ເບີກບານໃນເນື້ອ
ຕົວຂອງເຂົາສຸບເສື້ອ ສີຄາມກ້ຳເກິ່ງ
ຖ້າສັງເກດເບິ່ງແລ້ວ ກໍ່ສົມເນື້ອແຫ່ງເຂົາ
ມື້ວານ ບົວສະບາກ່າວເວົ້າ ຈະຊວນໝູ່ມາດອມ
ມາຊ່ວຍຫອມເກສອນ ທົ່ງນາຍາມນີ້
ມາເບິ່ງສີຮວງເຂົ້າ ເຫຼືອງງາມເຕັມທົ່ງ
ລົມຄ່ອຍໂຊຍສົ່ງໃຫ້ ເປັນຄື້ນງົດງາມ
ບົວສະບາ
ຫົວຍ້າມໆ ຍິ້ມຢ່າງອາລົມດີ
“ ເບິ່ງແນຕີໃຜມາ ກ່ຽວເຂົ້ານຳວັນນີ້ “
ເວົ້າແລ້ວເອົາມືຊີ້ ໄປຫາພວກໝູ່
ເພັດສຸວັນ ດູເບິ່ງແລ້ວ ເຂົາຍິ້ມເພື່ອຂອບໃຈ
ບົວສະບາ
ຢື່ນກ່ຽວໃຫ້ ພວກໝູ່ນາງສາວ
ເຂົາກ່າວຄຳວາຈາ ຢອກພວກນາງນິດໜ້ອຍ
“
ຖ້າໃຜ ກ່ຽວບໍ່ເປັນມາຫາຂ້ອຍ ຊິສອນຟຮີບໍ່ຄິດຄ່າ “
“ ເຈົ້າຄິດວ່າພວກຂ້ອຍ ມືນຸ້ມກ່ຽວບໍ່ເປັນ ຊັ້ນບໍ ? “
“
ກໍ່ຂ້ອຍເຫັນຊຸມເຈົ້າ ຫາກໍ່ລົງນາ
ທິບພະວົງ ເຈົ້າຫັ້ນລະ ຊິກ່ຽວເອົາມືພ້ອມ
ຖ້າຫາກຍອມ ເຮົາສອນໃຫ້ ວິທີໃດຈະກ່ຽວງ່າຍ “
ທິບພະວົງ ຍ່າງຍ້າຍ ແລ້ວເກາະກົ້ມກ່ຽວກອງ
ບົວສະບາ
ຫຼຽວມອງນິ້ງ ພ້ອມທັງຄິດໃນໃຈ
‘ ນາງກ່ຽວເປັນແຕ່ຄາວໃດ ຈຶ່ງກ່ຽວໄວປານນີ້ ‘
ສາວອ້ວນມີຮອຍຍິ້ມ ແນມເຂົາແລ້ວເວົ້າຕໍ່
“ ກ່ຽວແຂ່ງກັນບໍ່ນີ້ ລອງຫຼິ້ນເບິ່ງນໍ
ຖ້າວ່າຂ້ອຍບໍ່ແພ້ ຈະເອີ້ນວ່າອາຈານ
ຖ້າຫາກຜົນງານເຮົາ ກ່ຽວໄດ້ຫຼາຍກວ່າຂອງເຈົ້າ
ພວກເຮົາກໍ່ຈະເອີ້ນ “ ເອົາຄຳໃດດີນໍ່
“ ຈະເອີ້ນວ່າພໍ່ຂີ້ໂມ້ ຄຳນີ້ມັກບໍ ? “
ບົວສະບາ
ບໍ່ກ່າວເວົ້າ ພຽງຍິ້ມສົ່ງກັບສາຍຕາ
ພວກເຂົາພາກັນຕັດ ກ່ຽວກອງລຽນໄວ້
ຕາມພາສາໄທບ້ານ ວ່າວາງກັນເປັນ ພ່ອນ
ວາງລຽນລອນລະອຽດໄວ້ ໃຫ້ມັນແຫ້ງຈາກແດດເຜົາ
ພວກເຂົາກົ້ມກ່ຽວເຂົ້າ ຫຼາຍຜ່ອນປົງໄປ
ບົວສະບາ ຈາໄຂ ສຽດໃນມະໂນເນື້ອ
“ ມັນຄົງເຫຼືອແຮງເຈົ້າ ເພັດສຸວັນ ຄົນໝັ່ນ ຕິບໍ
ຄົນບາກບັ່ນດັ່ງເຈົ້າ ຫາຄົນຊວ້ານຊ່ວຍຊູ ແດ່ແມ “
“
ຮູ້ບໍ່ ພວກໝູ່ພ້ອມ ພຽງພໍ່າເປັນໃຈ
ແລ້ວໃດ
ຍັງມີໃຜບາງຄົນ ຢາກຊ່ວຍທຳນາກວ້າງ
ເຈົ້າບໍ່ປະສົງສ້າງ ດອມນາງແນ່ບໍໝູ່
ຫຼືທຳທ່າບໍ່ຮູ້ ສະເໝີດ້າມດັ່ງເດີມ
“
ຫຼັງຈາກ
ບົວສະບາ ເລີ້ມ ອ້ວນຕໍ່ເຕີມສຽງ
ເພັດສຸວັນ ອຽງອາຍ ເວົ້າເພື່ອຄາຍຄວາມເອົ້າ
“ ໃຜເດຈະປະສົງເຂົ້າ ດອມເຮົາຊາຍເນື້ອກໍ່າ
ທັງຖານະກໍ່ຕໍ່າຕ້ອຍ ຢ້ານເຫັນຂ້ອຍດັ່ງເສດດິນ “
“
ທຸກໆຄົນກໍ່ກິນເຂົ້າ ເໝືອນດັ່ງດຽວກັນ ແຫຼະນາ “
“ ແຕ່ຄົນມີວັນນະ ຕ່າງກັນຊົນຊັ້ນ
ນາງຄົງເຫັນເຮົານັ້ນ ເປັນຕໍກາງໄຮ່
ຂີ້ຖ່ານໄຟດັ່ງຂ້ອຍ ຍິງໃດນັ້ນຊິລໍ່າຫຼິງ
ຈາຮັກໃຜພໍຢາກສິ້ນ ວາຍວອດສຳພັນດັບ
ຍິງໃດເດຈະຍອມຮັບ ເຄາະກຳນຳຊວ້ານ
ຂ້ອຍບໍ່ຫານຈາຕ້ານ ຫວານຄາລົມຢ້ານລົ້ມປ່ວຍ
ຢ້ານແພດໝໍຊ່ວຍບໍ່ໄດ້ ເພາະຕົວຂ້ອຍປ່ວຍໃຈ ຫັ້ນນາ “
ທຸກຄົນໄດ້ຍິນແລ້ວ ກໍ່ຫົວຢ່າງມີສຸກ
“
ບໍ່ວ່າ ໝົດທຸກຄົນໃນໂລກາ ຊິກຽດຊັງຕົວເຈົ້າ
ຫຼືວ່າຕົວເຮົານີ້ ບໍ່ສົມຄອງຄຽງຄູ່ ເຈົ້າບໍ?
ຫຼືຕິວ່າຕຸ້ຍດັ່ງໝູ ຫຸ່ນສໍ່າພູໜ່ວຍນ້ອຍ
ຕົວເຈົ້າຮັບບໍ່ໄຫວ ຊັ້ນບໍ ? “
ພໍເມື່ອສາວອ້ວນໃຊ້ ຄາລົມລ່ວງລອງໃຈ
ເບິ່ງຜູ້ໃດກໍ່ອົມຫົວ ຍິ້ມລະອາເຮວຮ້ອງ
ຕ່າງຄອງຄອຍຄຳເວົ້າ ເພັດສຸວັນ ຈະຕອບຕໍ່
“
ບໍ່ວ່າ ເຈົ້າຊິຄິດວ່າຂ້ອຍ ໃຈນ້ອຍບໍ່ຮັກໃຜ
ຖ້າວ່າເຈົ້າຮັບໄດ້ ຂ້ອຍກໍ່ບໍ່ຂັດຂີນ
ຂ້ອຍກໍ່ຍິນດີດອມ ຢູ່ສະບາຍຫາຍຮ້ອນ
ຢ້ານແຕ່ບັງອອນຫຼ້າ ທິບພະວົງ ຊິຮ້ອງຈົ່ມ
ກົ້ມກ່ຽວເຂົ້າຢູ່ຄູ່ມື້ ນ້ຳມັນຍ້ອຍຊິຈ່ອຍໂຕ ຫັ້ນແລ້ວ
“
ສຽງໂຮດັງສະນັ່ນກ້ອງ ລອຍລ່ອງຕາມລົມ
ທິບພະວົງ ອົມຫົວ ເພາະຖືກໃຈຈິງແທ້
ສາຍຕານາງແລຢ້ຽມ ເພັດສຸວັນ ໜ້ອຍໜຶ່ງ
ແລ້ວຈຶ່ງຂານຕອບຖ້ອຍ ໄຂເວົ້າຕໍ່ໄປ
“
ບໍ່ວ່າໃຈເຈົ້ານັ້ນ ຊິແຍກແບ່ງເປັນສອງ
ທິດາພອນ ຍັງຄອຍຄອງ ຄິດຄະນິງເຖິງເຈົ້າ “
“ ຢ່າມາຕິຖະແຫຼງເວົ້າ ກິນຢາຕາງຄົນປ່ວຍ
ຄົນຊວຍໆຢ່າງຂ້ອຍ ນາງນັ້ນບໍ່ລໍ່າຫຼິງ ດອກນາ “
“
ເປັນຄວາມຈິງໃດນີ້ ບໍ່ໄດ້ລ່າຍພາງຕົວະ
“
“ ຂ້ອຍນີ້ກົວຈິງໆ ປາກຜູ້ຍິງຄືເຈົ້າ
ມີແຕ່ຫາຄຳເວົ້າ ມາຕົວະເຮົາບໍ່ຮູ້ເບື່ອ
ຂ້ອຍບໍ່ກ້າເຊື່ອເຈົ້າ ຢ່າມາເວົ້າໃຫ້ອຸ່ນໃຈ
“
ສາວອ້ວນໄດ້ທ່າແລ້ວ ສືບຕໍ່ເບີຍອາລົມ
“ ສາວຜູ້ຄີງກົມງາມ ຮູບຮ່າງບາງຄົນນີ້
ຍັງຫວັງດີກັບເຈົ້າ ຄົນດຽວບໍ່ເຄີຍໜ່າຍ
ຂ້ອຍບໍ່ໄດ້ລ່າຍເວົ້າ ລວງຫຼິ້ນຫຼອກຕົວ ເຈົ້າໃດ “
ເພັດສຸວັນ
ຫົວຍິ້ມ ເລິກໆໃນໃຈ
ດວງຕາເຂົາສົດໃສ ລໍ່າມອງສາວອ້ວນ
ເຈົ້າຊ່າງຊວນຈາເວົ້າ ເອົາຄາລົມມາເຍີ້ຍໃສ່
ຢາກຮູ້ໃຈເຈົ້າເດ້ ວ່າຕົວເຈົ້າຮັກໃຜ
ຕົວຂ້ອຍຊິໄດ້ເຍີ້ຍ ຕອບຕໍ່ວາຈາ
ລະວັງນະວັນໃດ ຂ້ອຍຮູ້ໃຈຂອງເຈົ້າ
ຕົວເຮົາຈະຈາເວົ້າ ຄຳຫວານໆເຍີ້ຍວ່າ
‘ ອິດສາເດບ່າວຜູ້ນີ້ ມີແຟນອ້ວນດັ່ງໝູ ‘
ຄາວນັ້ນລະເຈົ້າຊິຮູ້ ຍາມເຍີ້ຍໝູ່ເປັນແນວໃດ
ໝູ່ເຍີ້ຍໃຈຕົວເອງ ຊິຮູ້ສຶກແນວໃດນັ້ນ
ເພັດສຸວັນ ຈຶ່ງຈາເຍີ້ຍ ບົວສະບາ ຜູ້ຮູບຫຼໍ່
ເວົ້າເພື່ອຫຼົບຫຼີກຂໍ້ ສາວອ້ວນຊິໃສ່ຢາ
“
ບົວສະບາ ໄປໃສແລ້ວ ມິດອິ່ມຊິ່ມຢູ່ໃສນໍ
?
ຄືບໍ່ຫັນມາລົມ ຜູ້ລັກຊົມຢູ່ຄຽງໃກ້
ສຸມາລີ ນາງໄດ້ ຄອງຄອຍເຈົ້າຢູ່ “
ພ້ອມຫຼໍ່າດູເບິ່ງໜ້າ ສາຍຕາເຍີ້ຍໃສ່ເຂົາ
ພໍໄດ້ຍິນສຽງເວົ້າ ອອກຊື່ ສຸມາລີ
ໃບໜ້ານາງເລີ່ມມີສີ ເຮື່ອແດງດອມຮ້ອນ
ບວກຊອນກັບອາຍເຂົ້າ ລະຄາຍເຄືອງເອົ້າອຸ່ນ
ເໝືອນດັ່ງໃສ່ຝຸ່ນຮ້ອນ ໃຫ້ໃບໜ້າເຮື່ອແດງ
ສາວອ້ວນກໍ່ຈິ່ງແກ້ງ ເວົ້າຕໍ່ທັນທີ
“ ໂອກາດດີເໝາະສົມ ແລ້ວໃດວັນນີ້ “
ສຸມາລີ ຫັນໜ້າ ມາຫານາງແລ້ວເວົ້າຕໍ່
“ ໂອກາດເໝາະທີ່ເຈົ້າເວົ້າ ມັນເປັນເລື້ອງອີ່ຫຍັງ ? “
ທິບພະວົງ
ຟັງແລ້ວ ກໍ່ແນມເບິ່ງ ສຸມາລີ
“ ຊ່າງເໝາະກັນອີ່ຫຼີ ເບິ່ງແມສົມກັນບໍ້ ? “
ສາວອ້ວນຂໍຄຳເວົ້າ ຄຳເຫັນຈາກພວກໝູ່
“ ຂ້ອຍຫຼຽວດູເບິ່ງນີ້ ສົມກັນແທ້ລະໜາ “
ບົວສະບາ
ຈຶ່ງຕ້ານ ຕອບຢ່າງໃຈເຢັນ
“ ກໍ່ຂ້ອຍເຫັນນາງເກາະ ກ່ຽວໄວຢາກຮຽງດ້ວຍ
ຄົນກໍ່ສວຍງາມນີ້ ແຖມສືມືຍັງເປັນຕໍ່
ຢາກລອງມາຕໍ່ຂໍ້ ຂໍທ້າກ່ຽວແຂ່ງນຳ “
ສຸມາລີ
ຫົວຍ້າມໆ “ ກໍ່ລອງເບິ່ງຕິເນາະ
ລອງມາເກາະເສັງກັນດູ ຊິກ່ຽວໄວສໍ່າໃດແທ້ “
ພ້ອມທັງແລດູໜ້າ ບົວສະບາ ຈຶ່ງຕອບຕໍ່
“ ຊິກ່ຽວແຂ່ງແທ້ບໍ່ນີ້ ຍິນດີໃຫ້ຊະນະເລີຍ “
“
ເຮີ້ຍ ! ບໍ່ທັນໄດ້ແຂ່ງຊໍ້າ ຊິຍອມກ່ອນຫຼືໃດ
ບໍ່ວ່າຄົນຈິງໃຈ ຊິບໍ່ຈິງຈັງແທ້
ມີແຕ່ຄຳຈາຫຼິ້ນ ລວງຄາລົມລໍ້ລ່າຍ ນີ້ບໍ ?
ຫວານນ້ຳລາຍປາກເວົ້າ ແລ້ວຕົວເຈົ້າບໍ່ເຮັດຫຍັງ ຊິເປັນບໍ ? “
ບົວສະບາ
ຟັງນາງເວົ້າ ເຂົາແນມເບິ່ງຢ່າງນັກຕາ
“ ຢ່າໄດ້ຈາວ່າອອມມື ຖ້າວ່າເຮົາເປັນຄົນແພ້ “
“ ມີແຕ່ຈາກັບເວົ້າ ເອົ໋າໆ ເຊີນເລີ່ມກ່ອນ
ຫຼັງຈາກແລ້ວພ່ອນນີ້ ພວກເຮົາເລີ້ມແຂ່ງກັນ “
“
ເອົາຢ່າງນັ້ນກໍ່ໄດ້ ກ່ຽວເຕັມພ່ອນໄວໆ
ຈະໄດ້ເຫັນສີມືໃຜ ຊິກ່ຽວໄວກວ່າກັນນີ້ ? “
ສຸມາລີ ມີຮອຍຍິ້ມ ແນມເຂົາແລ້ວຕອບຕໍ່
“
ຫວັງວ່າ ເຈົ້າຄົງບໍ່ກ່ຽວຊ້າ ໃຫ້ເຮົານີ້ຊະນະຕີ ?
“
“
ເຈົ້າກ່າວໄວ້ເຊັ່ນນີ້ ໝາຍຄວາມວ່າແນວໃດ
? “
“ ຢ້ານເຈົ້າໄຂວາຈາ ເມື່ອເຈົ້າປລາໄຊແລ້ວ “
ນາງສົ່ງແວວຕາໃຫ້ ບົວສະບາ ຈິ່ງເວົ້າຖ່ອມ
“ ເຈົ້າອອມມືໃຫ້ຂ້ອຍ ຈັກນ້ອຍກໍ່ອາດດີ “
“
ສະແດງວ່າເຈົ້ານີ້ ຮູ້ຢູ່ເຕັມໃຈ
ວ່າເຈົ້າຈະປລາໄຊ ຖ້າແຂ່ງກັນໃນວັນນີ້
“
“ ຢ່າອວດດີຫຼາຍແມເຈົ້າ ສີມືເຮົາເຖິງດ້ອຍກວ່າ
ແຕ່ວ່າພໍສູ້ໄດ້ ຕົວເຈົ້າຊິສໍ່າໃດ
“
“
ເອົ໋າ ! ເຈົ້າເລີ່ມກ່ອນໄດ້ ຮອດສິບພ່ອນພໍເນາະ
“
“ ຄົງບໍ່ເໝາະຕິບໍ ຊິແຂ່ງກັນພຽງນີ້ “
ສຸມາລີ ແນມໜ້າ ສົບຕາແລ້ວເວົ້າຕໍ່
“ ກໍ່ບໍ່ຫຼາຍບໍ່ໜ້ອຍ ຕົວເຈົ້າຊິແຂ່ງບໍ ? “
“
ເຈົ້າກໍ່ໃຫ້ຂ້ອຍຊ້ອມ ອີກຈັກພ່ອນໃຫ້ຊິນມື
ກ່ອນແມ “
“ ເຈົ້າຢ່າມາຄືຫຼາຍ ກ່ຽວຢາຍທໍ່ໃດແລ້ວ
ລຽນເປັນແຖວທາງຫຼັງເຈົ້າ ຂອງໃຜປົງໃສ່
ກະລຸນາເລີ່ມກ່ອນໄດ້ ແລ້ວຕົວຂ້ອຍຊິເລີ່ມນຳ “
“
ຂ້ອຍກໍ່ກຳໄລເຈົ້າ ຖ້າກ່ຽວກ່ອນລົງມື
“
“ ຂ້ອຍບໍ່ຖືຊາຫຍັງ ຄິດວ່າໂມທະນາເຈົ້າ “
“ ແຕ່ວ່າຕົວເຮົານີ້ ບໍ່ນິຍົມເອົາປຽບໝູ່
ໃນໃຈຂ້ອຍຍ່ອມຮູ້ ຜູ້ຍິງນັ້ນຍິ່ງບໍ່ຄວນ “
“
ໃຫ້ເຈົ້າຄິດຖີ່ຖ້ວນ ກ່ອນຊິກ່າວລົງໄປ
ເມື່ອຮູ້ໃນຜີມື ຊິກ່າວຈາຍອມຂ້ອຍ
ຕົວເຈົ້າຖອຍໆໄວ້ ຍັງດີໃດຢ່າອວດເກັ່ງ
ຂ້ອຍບໍ່ເສັງດອກມື້ນີ້ ເພາະຕົວເຈົ້າກ່ຽວຊ້າຫຼາຍ
ຂ້ອຍລະອາຍຊິແຂ່ງເຈົ້າ ກ່ຽວປານເຕົ່າເດີນຕົມ
ຢ່າມາລົມໂອຫານ ກ່ຽວແຂ່ງນຳເຮົາຖ້ອນ
ຂ້ອຍຂໍນອນຫຼັບນິ້ງ ຝັນຫວານແລ້ວຕື່ນ
ຈຶ່ງຄ່ອຍຍື່ນກ່ຽວເຂົ້າ ເຮົານັ້ນກໍ່ຫາກທັນ “
“
ຂ້ອຍວ່າຕົວເຈົ້ານັ້ນ ໂມ້ແຕ່ຄາລົມ
ຢ້ານບໍ່ສົມສີມື ຖ້າແຂ່ງເຮົາວັນນີ້
ເອົາດີໆໃດເຈົ້າ ຕົວເຮົາຊິເລີ້ມກ່ຽວ
ເມົາແຕ່ຫຼຽວເບິ່ງຂ້ອຍ ຕົວເຈົ້າຊິບໍ່ທັນ ຂ້ອຍໃດ “
ຫຼັງຈາກນັ້ນ ກໍ່ເກາະກ່ຽວກັນໄປ
ຄິດວ່າໃຜຈະເຖິງສິບ ກ່ອນກັນຄາວນີ້
ສຸມາລີ ດູໜ້າ ແນມເຂົາແລ້ວເວົ້າຕໍ່
“ ຫາກໍ່ໄດ້ເທົ່ານີ້ ! ຊັ້ນຕົວຂ້ອຍຖ້າກ່ອນເດີ
“
ພໍເມື່ອນາງສະເໜີຂຶ້ນ ເຂົາຍິ້ມຕໍ່ຫວານໆ
ແລ້ວນັບດູຜົນງານ ທີ່ກ່ຽວກອງລຽນໄວ້
ຕົວເຂົາຫາຍໃຈເຂົ້າ ແນມນາງແລ້ວຈາຕໍ່
“ ຂ້ອຍກໍ່ໄດ້ສໍ່າເຈົ້າ ຢ່າມາເວົ້າຂ້ອຍອ່ອນໄປ “
ສຸມາລີ
ກໍ່ໄດ້ ກ່ຽວຕໍ່ຢ່າງໄວວາ
ບົວສະບາ ຢືນນັບ ເຮັດໃຫ້ຕົວເຂົາຊ້າ
ສຸມາລີ ກໍ່ເລີຍໄດ້ ໄປເຖິງສິບກ່ອນ
ຫຼັງຈາກວາງພ່ອນທ້າຍ ນາງເລີຍເຍີ້ຍໃສ່ເຂົາ
“
ຂ້ອຍກໍ່ບອກເຈົ້າແລ້ວ ຂ້ອຍຊະນະ ເຫັນບໍ
! “
ບົວສະບາ ບໍ່ພໍໃຈ ເມື່ອຖືກນາງຈາເຍີ້ຍ
ເຂົາກໍ່ເລີຍຈາເວົ້າ ເຮົາມາແຂ່ງກັນໃໝ່
ຮອບນີ້ ຂ້ອຍເສຍໄຊໃຫ້ເຈົ້າ ເຮົາຂໍແກ້ຮອບສອງ “
ສຸມາລີ
ຢືນມອງໜ້າ ແລ້ວຍິ້ມຕໍ່ຫວານໆ
ນາງຄ່ອຍອຸທານສຽງ “ ຈັ່ງແມ່ນຫຼາຍໃຈນີ້ “
“ ເວົ້າດີໆໃດເຈົ້າ ເຮົາເສຍກໍ່ເພາະວ່າ
ເຈົ້າມາຈາຫຼອກຂ້ອຍ ໃຫ້ເຮົາເຊີ້ແມ່ນບໍ “
“
ຕົວຂ້ອຍບໍ່ຮູ້ເລື້ອງ ວ່າເຈົ້າກ່າວອັນໃດ
ເມື່ອເຈົ້າປລາໄຊ ກໍ່ຮັບຄວາມຈິງແມ້ “
ສາວອ້ວນແລດູໜ້າ ສົບຕາເຂົາແລ້ວເວົ້າໃສ່
“ ຈະແຂ່ງໃໝ່ກໍ່ໄດ້ ຖ້າຕົວເຈົ້າບໍ່ລະອາຍ
ຖ້າເຈົ້າເປັນຊາຍແທ້ ຕ້ອງຍອມຮັບຄວາມຈິງ
ເອົາປຽບຍິງເສຍສັດຈະ ລູກຜູ້ຊາຍໃດເຈົ້າ “
ຫຼັງຈາກ ທິບພະວົງ ເວົ້າ ບົວສະບາ ຈາຄ່ອຍໆ
“ ພວກເຈົ້າລຸມວ່າຂ້ອຍ ແນວນີ້ສູ້ບໍ່ໄຫວ “
ສຸດທ້າຍກໍ່ກ່າວໄດ້ ເວົ້າວ່າອ່ອນຍອມເຮົາ
ເຈົ້າເກັ່ງຈິງໃນການເຮັດ ວ່ອງໄວຈິງແທ້
ແຕ່ເຈົ້າຫຼົງກົນຂ້ອຍ ຢືນຄອຍເບິ່ງຂ້ອຍກ່ຽວ
ເມົາແຕ່ຫຼຽວນັບພ່ອນເຂົ້າ ເຮົານັ້ນຈຶ່ງກ່ຽວກາຍ
ສຸມາລີ
ສາຍຕາຈ້ອງ ມອງເບິ່ງຕົວເຂົາ
ຕົວເຈົ້າມີອາລົມເສຍ ບໍ່ໜ້າເລີຍຈະໃຈນ້ອຍ
ແມ່ນຢູ່ ຕົວເຈົ້າປລາໄຊຂ້ອຍ ແຕ່ຕົວເຮົາກໍ່ຮູ້ວ່າ
ເຈົ້າກ່ຽວເກັ່ງກວ່າຂ້ອຍ ຊິໃຈນ້ອຍເຮັດຫຍັງ
ບົວສະບາ
ກໍ່ຫວັງໃຫ້ ນາງຊະນະຢ່າງເຕັມໃຈ
ແຕ່ວ່າໃນສັກສີ ຕ້ອງເວົ້າກັນເອົາໄວ້
ໃຫ້ນາງດີໃຈລົ້ນ ເມື່ອເຂົາເປັນຄົນແພ້ຜ່າຍ
“ ຂ້ອຍເປັນຊາຍທີ່ຮັກເຈົ້າ ຕົວເຮົານັ້ນຈິ່ງອ່ອນໃຈ “
ສຸມາລີ
ນາງໄດ້ ແນມເບິ່ງຢ່າງເຢັນຊາ
‘ ເຈົ້າວາຈາວ່າໃຈຮັກ ມັກຮຽມຫຼືນີ້
ເປັນຫຍັງມີຄຳເວົ້າ ລວງເຮົາບໍ່ເຂົ້າທ່າ
ເຈົ້າວ່າຂ້ອຍບໍ່ຮູ້ ວ່າໃຈເຈົ້າຮັກໃຜ ຊັ້ນບໍ
ຂ້ອຍນີ້ຮັກເຈົ້າໄວ້ ຢ່າງລົ້ນປ່ຽມດວງໃຈ
ຂ້ອຍຈຶ່ງຂັງໃສ່ຊວງໃນ ເພື່ອເຈົ້າເຫັນຄວາມດີຂ້ອຍ
ຂ້ອຍບໍ່ເປັນຄົນໃຈນ້ອຍ ເໝືອນກັບຍິງຄົນອື່ນ
ຍິງທີ່ຊົມຊື່ນເຈົ້າ ໃຫ້ເຮົາເສົ້າຄູ່ສູ່ວັນ
‘
ວັນນີ້ ອາດເປັນນາງເທົ່ານັ້ນ ທີ່ຮູ້ຢູ່ເຕັມໃຈ
ວ່າມີໃຜ ບົວສະບາ ຊື່ນຊົມໃນໃຈນັ້ນ
ນາງບໍ່ມີສິດກັ້ນ ຕັນຫົວໃຈໃຫ້ເຂົາຢູ່
ເຂົາຫຼົງຮັກຊູ້ຕ່າງບ້ານ ຈຶ່ງລືມຫວ້ານຢູ່ຮ່ວມສວນ
ຕົວນາງ ບໍ່ຄໍ່າຄວນຮໍ່າຮ້ອງ ເພາະຢ້ານເສື່ອມໄມຕຮີ
ກັບຄວາມຮູ້ສຶກດີໆ ທີ່ມີຕໍ່ເຂົານັ້ນ
ເຖິງຊິເປັນຝັນແລ້ງ ແໜງໃຈກໍ່ຕາມຢ່າ
ເຖິງນ້ຳຕາຊິຢາດເປື້ອນ ໃບໜ້າກໍ່ຊ່າງຕາມ
ນາງບໍ່ມີສິດຫ້າມ ຕາມແຕ່ເຂົາຈະໄປ
ເມື່ອໃດເຂົາພໍໃຈນາງ ຫາກຊິມາຫາໄດ້
ເຖິງຊິເສຍໃຈລົ້ນ ຂໍທົນເອົາໄວ້ກ່ອນ
ຫາກມື້ໃດຮັກເກີດຮ້ອນ ໃຈຂ້ອນຈຶ່ງຊິນຳ
ເຖິງຫົວອົກຊິຊ້ຳ ຕາມສ່າງຍັງໄວເດັກ
ສິບຫົກປີຍັງເລັກ ຄ່າຄວາມຮຽນຮູ້
ມີຫຼາຍອັນນາງຈະສູ້ ຫຼາຍວິຊາຈະຮູ້ຕື່ມ
ເຖິງຊິລືມຮັກນີ້ ເວລານັ້ນກໍ່ບໍ່ສວາຍ
ແລ້ວຕົວນາງກໍ່ອວ່າຍໜ້າ ກ່ຽວເຂົ້າຕໍ່ບໍ່ສົນໃຈ
ບົວສະບາ ຈາໄຂ “ ກ່ຽວແຂ່ງກັນອີກບໍນີ້ ? “
ສຸມາລີ ແນມໜ້າ ໄຂວາຈາຕອບຕໍ່
“ ກ່ຽວເທົ່າໃດກໍ່ບໍ່ແພ້ ຕົວຂ້ອຍດອກໜາ
ເພາະວ່າໃຈຂອງເຈົ້າ ຢາກອ້ອນອິ່ນອອຍເຮົາ “
“ ເຈົ້າເວົ້າຈາຫຍັງລະ ຂ້ອຍຄືບໍ່ເຄີຍຮູ້ “
ສຸມາລີ ດູໜ້າ “ ເຈົ້າຈາເອງ ສັງລືມງ່າຍ ແທ້ນໍ
ວ່າເປັນຊາຍທີ່ຮັກຂ້ອຍ ຫຼືຈາເວົ້າຫຼອກໃຈ ຂ້ອຍບໍ ? “
ສາວບົວວັນ
ກ່ຽວຢູ່ໃກ້ ລັກຫົວຢູ່ອິກໆ
ສຸມາລີ ຢິກແຂນ ເຮັດໃຫ້ ສາວບົວວັນ ຮ້ອງ
ພ້ອມທັງມອງດູໜ້າ ສົບຕາກັນແລ້ວຫົວຕໍ່ ກັນແລ້ວ
ສຸມາລີ ກໍ່ບໍ່ຮູ້ ຈະຈາເວົ້າວ່າຈັ່ງໃດ
ບົວສະບາ
ກໍ່ໄດ້ ແນມເບິ່ງ ສຸມາລີ
ໝູ່ຄູ່ມີສາຍຕາ ສົ່ງມາທາງນັ້ນ
ເພັດສຸວັນ ຈາຂຶ້ນ “ ມີຫຍັງກັນຢູ່ພຸ້ນນໍ່ “
ແລ້ວທຸກຄົນກໍ່ເຮ້ວ ໂຮຂຶ້ນຢ່າງມ່ວນໃຈ
ເວົ້າແລ້ວໃນມື້ນີ້ ມັນກໍ່ມ່ວນຈິງໃດ
ກ່ຽວເຂົ້າໄປໂຮໄປ ຊ່າງມ່ວນໃຈຈິງແທ້
ເພັດສຸວັນ ແລຟ້າ ດວງຕາເວັນເຖິງ ຍາມສີ່
“ ເກືອບທ່ຽງວັນແລ້ວນີ້ ໄປໆຂຶ້ນແຕ່ງງາຍ “
ເພັດສຸວັນ
ຍ່າງຍ້າຍ ຂຶ້ນກ່ອນນຳທາງ
ບົວສະບາ ວາງຄຳ ເອີ່ຍລຳນິດໜ້ອຍ
“ ໂອລະນໍ ທ້ອງຂ້ອຍ ພໍມາເຖິງຍາມສີ່
ອາຫານດີຢູ່ທ້ອງ ໝົດກ້ຽງແລ້ວບໍ່ໜໍ
ສັງຄືມາຂໍຮ້ອງ ອ້ອນແອ່ວອວນກິນ ແລ້ວນໍ
ບໍ່ສິ້ນຊີວາດັບ ດອກໜາພຽງນີ້
ເຈົ້າຢ່າມີສຽງໄຫ້ ກວນໃຈເອີ້ນແອ່ວ
ຍາມສີ່ ມາຮອດແລ້ວ ລໍຖ້າຊິໄດ້ກິນ ດອກນາ “
ບົວວັນ
ໄດ້ຍິນແລ້ວ ຖາມຕໍ່ ບົວສະບາ
“ ມັນແມ່ນຍາມຫຍັງລະ ທີ່ໂຕຈາເວົ້າ
ຕົວເຮົາບໍ່ເຫັນຮູ້ ເວລາຫຍັງຮຽກ ຍາມສີ່ “
ບົວສະບາ ມີຍິ້ມໃຫ້ ແລ້ວໄຂເວົ້າຕອບຕໍ່ໄປ
“
ຕາມທີ່ຕົວເຮົາໄດ້ ຮູ້ຮໍ່າຮຽນມາ
ເພິ່ນແບ່ງການເວລາ ແຕ່ລະວັນແນວນີ້
ເພິ່ນແບ່ງມີ ຍາມເຊົ້າ ຍາມສວາຍ ຍາມງາຍແກ່
ຍາມທ່ຽງ ໃຫ້ແລດູເບິ່ງຟ້າ ຕາເວັນຕັ້ງທ່ຽງວັນ
ຕໍ່ຈາກນັ້ນ ກໍ່ ຍາມບ່າຍ ຍາມແລງ
ຍາມຄໍ່າ ແມ່ນຕາເວັນໃກ້ມົວແສງ ລັບລົງລິບຟ້າ
ຫຼືຊິຈາອີກແນວນັ້ນ ລົມກັນວ່າ ຍາມໜຶ່ງ
ຍາມສອງ ຍາມສາມ ຍາມສີ່ ພ້ອມ ແລະຈາເວົ້ານັບຕໍ່ໄປ “
ພໍເມື່ອພວກໝູ່ໄດ້ ຮູ້ສິ່ງເຂົາຈາ
ກໍ່ພໍໃຈໃນບັນຫາ ທີ່ເຂົາຂານເວົ້າ
“ ຫອມເດຫອມຮວງເຂົ້າ ສວຍງາມກົ້ມກ່ອງ
ຫອມເດຫອມຝ່າຍແກ້ມ ແດງເຂັ້ມດັ່ງດອກຝາງ “
ຄຳສະຫວ່າງ
ເອີ່ຍຮ້ອງ ລຳລ່ອງຕາມລົມ
ເຂົາເຊີຍຊົມທິວທັດ ແຫ່ງທົ່ງນາຍາມນີ້
ພ້ອມທັງມີຄຳເວົ້າ ໝາຍເຊີຍຊ້ອນເງື່ອນ
ພວກເພື່ອນສາວແນມເບິ່ງໜ້າ ເຂົາແລ້ວກໍ່ເຫຼົ່າຫົວ
“
ພົ້ວເອີຍພົ້ວດອກຫວ້ານຄ້າງ ບານຈ່າງກາງສວນ
ເຈົ້າບໍ່ຊວນເຊີຍດົມ ກິ່ນຫອມບໍ່ຫວນຮູ້
ສາວບໍ່ມອງດູໜ້າ ຕົວຊາຍໄຮ້ຄ່າ
ໄຮ້ເງິນຕຣາດອກນ້ອງ ບໍ່ເຄີຍໄຮ້ເລື່ອງນໍ້າໃຈ
ໃຜຮຽກຮ້ອງກໍ່ຊ່ວຍໄດ້ ຕາມເຫື່ອແຮງມີ
ຕາມວິຖີຄວາມຄິດ ທີ່ເຮັດນຳທຳໄດ້
ຫົວໃຈຊາຍຍັງວ້າງ ສາວນາງໃດຢາກຈັບຈ່ອງ ເຊີນເຍີ
ສະມັກແລ້ວຢ່າກີດຮ້ອງ ຫຍາມອ້າຍວ່າທຸກຈົນ
ເມື່ອໃດອ້າຍຫາກພົ້ນ ຈາກຄວາມທຸກເປັນສຸກ
ອ້າຍຈະປຸກເຮືອນຫໍ ແຕ່ງເອົາພະນາງນ້ອງ
ອ້າຍຈະສຸກສົມປອງສ້າງ ພຽງນາງດຽວບໍ່ກ້ຽວອື່ນ
ຂໍນ້ອງຍື່ນ
ຄວາມຮັກໃຫ້ ຫົວໃຈອ້າຍ ເຖີດອຸ່ນສາວ
ຂາວນວນໆ ຄົນງາມເອີ້ຍ “
ຕ່າງຄົນຕ່າງກໍ່ຟ້າວ ໜ້າທີ່ໃຜລາວ
ສາວບົວລີ ສຸມໄຟ ໃສ່ໝໍ້ແກງໃຫ້ມັນຮ້ອນ
ເພັດສຸວັນ ຈ້ອນຂາສົ້ງ ລົງຢາມມອງຢູ່ສະໃຫຍ່
ຄຳສະຫວ່າງ ໄຂກວດເຫຼົ້າ ເອົາມາເຍັ້ນດື່ມນຳ
ບົວສະບາ
ຫິ້ວຄຸນໍ້າ ມາລ້າງໝູ່ມວນຜັກ
ທິບພະວົງ ກຳລັງຟັກ ໝາກຫຸ່ງເຫຼືອງທາງກົ້ນ
ສຸມາລີ ນາງຄົ້ນ ຊາມຜັກຊອກຜັກບົ່ວ
ສອນນາລີ ມົວແຕ່ເວົ້າ ຊອຍຊີ້ນເກືອບບາດມື
ເບິ່ງແລ້ວຄືວ່າຄຶກຄື້ນ ມ່ວນຊື່ນປຸງອາຫານ
ສາວບົວວັນ ຄົວປາ ປີ້ງໃສ່ເຕົາຂາງໄວ້
ເບິ່ງຜູ້ໃດກໍ່ຫົວຍິ້ມ ລົມກັນແມ້ງມ່ວນ
ແຕ່ລະຄົນດ່ວນຟ້າວ ຫາຫ້າງເຄື່ອງປຸງ
ທິບພະວົງ
ຍິບຂົ້ວກຸ້ງ ໝາກເຜັດປ່ອນລົງຄົກ
ແລ້ວກໍ່ຈົກຍິບເກືອ ໃສ່ລົງໄປພ້ອມ
ຕຳເໝືອນທຳນອງເຕັ້ນ ເບົາໆບາດຖີ່ໆ
ໃສ່ກະປິເລັກໜ້ອຍ ກະທຽມນ້ອຍໃສ່ນຳ
ພໍເມື່ອຕຳລະອຽດແລ້ວ ຢຸບໝາກຫຸ່ງມາລົງ
ໃສ່ແປ້ງນົວນໍ້າຕານຜົງ ບີບໝາກນາວລົງເພີ້ມ
ໝາກເລັ່ນແດງເສີມໜ້າ ຕຳໄປມາຈົນເກືອບທົ່ວ
ຕື່ມນໍ້າປາແດກຂົ້ວ ຫອມກຸ້ມຂຶ້ນໃສ່ດັງ
ແລະອີກຈຸ້ມໜຶ່ງນັ້ນ ກໍ່ພວມແຕ່ງອາຫານ
ສອນນາລີ ວາງຊາມ ຖອກຊີ້ນຊອຍລົງຫັ້ນ
ບີບໝາກນາວລົງຄັ້ນ ຊີ້ນຫັນມັນຂາວຈູ່ນພູ່ນ
ນໍ້າທີ່ຄັ້ນປົນຝຸ່ນຊີ້ນ ເອົາໄປຄ້າງໃສ່ໄຟ
ພໍເມື່ອເອາະກະໄດ້ແລ້ວ ກໍ່ຖອກໃສ່ລົງຊາມ
ນ້ຳປາແດກໃສໆ ໃສ່ລົງໄປພ້ອມ
ໃສ່ເຄື່ອງຫອມຂອງແຫ້ງ ໂຮຍລົງເປັນຝຸ່ນ
ປີວກຸ່ນໆເຂົ້າຂົ້ວ ໂຮຍໄວ້ໃສ່ຕາມ
ເຊິປີຊອຍທີ່ແຊ່ນໍ້າ ມາຄລົນໃສ່ນຳກັນ
ຄລົນໃຫ້ມັນພໍດີ ທົ່ວກັນສະເໝີໄວ້
ໃສ່ຂ່າຂີງລົງເພີ້ມ ຜັກບົ່ວຊອຍເຕີມໃສ່
ໝາກເຜັດຊອຍຕື່ມໃຫ້ ຜັກຫອມໄວ້ໃສ່ເທິງ
ຄລົນເບິ່ງທົ່ວແລ້ວ ກໍ່ຕັກໃສ່ລົງຈານ
ມີໝາກແຕງເປັນຝານ ຜິກເຂືອລຽນໄວ້
ສຸມາລີ ໄຂໝໍ້ ບົວວັນ ຍໍຖ້ວຍໃຫຍ່
ຕັກຕົ້ມໄກ້ໃສ່ຖ້ວຍ ເອົາໄປຕັ້ງຕໍ່ລຽນ
ຍັງມີສົ້ມຜັກສ້ຽນ ລຽນຫວ່າງສະລັບໄປ
ປີ້ງປານິນປາໄນ ກິ່ນອາຍຫອມກຸ້ມ
ສົ້ນນັ້ນຍັງຫົວຈຸ້ມ ຊີງກັນຊີມຕຳໝາກຫຸ່ງ
ປຸງແຕ່ງຕຳຄັກແນ່ແລ້ວ ນໍ້າລາຍຍ້ອຍຢາດສູ່ຄໍ ພຸ້ນແລ້ວ
ຍັງບໍ່ພໍເທົ່ານີ້ ຍັງອີກໜຶ່ງລາຍການ
ກິນສົ້ມຜັກປະສານ ໃສ່ກັນກັບປາປີ້ງ
ຍິງຄົນໃດລືມໄດ້ ຜົວໜີໄປບໍ່ຮູ້ຕ່າວ ໂລດແລ້ວ
ຍັງແຈ່ວສົ້ມໝາກນາວ ເຂົ້າຂາວໆຄ່ອຍຈໍ້າ
ກັບປາປີ້ງແຊບຖືກໃຈ ແທ້ໃດ
ສອນນາລີ
ໄຂຍິ້ມ ສົດຊື່ນໃນອຸລາ
ເພາະຫຼາຍຄົນພາກັນຈາ ລາບແຊບຫຼາຍໃນວັນນີ້
ກິນຄຳໃດມີຮອຍຍິ້ມ ອາລົມດີຢ່າງເຂົ້າທ່າ
ໃຜຜູ້ມາກິນຮ່ວມນີ້ ຕ່າງຈາເວົ້າລາບແຊບຫຼາຍ
ສາວອ້ວນ
ບໍ່ກ່າວຮ້າຍ ຫຼືຈົ່ມວ່າແນວໃດ
ນາງພໍໃຈສີມືນາງ ສ່າງບໍ່ມີຄົນຍ້ອງ
“ ແຊບຖືກໃຈຂອງຂ້ອຍ ອາຫານດີຕຳໝາກຫຸ່ງ “
ເພັດສຸວັນ ຄິດສະດຸ້ງ ກໍ່ເລີຍຍ້ອງຍື່ນຄຳ
ບົວສະບາ
ກ່າວຢໍ້າ “ ແຊບອະລ່ອຍອີຫຼີໃດ
ສີມືໃຜຈະທຽມ ທິບພະວົງ ຄົນນີ້ “
ພ້ອມທັງມີຄຳເຂົ້າ ຢຸບເອົາຕຳໝາກຫຸ່ງ
ຕຳປົນກັບຂົ້ວກຸ້ງ ກະປູຂົ້ວອະລ່ອຍດີ
ມັນກໍ່ເປັນຈັ່ງຊີ້ ລະຊີວິດຄົນລາວ
ດື່ມເຫຼົ້າຂາວຈັກນິດ ກັບລາບແກງປາປີ້ງ
ປານວ່າຫຼິງເຫັນດ້າວ ເມືອງແມນເບື້ອງລຸ່ມ
ກິນຊຸມກັນແບບນີ້ ກິນຢູ່ໃສຊິເທົ່າໄດ້
ຫົນຫ້ອງແຫ່ງລາວ ເຮົານາ
ຫຼັງຈາກກິນເຂົ້າແລ້ວ ກໍ່ພັກຜ່ອນໃຜລາວ
ພວກສາວໆພາກັນ ນັ່ງຮ່ວມວົງກິນສົ້ມ
ພາກັນລົມກັນເວົ້າ ຈາຂວັນພວກຜູ້ບ່າວ ນຳບໍ
ແລເຫັນສາວອ້ວນເວົ້າ ແລ້ວຫົວຂຶ້ນຢ່າງຖືກໃຈ
ໝູ່ຢູ່ຂ້າງກໍ່ໄດ້ ຫົວສະນັ່ນເຮຮາ
ລົມເລື່ອງຊາຍຄົນໃດຫວະ ຈຶ່ງເຫຼືອດຕາໄປທາງນັ້ນ
ສາວບົວວັນ ຈາເວົ້າ “ ເຊົາໆຜູ້ຊາຍຍ່າງ ມາແລ້ວ “
ພວກນາງສາວຕ່າງກໍ່ຍິ້ມ ອາລົມສົ້ມສົ່ງຕາ
ສຸມາລີຍ່າງກ້າວ ໄປສູ່ແຄມໜອງ
ບົວສະບາ ຫຼຽວມອງ ແລ້ວຍ່າງຕາມຊິດໃກ້
“ ເຈົ້າຊິໄປໃສນີ້ ຂໍເດີນເປັນໝູ່ ໄດ້ບໍ? “
ສຸມາລີ ດູເບິ່ງໜ້າ ໄຂຍິ້ມແລ້ວຍ່າງໄປ
ສອງຄົນເຂົານັ້ນໄດ້ ມານັ່ງທີ່ແຄມໜອງ
ຕາລໍ່າມອງປາຊີວ ທີ່ລ່ອງລອຍໃນນ້ຳ
ບົວສະບາ ໄຂຄຳເວົ້າ ຫວານໆເອົາໄວ້ວ່າ
“
ຟັງແມ ປາມັນມາກ່າວເວົ້າ ລົມເຈົ້າໃຫ້ຮັກເຮົາ “
“
ປາຢູ່ໃສຊິເວົ້າ ລົມຕໍ່ຄົນເຮົາ
ປະສາດເຈົ້າຄົງຫຼອນ ຈຶ່ງໄດ້ຍິນປາເວົ້າ “
“ ເບິ່ງແມມັນລົມເຈົ້າ ຟັງເອົາເຂົ້າໃຈບໍ່
ມັນກ່າວຂໍໃຫ້ຂ້ອຍ ຫອມແກ້ມເຈົ້າເບິ່ງດູ “
“
ເຮີ້ຍ! ປານວ່າເພິ່ນຮູ້ ພວກໝູ່ພາສາປາ
ເຈົ້າກ່າວຈາຫວັງລວຍ ລັກກໍ່າໄລຫຼືນີ້ “
ບົວສະບາ ມີຮອຍຍິ້ມ ສາຍຕາຫວານແລ້ວເວົ້າຕໍ່
“ ກໍ່ມັນຂໍໃຫ້ຂ້ອຍ ຫອມແກ້ມເຈົ້ານີ້ນາ “
“
ປາໂຕນັ້ນຊ່າງບ້າ ຈາແຕ່ເລື່ອງອັບປີ
ຄົນດີໆຍັງພອຍຫຼົງ ເຊື່ອຟັງມັນໄດ້ “
“ ກໍ່ປາມັນຫວັງໃຫ້ ຕົວເຮົາຫອມນີ້ນ່າ “
“ ຂ້ອຍເວົ້າເຈົ້ານັ້ນລະບ້າ ປານັ້ນຊິກ່າວຫຍັງ “
ພໍຖືກນາງດ່າເວົ້າ ເຂົາແນມເບິ່ງຢ່າງນັກຕາ
ເຂົາຄວາມືມາຫາ ແຕ່ຖືກນາງປັດໄວ້
“ ຢ່າມືໄວຫຼາຍແມເຈົ້າ ຄົນເຂົາເຫັນຈະຫາວ່າ
ຂ້ອຍນີ້ໃຫ້ທ່າເຈົ້າ ຕົວເຮົານັ້ນຊິເສື່ອມເສຍ “
ນາງວາຈາເກ້ຍກ່ອມໄວ້ ໃຫ້ນັ່ງຢູ່ເສີຍໆ
ບົວສະບາ ກໍ່ເລີຍຊຶມ ນັ່ງຊົມໜອງນໍ້າ
ທ່າທາງເຂົາທຳໃຫ້ ສຸມາລີ ຢອກຕໍ່
“ ເບິ່ງເຈົ້າກໍ່ສຸພາບນີ້ ລັກບາຍຂ້ອຍເຮັດຫຍັງ “
ຕົວເຂົາຍັງນັ່ງນິ້ງ ບໍ່ເອີ່ຍຄຳໃດ
“ ຂ້ອຍໄປກ່ອນເດີລະ ນັ່ງຜູ້ດຽວເດີເຈົ້າ “
ເຂົາຈຶ່ງຫັນມາເວົ້າ ນຳນາງຢ່າງງ່າຍໆ
“ ຕາມສະບາຍໂລດເຈົ້າ ຖ້າເຮົານີ້ຂາດຄ່າຄຸນ “
ເຮັດໃຫ້ໃຈນາງວຸ້ນ ຄິດຢູ່ນານນັກ
‘ ເປັນຫຍັງເຈົ້າທາຍທັກ ອີ່ມລະອາແນວນີ້ ‘
ສຸມາລີ ມີສີໜ້າ ບໍ່ພໍໃຈຄຳເຂົາວ່າ
‘
ຖ້າເຈົ້າ ບໍ່ມີຄ່າສຳລັບຂ້ອຍ ບໍ່ມາເວົ້ານັ່ງລົມ ດອກນາ ‘
ນາງວິ່ງວິນເກືອບຊິລົ້ມ ຮູ້ສຶກວ່າເສຍໃຈ
ກັບຄຳເຂົາຈາໄຂ ເວົ້າໃສ່ນາງຄຳນີ້
ເຮັດໃຫ້ນາງມີສີໜ້າ ອາລົມບໍ່ແມ້ງມ່ວນ
‘ ເປັນຫຍັງເຈົ້າຈຶ່ງດ່ວນເວົ້າ ໃຫ້ເຮົານັ້ນປ່ວຍໃຈ ‘
ບົວສະບາ
ນັ້ນໄດ້ ແນມເບິ່ງ ສຸມາລີ
ເຫັນນາງມີອາລົມ ບໍ່ຊື່ນຊົມແນວນັ້ນ
ເຂົາຈຶ່ງຫັນມາເວົ້າ ນຳນາງຄຳມ່ວນ
“ ບໍ່ວ່າຊິດ່ວນຟ້າວ ປະຂ້ອຍນັ່ງຜູ້ດຽວ “
ເຂົາວາຈາກ່ອມກ້ຽວ ອ້ອນອິ່ນເອົາໃຈ
ເຮັດໃຫ້ ສຸມາລີ ນັ່ງລົງຄຽງຂ້າງ
ເຂົາຈຶ່ງວາງມືຢື້ ຄວາໄປຈັບບ່າ
ແລ້ວເດ່ຫາຝ່າຍແກ້ມ ທັງແນມໜ້າເບິ່ງນາງ
ສຸມາລີ
ວາງມືຍູ້ ຍັບຫ່າງຕົວເຂົາ
“
ເປັນຫຍັງ ເຈົ້າຈຶ່ງເຫັນຕົວເຮົາ ດັ່ງເຄື່ອງຂອງຈັບຫຼິ້ນ ? “
ບົວສະບາ ໄດ້ຍິນແລ້ວ ແນມນາງຢ່າງລ້າລ່ອຍ
“ ຂໍອະໄພທີ່ຂ້ອຍ ທຳເລື້ອງລ່ວງເກີນ “
ສຸມາລີ
ເມີນໜ້າ ທຳທ່າບໍ່ພໍໃຈ
ທັງທີ່ໃນຄວາມເປັນຈິງ ສ່າງຊື່ນຊຳໃຈແທ້
ແຕ່ນາງທຳເຮັດໃຈນ້ອຍ ວາງຕົວເພື່ອເອົາທ່າ
ແລະບໍ່ຈາກ່າວເວົ້າ ເຂົານັ້ນຍິ່ງອ່ອນໃຈ
ສາວອ້ວນນັ້ນກໍ່ໄດ້ ຄ່ອຍເຢາະຢ່ອງມາຫາ
ສຸມາລີ ແນມເຫັນ ອ້ວນຢືນຄຽງໃກ້
ນາງຕົກໃຈນິດໜ້ອຍ ຍາມແນມເຫັນຄົນອື່ນ
ບົວສະບາ ກໍ່ຕື່ນແທ້ ນາງມາໃກ້ແຕ່ເມື່ອໃດ
“
ຂໍໂທດທີທີ່ໄດ້ ມາກວນໝູ່ລົມກັນ
ເຫັນພາບມັນກວນໃຈ ຈຶ່ງຍ່າງເດີນມາດູໃກ້ “
ພ້ອມສະແດງໃບໜ້າ ອາລົມທີ່ລັບລ່ຽມ
ກັບທ່າທາງປ່ຽມລົ້ນ ກັບເລື້ອງທີ່ພົບເຫັນ
ສຸມາລີ
ໃຈຍິ່ງເຕັ້ນ ເມື່ອເຫັນທ່າບໍ່ເໝາະຕາ
“ ຕອນອ້ວນເດີນມາເຖິງ ເຈົ້າໄດ້ເຫັນຫຍັງນີ້ ? “
ສຸມາລີ ຖາມຂຶ້ນ ທິບພະວົງ ກໍ່ຕອບຕໍ່
“ ຢາກຮູ້ບໍສິ່ງຂ້ອຍພໍ້ “ ແລ້ວອົມຍິ້ມຢ່າງລ່ຽມໃນ
ສຸມາລີ
ກໍ່ຍິ່ງໄດ້ ຮ້ອນເຮັ່ງໃນອຸລາ
“ ບອກມານະເຫັນຫຍັງ ເມື່ອໂຕມາເຖິງນີ້ ? “
ສາວອ້ວນ ມີຮອຍຍິ້ມ ທັງສົງໃສຈຶ່ງຖາມວ່າ
“ ມີຫຍັງຫວະໂຕຈຶ່ງຮ້ອນ ເກີນເລື້ອງທີ່ພົບເຫັນ
ຮູ້ສຶກວ່າໂຕຕື່ນເຕັ້ນ ກັງວົນຢູ່ໃນໃຈ
ບົວສະບາ ໄຂຄວາມໃນ ບອກຮັກໂຕຫຼືວັນນີ້ ? “
ພ້ອມທັງມີຮອຍຍິ້ມ ສາຍຕາຢາກຮູ້ຕໍ່
ສຸມາລີ ບໍ່ຕອບເວົ້າ ແຕ່ຖາມຂຶ້ນເພີ່ມເຕີມ
“
ໂຕບໍ່ຕ້ອງກ່າວເພີ້ມ ເລື່ອງອື່ນເລີຍໜາ
ຕອນໂຕມາເຫັນຫຍັງ ຕອບມາດຽວນີ້ ? “
ສາວອ້ວນມີຮອຍຍິ້ມ ‘ ສຸມາລີ ເວົ້າຫຍັງນໍ່ ‘
“ ຂ້ອຍກໍ່ເຫັນພວກເຈົ້າ “ ແລ້ວນາງນັ້ນກໍ່ເຫຼົ່າຫົວ
ສຸມາລີ
ຍິ່ງກົວເລື້ອງ ຈະລາມແຜ່ໄປໄກ
“ ບອກມາໄວ ທິບພະວົງ ວ່າເຈົ້າເຫັນຫຍັງນີ້ ? “
“ ສຸມາລີ ເຈົ້າໃຈຮ້ອນ ຈິງຈັງຢ່າງແປກທ່າ
ຫຼືວ່າ ບົວສະບາ ຫອມແກ້ມເຈົ້າ ເຮົານີ້ບໍ່ເຫັນ “
“
ໂຕໂລດເວົ້າເຊັ່ນນີ້ ອາຍເຂົາແນ່ຍາມຈາ
ເບິ່ງແດ່ແມ ບົວສະບາ ເຂົານັ່ງຟັງຢູ່ຄຽງໃກ້
ເທື່ອໜ້າໄຂຄຳເວົ້າ ຈາຫຍັງລະວັງແນ່
ຄົນອ້ອມຂ້າງເບິ່ງແດ່ເຈົ້າ ຊິຈາເວົ້າເລື່ອງບໍ່ດີ “
ສາວອ້ວນ
ມີຮອຍຍິ້ມ ແລ້ວແນມເບິ່ງ ບົວສະບາ
“ ລົມກັນຕາມສະບາຍນະ “ ແລ້ວນາງກໍ່ອົມຍິ້ມ
ນາງຄ່ອຍວາຈາຊິ້ມ “ ຕາມສະບາຍເຖີດໜາໝູ່
ອິດສາເດມີຄູ່ເວົ້າ ບາດເຮົານີ້ຂາດຄູ່ຈາ “
ບົວສະບາ
ອວ່າຍໜ້າ ມາຍິ້ມຕໍ່ ສຸມາລີ
ພ້ອມທັງມີແວວຕາຫວານ ຊັກຊວນເຂົ້າມາໃກ້
“ ເຮົາພາກັນໄປເດີນຫຼິ້ນ ກິນລົມບ່ອນເດີ່ນຮົ່ມ ພຸ້ນເນາະ “
ພວກເຂົາຍ່າງຊົມຝັ່ງນໍ້າ ໄປຫາຫຍ້າບ່ອນເດີ່ນເນີນ.
ເພັດສຸວັນ
ປ່າວເອີ້ນ “ ເຮົາລົງກ່ຽວກັນເທາະ
ກ່ຽວເລາະແຖວແດນນາ ອີກໜ້ອຍດຽວຄົງແລ້ວ “
ຢືນເປັນແຖວກ່ຽວລຽນໜ້າ “ ໃຜກ່ຽວເຖິງຄັນນາກ່ອນ
ກະລຸນາພັກຜ່ອນໄດ້ ເຫຼືອຫັ້ນຂ້ອຍກ່ຽວເອງ “
ພວກເຂົາຮີບເຮັ່ງຟ້າວ ເກາະກ່ຽວໄວວາ
ຕາມໜ້ານາໃຜມັນ ກ່ຽວກັນໃຫ້ມັນແລ້ວ
ວາງເປັນແຖວຖັນເພີ້ມ ລຽນລອນຫຼາຍພ່ອນ
ກ່ຽວມາຮອດບ່ອນທ້າຍ ກໍ່ໂຮຂຶ້ນຢ່າງມ່ວນໃຈ.
No comments:
Post a Comment