ລົດຟົກຄັນໜຶ່ງລ້ຽວ ລົງສູ່ທາງແດງ
ໃນຕອນແລງອັດສະດົງ ຊິລັບແສງຕາເວັນກ້າ
ມາເຖິງເຮືອນສອງຊັ້ນ ມຸງດິນຂໍຫຼັງໜຶ່ງ
ລົດຈຶ່ງຈອດໜ້າບ້ານ ຢຸດນິ້ງຊົ່ວອຶ໋ດໃຈ
ປະຕູລົດໄຂອ້າ ເຫັນຂາຢ່ອນລົງມາ
ເອະແມ່ນໃຜກັນລະ ນັ່ງມານຳຄັນນີ້
ເຈົ້າຂອງເຮືອນມີຮອຍຍິ້ມ ອາລົມຊ້ອຍຊື່ນ
ເຫັນແຂກຍື່ນເຄື່ອງໃຫ້ ກໍ່ຈາເວົ້າວ່າຂອບໃຈ
ບໍ່ແມ່ນ ແຂກອື່ນໄກດອກເຈົ້າ ກໍ່ພໍ່ແມ່ ສຸມາລີ
ເປັນຄົນອາລົມດີ ເວົ້ານົວຫົວຍຸ້ມ
ຄົນຢູ່ໝົດໃນຄຸ້ມ ໃຜໆກໍ່ຍ້ອງວ່າ
ມີລູກສາວໜ້າຮັກແລ້ວ ຈິດໃຈກວ້າງຕໍ່ເພື່ອນຝູງ
ພໍ່ນາງສູງໃຫຍ່ກຶ້ນ ຮູບຮ່າງລຳສັນ
ແມ່ນາງຜີວຂາວນວນ ຮ່າງບາງສູງດ້ວຍ
ຄົງຈະສວຍຈິງແທ້ ຕອນເປັນສາວຂຶ້ນໃໝ່
ເກືອບສີ່ສິບກໍ່ວ່າໄດ້ ຍັງເນື້ອໜຸ່ມສາວ
ຫົ່ມເສື້ອຂາວລາຍດອກໄມ້ ສວມໃສ່ຍິ່ງກິນຕາ
ສຳພໍ ສຸມາລີ ຜູ້ເປັນລູກສາວນັ້ນ
ຄີງຈິ່ງງາມປານປັ້ນ ຜີວນຽນປານຊ່ຽນ
ສອງດວງຕາໄຫຼລ່ຽນນໍ້າ ດຳປີ້ແປກນິນ
ສຸມາລີ
ນຸ່ງສິ້ນ ມັດມີ່ທຳມະດາ
ນາງລະຜົມລົງມາ ຫົ່ມເສື້ອຂຽວແຂນສັ້ນ
ໃບໜ້ານາງຜັດແປ້ງ ເບົາໆໜ້ອຍໜຶ່ງ
ເຖິງແຕ່ງຕົວແບບນີ້ ຍັງຍິ້ມໄດ້ບາດຕາ
ນາງຍ່າງມາຫຼັງບ້ານ ເພື່ອຊ່ວຍແຕ່ງອາຫານ
ເລື່ອງວຽກເຮືອນການຊານ ທຸກຢ່າງນາງທຳໄດ້
ນາງສຸກໃຈກັບຮອຍຍິ້ມ ໃນເວລາໄດ້ປຸງແຕ່ງ
ມັກເຮັດແກງເຮັດຕົ້ມ ອົບຂົ້ວຈີ່ຈືນ
ນາງເປັນຄົນສົດຊື່ນຍິ້ມ ມັນສະເໜ່ໄນຕາ
ປາຖະໜາໃນໃຈຊາຍ ຜູ້ທີ່ມາພານພໍ້
ຕ່າງຢາກມາໄຂຂໍ້ ກັບນາງໃຫ້ແນ້ວແນ່
ແຕ່ມາລົມກ່າວແທ້ ນາງນັ້ນພັດບໍ່ສົນ
ເພາະວ່າຄົນທີ່ນາງໝັ້ນ ໝາຍມຸ່ງໃນໃຈ
ນາງໄດ້ສາບານຕົນ ຈະຮັກເຂົາຄົນດຽວນີ້
ເຖິງຈະມີຜູ້ຊາຍລົ້ນ ມາລົມກໍ່ຕາມຢ່າ
ມີພຽງ ບົວສະບາ ຜູ້ນີ້ ທີ່ນາງໝັ້ນມຸ່ງໝາຍ
ນາງທັກທາຍຈາເວົ້າ ກັບແມ່ ບົວສະບາ
“ ຂໍໂທດນະມານດາ ທີ່ເຮົາມາຊ້າ
ເພາະວ່າລູກລໍຖ້າ ມານຳພໍ່ກັບແມ່ “
ສາຍຕານາງແລລໍ່າຢ້ຽມ ວ່າເຂົານັ້ນຢູ່ບ່ອນໃດ
ແມ່ຂອງເຂົາຍິ້ມໃຫ້ ແລ້ວເວົ້າຕໍ່ຄຳດີ
“ ວຽກບໍ່ມີຫຍັງຫຼາຍ ຄ່ອຍເຮັດໄປກໍ່ຈະແລ້ວ “
ແວວຕາ ສຸມາລີ ນັ້ນ ຍັງແນມເຂົາຊອກຕໍ່
“ ຢູ່ໃສພໍ່ແມ່ເຈົ້າ ເພິ່ນລໍຖ້າຢູ່ບ່ອນໃດ? “
ສຸມາລີ
ຍິ້ມໃຫ້ ຄ່ອຍໆຖອນໃຈ
ແລ້ວຈຶ່ງໄຂວາຈາ ບອກໄປໃຫ້ຫວນຮູ້
“ ເພິ່ນນັ່ງຢູ່ທາງໜ້າ ແຖວໂຕະກາງເດີ່ນ “
ແລ້ວນາງເດີນເຂົ້າຫ້ອງ ເຮືອນຄົວພຸນຈຶ່ງນັ່ງລົງ
“
ອັນນີ້ຂ້ອຍຈົ່ງໄວ້ ໂດຍສະເພາະຈິງໃດ
“
ບົວສະບາ ໄຂຝາອັດ ກິ່ນອາຍຫອມກຸ້ມ
ແລ້ວຕົວເຂົາກໍ່ງຸມໄວ້ ຈັບມາຍໍຍື່ນ
ສຸມາລີ ສົດຊື່ນຍິ້ມ ຮັບເອົາແລ້ວກໍ່ຂອບໃຈ
“
ອົບປາຝາ ໃດນີ້ ລອງຊີມເບິ່ງເປັນແນວໃດ
“
“ ສີມືໃຜເປັນຄົນປຸງ ແຊບອີ່ຫຼີນໍນີ້ “
ບົວສະບາ ມີຮອຍຍິ້ມ ສົດໃສສຸດທີ່
ຄິດໄວ້ແລ້ວຕ້ອງເຊັ່ນນີ້ ນາງຄົງຍ້ອງແນ່ນອນ
ສຸມາລີ
ນາງຢ້ອນ ເນັ້ນຕື່ມຄຳຖາມ
“ ບົວສະບາ ຄົນງາມ ນັ່ງໃຈລອຍໄດ້
ແມ່ນໃຜປຸງອົບນີ້ ພໍດີແຊບອະຣ່ອຍ
ເຈົ້າຄືບໍ່ຕອບຂ້ອຍ ນັ່ງອົມຍິ້ມໄດ້ຈັ່ງໃດ “
ສາຍຕາຂອງນາງໄດ້ ມາພົບສາຍຕາເຂົາ
ເອະເຂົາແນມຕົວເຮົາ ເພາະເຫດຜົນໃດນີ້
“ ຂ້ອຍຍິນດີທີ່ຕົວເຈົ້າ ພໍໃຈກັບລົດຊາດ
ແຕ່ບໍ່ອາດຊິບອກເຈົ້າ ວ່າເຮົານີ້ແຕ່ງເອງ “
“
ຕົວເຈົ້າກໍ່ເກັ່ງນີ້ ເລື່ອງປຸງແຕ່ງອາຫານ
ແຖມຍັງມີແວວຕາຫວານ ຍິ້ມຖືກໃຈສາວໆດ້ວຍ
ພ້ອມທັງລວຍຄຳເວົ້າ ຄາລົມທີ່ແຕກຕ່າງ
ຂ້ອຍບໍ່ຊ່າງຊິຍ້ອງ ຢ້ານຕົວເຈົ້າຊິຕື່ເກີນ “
“
ຂະໜາດເພິ່ນບໍ່ຍ້ອງ ກໍ່ຍັງມ່ວນໃນຫູ
ຢາກຈະດູທາງໃນ ເບິ່ງເດຫົວໃຈເຈົ້າ
ຊ່າງສ້າງສັນຄຳເວົ້າ ຍໍເຮົາຈົນບໍ່ຮູ້ເມື່ອ
ຫຼັກຖານໃດໜ້າເຊື່ອໄດ້ ຈິງໃຈຍ້ອງບໍ່ລ່າຍຄວາມ “
“
ຢາກຮູ້ຈິງເອົາຊາມນໍ້າ ມາໃຫ້ແນ່ຈັກຊາມ “
ບົວສະບາ ກໍ່ທຳຕາມ ຍົກມາປົງໄວ້
ຈັບມີດຊອຍມາໃຫ້ ສຸມາລີ ກໍ່ຍິ້ມໃສ່
“ ໃສເຈົ້າວ່າຊິເວົ້າ ເລື່ອງຈິງນັ້ນສູ່ຂ້ອຍຟັງ
“
“
ກໍ່ເຈົ້າຍັງບໍ່ທັນແລ້ວ ບີບລົງຕື່ມໝາກນາວຝານ
ຢ້ານໝາກປີເປັນສີດຳ ເມື່ອຂ້ອຍຊອຍລົງນໍ້າ “
ບົວສະບາ ຍ່າງໜີຊໍ້າ ສຸມາລີ ອົດຫົວຢູ່
“ ມາທະແມຄັນຢາກຮູ້ ຊິຈາເວົ້າສູ່ຟັງ
ມີຫຍັງແດ່ທີ່ເຈົ້າ ເຫັນຢູ່ໃນຊາມ “
“ ກໍ່ນໍ້າກັບປີຊອຍ ແຊ່ກັນຢູ່ໃນຫັ້ນ ”
“ ເຈົ້າຮູ້ຄວາມຈິງນັ້ນ “ ສຸມາລີ ເຍີ້ຍຕໍ່
ສຸດທ້າຍນາງອົດບໍ່ໄດ້ ກໍ່ຫົວຂຶ້ນຢ່າງຊື່ນໃຈ
“
ສະແດງວ່າໄດ້ກັ່ນແກ້ງ ສຸດທີ່ພໍໃຈ ແລ້ວຕີ
ຈື່ໄວ້ເດີຢ່າລືມເຜີ ຊິແກ້ຄືນລະວັງໄວ້ “
ຫຼັງຈາກຕົວເຂົາໄດ້ ຈາຄຳແລ້ວກໍ່ຍ່າງ
ໄປຈັດວາງບ່ວງຖ້ວຍ ຈານພ້ອມໃຫ້ຄົບກັນ
ຕົວເຂົາຍັງຄັນແຂ້ວ ທັງຄິດໃນໃຈ
ເອົາຄຳໃດນໍມາຈາ ແກ້ນາງໃນວັນນີ້
ສຸມາລີ ເອີຍເຈົ້າ ອົດດີໃຈໄວ້ຖ້າກ່ອນ
ຈັກໜ່ອຍຖືກຂ້ອຍຢ້ອນ ຢ່າທຳໜ້າອີ່ມລະອາ
ເຂົາຍ່າງອອກໜ້າບ້ານ ຈັດແຈ່ງໂຕະອາຫານ
ວາງບ່ວງຈານໃຫ້ກົງກັບ ຕັ່ງນັ່ງໃນໂຕະກິນເຂົ້າ
ຕົວຂອງເຂົາຫົວຍິ້ມ ຈິງໃຈກັບໝູ່ຄູ່
ພວກໝູ່ຫຼິງລໍ່າໜ້າ ແລ້ວຈາເຍີ້ຍໃສ່ໃຈ
“
ຢູ່ໃສແຟນຂອງເຈົ້າ ທີ່ມີຊື່ ມາລາໃຈ
ນາງບໍ່ມາໃນງານ ຜູກແຂນຂອງໂຕບໍ້ ? “
ໝູ່ຂອງເຂົາໄຂຂໍ້ ວາຈາຄຳເຍີ້ຍໃສ່
“ ນາງຄົງມາບໍ່ໄດ້ ເຮືອນນາງນັ້ນກໍ່ຜູກແຂນ “
“
ໄດ້ເປັນແຟນກັນແລ້ວ ຄືບໍ່ຮ່ວມເຮັດນຳກັນ
ເຮັດຢູ່ເຮືອນໃຜມັນ ຊ່າງຫ່າງເຫີນກັນແທ້ “
“ ຍິນແມ່ນາງຈາເວົ້າ ຈະເຊີນໂຕໄປຮ່ວມ ນຳໃດ “
ໝູ່ລວມຫົວວ່າເວົ້າ ຈາເຍີ້ຍໃສ່ເຂົາ
“
ກໍ່ຫັນມາຈາເວົ້າ ນຳໝູ່ຈັກຄາວ ແນ່ແມ
ມີເພື່ອນສາວໄປຮຽນນຳ ຢູ່ຕ່າງແດນກໍ່ດີແລ້ວ “
ໝູ່ອີກຄົນແຊວຂຶ້ນ ອາລົມດີເວົ້າຕໍ່
ໃຜກໍ່ຈາວ່າເວົ້າ ໃຫ້ເຂົາເກີ້ອ່ຽງອາຍ
ໃນສາຍຕາໝູ່ແລ້ວ ເຫັນວ່າ
ມາລາໃຈ
ນາງສົດໃສຍາມມີເຂົາ ຢູ່ຮຽງຄຽງໃກ້
ນາງມີແວວພໍໃຈໃຫ້ ບົວສະບາ ຜູ້ຮູບຫຼໍ່
ໝູ່ກໍ່ເລີຍເລັ່ງໃຫ້ ເຂົານັ້ນຈີບເອົາ
ບົວສະບາ
ກ່າວເວົ້າ ຕອບຢ່າງອາລົມດີ
“ ເບິ່ງແນ່ຕີເວລາຈາ ກໍ່ລະວັງແນ່ແມເຈົ້າ
ຖ້າແມ່ເຮົາໄດ້ຍິນນີ້ ຊິກາຍເປັນເລື່ອງໃຫຍ່
“
“ ຫວງລູກຊາຍເພິ່ນໄວ້ ໄປໃຫ້ຜູ້ໃດ ເດນໍ! “
ສາວຄຳໃສ
ສອຍຂຶ້ນ ຢອກຕໍ່ ບົວສະບາ
ພ້ອມສົ່ງສາຍຕາຫວານ ຍິ້ມກວນໃຈແທ້
ບົວສະບາ ແລໜ້າ ສົບຕານາງບາດໜຶ່ງ
ແລ້ວຕົວເຂົາຈຶ່ງຍິ້ມ ຫວານໆໃຫ້ແກ່ນາງ
ຕ່າງຄົນຕ່າງກໍ່ເຍີ້ຍ ຫຼາກຕ່າງນາໆ
“ ຈັ່ງແມ່ນເດ ບົວສະບາ ບໍ່ໄດ້ໃຈເຮົານີ້
ຄັນເຮົາມີຜູ້ຍິງໃຫ້ ສົນໃຈເຮົາໃຫ້ທ່າ ຄືໂຕນີ້
ຢ່າໄດ້ຫາວ່າຂ້ອຍ ເປັນຄົນດ້ອຍກວ່າເພື່ອນຝູງ
“
“
ໂຕນັ້ນແຂງແຕ່ຢູ່ມຸ້ງ ໃນບ່ອນຕົວເອງ
ຖ້າເກັ່ງໂຕລອງ ຈີບເບິ່ງດູສາວຄົນນີ້ “
ບົວສະບາ ເອົາມືຊີ້ ໄປຫາສາວຄົນໜຶ່ງ
ໝູ່ເຂົາຈຶ່ງຕອບເວົ້າ ເພື່ອມັນເຂົ້ົາທ່າໂຕ
“
ບໍ່ແມ່ນເຮົາອວດໂມ້ ຫາກມີໝູ່ສະເໜີມາ
ເຮົາບໍ່ມີບັນຫາ ຖ້າເບິ່ງເດີເຮົາທຳໄດ້
ຖ້ານາງສົນໃຈຂ້ອຍ ໂຕເສຍເບຍລາງໜຶ່ງ
ເອົາບໍ “ (ຄ່າໂຕຄືໜ້ອຍແທ້ 555555)
ບົວສະບາ ຊຶງເລັກໜ້ອຍ ແລ້ວເຂົານັ້ນກໍ່ງຶກຫົວ
“ ຢ້ານແຕ່ຕົວຂອງເຈົ້າ ຈະເວົ້າອ່ອນຍອມເຮົາ
ຂ້ອຍເວົ້າພຽງສອງສາມຄຳ ໃຫ້ຊື່ນຊຳໃຈນາງແລ້ວ
ກໍ່ສົ່ງແວວຕາໃຫ້ ຫວານໆຍິ້ມໃສ່
ຂ້ອຍວ່າໃນມື້ນີ້ ເຈົ້າເສຍໄວ້ກ່ອນສາ
“
“ ເຈົ້ານີ້ກໍ່ວ່າເວົ້າ ເຂົ້າທ່າແຕ່ໂຕເອງ
ເປັນນັກເລງຜູ້ຍິງມາ ແຕ່ມື້ໃດກັນນີ້
“
ສາວຄຳໃສ ມີຄຳເວົ້າ ທັງສາຍຕາເຍີ້ຍໃສ່
ຄິດວ່າ ໃຈຜູ້ຍິງເໝືອນດັ່ງກ້ວຍ ຊິກິນໄດ້ສູ່ຍາມ ຊັ້ນບໍ? “
ບົວສະບາ ຫົວຍ້າມໆ ໃສ່ໝູ່ຂອງເຂົາ
“ ລອງໂຊວໃຫ້ເຮົາເຫັນ ເບິ່ງດູໃນຄືນນີ້
ເພາະເຮົາມີເວລາໃຫ້ ພຽງຄືນດຽວນີ້ໃດໝູ່
ຮູ້ແລ້ວຕີມື້ອື່ນເຊົ້າ ເຮົານັ້ນຊິຫ່າງໄກ
ຖ້າຄືນນີ້ຈີບບໍ່ໄດ້ ກໍ່ບໍ່ເປັນຫຍັງ
ເຮົາຈະລໍຟັງຜົນງານ ຢູ່ທີ່ແດນໄກພຸ້ນ
ຖ້າບໍ່ສູນເສຍຄຳເວົ້າ ເຮົາຈະລໍຮັບຊາບຂ່າວ
ຖ້າຈີບສາວຜູ້ນີ້ໄດ້ ເຮົາແຖມໃຫ້ຕື່ມອີກສອງ
ເຮົາຈະມາສະຫຼອງໃຫ້ ໃນເມື່ອກັບມາ
ເວລາຮຽນຫົກປີ ບໍ່ເໝື່ອຍຄອງຄອຍຕີ້!
“
ພ້ອມທັງມີຮອຍຍິ້ມ ສົດໃສໃຫ້ກັບໝູ່
ເພື່ອນເຂົາດູເບິ່ງໜ້າ ອາລົມຍິ້ມຢ່າງຊື່ນໃຈ
ແສງທຽນໄດ້ເລີ່ມແຈ້ງ ຢູ່ທີ່ພາຂວັນ
ໝໍພອນຫັນມັງໆ ເທດສະໜາຄຳເຄົ້າ
ຕັ້ງແຕ່ບູຮານເຈົ້າ ຂອງລາວເຮົາໄດ້ສືບຕໍ່
ຄຳໝໍພອນສົ່ງໃຫ້ ຈົ່ງຟັງໄວ້ແຕ່ສິ່ງດີ
“ ສີໆ ສິດທິພອນ ມື້ນີ້ແມ່ນມື້ສັນ
ວັນນີ້ແມ່ນວັນດີ
ວັນເສດຖີ ອະມຸດຕະໂຊກ…
ວ່າມາເຍີຂວັນເອີຍ ມາເຍີ…
ອາຍຸ ວັນນັງ ສຸຂັງ
ພະລັງ “
ຫຼັງຈາກໝໍພອນສິ້ນ ຈາກການຮຽກໂຮມຂວັນ
ຕ່າງທະຍອຍກັນມາ ຜູກແຂນຂວັນເຂົ້າ
ມີຫຼາຍແນວຄົນເຖົ້າ ຈາສອນຄົນໜຸ່ມ
ກຸ່ມຜູ້ສາວບ່າວນ້ອຍ ຜູກແຂນເວົ້າເພື່ອຢອກກັນ
ໝໍພອນນັ້ນກ່າວເວົ້າ ຈາແຕ່ຄວາມດີ
“ ຣ້າຍກວາດໜີໄກກາຍ ກວາດສິ່ງດີເຂົ້າມາໃກ້
ຂວັນເຈົ້າໄປເດີນຫຼິ້ນ ດົງດອນແດນອື່ນ
ໄປຊົມຊື່ນປ່າໄມ້ ດອຍກວ້າງໃຫ້ຕ່າວມາ
ຂວັນເຈົ້າມາຮອດແລ້ວ ໃຫ້ເຈົ້າຢູ່ສະບາຍດີ
ໃຫ້ມີຄວາມສຸຂີ ຫ່າງໂພຍໄພຮ້າຍ
ໂລຄາໄຂ້ ໃນກາຍຢ່າບັງບຽດ
ໂລກກຽດຄ້ານ ໄລຖິ້ມປ່ອຍວາງ
ໂລກບໍ່ຄິດບໍ່ສ້າງ ໃຫ້ໄກຫ່າງໃນໃຈ
ໃຫ້ມີຄວາມຫອມຮັກ ຕັ້ງໃຈຮຽນຮູ້
ໄປຢູ່ທາງເມືອງບ້ານ ເມືອງເຂົາປະເທດເພິ່ນ
ຢ່າໄດ້ເພີນທ່ຽວຫຼິ້ນ ຫຼົງໄຫຼລົ້ວສິ່ງຊົ່ວຊາມ
ປູ່ນີ້ຂໍຫ້າມເຈົ້າ ຢ່າທຳສິ່ງມົວໝອງ
ໃຫ້ຮິ່ນຕອງຈຳຄິດ ກ່ອນຊິທຳຫຍັງນັ້ນ
ໃຫ້ເຈົ້າມີໃຈໝັ້ນ ມະໂນທຳແທ້ທ່ຽງ
ສິນລະທຳຄຽງຄູ່ໄວ້ ໃຈເຈົ້າຢ່າເສື່ອມຫຼົງ
ແຕ່ລະວັນປະສົງສ້າງ ຕັ້ງຕໍ່ຄວາມດີ
ຕ້ອງໝັ່ນພຽນສຳມະທິ ເພື່ອສະຕິຈະຄົງຢັ້ງ
ສະຕິເຮົາຍັງໝັ້ນ ຄະຕິໃຈຈະກ້າແກ່ນ
ແມ່ນມີ ອຸປະສັກແສນສິ່ງກັ້ນ ຕົວເຈົ້າຈະຜ່າໄປ
ຄວາມຫວັງກໍ່ຊິໄດ້ ບັນລຸຈຸດປະສົງ
ຢ່າຫຼົງໄຫຼລືມຕົວ ຊິເສື່ອມເສຍຊາວເຊື້ອ
ໃຫ້ເຊື່ອໃນໃຈໝັ້ນ ອົດທົນບາກບັ່ນ
ມານະຈິດເທົ່ານັ້ນ ຊິພາໃຫ້ຢູ່ຍົງ
ຫຼານຈົ່ງຕັ້ງ ດຸໝັ່ນສຶກສາ
ໄດ້ຮັບໃບປະລິນຍາ ແລ້ວຕ່າວຄືນມາບ້ານ
ມາຮ່ວມງານປະສານສ້າງ ສະຫວັນເຮົາໃຫ້ງາມຍິ່ງ
ເປັນມິ່ງເມືອງໃຫຍ່ກວ້າງ ພາກັນສ້າງພັດທະນາ
ໃຫ້ເຫັນຍອດຊໍ່ຟ້າ ໂອບຄຳຮຸ່ງເຕັມເມືອງ
ໃຫ້ຮຸ່ງເຮືອງແວວວາວ ດັ່ງດາວຢູ່ເມືອງຟ້າ
ສ້າງສະຫວັນແດນກ້າ ໃຫ້ສວຍງານໝົດທຸກທີ່
ປູ່ສັ່ງເຈົ້າເທົ່ານີ້ ສຸກຂີໝັ້ນໝື່ນວັດສາ ເດີຫຼານເດີ ”
ບົວສະບາ ໃບໜ້າແຍ້ມ ອາລົມແຈ່ມສຸກສັນ
ແມ່ຂອງເຂົາພະລັນມາ ຝ້າຍຜູກແຂນຖືໄວ້
ແຕ່ລະຄົນກໍ່ເຫັນໄດ້ ຄວາມສຸກໃຈຂອງແມ່
ເມື່ອມີລູກຜູ້ແກ່ນກ້າ ໄປຮຽນຮູ້ຢູ່ຕ່າງແດນ
ບົວສະບາ ຍໍແຂນໃຫ້ ແລະຕຽມຮັບພອນໄຊ
ແມ່ຂອງເຂົາໄຂວາຈາ ອ່ວຍພອນເຂົາໄວ້
“ ຝ້າຍຜູກແຂນນີ້ໃຫ້ ເປັນມຸງຄຸນຂອງລູກ
ແມ່ນີ້ຜູກໃຫ້ເຈົ້າ ເພື່ອຄາວເຍີ້ນຫ່າງໄກ
ຝ້າຍຈົ່ງກັນໂຊກຮ້າຍ ຝູງໝູ່ມານຫຼວງ
ປ້ອງກັນໄພພິບັດ ຈາກເຫດອົນລະວົນຮ້າຍ
ຜູກໃຫ້ຂວັນລູກຊາຍແກ້ວ ມາກາຍາທຸກໝວດໝູ່
ຜູກໃຫ້ຂວັນຢູ່ເນື້ອ ຂອງເຈົ້າຄູ່ສູ່ວັນ
ໃຫ້ຈິດໃຈລູກນັ້ນ ແຂງຂົ່ມຄວາມຊາມ
ຄຳວາຈາຫຼືຄິດ ໃຫ້ເກີດເປັນຈິງຖ້ອນ
ຜູກໃຫ້ມືຖືຄຳກ້ອນ ຈິນດາແກ້ວປະເສີດ
ໃຫ້ສະໝອງເລີດລໍ້າ ຮຽນຮູ້ຈື່ຈຳ
ຝ້າຍຈົ່ງນຳວິຖີໃຫ້ ທຸກຢ່າງສົມບູນ
ເປັນມຸງຄຸນຄວາມດີ ເວັ້ນສິ່ງເລວຊາມຮ້າຍ
ເປັນເມດຕາສົງສານໃຫ້ ຈິດໃຈຜຸດຜ່ອງ
ຂໍໃຫ້ໄດ້ຊ່ວຍພີ່ນ້ອງ ເມື່ອຮຽນຮູ້ຕ່າວມາ
ຂໍໃຫ້ບຸດຕາຫຼ້າ ແກ້ວແມ່ຄົນດີ
ໃຫ້ມີຄວາມສຸກຂີ ຢູ່ສະບາຍຫາຍຮ້ອນ
ສຸຂະພາລະພ້ອມ ອາຍຸຍືນຍາວຍິ່ງ
ຄິດສິ່ງໃດຂໍໃຫ້ໄດ້ ສົມແມ້ງປາຖະໜາ ລູກເດີ "
ພໍເມື່ອແມ່ວ່າແລ້ວ ພວກໝູ່ກໍ່ຕາມມາ
ຂັນທະລີ ຄຳໃສ ເພັດສຸວັນ
ຂັນແກ້ວ
ຫຼັງຈາກ ບົວວັນ ແລ້ວ ຖັດມາ
ຄຳສະຫວ່າງ
ທິດາພອນ ຜູກຢ່າງຟ້າວ ອ່ວຍພອນແລ້ວກໍ່ກ່າວລາ
ເປັນເພາະວ່ານາງຟ້າວ ໄປເຮືອນໝູ່ ມາລາໃຈ
ຫຼືກົວການໄຂຄາລົມ ເພັດສຸວັນ
ຄົນນີ້
ກໍ່ບໍ່ມີໃຜຮູ້ ດູເຫັນນາງຍິ້ມໃສ່
ແລ້ວຜູກແຂນມັດໃຫ້ ຈັກນາງເວົ້າກ່າວຫຍັງ
ແລ້ວກໍ່ຫັນຫຼັງໃຫ້ ລຸກຍ່າງລົງເຮືອນ
ໝູ່ຄູ່ຍັງເຕືອນນາງ “
ນັ່ງກ່ອນແມຄາວນ້ອຍ “
ມີບາງຄົນສອຍຂຶ້ນ “
ສາວຄົນງາມ ຈະຟ້າວຟັ່ງ ໄປໃສນໍ
ເພັດສຸວັນ ຍັງຢູ່ນີ້ ມາພີ້ນັ່ງກ່ອນແມ
“
ທິດາພອນ ບໍ່ຕອບແກ້ ພຽງຍິ້ມໃສ່ຫວານໆ
ທໍລະມານຫົວໃຈ ບ່າວຜູ້ໃດກໍ່ແນມຈ້ອງ
ສຸມາລີ ຫຼຽວມອງໜ້າ ກັບນາງໜ້ອຍໜຶ່ງ
ທິດາພອນ ຈຶ່ງເວົ້າ “
ເຮົາຟ້າວຢ້ານໝູ່ຄອຍ “
ສຸມາລີ ຍິ້ມນ້ອຍໆ ໃຫ້ແກ່ ບົວສະບາ
ຝ້າຍຜູກແຂນນຳມາ ຝູກແຂນເຂົາໄວ້
ພ້ອມທັງວາຈາໃຫ້ ພອນໄຊຫຼາຍທ່າ
ຄວາມຮັກຕໍ່ວ່າໄວ້ ນາງໄດ້ກ່າວໄຂ
“ ຝ້າຍເສັ້ນນີ້ຜູກໃຫ້ ເປັນສິ່ງມຸງຄຸນ
ຮ້າຍຈົ່ງສູນຫາຍໄປ ຮັບສິ່ງດີເຂົ້າມາໄວ້
ຜູກເພື່ອໃຈຂອງເຈົ້າ ມີສິນທຳຄົງຢູ່
ໃຫ້ຄິດຮອດຜູ້ຢູ່ພີ້ ຄືຂ້ອຍຜູ້ຜູກແຂນ ແດ່ເດີ
ຝ້າຍເສັ້ນນີ້ຈົ່ງຮັດແໜ້ນ ສຳພັນຊື່ທາງໃຈ
ເລິກເຊິ່ງໃນຄວາມຮັກ ທີ່ຮຽມຫວັງໃຫ້
ຜູກຈາກໃຈຂອງຂ້ອຍ ຄອຍຄະນິງທຸກເຊົ້າຄໍ່າ
ຝ້າຍຈົ່ງນຳຮັກຂ້ອຍ ຫາເຈົ້າໃຫ້ເທົ່າທຽມ
ຝ້າຍເສັ້ນນີ້ປ່ຽມລົ້ນ ດ້ວຍຄວາມຮັກໃນໃຈ
ຜູກເພື່ອຫວັງໄຊຊະນະ ເຂົ້າຢູ່ໃນຫົວໃຈເຈົ້າ
ໃຫ້ສອງເຮົາໝາຍໝັ້ນ ນິລັນດອນນານຍິ່ງ
ຈາກໃຈຈິງຜູກໃຫ້ເຈົ້າ ໝາຍມຸ້ງຮັກສະເໝີ
“
ໝູ່ຄູ່ຈົນຕົກສະເງີ້ ໃນຄຳອ່ວຍພອນໄຊ
ຄືມາໄຂພຽງຄວາມຮັກ ມັກແຮງສະແດງໄວ້
ໃຜກໍ່ສົນໃຈດ້ວຍ ຄຳພອນໄຊທີ່ແຕກຕ່າງ
ນາງກ່າວວາງຮັກໃຫ້ ຫຼືຄຳເວົ້າກ່າວອ່ວຍພອນ
ສຸມາລີ ອົກຮຸ່ມຮ້ອນ ເມື່ອເຫັນໝູ່ແນມຫຼາຍ
ຄິດລະອາຍໃນວາຈາ ທີ່ກ່າວມາແນວນັ້ນ
ສຸມາລີ ຫັນໜ້າ ມາຫາພວກໝູ່
ອົດໃຈຍິ້ມອອກສູ້ ແລ້ວຈາເວົ້າຕໍ່ໄປ
“ ຂ້ອຍຂໍມອບຫົວໃຈໃຫ້ ເປັນຄ່າອ່ວຍພອນໄຊ
ເອົາຫົວໃຈເປັນຂອງຂວັນ ມອບແດ່ວັນເດີນທາງເຈົ້າ
ເອົາແສງຕາເປັນໄຟແຈ້ງ ເຍືອງທາງໃຫ້ເຈົ້າຍ່າງ
”
“ ສົບບາງໆແກ້ມແຫ່ງຂ້ອຍ ໃຫ້ຕົວເຈົ້າຈູບດົມ
“ ເຮວ...
!
ສຽງໂຮດັງຖົມຂຶ້ນ ໃນເມື່ອມີຄົນສອຍ
ບົວສະບາ ຖອຍແຂນ ແຕ່ຖືກນາງດຶງໄວ້
“ ແມ່ນໃຜມາສອຍໃຫ້ ຂອບໃຈເດີຄ່າບອກເລົ່າ
ຂ້ອຍກຳລັງຊິເວົ້າ ສອຍໃຫ້ກໍ່ແຮ່ງດີ
“
ມັນກໍ່ເປັນເຊັ່ນນີ້ ລະໝູ່ຄູ່ດຽວກັນ
ຄວາມມັນໆໃນຫົວໃຈ ຕ້ອງໃສ່ຢາກັນໄວ້
ເພື່ອທຸກຄົນຈະໄດ້ ໂຮແຮງແມ້ງມ່ວນ
ສາວອ້ວນຜູ້ຢູ່ຂ້າງ ນັ່ງອົມຍິ້ມຢູ່ຜູ້ດຽວ
ສຸມາລີ ຫຼຽວເບິ່ງໜ້າ ພວກໝູ່ທັງຫົວ
ກວ່າຈະເຖິງພອນໄຊ ເໝື່ອຍໃຈຜູ້ຟັງແທ້
ບົວສະບາ ແລດູໜ້າ ສຸມາລີ
ງວດໜຶ່ງ
ແລ້ວຕົວນາງຈຶ່ງເວົ້າ ອ່ວຍພອນໃຫ້ແກ່ເຂົາ
“ ຂໍອ່ວຍພອນໃຫ້ເຈົ້າ ປະສົບແຕ່ໄຊຊະນະ
ທັງສຸຂະພະລະ ໃຫ້ເຂັ້ມແຂງພຽງພ້ອມ
ໃຫ້ໝັ່ນພຽນຝຶກຊ້ອມ ຖະໜອມພຽນເອົາໃຈໃສ່
ໃບປະກາດກໍ່ໃຫ້ໄດ້ ຄວາມຮູ້ກໍ່ໃຫ້ມີ
ໂອກາດຕໍ່ແຕ່ນີ້ ໃຫ້ມີແຕ່ຄວາມສຸກ
ສຳເລັດຜົນໃນການງານ ດັ່ງໃຈໝາຍໄວ້
ໃຫ້ຫົວໃຈແຂງເຂັ້ມ ພັນປີຢ່າລ້າລ່ອຍ
ຂ້ອຍຈະຄອຍຖ້າເຈົ້າ ຄືນມາເຂົ້າຮ່ວມວິວາ “
ຫຼັງຈາກນາງກ່າວເວົ້າ ຄຳອ່ວຍພອນໄຊ
ບົວສະບາ ກໍ່ພໍໃຈ ຢູ່ໃນຄຳເວົ້າ
ແຕ່ວ່າເຂົາກັງວົນດ້ວຍ ຍາມໄປຮຽນຢູ່ເມືອງຕ່າງ
ເວລາຢູ່ຫ່າງບ້ານ ຢ້ານນາງນັ້ນປ່ຽນໃຈ
ບົວສະບາ ຈຳຕ້ອງໄດ້ ຄິດຢູ່ນັກໃຈ
ກັບຄຳນາງໄຂຄາລົມ ປ່ອຍໃຈສຳພັນໄວ້
ຈະເປັນແນວໃດນັ້ນ ການເວລາຍັງຫຼາຍຢູ່
ຈະພິສູດໃຫ້ຮູ້ ວ່າຕົວເຈົ້າຮັກສໍ່າໃດ
ໝູ່ຄູ່ທີ່ຢູ່ໃກ້ ໃຜໆກໍ່ງົງຫຼາຍ
ບົວສະບາ ໝາຍໃຜ ລະຫວ່າງສອງຄົນນີ້
ສຸມາລີ ຜູ່ຊິດໃກ້ ມາລາໃຈ
ຜູ້ເນື້ອຜ່ອງ
ແຕ່ໝູ່ຄູ່ແອບຍ້ອງ ມາລາໃຈນັ້ນໃຫ້ແກ່ເຂົາ
ນັ້ນເປັນຄຳກ່າວເວົ້າ ຈາກໝູ່ຄູ່ທັງຫຼາຍ
ບົວສະບາ ໝາຍຕາ ຮັກ
ມາລາໃຈ ແລ້ວ
ເຂົາມີແວວພໍໃຈໃຫ້ ມາລາໃຈ
ມາກກວ່າ
ສ່ວນວ່າ ສຸມາລີ ຜູ້ນີ້ ພວກເຂົານັ້ນບໍ່ໃສ່ໃຈ
ສຸມາລີ ໃບໜ້າຮ້ອນ ເມື່ອໝູ່ຄູ່ແນມຫຼາຍ
ຄິດລະອາຍໃນວາຈາ ທີ່ຕົນໄດ້ວອນເວົ້າ
ນາງຈຶ່ງໄປຕຽມພາເຂົ້າ ເພື່ອຍໍມາຕົກແຕ່ງ
ຈັດແຈ່ງຈານແລະຖ້ວຍ ໃຫ້ເຫັນໄດ້ສິ່ງງົດງາມ
ເຄິ່ງກາງໂຕະວາງແກ້ວນໍ້າ ເຄື່ອງດື່ມທັງຫຼາຍ
ທາງຂ້າງຢາຍຈານຜັກ ລາບແກງທັງຂົ້ວ
ວາງທົ່ວໄປເຫັນໄດ້ ຊຸມຈານຖ້ວຍບ່ວງ
ຫ້ອຍເປັນພວງໝາກໄມ້ ເຄືອກ້ວຍເນື້ອຫອມ
ພໍເມື່ອອາຫານພ້ອມ ທຸກຄົນກໍ່ມາກິນ
ເອົາແຊັມປາຍມາລິນ ດື່ມສະຫຼອງວັນນີ້
ສຸມາລີ ລິນໃຫ້ ໃຜບໍ່ເອົາບໍ່ຮູ້ວ່າ
ຖ້າສາວງາມຜູ້ນີ້ເຍັ້ນ ຍັງຄົງເວົ້າດື່ມສະບາຍ
ພໍເມື່ອລິນຫຼາຍເຂົ້າ ກໍ່ເມົາມ່ວນສຸກສັນ
ຕ່າງກໍ່ພາກັນລໍາ ຮ້ອງເພງທັງຟ້ອນ
ພໍເມື່ອລາຕີຂ້ອນ ຈຶ່ງລາກັນໂຄ້ງຕ່າວ
ຊຸມບ່າວສາວຕ່າງກໍ່ຍ້າຍ ຄືນຫ້ອງແຫ່ງຕົນ
ແຕ່ວ່າສາວຄົນນີ້ ຜູ້ມີຊື່ ສຸມາລີ
ນາງຍັງມີອາລົມຂັນ ເວົ້ານົວຫົວຍິ້ມ
ໃຜໄດ້ຊີມຄໍາເວົ້າ ຄາລົມນາງຕ້ອງຍ້ອງວ່າ
ຄົນກໍ່ໜ້າຮັກແລ້ວ ວາຈານັ້ນຍິ່ງມ່ວນຫູ
ດ້ວຍເຫດໃດກໍ່ບໍ່ຮູ້ ຂໍຢູ່ຕໍ່ຄົນດຽວ
ສາວອ້ວນທຽວມາຊວນ ເພື່ອຄືນເມືອບ້ານ
ພໍເມື່ອຫຼາຍທີຕ້ານ ລໍາຄານໃຈຄອບເມືອກ່ອນ
ສຸມາລີ ກໍ່ບໍ່ຮ້ອນ ໃຫ້ສາວອ້ວນຕ່າວເມືອ
ນາງຕ້ອງການເພື່ອຢູ່ໃກ້ ຄົນຮັກໄຄ່ໃນໃຈ
ເຊົ້າມື້ອື່ນເຂົາຈະໄກ ຈາກນາງໄປແລ້ວ
ມີຫຼາຍແນວນາງຈະເວົ້າ ກັບເຂົາໃຫ້ເຖິງທີ່
ນາງຕ້ອງຈີ້ທຸກເລື້ອງ ທີ່ມັນຂ້ອງຢູ່ໃຈ
ບົວສະບາ ນັ້ນໄດ້ ແນມເບິ່ງ ສຸມາລີ
ຈົນເກືອບເຖິງນາທີ ແລ້ວຈຶ່ງວາຈາເວົ້າ
“ ມື້ນີ້ຕົວຂອງເຈົ້າ ສາຍຕາເຮົາປະກົດວ່າ
ໜ້າຕາທີ່ແດງເຮື່ອເຂັ້ມ ວັນນີ້ຊ່າງລ່າເຫຼືອງ
”
“ ອັນນີ້ມັນເປັນເລື້ອງ ສະພາວະຂອງຍິງ
ເຈົ້າບໍ່ຄວນຈິງໃຈ ເພາະໜຶ່ງເດືອນມີພຽງຄັ້ງ
ເຈົ້າຫ່ວງກັງວົນຂ້ອຍ ເກີນໄປແລ້ວຮູ້ບໍ່
ຂໍຂອບໃຈທີ່ເຈົ້າ ກັງວົນຂ້ອຍຊິຊຸດໂຊມ
“
ອັນວ່າໂສມສະເຫຼົາເນື້ອ ນຽນອ່ອນ ສຸມາລີ
ມີສິ່ງໃດ ບົວສະບາ ຫຼາກຕາເຂົາຈະເວົ້າ
“ ຢ້ານວ່າຕົວຂອງເຈົ້າ ບໍ່ສະບາຍຂ້ອຍເປັນຫ່ວງ
ຢ້ານຂ້ອຍກົດໜ່ວງເຈົ້າ ອຶດນອນຍ້ອນຊ່ອຍວຽກງານ
”
“ ເຈົ້າບໍ່ຕ້ອງຄິດຢ້ານ ຂ້ອຍຊິເໝື່ອຍທາງກາຍ
ຂ້ອນມຸ່ງໝາຍມາທໍາ ຊ່ວຍງານຂອງເຈົ້າ
ຫຼືເຈົ້າເຫັນເຮົານີ້ ກາຍເປັນຄົນອື່ນ
ພຽງທ່ຽງຄືນເທົ່ານີ້ ຕົວຂ້ອຍແມ່ນສະບາຍ
”
“ ຕາມແຕ່ໃຈຂອງເຈົ້າ ເຮົາບໍ່ຂັດຂີນ
ເມື່ອເຈົ້າຍິນດີທໍາ ຂ້ອຍບໍ່ຂີນຕົວເຈົ້າ
ແຕ່ເມື່ອໜີຈາກເຮົາແລ້ວ ຢ່າວາຈາເລື້ອງໃໝ່
ຊິມາໂທດໃຫ້ຂ້ອຍ ຄຸມຕົວໄວ້ບໍ່ແມ່ນໃດ
”
“ ໃຜຈະນິນທາເຈົ້າ ບ່າວຄົນຫຼໍ່ ບົວສະບາ
ຂ້ອຍນີ້ຫວະຈະຫານຈາ ວ່າຄໍາຫຍາມຮ້າຍ
ຢ້ານແຕ່ສາຍຕາເຈົ້າ ເຫັນເຮົາແລ້ວເວົ້າວ່າ
ມືນຕາຊິບໍ່ຂຶ້ນແລ້ວ ປານໃດເຈົ້າຈຶ່ງຊິເມືອ
“
“ ຂ້ອຍກໍ່ເວົ້າເພື່ອເຈົ້າ ດອກອຸ່ນ ສຸມາລີ
ຈັກໜ່ອຍຕິວ່າຕົວຮຽມ ຂາດນ້ຳໃຈໃຫ້ກັບເຈົ້າ
ເພາະວ່າຕົວເຮົານີ້ ມັກເຫັນໃຈຄົນອື່ນ
ແຕ່ກໍ່ຝືນບໍ່ໄດ້ ເພາະໃຈເຈົ້າຫາກປະສົງ
“
“ ໃຈເຈົ້າຄົງບໍ່ກ່າວເວົ້າ ວ່າເຮົາຢູ່ຂີນຕາ ຕິເບາະ! “
“ ຂ້ອຍນີ້ຫວະຈະຫານ ກ່າວນິນທາເຈົ້າ
ຕົວເຮົາຍິນດີຊໍ້າ ໃນຈິດໃຈເຜື່ອແຜ່
ແຕ່ແມ່ຂ້ອຍຍັງກ່າວຍ້ອງ ວ່າຕົວເຈົ້າເຮັດວຽກດີ
“
“ ຂອບໃຈທີ່ຍົກຍ້ອງ ຍໍຍື່ນວາຈາ
ເພາະວ່າເຮົາເຕັມໃຈເຮັດ ໃຫ້ແມ່ເຫັນໃຈນີ້
ອາດຈະມີດີໄດ້ ຄວາມພໍໃຈຫຼາຍໆຢ່າງ
ຂ້ອຍຈໍາເປັນຕ້ອງສ້າງ ພື້ນຖານໄວ້ໃຫ້ແມ່ເຫັນ
“
“ ສຳພໍຈຶ່ງວິ້ງເຕັ້ນ ເກືອບທຸກຢ່າງໃນງານ
ສາວຕາຫວານຄົນງາມ ຫຼອກແມ່ຮຽມຫຼືນີ້
ອົດມາທໍາດີໄວ້ ໃຫ້ເຫັນໃຈຕາມຕໍ່
ຂ້ອຍນີ້ກໍ່ຮູ້ແລ້ວ ວ່າຕົວເຈົ້າເຮັດເພື່ອຫຍັງ
“
“ ໄປ໋! ເຮົາໄປນັ່ງຫຼິ້ນ ຢູ່ອູ່ກົກຂາມ
ຂ້ອຍຢາກຖາມບາງອັນ ຈາກໃຈຂອງເຈົ້າ
“
“ ຂ້ອຍລໍຄອຍຄໍາເວົ້າ ຈາມາຊິຕອບຕໍ່
“
“ ຢ້ານລົບກວນພໍ່ແມ່ເຈົ້າ ເຮົາໄປພຸ້ນກໍ່ດີ
“
ສຸມາລີ ວ່າແລ້ວ ລຸກຍ່າງເດີນໄປ
ໝາກຫົວໃຈຂອງນາງ ຄ່ອຍແຮງເດີນເຕັ້ນ
ນາງຈຳເປັນຈະເວົ້າ ຖາມຄວາມຈິງຫຼືບໍ່
ຖ້າວ່າເຂົາບໍ່ງໍ້ ກໍ່ເສຍໜ້າແຫ່ງຕົນ
ຖ້າເກັບໄວ້ຄິດຄົ້ນ ມັນກໍ່ໜັກອົກ
ຖ້າປົກປິດຄວາມຈິງ ຢ້ານເຂົາບໍ່ຫວນຮູ້
ບົວສະບາ ເອົາຕີນຍູ້ ຢັນດິນບາດຄ່ອຍໆ
ເພື່ອໃຫ້ອູ່ນ້ອຍໆ ໄກວໂຍ້ນໂອ່ນໄຫວ
“
ແມ່ນຫຍັງຄາໃຈເຈົ້າ ເວົ້າມາເບິ່ງຄົນດີ
ຖ້າຂ້ອຍມີຄວາມຄິດ ສະຫຼາດພໍຄໍາຖາມເຈົ້າ
ຕົວຂອງເຮົາກໍ່ຈະແກ້ ຄວາມຈິງໃຫ້ກະຈ່າງ
ບອກທຸກຢ່າງໃຫ້ເຈົ້າຮູ້ ຕາມຂ້ອຍຄິດເຫັນ “
“
ປະເດັນຂ້ອຍຊິເວົ້າ ຕັ້ງຕໍ່ຄໍາຖາມ
ອາດຈະເປັນຄວາມລັບ ແຫ່ງຫົວໃຈເຈົ້າ
ແຕ່ພວກເຮົາຈໍາເປັນເວົ້າ ຄວາມຈິງໃຫ້ກະຈ່າງ
ລະຫວ່າງ ມາລາໃຈ ແລະ ຂ້ອຍ ຕົວເຈົ້າຊິຮັກໃຜ ? “
ພໍເມື່ອ
ບົວສະບາ ໄດ້ ຮັບຊາບຄຳຖາມ
ເຂົາຫ້າມອາລົມຈິດ ຄິດຫາວິທີເວົ້າ
ແມ່ນແຕ່ໃຈເຂົາເອງນັ້ນ ຍັງບໍ່ທັນຮູ້ດອກວ່າ
ອຸລາເຂົາເມື່ອນີ້ ຊິວາງໃຫ້ແກ່ໃຜ
ຕັດສິນໃຈຍັງບໍ່ໄດ້ ວ່າຈະຮັກ
ສຸມາລີ
ຫຼືຈະມີ ມາລາໃຈ ຢູ່ຮຽງຄຽງຊ້ອນ
ໃຈແນ່ນອນປັກໝັ້ນ ໝາຍປອງຢ່າງແນ້ວແນ່
ຮູ້ພຽງແຕ່ເປັນເພື່ອນຫຼິ້ນ ຮຽນຮູ່ຮ່ວມກັນ
ສ່ວນເລື່ອງເປັນແຟນນັ້ນ ບໍ່ເຄີຍຄິດໃນໃຈ
ແມ່ນຢູ່ ຄັ້ງໜຶ່ງເຄີຍຫຼົງໄຫຼ ຮັກ
ມາລາໃຈ ແທ້
ແຕ່ວ່າໃນຕອນນັ້ນ ນາງຈາພຽງບອກວ່າ
‘ ເຮົາຮັກກັນກໍ່ໜ້າ ພຽງຮຽນຮູ່ຮ່ວມກັນ ‘
ນັບຕັ້ງແຕ່ມື້ນັ້ນ ຂ້ອຍຂາດຮັກໃນໃຈ
ນອນນ້ຳຕາລິນໄຫຼ ຫຼັ່ງລົງລິນຍ້ອຍ
ເປັນນໍ້າຕາ ຄວາມອ່ອນແອຂອງຂ້ອຍ ໃນວັນອະດີດຜ່ານ
ນໍ້າຕາ ປະຫານໃຈເຂັ່ນຂ້າ ໃຫ້ເຮົາສິ້ນຮັກນາງ
ສ່ວນວ່າທາງຝ່າຍເຈົ້າ ຂ້ອຍຮັກຢູ່ໃນໃຈ
ຮັກໃນອຸດົມການ ໝັ່ນພຽນຮຽນຮູ້
ຮັກເພື່ອຫວັງເປັນຊູ້ ເປັນແຟນຍັງຄິດຢູ່
ສິ່ງທີ່ຂ້ອຍຮັບຮູ້ ເຈົ້າກັບຂ້ອຍແມ່ນເພື່ອນດີ
ສຸມາລີ
ແນມເບິ່ງໜ້າ ເຂົາຕື່ມຫຼາຍທີ
ຍັງບໍ່ມີວາຈາ ຕອບມາໃຫ້ນາງຮູ້
ນາງນິ້ງດູແນມໜ້າ ກາຍາສະທ້ານສັ່ນ
ອັນວ່າຄໍາຕອບນັ້ນ ນາງພ້ອມຊິຮັບຟັງ
ໃນວັນຫຼັງເຂົາເຄີຍສ້າງ ສຳພັນຊື່ທາງໃຈ
ໃນວັນໄຫຼເຮືອໄຟ ອອກພັນສາປີກາຍນີ້
ໃຈຂ້ອຍມີຄວາມສຸກລົ້ນ ຊວງໃນຊຶ້ງຊໍ່າ
ຢູ່ແຄມຮິມຝັ່ງນໍ້າ ເຮືອໄຟນ້ອຍລ່ອງໄຫຼ
ໃນຄືນນັ້ນເຈົ້າໄດ້ ເວົ້າກ່າວສັນຍາ
‘ ຖ້າວັນໃດສອງເຮົາ ຫາກຮຽນຈົບແລ້ວ
ຈະກອດແອວປະຄອງເຂົ້າ ຕຽງນອນຊ້ອນເສື່ອ
ຫຼັງຈາກພົງເຜົ່າເຊື້ອ ຜູກແຂນໃຫ້ແຕ່ງດອງ ‘
ຫຼືເປັນພຽງຄຳກ່າວຮ້ອງ ທີ່ໄຮ້ຄ່າສັນຍາໝາຍ
ຫຼືຊາຍຈາພຽງລົມໆ ໃຫ້ຊື່ນໃນໃຈເຕັ້ນ
ມັນເປັນຄໍາກົນລໍ້ ລວງເຮົາຫຼິ້ນຊື່ໆ
ຄືນນີ້ເຮົາຄືຊິຮູ້ ຄວາມຈິງແທ້ແນ່ນອນ
ບົວສະບາ
ບໍ່ຮ້ອນ ຕອບຢ່າງໃຈເຢັນ
“ ເຈົ້າເຫັນຮຽມເປັນສັນໃດ ຈຶ່ງກ່າວຈາແນວນີ້
ຕົວຂ້ອຍມີຄວາມດ້ອຍ ໃນໃຈເຈົ້າຫຼາຍບໍ່
ເຈົ້າຈຶ່ງຂໍຮ້ອງຂ້ອຍ ວອນເວົ້າຮັກສະເໝີ “
“
ກໍ່ມີຄົນສະເໜີຂ້ອຍ ເຈົ້າເອີບອີ່ມ
ມາລາໃຈ
ແລະກໍ່ມີຫຼາຍໆຄົນ ວ່າເຮົາເສຍໆໄດ້
ຢູ່ໃນໃຈຂອງຂ້ອຍ ເສຍສັກສີເຈົ້າຮູ້ບໍ່
ພວກເຂົາ ປະນາມວ່າຂ້ອຍອ່ອນຂໍ້ ບໍ່ແຂງເຂັ້ມເລື່ອງຮັກຊາຍ “
ນາງບໍ່ຫວັງກ່າວຮ້າຍ ໃຫ້ແກ່ ບົວສະບາ
ຕົວເຂົາມີອິດສະຫຼະ ເລື່ອງຊິລົມໃຜນັ້ນ
ແຕ່ສັນຍາເຂົາເຄີຍໃຫ້ ຈະມີເຮົາຢູ່ໃກ້ມໍ່
ຈະຂໍນັ່ງຂອກຂ້າງ ພຽງພ້ອມເມື່ອແຕ່ງດອງ
ເປັນຫຍັງເຈົ້າຈຶ່ງຕ້ອງ ໄປອ້ອນອິ່ນ ມາລາໃຈ
ເຮັດໃຫ້ຄົນນິນທານາງ ຢ່າງບໍ່ທົນຟັງໄດ້
ຫົວໃຈນາງມັນຈະລ້າວ ຍາມຄົນເຂົາຫຍາມມິ່ນ
ຍາມໄດ້ຍິນຄົນກ່າວຮ້າຍ ນາງອຸກເອົ້າອັ່ງໃຈ
“
ສຸມາລີ ເຈົ້າຢ່າໄດ້ ນ້ອຍນໍ່າໃນໃຈ ເຖີດນາ
ບໍ່ມີຍິງຄົນໃດ ທີ່ຮັກຮຽມເໝືອນເຈົ້າ
ຕົວຂ້ອນຈິງໃຈເວົ້າ ຄວາມຈິງແທ້ໃດອຸ່ນ
ບໍ່ມີໃຜປຸນປຽບເຈົ້າ ໃນການໃຫ້ຮັກຕໍ່ຮຽມ
“
ບົວສະບາ
ຕຽມໃຈເວົ້າ ເພື່ອອອຍອຸ່ນ ສຸມາລີ
ນາງຮູ້ສຶກດີໃຈ ເມື່ອໄດ້ຟັງເຂົາເວົ້າ
ແຕ່ວ່າທາງເຂົານີ້ ຈິງໃຈສໍ່າໃດນໍ່
ຕົວເຂົາເອງກໍ່ບໍ່ຮູ້ ວ່າເຂົານັ້ນຮັກສໍ່າໃດ
ອາດເປັນເພາະນາງໄຮ້ ຊາຍອື່ນມາຫາ ຕິບໍ
ຂາດຄົນມາຈາຄວາມຮັກ ແຂ່ງເຂົາກໍ່ເປັນໄດ້
ເຂົາຈຶ່ງມີໃຈໃຫ້ ກັບນາງນ້ອຍກວ່າ
ແຕ່ວ່ານາງນັ້ນທຸ້ມ ໝາຍໃຫ້ຮັກສະເໝີ
ເພາະວ່ານາງພົບແລ້ວ ຄູ່ແຂ່ງຂອງຫົວໃຈ
ນາງຈໍາເປັນໄຂຄວາມຮັກ ໃຫ້ເຂົາຫວນຮູ້
ເພາະວ່ານາງຈຳເປັນສູ້ ເອົາໄຊໄວ້ກ່ອນ
ເພື່ອຈະບໍ່ເດືອດຮ້ອນ ຕາມຊ້ອນເມື່ອຫຼັງ
ສຸມາລີ
ຕໍ່ຕັ້ງ ແນມເບິ່ງ ບົວສະບາ
ສົບສາຍຕາກັນດົນນານ ສົ່ງຄວາມຫວານຊຶ້ງ
ເຂົາທັງສອງຊງຶງດ້ວຍ ອາລົມໃຈທີ່ຮ້ອນເຮັ່ງ
ຄວາມຫວານໃນເລັ່ງໃຫ້ ພວກເຂົານັ້ນຊື່ນກະສັນ
ນາງຮູ້ສຶກສັ່ນຍ້ອນ ມືອຸ່ນໆ ບົວສະບາ
ມືໜຶ່ງມາຈັບແຂນ ອີກມືຈັບແອວໄວ້
ຫົວໃຈນາງມັນເຕັ້ນ ເຢັນຊາສຸດທີ່
ນີ້ນໍຄວາມຮັກໃຫ້ ມັນແສນຊຶ້ງຊື່ນໃຈ
ບົວສະບາ
ນັ້ນໄດ້ ຈູບທີ່ຫາງຕາ
ສະເໜຫາຄວາມຮັກ ແສບໃຈຈົນຈິ້ວ
ນາງຮູ້ສຶກຫິວໄຮ້ ຫວິວໃຈແທບຊິລົ່ນ
ຄວາມສຸກໃຈລັ່ນລົ້ນ ຢູ່ດົນນັ້ນພັດນຶກກົວ
ຢ້ານເຂົາຫົວຂວັນເວົ້າ ວ່າໃຈງ່າຍເກີນໄປ
ນາງຈໍາໃຈຂະຫຍັບຕົວ ຫ່າງໄກເຂົາໄວ້
ບົວສະບາ ຕາໃສຈ້ອງ ຫຼຽວມອງນາງແນບນໍ່າ
ແລ້ວຕົວເຂົາກໍ່ຈູບຊໍ້າ ແຄມຊ້າຍໄຫຼ່ຄໍ
ນາງຮູ້ສຶກອ່ອນງໍ້ ວູບວັບຫົວໃຈ
ເຮັດໃຫ້ໄຟອາລົມ ເລີ່ມຮຸນແຮງຮ້ອນ
ນາງຖອນຫາຍໃຈໄວ້ ຍາວໆຮູດໜຶ່ງ
ແລ້ວມືນາງຈຶ່ງຍູ້ ເຂົານັ້ນອອກຫ່າງຕົວ
ນາງຮູ້ສຶກກົວດ້ວຍ ຄວາມຮັກຊິເບົາບົກ
ໃນເມື່ອນາງຍໍຍົກ ໃຫ້ເຂົາຈົນໝົດສິ້ນ
ຢ້ານເຂົາບໍ່ຖະຫວິນໃຫ້ ຫາວ່ານາງຄົນໃຈງ່າຍ
ເມື່ອນັ້ນຜູ້ໂຊກຮ້າຍ ຄືນາງແທ້ແຕ່ຜູ້ດຽວ
ບົວສະບາ
ຫຼຽວດູໜ້າ ອີກຄັ້ງໜຶ່ງຖອນໃຈ
ສຸກສ້ຽວກາຍຕົນຕົວ ສັ່ນເຊັນມຶນດ້ານ
ເຂົາບໍ່ຫານຈາຕ້ານ ຂໍນາງໃນບາງສິ່ງ
ແລ້ວຕົວຈິ່ງຍິ້ມ ເພື່ອລືມຖິ້ມສິ່ງຢາກຈາ
ສ່ວນວ່າ
ສຸມາລີ ນັ້ນ ກໍ່ແນມເບິ່ງຕົວເຂົາ
ຂູບເບົາໆກາຍມາ ຊ່າງຊຶ້ງໃຈຈິງແທ້
ຕັ້ງແຕ່ນາງເປັນສາວຂຶ້ນ ພຽງທີດຽວຄັ້ງໜຶ່ງ
ດັ່ງນັ້ນນາງຈຶ່ງຊື້ງ ສຸດປຶ້ມປ່ຽມໃຈ
ບົວສະບາ
ກໍ່ໄດ້ ຈູບນາງເທື່ອທໍາອິດ
ເປັນຄັ້ງດຽວໃຮຊີວິດ ໜຸ່ມຄະນອງຂອງເຂົານີ້
ເຂົາຊ່າງມີຄວາມສຸກແທ້ ໃນຫົວໃຈມັນຊຶ້ງຊ່າ
ຫາສິ່ງໃດປຽບບໍ່ໄດ້ ຈິງແທ້ແນ່ນອນ
ຫົວອົກນາງສຸດຮຸ່ມຮ້ອນ ວາບວູ່ໃນໃຈ
ຢາກໃຫ້ເຂົາຊົມຕົວ ອີກໃຈພັດກົວຢ້ານ
ບໍ່ແມ່ນການມີທ້ອງ ຄອງຄັນແຕ່ເລື່ອງອື່ນ
ຢ້ານກໍ້າກືນແສບເສົ້າ ເຂົາຊົມແລ້ວບ່າຍໆໜີ
ແຕ່ເຫດຜົນທີ່ວ່ານີ້ ຍັງກົວບໍ່ປານໃດ
ນາງກົວໃຈ ບົວສະບາ ບໍ່ຮັກນາງຍິ່ງໃຈນ້ອຍ
ຈຶ່ງປ່ອຍວາຈາຕ້ານ ຫວານຄາລົມເວົ້າຕໍ່
ນັ້ນກໍ່ເພື່ອຮຽກຮ້ອງ ໃຫ້ເຂົາພ້ອມເພື່ອຮັກນາງ
“
ບົວສະບາ ເຈົ້າຈົ່ງສ້າງ ຢ່າງໃຫ້ຮຽມເຫັນ ອີກດູ
ເພື່ອໃຫ້ເປັນອະນຸສອນ ແຫ່ງຫົວໃຈຂ້ອຍ
ຂ້ອຍລໍຄອຍຕົວເຈົ້າ ກັບຄວາມຈິງອີກຄັ້ງໜຶ່ງ “
ບົວສະບາ ຈຶ້ງເບິ່ງໜ້າ ນາງແລ້ວກໍ່ເລົ່າຈາ
“
ອັນວ່າພຽງສໍ່ານີ້ ເຈົ້າຍັງບໍ່ພໍໃຈ ຊັ້ນບໍ
ຂ້ອຍກໍ່ໄຂຄວາມຈິງ ທຸກສິ່ງອັນໃຫ້ຕົວເຈົ້າ
ຫຼືຍັງຕິວ່າຮຽມເວົ້າ ຫາເອົາຊື່ໆ
ເວົ້າຄືວ່າຂ້ອຍຊິຕົ້ມ ຕົວະຫຼິ້ນຫຼອກໃຈ ເຈົ້ານໍ “
“
ມັນກໍ່ເຊື່ອບໍ່ໄດ້ ໃນເມື່ອຕົວຊາຍ
ການກະທໍາໝາຍຮັກ ຫາກຈືດຈາງສັນນີ້
ເພາະຍັງມີໃຈໃຫ້ ກັບຫົວໃຈຍິງອື່ນ ແມ່ນບໍ
ຈຶ່ງຊົມຊື່ນຂ້ອຍສໍ່ານີ້ “ ‘ ເອະເຮົາເວົ້າໄດ້ຈັ່ງໃດ ‘
ບົວສະບາ
ຍັບເຂົ້າໃກ້ ຈັບບ່າ ສຸມາລີ
ພ້ອມທັງມີແວວຕາຄົມ ຊິຊື່ນຊົມບໍ່ໝາຍເວັ້ນ
ສຸມາລີ ເຫັນແລ້ວ ປັດມືເຂົາອອກຈາກບ່າ
ບົວສະບາ ຈໍາຕ້ອງກ້າ ເພາະນາງທ້າກ່າວຫຍາມ
ຫົວໃຈເຂົາຫັກຫ້າມ ຄັ້ງໜຶ່ງອົດມາ
ແຕ່ວ່ານາງຈາຫຍາມ ລູກຜູ້ຊາຍບໍ່ຖອຍໄດ້
ມື້ນີ້ເຂົາຕ້ອງທຳໃຫ້ ເຖິງໃຈນາງທຸກໆທີ່
ນາງຈະມີຄຳກ່າວເວົ້າ ຫຍາມຫຍໍ້ອີກຢູ່ບໍ
“
ຂ້ອຍນີ້ຂໍຮ້ອງເຈົ້າ ເຊົາກ່ອນ ບົວສະບາ
ຕົວເຮົາຮູ້ແລ້ວລະ ວ່າຮັກຮຽມຈິງແທ້
“
ບົວສະບາ ແລດູໜ້າ ສຸມາລີ ອີກຄັ້ງໜຶ່ງ
ນາງຍັງຫຼັບເຊືອບຊຶ້ງ ເຂົາເພີ້ມຈູບອີກທີ
ພໍດີຂະນະນີ້ ຢູ່ທີ່ຫາງຕາ
ຂອງນາງສາວ ສຸມາລີ ເລີ່ມມີນ້ຳໃສຍ້ອຍ
ນາງປ່ອຍມັນລິນໜ້າ ມືນຕາແລ້ວເວົ້າຕໍ່
“ ເຈົ້າບໍ່ໜ້າທໍາເຊັ່ນນີ້ ລ່ວງເກີນຂ້ອຍອີກເລີຍ “
ບົວສະບາ
ບໍ່ກ່າວເວົ້າ ເຂົາແນມເບິ່ງ ສຸມາລີ
ເຂົາສຸດທີ່ກັງວົນ ເລື່ອງເຫດການໄວໆນີ້
ເຂົາຢ້ານ ສຸມາລີ ຈະໄປເວົ້າ ວາຈາບອກແມ່ພໍ່
ເຂົາກໍ່ຄົງຊິບໍ່ໄດ້ ໄປຮຽນຮູ້ຢູ່ຕ່າງແດນ
ເຂົາສຸດທີ່ອ່າວໂອ້ ກັບການທີ່ກະທຳມາ
ໂດຍບໍ່ພິຈາລະນາຄິດ ວ່າຄູ່ຄວນແລ້ວບໍນີ້
ສຸມາລີ ແນມດູໜ້າ ເຫັນສາຍຕາທີ່ແຕກຕ່າງ
ນາງບໍ່ຊ່າງຊິເວົ້າ ເຫັນເຂົາແລ້ວຄິດອິ່ນດູ
ບົວສະບາ
ຫຼຽວດູໜ້າ ແລ້ວຈາຕໍ່ ສຸມາລີ
“ ຂໍໂທດເດີທີ່ຮັກ ຂ້ອຍລ່ວງເກີນວັນນີ້
ເພາະຂ້ອຍມີພຽງເຈົ້າ ຍິງດຽວທີ່ຮັກຍິ່ງ
ສິ່ງຂ້ອຍທຳໃນມື້ນີ້ ອະໄພຂ້ອຍແນ່ນະ “
ສຸມາລີ
ກົ້ມໜ້າ ນໍ້າຕາຫຼັ່ງລິນລົງ
“ ເຈົ້າຄົງມີຄວາມສຸກ ທີ່ໄດ້ທຳສັນນີ້
ໂດຍທີ່ຕົວຂອງເຈົ້າ ບໍ່ຟັງເຮົາຂໍຮ້ອງຕໍ່
ເຈົ້າບໍ່ຍອມຮັບຮູ້ ສຽງຂ້ອຍກ່າວຂໍ
ເຈົ້າຄົງພໍໃຈລົ້ນ ໄດ້ໂອບຮ່າງກາຍາ
ໄດ້ຈັບບາຍແຂນຂາ ຈູບຫອມຕົວຂ້ອຍ
ເຈົ້າຄົງຄອຍມາດົນແລ້ວ ກັບແຜນການເມື່ອໄດ້ທ່າ
ໂອກາດເໝາະມາຮອດແລ້ວ ຕົວເຈົ້າຊິເລັ່ງທໍາ ແມ່ນບໍ ? “
“
ເຈົ້າຢ່າກ່າວບອບຊໍ້າ ເອົ້າອັ່ງຫຼາຍແມ
ເຫັນແກ່ໃຈຄົນຮັກ ແດ່ແມຕົວເຈົ້າ
ຕົວຂອງເຮົາບໍ່ເຕີຍຮູ້ ກັບແຜນການທີ່ເຈົ້າວ່າ
ຂ້ອຍລໍຖ້າໂອກາດນີ້ ມັນເປັນເລື້ອງທີ່ບໍ່ຈິງ
ເຈົ້າເປັນຍິງທີ່ຂ້ອຍ ຮັກຍິ່ງໃນໃຈ
ເຈົ້າຢູ່ໃນສ່ວນເລິກ ແຫ່ງຫົວໃຈຂ້ອຍ
ເຈົ້ານັ້ນຄືກັບສ້ອຍ ສາຍໃຈຮຽມທີ່ເລີດຄ່າ
ເຈົ້າຄືມາລາດອກໄມ້ ບານໃຫ້ແກ່ໃຈ ຂ້ອຍນາ
ຂ້ອຍບໍ່ເຄີຍຄິດໄວ້ ກັບການທີ່ກະທໍາມາ
ເຈົ້າຢ່າຫາວ່າຕົວຮຽມ ຄິດຊົ່ວຊາມເລວຊ້າ
ເພາະວ່າວາຈາເຈົ້າ ຫຍາມເຮົາຈຶ່ງໂຕ້ຕອບ
ຂ້ອຍບໍ່ຊອບແທ້ໆ ຄຳທ້າຈາກຜູ້ຍິງ
ຄັນບໍ່ຈິງຈັງສູ້ ຖືກດູມິ່ນນາມຊາຍ
ວ່າຜູ້ຊາຍຕາຍໆ ບໍ່ໄດ້ໃຈຍິງແທ້ “
ບົວສະບາ ແລດູໜ້າ ນໍ້າຕານາງຍິ່ງຍ້ອຍຫຼັ່ງ
ເຮັດໃຫ້ເຂົາຕ້ອງຢັ້ງ ຄຳເວົ້າຕໍານິນາງ
ຈິດໃຈເຂົາເລີ່ມອ້າງວ້າງ ໄຫວຫວັ່ນຄອນແຄນ
ເຂົາຮູ້ສຶກແສນເສຍໃຈ ທີ່ຢັ້ງຕົວເອງຊ້າ
ສຸມາລີ ຫຼົບໜ້າ ອຸລານາງເລີ່ມເວວັ່ງ
ຍ້ອນມຸ່ງຫວັງຢາກຢູ່ໃກ້ ນາງເລີຍໄດ້ສິ່ງບໍ່ຄວນ
ເຮັດໃຫ້ໃຈຫວນຮ້ອງ ສິ້ນຄ່າສັກສີຍິງ
ສູນສິ້ນສິ່ງດີງາມ ທີ່ເຄີຍຖະໜອມໄວ້
ເຮັດໃຫ້ໃຈຫວນໄຫ້ ຍ້ອນຈິດໃຈທີ່ບົກຜ່ອງ
ຍ້ອນຮິ່ນຕອງບໍ່ກວ້າງ ຈຶ່ງມາສ້າງສິ່ງບໍ່ດີ
ໂອນໍຊີວິດນີ້ ຊິສິ້ນເສື່ອມຄວາມດີ ແລນໍ
ເມື່ອຮ່າງກາຍມີລາຄີ ກໍ່ເລີ່ມມີໃຈເປື້ອນ
ສັ່ນສະເທືອນອຸລາໃຫ້ ເຕືອນໃຈເຮົາຮັບຮູ້ວ່າ
ຢ່າໃຫ້ຊາຍມາຢູ່ໃກ້ ສະໜອງໃຫ້ບ່ອນລັບຄົນ
ເມື່ອນັ້ນເຮົາບໍ່ອາດພົ້ນ ມົ້ມສິ່ງລາຄີ
ແລ້ວຄວາມຫຼັງເຄີຍດີງາມ ຊິເປົ່າແປນໝົດກ້ຽງ
ແລ້ວຕົວເຮົາຈະສູນສ້ຽງ ຄວາມຜ່ອງໃສຈະກ້ຽງເປົ່າ
ຊາຍທີ່ເຮົາຮັກໝັ້ນ ເຂົານັ້ນບໍ່ເຊື່ອໃຈ ອີກແລ້ວ
ວັນນີ້ເຮົາຊ່າງໄຮ້ ຫົນແຫ່ງຈິນຕະນາ ແທ້ນໍ
ຈຶ່ງນໍາເອົາຕົນເອງມາ ສູ່ໄພວິບັດນີ້
ໄພທີ່ມີຄວາມຮ້ອນ ເຜົາຈິດໃຈໃຫ້ງ້ວງໂງ່
ລະວັງໂຕຈຶ່ງເຊີ້ ເຜີຕົວໃຫ້ແກ່ເຂົາ
ບັດນີ້ໃຈເຮົາລ້າວ ເຈັບປ່ວຍນູມນັກ
ແຟນເອີຍແຟນສຸດທີ່ຮັກ ເຈົ້າລ່ວງເກີນເຮົາແລ້ວ
ຊີວິດເຮົາເຮົາຄືຮອຍແປ້ວ ກັບຫົວໃຈທີ່ຫວັງວ່າ
ຜູ້ທີ່ຈະໄດ້ໂອບເນື້ອ ຊາຍຄົນນັ້ນຕ້ອງແຕ່ງດອງ
ເຖິງນາງສາວຊິຮໍ່າຮ້ອງ ກໍ່ໄຮ້ຄ່າເພາະເສຍທີ
“ ຟັງໄວ້ນະທີ່ຮັກ ເລື່ອງເຫດການຜ່ານໄປນີ້
ມີສິ່ງດຽວຂ້ອຍຂໍຮ້ອງ ຈໍາເອົາເຖີດໜາພີ່
ຂໍໃຈເຈົ້າມີຂ້ອຍໄວ້ ບໍ່ແໜງໜ້າໜ່າຍຮຽມ ກໍ່ພໍແລ້ວ “
ຫົວໃຈເຂົາສຸດປ່ຽມລົ້ນ ໃນຄຳກ່າວຂອງນາງ
ເຂົາເລີ່ມວາງຄວາມກັງວົນ ເລື່ອງນາງຈະໄປຟ້ອງ
ທັງສອງເຂົາຫຼຽວມອງໜ້າ ສົບຕາກັນກະສັນຊື່ນ
ຂໍໃຫ້ຄືນຄໍ່ານີ້ ລາຄີນັ້ນຢ່າບຽດບຽນ.
ບົວສະບາ
ມ້ຽນເຄື່ອງໄວ້ ໃຫ້ເຂົ້າທີ່ຈັດວາງ
ການເດີນທາງ ທາງເຮືອ ຂຶ້ນເໜືອລົງໃຕ້
ເປັນປັດໄຈດຽວແທ້ ທີ່ເດີນທາງສະດວກງ່າຍ
ນອກຈາກສາຍທາງເລກເກົ້າ ທີ່ເດີນໄດ້ສະດວກດີ
ສຸມາລີ
ຢືນລໍຖ້າ ກັບພໍ່ແມ່ຂອງເຂົາ
ນາງເຫງົາຫຼືດີໃຈ ແມ່ນບໍ່ມີໃຜຮູ້
ເມື່ອຫາກດູເບິ່ງນາງແລ້ວ ກິລິຍາວາດຕ່າງໆ
ບາງຄັ້ງນາງກໍ່ເບີດຍິ້ມ ບາງຄັ້ງກໍ່ເສີຍ
ສຽງຂອງແມ່ເອີ່ຍເວົ້າ ຈາຕໍ່ ບົວສະບາ
ເພື່ສັ່ງລາຍາມໄກ ສັ່ງສອນຄວາມດີໄວ້
“ ແມ່ດີໃຈນຳເຈົ້າ ບຸດຕາລູກແມ່
ຄິດຮອດບ້ານແດ່ເຈົ້າ ຍາມເຍີ້ນຫ່າງກັນ
ຂໍໃຫ້ຕົວລູກນັ້ນ ຕັ້ງຕໍ່ການຮຽນ
ໃຫ້ໝັ່ນພຽນສຶກສາ ຊອກຫາຄວາມຮູ້
ອັນວ່າຄູສອນຊີ້ ຈຳເອົາຢ່າຄິດຕ່າງ
ລະບຽບວາງບົ່ງໄວ້ ຕົວເຈົ້າຈົ່ງເຮັດຕາມ
ພະຍາຍາມຮຽນຮູ້ ທຸກສິ່ງນໍາເຂົາ
ເພື່ອເຂົ້າກັບສັງຄົມ ທີ່ພັດທະນາຂອງເຂົານັ້ນ
ຢ່າໄດ້ຫັນເຫຫຼິ້ນ ກາຍເກີນບໍ່ເຂົ້າທີ່
ແມ່ນີ້ຂໍຫ້າມເຈົ້າ ຢ່າທໍາເລື້ອງເສື່ອມເສຍ
ອັນວ່າເບຍແລະເຫຼົ້າ ສັບພະສິ່ງມຶນເມົາ
ຢ່າໄດ້ທໍາຕາມເຂົາ ພວກບໍ່ດີຊຸມນີ້
ຍາມມີການສ້າງສັນນັ້ນ ກໍ່ກິນກັນພໍຮູ້ມ່ວນ
ຢ່າຊວນກັນທ່ຽວຫຼິ້ນ ຈົນລືມເລື້ອງຮໍ່າຮຽນ
ໃຫ້ໝັ່ນພຽນຄິດຄົ້ນ ສະແຫວງຮໍ່າຮຽນຫາ
ການສຶກສາຄືທາງ ສະຫວ່າງໃຈໃສແຈ້ງ
ມັນຈະແປງທາງໃຫ້ ຍາວໄກໄດ້ເດີນໄຕ່
ອະນາຄົດຈິ່ງຊິໄດ້ ຈະເລີນກ້າວສູ່ວຽກງານ
ລູກຢ່າໄດ້ກຽດຄ້ານ ນອນຕື່ນຈົນສວາຍ ໃດເນີ
ຢ່າງ່າຍໃຈເກີນໄປ ຢູ່ໃນການຮຽນຮູ້
ໄປຢູ່ທາງເມືອງບ້ານ ແດນເຂົາປະເທດເພິ່ນ
ມັນຈະເລີນລື່ນບ້ານ ຫົນຫ້ອງແຫ່ງເຮົາ
ລູກຈົ່ງຈໍາແມ່ເວົ້າ ຢ່າໄດ້ຕື່ນແສງສີ
ຢ່າຕື່ນຄວາມສີວິໄລ ແລ້ວອ່ອນໃຈເປັນປົມດ້ອຍ
ເພາະວ່າເມືອງເຮົານ້ອຍ ການສຶກສາຍັງຕໍ່າ
ການສະແຫວງຮຽນຮໍ່າຮູ້ ບໍ່ທັນບ້ານບ່ອນຈະເລີນ
ອັນວ່າເມືອງເພິ່ນນັ້ນ ມາຍມາກປັນຍາຊົນ
ປະຊາຊົນທັງມວນ ຮັກການຮຽນຮູ້
ຢູ່ຕາມເຮືອນຕາມຮ້ານ ໜັງສືພິມມີການອ່ານ
ມັນບໍ່ເໝືອນດັ່ງບ້ານ ເມືອງນ້ອຍແຫ່ງພວກເຮົາ
ຄໍາທີ່ແມ່ສັ່ງເຈົ້າ ໃຫ້ຈື່ຈໍາເອົາ
ຢ່າໄດ້ເມົາມົວຄິດ ອ່ອນແອໃຈທໍ້
ພົບບັນຫາຢ່າໄປງໍ້ ຕັດສິນໃຈຜ່ານຜ່າ
ແມ່ຫວັງວ່າເຈົ້າຊິໄດ້ ປະລິນຍານັ້ນຕ່າວມາ “
ຫຼັງຈາກແມ່ກ່າວເວົ້າ ເຂົາກໍ່ຈາຮັບ
ຍາມເຂົາກັບຄືນມາ ບໍ່ໃຫ້ຜິດຫວັງແທ້
ໃຫ້ແມ່ວາງໃຈໄດ້ ເອົາປະລິນຍາມາຕ້ອນແມ່
ສຸມາລີ ແນມເບິ່ງໜ້າ ທັງຍິ້ມໃຫ້ແກ່ເຂົາ
ແລ້ວນາງກໍ່ກ່າວເວົ້າ “ ໄປຫາໝູ່ພວກເຮົາເທາະ
ເພາະພວກເຂົາລໍຄອຍ ຖ້າເຈົ້າມາດັນແລ້ວ “
ພວກເຂົາຢືນລຽນແຖວຖ້າ ບົວສະບາ ຕ້ອງຍິ້ມຕໍ່
ແຕ່ລະຄົນຕ່າງກໍ່ຍິ້ມ ຍິນດີດ້ວຍໃຫ້ແກ່ເຂົາ
ຫຼາຍຄົນຕ່າງກໍ່ເວົ້າ ຫຼາກຕ່າງນາໆ
“ ໄດ້ໄປເຫັນຫິມະ ຝາກໃຫ້ເຮົາແດ່ເດີເຈົ້າ “
“ ຄິດເຖິງເຮົາໃນບາງຄັ້ງ ກໍ່ຍັງດີໃດໝູ່ຄູ່ “
“ ໄດ້ໄປຢູ່ເມືອງໃຫຍ່ກວ້າງ ຢ່າລືມບ້ານແຫ່ງເຮົາ ໃດເດີ “
“
ໂຕຢ່າລືມເອົາມາຕ້ອນ ເຮົາແດ່ສາວຣັດເຊຍ “
“ ຊອກເອົາເມຍຜີວຂາວ ຕ້ອນແມ່ໂຕແດ່ເດີເຈົ້າ “
ຫຼາຍຄົນກໍ່ຫຼາຍເວົ້າ ປະສົງກັນມາກຢ່າງ
ແຕ່ທຸກຄົນເວົ້າເພື່ອສ້າງ ໄມຕີໄວ້ໃຫ້ຊື່ນໃຈ
ບົວສະບາ
ພຽງແຕ່ໄດ້ ຍິ້ມຢູ່ເສີຍໆ
ໝູ່ເອີ່ຍຄໍາມາເຊີຍ ເພື່ອຢອກລົມເຂົາຫຼິ້ນ
ຕ່າງສະແດງຍິນດີດ້ວຍ ຈົ່ງເດີນທາງສະຫວັດດີພາບ
ຂໍໃຫ້ລຸລາບໄດ້ ປະລິນຍານັ້ນຕ່າວມາ
ຈາກນັ້ນ
ບົວສະບາ ໄດ້ ເວົ້າຕໍ່ ສຸມາລີ
“ ເຈົ້າເດຍັງມີຫຍັງ ຊິສັ່ງຮຽມວັນນີ້ “
“ ແນ່ນອນຂ້ອຍມີແທ້ ຈໍາໃຈກໍ່ຕ້ອງວ່າ “
“ ມີບັນຫາຫຍັງອີກແລ້ວ ທີ່ຄາຂ້ອງຢູ່ໃຈ “
ສຸມາລີ
ຍິ້ມໃຫ້ ອີກຄັ້ງໜຶ່ງມີຄວາມໝາຍ
ແວວຕາເຂົາເປັນປະກາຍ ຮ້ອນໃຈຢາກຫວນຮູ້
ຕົວເຂົາດູໃບໜ້າ ສົບຕາແລ້ວເວົ້າຕໍ່
“ ມີຂໍ້ໃດແລ້ວເຈົ້າ ຈົ່ງຈາເວົ້າຢ່າອ່ຽງອໍາ “
“ ໂອຂ້ອຍລືມແລ້ວຊໍ້າ ຈັກຊິວ່າຫຍັງນໍ “
ສຸມາລີ ໄຂຄໍຈາ ຢອກເຂົາເຊີຍຫຼິ້ນ
“ ເຈົ້າໄດ້ຍິນບໍຄໍາເວົ້າ ຄົນເຂົາເຄີຍວ່າ
ຊາຍໜ້າຕາຮູບຫຼໍ່ນີ້ ຍິງນັ້ນຢ່າເຊື່ອໃຈ “
“
ຄິດຢ່າງນັ້ນກໍ່ໄດ້ ຕາມແຕ່ໃຈປະສົງ
ຂ້ອຍນີ້ຄົງບໍ່ເປັນຄື ດັ່ງຄໍາເຂົາເວົ້າ “
“ ໃຜຊິເຫັນຕົວເຈົ້າ ເພາະຕົວເຮົາຢູ່ໄກຫ່າງ “
“ ຂ້ອຍອະນຸຍາດລະຫວ່າງນີ້ ໃຫ້ຕົວເຈົ້າກອດໄດ້ເລີຍ “
“
ເຮີ້ຍ! ຈາບໍ່ເຂົ້າເລື້ອງ ຄົນລະຢ່າງຄວາມໝາຍ
ຂ້ອຍວ່າຊາຍໄປແດນໄກ ສ່ວນວ່າຮຽມຢູ່ທາງພີ້
ບໍ່ແມ່ນເວລານີ້ ຕົວເຮົາຢືນຫ່າງ ກັນໃດ
ເຈົ້ານີ້ກໍ່ຊ່າງເວົ້າ ກາງຄົນແທ້ຂ້ອຍລະອາຍ “
ບົວສະບາ
ອວ່າຍໜ້າ ລັກຫົວຢູ່ອິກໆ
ສຸມາລີ ຢິກແຂນ ເຮັດໃຫ້ ບົວສະບາ ຮ້ອງ
“ ຕົວຂ້ອຍຈະໄປຟ້ອງ ຈາຄຳກັບພໍ່ແມ່
ວ່າຕົວເຈົ້າກັ່ນແກ້ງຂ້ອຍ ຂໍ້ຫາເວົ້າລົບລູ່ໃຈ “
“
ເຮັດຢ່າງນັ້ນກໍ່ໄດ້ ຕາມແຈ່ໃຈຈະຄິດ
ຊີວິດຈອງຕົວຮຽມ ມອບໃຫ້ເລີຍວັນນີ້
ຖ້າເຈົ້າມີສັນຍາເວົ້າ ຈາມາຂ້ອຍຊິຈື່ “
ເຂົາຍົກມືຂຶ້ນໄວ້ ສາບານໄດ້ຈາກໃຈ
“
ຂ້ອຍນີ້ຂໍສັ່ງໄວ້ ຄຳໜຶ່ງຈໍານະ
ຢ້ານກາຍເປັນພາລະ ຊິເຫຼົ່າໜັກໃຈເຈົ້າ “
“ ປະສົງຫຍັງຈົ່ງຈາເວົ້າ ຈິງໃຈເຖີດນ້ອງພີ່ “
“ ຂ້ອຍບໍ່ມີຫຍັງຢາກເວົ້າ ອ່ວຍພອນເຈົ້າແລ້ວກໍ່ພໍ
ຂໍໃຫ້ຄວາມຫວັງເຈົ້າ ສໍາເລັດຢ່າງມີໄຊ
ຂ້ອຍຈະເປັນກໍາລັງໃຈ ຊ່ວຍຊູຕົວເຈົ້າ
ເພື່ອພວກເຮົາໃນພາຍໜ້າ ຈະສົດໃສໃຈສະຫວ່າງ
ຢູ່ບ່ອນດີທີ່ກວ້າງ ຢ່າລືມບ້ານເກົ່າຫຼັງ
ເມື່ອເຈົ້າໄປຮອດບ່ອນຢັ້ງ ໃຫ້ສົ່ງຂ່າວມາຫາ
ຢ່າໄດ້ທໍາເປັນລືມ ທຸກຄົນຢູ່ທາງບ້ານ
ຂຽນຈົດໝາຍມາຕ້ານ ນໍາຮຽມແດ່ເດີພີ່
ມີຮູບພາບຕ່າງບ້ານ ຝາກມາໃຫ້ເບິ່ງດູ ນຳເດີ
ຄິດເຖິງແຟນຜູ້ຢູ່ບ້ານ ຖານຖິ່ນດິນລາວ ແນ່ເນີ
ໄປເຫັນສາວແດນໄກ ຢ່າລຶບໄລລືມຂ້ອຍ
ທຸກເວລາຈະຄອຍເຈົ້າ ຄົນດຽວບໍ່ຂໍປ່ຽນ
ຂ້ອຍຈະພຽນຮັກໃຫ້ ຕົວເຈົ້າແຕ່ຜູ້ດຽວ “
ບົວສະບາ
ຫຼຽວເບິ່ງໜ້າ ສຸດທີ່ອາໄລ
ເຂົາຈະໄປແດນໄກ ຖິ່ນໃດບໍ່ເຄີຍຮູ້
ພຽງແຕ່ດູຕາມປຶ້ມ ຕໍາລາແຜນທີ່
ມີຂອບເຂດໃກ້ໆ ເຫັນໄດ້ຢ່າງສະບາຍ
ຖ້າເອີ່ຍໃສ່ຂອບເຂດພື້ນ ຜືນແຜ່ນໂລກາ
ບໍ່ອາດພັນລະນານັບ ເສັ້ນທາງເດີນໄດ້
ຫົວໃຈເຂົາສຸດຄ້ອຍ ເຖິງແຟນຜູ້ຢູ່ຖິ່ນ
ຈະຖະຫວິນຮັກນີ້ ບໍ່ຂໍປີ້ນປ່ຽນຜັນ
ບົວສະບາ
ສຸດທີ່ກັ້ນ ນ້ຳຕາຫຼັ່ງລົງອົກ
ສຸມາລີ ຈົກແພມົນ ຊັບນໍ້າຕາທີ່ໄຫຼຍ້ອຍ
ນາງຄ້ອຍໃຈນໍາເລື້ອງ ລາຕີການທີ່ພົ້ນຜ່ານ
ນາງບໍ່ໜ້າກ່າວຕ້ານ ຫຍາມຫຍໍ້ມິ່ນເຂົາ
ທໍາມະຊາດຄົນເຮົານັ້ນ ມັນກໍ່ແມ່ນຄວາມຈິງ
ແຕ່ຄົນຍິງເສຍສັກສີ ລ່ວງປະເພນີເຄົ້າ
ບໍ່ໜ້າເລີຍເຮົາຈະໄຮ້ ພູມປັນຍາຕ້ານຕໍ່
ແຕ່ອີກຂໍ້ໜຶ່ງນັ້ນ ຢາກຫວນຮູ້ຮັກຈິງ
ອັນວ່າເປັນຍິງນີ້ ມັນຍ່ອມຈໍາໃຈ
ເມື່ອໃດໄຂຄາລົມ ສໍ່າປ່ອຍຊາຍຊົມຫຼິ້ນ
ພໍເມື່ອໝົດຕົວສິ້ນ ເສຍໃຈກໍ່ໄຮ້ຄ່າ
ຢາດນໍ້າຕາບໍ່ຊ່ອຍໃຫ້ ບັນເທົາໄດ້ສິ່ງທຸກໃຈ
ເວລາຍັບມາໃກ້ ຈວນມໍ່ເດີນທາງ
ບົວສະບາ ວາງຄໍາ ກ່ອນໄກເມືອງບ້ານ
“ ລາກ່ອນເດີມານດາຂ້ອຍ ທັງບິດາຕົນພໍ່
ຮຽນຈົບມາຈຶ່ງຄ່ອຍພໍ້ ເຫັນໜ້າລູກເດີ
ຂ້ອຍຂໍລາກ່ອນເດີເຈົ້າ ທີ່ຮັກ ສຸມາລີ
ສິ້ນເສຍທີນໍ້າຕາໄຫຼ ຂ້ອຍຈາກໄປເພື່ອຮຽນຮູ້
ເຈົ້າຢູ່ທາງເມືອງບ້ານ ໝັ່ນໄປຫາພໍ່ກັບແມ່ ແດ່ເດີ
ຍິ້ມກ່ອນແມທີ່ຮັກຂ້ອຍ ນໍ້າຕາຍ້ອຍສົ່ງທາງ ບໍ່ດີໃດ “
ສຸມາລີ
ວາງມືໃຫ້ ສໍາພັດຕໍ່ ບົວສະບາ
ເຖິງນໍ້າຕາຈະລິນໄຫຼ ແຕ່ກໍ່ໄຂຮອຍຍິ້ມ
ນາງວາງມືທີ່ນວນນິ້ມ ໃຫ້ເຂົາຊົມກ່ອນໄກຖິ່ນ
ດ້ວຍຄວາມຮັກທີ່ບໍ່ສິ້ນ ນາງເຖິງໃຫ້ຢ່າງເປີດເຜີຍ
ເຖິງຄຸ້ນເຄີຍຈັບຫຼິ້ນ ໃນຫຼາຍເທື່ອກາຍມາ
ແຕ່ບໍ່ມີເວລາໃດ ຊິຊື່ນໃຈເໝືອນວັນນີ້
ເຖິງຊິມີຮອຍຍິ້ມ ແກມນໍ້າຕາຍັງມີຄ່າ
ເຂົາຕ້ອງການຈູບຕໍ່ໜ້າ ແຕ່ໃຈກ້າບໍ່ເຖິງ
ອາດຈະເຫິງການລໍຖ້າ ເວລາຜ່ານຫົກປີ
ອາດຈະດີໃນຄວາມຮັກ ພິສູດກັນໃຫ້ເຫັນຮູ້
ແຕ່ວ່າດູມາທາງກໍ້າ ຂອງຄວາມໄກຫ່າງ
ແຕ່ລະຄົນຕ່າງກໍ່ຢ້ານ ສຳພັນນັ້ນຊິເສື່ອມຄາຍ
ບົວສະບາ
ຄ່ອຍໆຍ້າຍ ລົງສູ່ນາວາ
ໂບກອໍາລາຄົນຮັກ ພໍ່ແມ່ນຕົນພຽງພ້ອມ
ໃຈຢາກຄືນມາຫອມແກ້ມ ສຸມາລີ ອີກຄັ້ງໜຶ່ງ
ຄິດເຖິງພາບຊ່າງຊຶ້ງແທ້ ກະທໍານັ້ນຍາກຍິ່ງໃຈ
ແລະຢູ່ໃນສາຍຕາເຈົ້າ ພໍ່ແມ່ບູຊາ
ຈະມາທໍາອະນາຈານ ໃຫ້ເພິ່ນເຫັນບໍ່ຄວນແທ້
ພຽງແຕ່ຈັບມືຫຼິ້ນ ຍິນດີດອມຍອມຮັບວ່າ
ຢູ່ຕໍ່ໜ້າເພິ່ນເຊັ່ນນີ້ ຊິທໍາໃຫ້ເສື່ອມສິ່ງດີ
ເວລາໃນຂະນະນີ້ ກໍ່າປັ່ນເລີ່ມເດີນທາງ
ບົວສະບາ ວາງຕົວ ໃຫ້ສະບາຍໃຈໄວ້
ມາລາໃຈ ແນມນິ້ງ ຫຼິງເຂົາຢ່າງຊໍ້າຜ່ານ
ນາງຢາກຈາກ່າວຕ້ານ ໃຫ້ຫວນຮູ້ສິ່ງທີ່ເຫັນ
ຫົວໃຈນາງເຂັນເສົ້າ ກັບພາບເກົ່າເຂົາລາກັນ
ເຈົ້າສຸກສັນ ສຸມາລີ ຢ່າງບໍ່ຄອຍຄະນິງຂ້ອຍ
ໃຫ້ເຮົາຫງອຍເຫງົາແຄ້ນ ຊົມນາງຈັບມືສັ່ງ
ຂ້ອຍນັ່ງຮ້ອງຮໍ່າໄຫ້ ເມື່ອເຫັນເຈົ້າສັ່ງຫ່ວງນາງ
ພໍເຈົ້າວາງມືແລ້ວ ຍ່າງລົງສູ່ນາວາ
ເຈົ້າຍັງຕາແນມຄອຍ ຫ່ວງຄະນິງຢ່າງຈົງແຈ້ງ
ເຈົ້າສະແດງອາການເສົ້າ ເຫງົາໃຈໃຫ້ນາງສັ່ງ
ສ່ວນຂ້ອຍຜູ້ນັ່ງຖ້າເຈົ້າ ບໍ່ມາເວົ້າກ່າວສິ່ງໃດ
ເຈົ້າໜ້າຈະມານັ່ງໃກ້ ເວົ້າວ່າຈັກຄໍາ
ໃຫ້ຊື່ນຊໍາໃນຫົວໃຈ ຂ້ອຍແນ່ແມຈັກນ້ອຍ
ຢ່າທໍາເປັນບໍ່ເຫັນຂ້ອຍ ຄົນຄອຍເຈົ້າຢູ່
ເຈົ້າກໍ່ດູໜ້າຂ້ອຍ ຄາວນ້ອຍໃຫ້ຊື່ນໃຈ
ດຽວນີ້ຂ້ອຍຮໍ່າໄຫ້ ນໍ້າຕາຫຼັ່ງລິນຕາ
ພຽງແຕ່ລາເຄຫາ ຂ້ອຍສະຫງົບໃຈໄດ້
ແຕ່ເຈົ້າມາໄລຂ້ອຍ ອາວອນໃຈກັບຍິງອື່ນ
ຫົວໃຈຂ້ອຍຂົມຂື່ນເສົ້າ ໃຫ້ເຮົາຍ້ອຍຫຼັ່ງນໍ້າຕາ
ຂ້ອຍຢາກຕໍ່ວ່າເຈົ້າ ກັບພາບເກົ່າທີ່ເຮົາເຫັນ
ເປັນພາບລາທີ່ຕໍາໃຈ ຂ້ອຍປ່ວຍໃນຊວງເນື້ອ
ຂ້ອຍສຸດເຫຼືອໃຈໄຫ້ ກັບຊາຍເຮົາຮັກຍິ່ງ
ເຈົ້າມີຍິງອື່ນໃກ້ ຄົນນັ້ນແຕ່ເມື່ອໃດ
ໃສເຈົ້າບອກຂ້ອຍໄວ້ ນາງເປັນເພື່ອນທໍາມະດາ
ສ່ວນວ່າເຮົາຄືຄົນຮັກ ຢູ່ໃນໃຈເຈົ້າ
ແຕ່ເຮົາເຫັນໃນວັນນີ້ ມັນເກີນຄວາມເປັນເພື່ອນ
ເປັນເໝືອນເຈົ້າຢາກບອກຂ້ອຍ ວ່າໃຈເຈົ້າຮັກແຕ່ນາງ
ເຫັນທ່າທາງຂອງເຈົ້າ ເປັນທຸກສຸດແສນ
ເຫັນເຈົ້າວາງແຂນນາງ ຢ່າງຍາກເຢັນໃຈແທ້
ພ້ອມທັງແລດູໜ້າ ສອງດວງຕາໄຫຼຫຼັ່ງ
ໃຈເຈົ້າຍັງຢາກຢູ່ໃກ້ ແຕ່ເວລານັ້ນລ່ວງໄປ
ເຈົ້າຈຶ່ງຈໍາເປັນໄດ້ ລາຫ່າງນາງມາ
ສູ່ນາວາເຮືອຫຼວງ ຢ່າງຫ່ວງນາງບໍ່ວາຍເວັ້ນ
ເລີຍບໍ່ແນມເຫັນຂ້ອຍ ງອຍແຄມເຮືອຖ້າເຈົ້າຢູ່
ເຈົ້າບໍ່ດູເບິ່ງຂ້ອຍ ຜູ້ຄອຍເຈົ້າຍ່າງມຸ່ງຫາ
ນໍ້າຕາຂ້ອຍຍິ່ງອາບໜ້າ ມານັ່ງຊຶມເຫງົາ
ເຈົ້າບໍ່ເຫັນເຮົາເລີຍ ໃນວັນນີ້
ດວງລືດີຂອງຂ້ອຍ ຈະເພພັງແຕກຜ່າ
ຈິ່ງຕັດໃຈຫຼົບໜ້າເຈົ້າ ມາເຫງົາເສົ້ານັ່ງເອື່ອຍຝາ
ເຮືອນາວາໄດ້ເຄື່ອນຍ້າຍ ອອກສູ່ແປວຂອງ
ສົ່ງຄື້ນຟອງມາຕໍາ ໃສ່ຝັ່ງຂອງດັງກ້ອງ
ສຸມາລີ ມອງເຮືອຍ້າຍ ສຸດສາຍຕາແສນໂອ້ອ່າວ
ນາງຮູ້ສຶກໜາວແລະຮ້ອນ ເປັນບັ້ນຕ່າງກັນ
ແມ່ເຂົານັ້ນກໍ່ເວົ້າ ກ່ອນຈະຕ່າວຄືນເຮືອນ
“ ຫ່ວງເພື່ອໃນຍາມຮຽນ ກໍ່ຫາກເປັນສັນນີ້
ໃນຊີວີຂອງຄົນນັ້ນ ການສຶກສາສໍາຄັນຍິ່ງ
ຄວາມເປັນຈິງສູ່ມື້ນີ້ ໃຜຮຽນຮູ່ຮ່ອນດີ
ຄັນບໍ່ມີຄວາມຮູ້ ຖືກໝູ່ຄູ່ຫຍາມເຮົາ
ເຖິງພວກເຂົາບໍ່ນິນທາ ແຕ່ກໍ່ຫາໃສໄດ້
ເວລາໃດເຮົາຫຍຸ້ງ ເຂົາບໍ່ສົນມາຊ່ອຍ
ຄັນມັ່ງມີເລັກໜ້ອຍ ຍັງພໍຮູ້ໝູ່ສະຫາຍ
ຄັນລູກຄິດຮອດອ້າຍ ໃຫ້ໝັ່ນສົ່ງກໍາລັງໃຈ
ໄປໃຫ້ເຂົາຢູ່ແດນໄກ ອົບອຸ່ນໃຈເໝືອນເນົາໃກ້
ເມື່ອໃດເຂົາຮຽນຈົບແລ້ວ ຄືນມາຫາຖິ່ນ
ແມ່ຍິນດີໃຫ້ພວກເຈົ້າ ໝາຍໝັ້ນຮັກກັນ “
ຄໍາເວົ້າຂອງແມ່ນັ້ນ ນາງກໍ່ຍິນດີ
ສິ່ງທີ່ນາງໜັກໃຈ ແລະຫ່ວງກັງວົນນັ້ນ
ເຂົາສຸກສັນຄົນໃກ້ ຄົນໄກຊິບໍ່ຫ່ວງ
ມາລາໃຈ ຄວງຢູ່ຂ້າງ ຊິລືມຮ້າງຝ່າຍນາງ
ນາງບໍ່ວາງໃຈໄດ້ ກັບຄົນຮັກ ບົວສະບາ
ເພາະວ່າ ມາລາໃຈ ກໍ່ຮັກເຂົາສະເໝີດ້າມ
ມີຮ່າງການງາມແລ້ວ ການເອົາໃຈນາງກໍ່ເກັ່ງ
ເກງແຕ່ເຂົາຊິອ່ອນງໍ້ ວາງໃຈໃຫ້ແກ່ນາງ
ເຖິງວ່າເຂົາສັນຍາໄວ້ ໃນຄືນຜ່ານກາຍມາ
ວ່າຫົວໃຈຂອງເຂົາ ຈະຮັກເຮົາສະເໝີດ້າມ
ແຕ່ວ່ານາມຄົນໃກ້ ກັບຄົນໄກມັນແຕກຕ່າງ
ຮັກແທ້ຍັງຕ້ອງຜ່າຍແພ້ ຄົນຄຽງໃກ້ຄົບສູ່ວັນ
ເພາະວ່າຄົນໃກ້ນັ້ນ ຢູທ່າງເອົາໃຈ
ສ່ວນວ່າຄົນເນົາໄກ ສົ່ງແຕ່ໃຈໃຫ້ຫວນຮູ້
ເຫດສັນໃດຊິໄປສູ້ ຄົນເອົາໃຈທຸກເຊົ້າຄໍ່າ
ກໍາລັງໃຈສົ່ງໃຫ້ ນານມື້ອາດຈືດຈາງ
ສຸມາລີ
ຍ່າງເຂົ້າຫ້ອງ ສຸດທີ່ເຫງົາຊຶມ
ນາງຢາກລືມຄວາມຫຼັງ ທີ່ຜ່ານມາໃຫ້ໝົດສິ້ນ
ແລ້ວຈະຖະຫວິນສ້າງ ຈິນຕະນາອັນໃໝ່
ແຕ່ນາງລືມບໍ່ໄດ້ ເພາະໃຈນັ້ນຮັກແຕ່ເຂົາ.
ນາວາໄດ້ລ່ວງເຂົ້າ ເມືອງໄໝ່ໄຊບູລີ
ແຄມນະທີສາຍຂອງ ແມ່ນທ່າເຮືອຂົນສິນຄ້າ
ຕົກແລ້ງມາໃນແຖວນີ້ ເຕັມໄປດ້ວຍຫີນໃຫຍ່
ແກ້ງກະເບົາວ່າໄວ້ ນາມຊັ້ນຊື່ຫີນ
ຟັງຍິນຮື່ນໆກ້ອງ ດັງລ່ອງຕາມສາຍຂອງ
ແມ່ນຄື້ນຟອງນາວາ ກະທົບຝັ່ງຂອງດັງກ້ອງ
ຫຼຽວມອງສວນຮິມນໍ້າ ຂຽວກະຈີໄປທົ່ວ
ມີໜານຜັກບົ່ວພ້ອມ ຫອມປ້ອມປົ່ງໃບ
ພິກ
ເຂືອ ປູກຮ່ວມໃກ້ ໝາກເລັ່ນ ສາລີ
ໜານຜັກຊີຊອນລອນ ຖົ່ວຍາວລາມຄ້າງ
ມີທັງຄູມັນດ້າງ ມັນແກວກວມແກ່ວ
ກະທຽມ ແພວ ຕູ່ເຕ້ຍ ກາດນານັ້ນຫຼາກຫຼາຍ
ຜັກທີ່ຂາຍບໍ່ຂາດມື້ ກາດຫໍ່ໃບຂາວ
ພວກໝູ່ສາວໜັກຍົກ ກະລໍ່າປີຫົວປຸ້ມ
ໜຸ່ມໆເລີຍມາຫຸ້ມ ອາສາອອກເຫື່ອ
ຍົກໃສ່ເຮືອຖໍ່ຍູ້ ໄຫຼເຂົ້າຕະຫຼາດເມືອງ
ແນມເຫັນໃບໄຜ່ເປື້ອງ ໄຫວອ່ອນຕາມລົມ
ຖັດໄປຄືຍົມຜາ ໃຫຍ່ຍາວສູງດົ້ວ
ຫ້ອຍເປັນພວງເປັນພົ້ວ ຕາວຕານພ້າວອ່ອນ
ແຕ້ດູ່ຍາງໃບແອ່ນຟ້ອນ ສະອອນໂອ້ຕໍ່ລົມ
ຮາກຢ່ອນລົງຈົມນໍ້າ ພວກໝູ່ກົກໄຮ
ກົກສາມສາໃບດົກ ໃກ້ເຈື່ອນລົງຍັງນໍ້າ
ຕາມງ່າລຳໜາມລ້ອມ ໂພທະເລດອກເຮື່ອ
ມີທັງໝາກເດື່ອປ້ອມ ຊອມລອມກ້ຽວແມ່ນເຄືອ
ກໍ່ຫາກເຫຼືອຫຼາກລົ້ນ ພຶກສາເກີດໃນດົງ
ເຮັດໃຫ້ພົງໄພໜາ ໝູ່ເດຍລະສານຊົ້ນ
ສຽງວົນເນືອງນັນຮ້ອງ ສັກກຸນາກິນໝາກ
ເປັນຜ້າສາກເບີກແຍ້ມ ໃຫ້ຄົນຊ້ອຍຊື່ນໃຈ
ເຮືອເຄື່ອນມາມໍ່ໃກ້ ພະທາດໃຫຍ່ຂວາຂອງ
ແນມມອງເໝືອນດວງປີ ຕ່າງກໍ່ຍິນດີໂອ້
ຢືນອວດໂຕໂຊວອ້າງ ລາຍງາມຂຽນຂີດ
ສີມືປານີດແຕ້ມ ຊ່າງລາວສ້າງແຕ່ຫຼັງ
ທາດພະນົມ
ຄືຊື່ຕັ້ງ ປຸນແຕ່ງເດີມດາ
ພະເຈົ້າໄຊເສດຖາ ໄດ້ມາບູລະນະ ເມື່ອພະອົງເປັນເຈົ້າ
ເປັນສິລະປະເຄົ້າ ສີມືນາຍຊ່າງ ວຽງຈັນແລ້ວ
ພູມໃຈໄວ້ເອກອ້າງ ຂວານໍ້າແມ່ຂອງ
ໃຫ້ປະຊາພີ່ນ້ອງ ສອງຝັ່ງໄດ້ບູຊາ
ຮ່ວມກັນສັກກາລະ ໃຫ້ຢັ້ງຍືນຍາວໝັ້ນ
ເປັນມິ່ງຂວັນແຄມນໍ້າ ຊາວປະຊາສອງຟາກຝັ່ງ
ໄຫຼຫຼັ່ງມາສູ່ຫ້ອງ ສະຫຼອງພ້ອມພໍ່າກັນ
ເດືອນສາມເພັງວ່ານັ້ນ ຈັດແຈ່ງບູຊາ
ໃຫ້ຖືເປັນປະເພນີ ສືບຕໍ່ໄປເລິງເລື້ອຍ
ຮ່ວມສະຫຼອງເດີເອື້ອຍ ອາວອາອ້າຍພີ່
ປູສະນິຍະສະຖານແຫ່ງນີ້ ຖະໜອມໄວ້ໃຫ້ຮຸ່ງເຮືອງ.
ບັດນີ້ ແນມເຫັນເຮືອງເຮື່ອຕັ້ງ ຍອດໃຫຍ່ສູງຊັນ
ນັ້ນແມ່ນ ພະທາດສີໂຄດຕະບອງ ສະຫງ່າງາມໄຂແຍ້ມ
ຕັ້ງຢູ່ແຄມຮິມນໍ້າ ນະທີຂອງໄຫຼລ່ອງ
ອົງທາດຂາວຜ່ອງເຫຼື້ອມ ຊາວເມືອງລ້ອມຢູ່ຖວາຍ
ແນມເຫັນສາວທ່າແຂກຍ້າຍ ຮູບຮ່າງອໍລະຊອນ
ໜ້າສະອອນໃນສາຍຕາ ເຮື່ອແດງພວງແກ້ມ
ບ່າວເຫຼືອດແນມເຫັນທ້ວງ ໂສມສະເຫຼົາງາມແທ້ນໍ່
ຄິດຢາກເມືອຢູ່ມໍ່ໃກ້ ທຽມຂ້າງເມື່ອນອນ
ບັດນີ້ເຮືອຜ່ອນແລ້ວ ຈອດທ່າເວີນວັງ
ພວກບ່າວຍັງຊົມສາວ ຊິຂາດໃຈຈວນລົ້ມ
ສະອອນມວຍຜົມມ້ວນ ເງົາງາມປັກປິ່ນ
ຖະຫວິນໃຈຢູ່ບໍ່ແລ້ວ ໝາຍແປ້ວໄວ້ທີ່ໃຈ
ເຮັດຈັ່ງໃດນໍຊິໄດ້ ນ້ອຍໜໍ່ຄົນງາມ
ຢາກຈະຖາມເຖິງແຟນ ແມ່ນຜູ້ໃດໝາຍໄວ້
ຫຼືວ່າໃຈຂອງເຈົ້າ ຍັງດຽວດູດ່ຽວ
ນອນຜູ້ດຽວປ່ຽວເນື້ອ ຫຼືຜົວຝັ້ນຮ່ວມຫໍ
ບ່າວສະຫວັນມາພົບພໍ້ ສາວຕ່າງເມືອງເຮົາ
ຢາກກ້ຽວເອົາສາວນາງ ຮ່ວມເດີນທາງດ້ວຍ
ເຈົ້າຜູ້ສວຍງາມລົ້ນ ຄີງເປທ້າຍລ່າມ ຮຽມເອີຍ
ມາຮ່ວມກິນເຂົ້ານໍ້າ ນຳຂ້ອຍແດ່ສາວ
ເຖິງວ່າຂ້ອຍຊິຟ້າວ ເຮືອແວ່ບໍ່ພໍຄາວ
ໄດ້ຮ່ວມສາວກິນນຳ ກໍ່ວ່າບຸນຊາຍແລ້ວ
ມາແອ່ວມາວອນເຈົ້າ ກູນາແດ່ເດີອຸ່ນ
ຂໍແຜ່ບຸນແດ່ຫຼ້າ ນາງຟ້າແຫ່ງໃຈ ຂ້ອຍເອີຍ
ເຫັນນາງສາວໄຂຍິ້ມ ຂ້ອຍນີ້ສັ່ນເຂົ້າໃນອົກ
ຂ້ອຍມາຕົກຫຼຸມຮັກ ຍິ້ມລະໄມແລ້ວບໍນີ້
ອີກຈັກປີຊິຫວນພໍ້ ນວນລະອໍຄັ້ງໃໝ່
ຂໍຂອບໃຈໄດ້ຮັບຍິ້ມ ຈາກຕົວເຈົ້າສົ່ງມາ
ນາວາອອກທ່າແລ້ວ ນາງແກວ່ງມືລາ
ບ່າວລາງຄົນນໍ້າຕາຊຶມ ເອີບອີ່ມໃນຮອຍຍິ້ມ
ຕ່າງກໍ່ພິມໃບໜ້າ ລົງໃຈໃຫ້ມັນອຸ່ນ
ເອົາໄວ້ໜູນແນບເນື້ອ ເຝືອຝັ້ນເມື່ອຫ່າງນາງ
ການເດີນທາງເຄື່ອນຍ້າຍ ຂຶ້ນສູ່ທາງເໜືອ
ພໍເມື່ອຍາມແລງລົງ ອ່ອນແສງຕາເວັນກ້າ
ເຮືອເຄື່ອນມາເຖິງຫ້ອງ ບ້ານເວີນຢູ່ລຽບຝັ່ງ
ສາວຫັນຫຼັງອາບນໍ້າ ຜີວເນື້ອນຸ່ນຂາວ
ພວກຜູ້ບ່າວຕ່າງກໍ່ຍິ້ມ ສອດສ່ອງດູໄກ
ຕ່າງຄິດໃນໃຈຈິດ ຢາກອາບນໍາເດນໍ້
ບາງເທື່ອນາງພໍໃຈໃຫ້ ສີໄຄຫຼັງພ່າງ
ບ່ອນທີ່ນາງຍື່ນຢື້ ມືເອື້ອມບໍ່ເຖິງ
ກໍ່ໄດ້ພຽງເບິ່ງໄວ້ ກັບຄິດໃນໃຈ
ເພາະຢູ່ໄກກັນເຫຼືອ ຊົ່ວຕາຄອຍຢ້ຽມ
ຄັນຢູ່ທຽມກາຍເນື້ອ ດູເອົາຊິວາດຕ່າງ
ໄດ້ເຫັນນາງມໍ່ໃກ້ ກໍ່ບຸນລົ້ນທັບຫົວ ລະນໍ
ທ້ອງຟ້າມົວມືດຄຶ້ມ ລັບຫຼ່ຽມອັດສະດົງ
ຈົ່ງໄວ້ພຽງແສງໄຟ ສະຫວ່າງໃນເຮືອຍ້າຍ
ຈັກຈັ່ນແມງອີຜ້າຍ ຊົມແສງຮ້ອຍຄູ່
ມັນບິນມາແອ່ວຊູ້ ຫຼືຫຼົງຫຼົ້ມຊື່ນແສງ
ເບິ່ງພວກມັນມ່ວນແມ້ງ ບິນແສ່ວໄປມາ
ບາງຄົນຈັບມາກິນ ກໍ່ອີ່ມແລງໄປຍ້ອນ
ຈົນກວ່າເດິກໆຂ້ອນ ເຮືອມາທຽບຝັ່ງ
ບ້ານນາວາງ ແຄມຝັ່ງນໍ້າ ຊາວບ້ານນີ່ນັນ
ບ້ານນີ້ນັ້ນ ຍຸດທະສາດຄາວຫຼັງ
ລູງໂຮ່ຍັງເຄີຍທຽວ ຜ່ານກາຍທາງນີ້
ໃນບ້ານມີສາຍເຊື້ອ ຫວຽດນາມລາວຫຼາຍໝູ່
ເຂົາກໍ່ຢູ່ສືບສ້າງ ຫຼາຍປີພົ້ນຜ່ານມາ
ນາວາຈາກທີ່ນັ້ນ ລັບລ່ວງກາຍໄປ
ຊາວເດີນທາງຕ່າງຫຼັບໄຫຼ ເມື່ອຍກາຍຫຼາຍລົ້ນ
ຈົນກວ່າລາຕີຂ້ອນ ເຖິງຍາມໃກ້ຮຸ່ງ
ເຮືອກໍ່ໄດ້ດຸ່ງດັ້ນ ເຖິງຫ້ອງແຫ່ງປາກຊັນ
ສຽງເນືອງນັນຈາກຊາວບ້ານ ຮ້ອງໂຮ່ຂາຍຂອງ
ບາງພ່ອງມີທັງປາ ປີ້ງຈືນສະໜອງໃຫ້
ບາງພ່ອງຫາມາໄດ້ ຫອມໃນດັງພວກປີ້ງໄກ່
ກ່ອງເຂົ້າໃຫຍ່ຍັງຮ້ອນໆ ອາຍຂຶ້ນສົ່ງກິ່ນຫອມ
ບາງພ່ອງມີພໍ່າພ້ອມ ຈິລໍ່ຈິນາຍ
ບາງພ່ອງມີຫຼວງຫຼາຍ ໜໍ່ຊາງບົງເຮ້ຍ
ອັນວ່າເມຍຄອນຫີ້ວ ຜົວຍໍຍົກຍື່ນ
ຈັ່ງແມ່ນຊາດຟົດຟື້ນ ຂອງຊື້ເຄື່ອງຂາຍ
ຈາກນັ້ນເຮືອເຄື່ອນຍ້າຍ ສືບຕໍ່ເດີນທາງ
ທ້ອງຟ້າໄດ້ຮຸ່ງສວາງ ເບີກອະລຸນຍາມເຊົ້າ
ນາວາພາພວກເຮົາຍ້າຍ ກາຍຫຼາຍບ້ານທ່າ
ບໍ່ອາດຈະນັບໄດ້ ມີຈັກບ້ານຜ່ານມາ
ຈາກປາກຊັນນາວາໄດ້ ມຸ່ງສູ່ຕາເວັນຕົກ
ຕາມຝັ່ງຂອງມີຝູງນົກ ເວີ່ນບິນຕາມແຄມນໍ້າ
ປີກມັນມີສີຂຽວຊໍ້າ ນົກເຕັນຊີວງອຍງ່າ
ສາຍຕາມັນເບິ່ງນໍ້າ ຄອຍປາຂຶ້ນຊິແຊ່ວເອົາ
ແສງແດດຍາມຮຸ່ງເຊົ້າ ສາດສ່ອງສີທອງ
ໃສ່ຄື້ນຟອງສາຍຂອງຄົດ ງົດເງໂງໂງ້ງ
ເຮືອເລີ່ມໂງລົງໃຕ້ ໄກຕາສຸດຊົ່ວ
ແລ້ວຫົວເຮືອມຸ່ງຍ້າຍ ໝາຍໜ້າສູ່ປັດສິມ
ຫຼາຍຄົນຍັງເບີກຍິ້ມ ເວົ້າມ່ວນຊວນຫົວ
ຍົວະຈິດໃຈຄົນຄອຍທາງ ໃຫ້ສວ່າງໃຈຫາຍເສົ້າ
ຄາຍຄວາມເຫງົາຍາມຮ້າງ ຮາມໄກຖານຖິ່ນ
ໄກຜືນດິນເຄີຍປູກສ້າງ ໄກບ້ານແຜ່ສະບື
ພຽງຈາກບ້ານໜຶ່ງມື້ ກວ່າໆກາຍມາ
ອຸລາຄົນຄອຍວັນກັບ ຖິ່ນຖານເດີມນັ້ນ
ຄົນຄອຍເຖິງຄຳໝັ້ນ ສັນຍາໃຈເມື່ອໄກຫ່າງ
ຊ່າງວ່ານານຍືດເຍີ້ນ ເກີນຊ້າກວ່າລໍ
ນາວາມາມໍ່ບ້ານ ປາກງື່ມແຄມຂອງ
ສາຍນໍ້າເປັນສອງສີ ງື່ມ-ຂອງກົມກ້ຽວ
ຊາວທຽວເຮືອພາກັນກົ້ມ ຫວິດເອົານໍ້າໃສ່ ກາຍແລ້ວ
ລ້າງເຫື່ອໄຄເລັກໜ້ອຍ ໃຫ້ຫາຍງ້ວງເມື່ອຍວິນ
ຊາວທຽວເຮືອພາກັນກົ້ມ ຫວິດເອົານໍ້າໃສ່ ກາຍແລ້ວ
ລ້າງເຫື່ອໄຄເລັກໜ້ອຍ ໃຫ້ຫາຍງ້ວງເມື່ອຍວິນ
ສະໝໍເຮືອດິ່ງນໍ້າ ປາກງື່ມໃສເຢັນ
ໃຫ້ໄດ້ເຫັນທິວທັດ ການຮ່ວມສີສອງນໍ້າ
ລໍຖ້າຈັກມັນປໍ້າ ເອົາວາລີຂຶ້ນໃສ່ອ່າງ
ການເດີນທາງສືບຕໍ່ແລ້ວ ເມື່ອມີນໍ້າຢູ່ອ່າງເຕັມ
ແນມເຫັນງົວເລັມຫຍ້າ ຕາມບ້ານທ່າແຄມຂອງ
ແຖວນາລ້ອງ ໝາກນາວ ໄດ້ຜ່ານກາຍມາແລ້ວ
ເຮືອປ່ຽນແລວທາງຍ້າຍ ລົງທາງໃຕ້ຕໍ່
ມາມໍ່ບ້ານ ສີຖານໃຕ້ເມື່ອສີ່ໂມງ
ເຫັນສາວລົງອາບນໍ້າ ເນື້ອຜ່ອງຜີວໃສ
ສະອອນໃນໃຈເດ ຈັ່ງແມ່ນນວນນໍຜີວເຈົ້າ
ໃນໃຈຢາກໝາຍເຂົ້າ ສີໄຄຊູຊ່ອຍ ເດນໍ
ຖູແຂນຂາແຂ່ງນ້ອຍ ພໍຊິມ້ອຍມ່ວນມື ບໍ່ນໍ
ໃຫ້ໄດ້ເຫັນທິວທັດ ການຮ່ວມສີສອງນໍ້າ
ລໍຖ້າຈັກມັນປໍ້າ ເອົາວາລີຂຶ້ນໃສ່ອ່າງ
ການເດີນທາງສືບຕໍ່ແລ້ວ ເມື່ອມີນໍ້າຢູ່ອ່າງເຕັມ
ແນມເຫັນງົວເລັມຫຍ້າ ຕາມບ້ານທ່າແຄມຂອງ
ແຖວນາລ້ອງ ໝາກນາວ ໄດ້ຜ່ານກາຍມາແລ້ວ
ເຮືອປ່ຽນແລວທາງຍ້າຍ ລົງທາງໃຕ້ຕໍ່
ມາມໍ່ບ້ານ ສີຖານໃຕ້ເມື່ອສີ່ໂມງ
ເຫັນສາວລົງອາບນໍ້າ ເນື້ອຜ່ອງຜີວໃສ
ສະອອນໃນໃຈເດ ຈັ່ງແມ່ນນວນນໍຜີວເຈົ້າ
ໃນໃຈຢາກໝາຍເຂົ້າ ສີໄຄຊູຊ່ອຍ ເດນໍ
ຖູແຂນຂາແຂ່ງນ້ອຍ ພໍຊິມ້ອຍມ່ວນມື ບໍ່ນໍ
ກໍ່ໄດ້ພຽງແຕ່ຢື້ ມືເດ່ນໍາເຮືອ
ຢາກຊ່ອຍເມືອຖູເອິກ ໄດ້ບໍ່ເດນວນນ້ອງ
ນາງສາວຫຼຽວມອງໜ້າ ມາແມນ້ອງຖ້າຢູ່
ຫົດຫູ່ໃຈຜູ້ບ່າວນ້ອຍ ຄອຍຈ້ອງບ່ອນລັບຕາ
ນາງສາວຫຼຽວມອງໜ້າ ມາແມນ້ອງຖ້າຢູ່
ຫົດຫູ່ໃຈຜູ້ບ່າວນ້ອຍ ຄອຍຈ້ອງບ່ອນລັບຕາ
ນາວາໄດ້ເຄື່ອນຍ້າຍ ສູ່ທິດປັດສິມມາ
ມຸ່ງຫາຕາເວັນຕົກ ພົບທົ່ງນາເນີນກວ້າງ
ພໍຂຶ້ນທາງເໜືອແລ້ວ ເຖິງຊາຍຟອງເມືອງເກົ່າ
ສາວຍັງລົງຫຼິ້ນນໍ້າ ໃນຍາມຄ້ອຍຄໍ່າແລງ
ພໍຂຶ້ນທາງເໜືອແລ້ວ ເຖິງຊາຍຟອງເມືອງເກົ່າ
ສາວຍັງລົງຫຼິ້ນນໍ້າ ໃນຍາມຄ້ອຍຄໍ່າແລງ
ຍາມແສງແດດອ່ອນໆນີ້ ແຄມທ່າທາລາ
ຊາວປະຊາຍັງພາກັນ ເຮັດສວນສະໜຸກແມ້ງ
ຊາວປະຊາຍັງພາກັນ ເຮັດສວນສະໜຸກແມ້ງ
ຍັງຖະແຫຼງຄຳເວົ້າ ຈາກັນຢ່າງຊ້ອຍຊື່ນ
ຈັ່ງແມ່ນແສນຟົດຟື້ນ ປະສານຮ້ອງກ່ອມເພງ
ສຽງບັນເລງອິ່ນອ້ອຍ ເພງ " ຮັກສາວສວນຢາ “
ສຽງວາຈາໄພເລາະ ແອ່ວສາວແກ້ງປາຢ້າງ
ສາວແກ້ງຍາງນວນນ້ອງ ໂສມງາມຈົນໃຈຜໍ່
ສາວບໍ່ໂອບ້ານພ້າວ ສາວນ້ອຍບ້ານທ່ານາ
ເຮືອນາວາມາເຖິງແລ້ວ ຍິ້ມແດ່ດວງຕາຫວານ
ພໍໄດ້ສຳລານສຸກ ອີ່ມໃຈໃນຮອຍຍິ້ມ
ໂອວຽງພິມສາຍໃຈຫຼ້າ ກະລຸນາຍິ້ມໃຫ້ແນ່
ອ້າຍຈະກັບມາແວ່ຢ້ຽມ ເມື່ອເຖິງຫ້ອງແຫ່ງວຽງ
ຟັງຍິນສຽງອິ່ນອ້ອຍ ເອີ້ນໃສ່ນາວາ
ສະຫຼັບກັບວາຈາ ບ່າວເຮືອຈາເອີ້ນ
ຕ່າງກໍ່ເພີນຈາຫຼິ້ນ ຈົນຕາເວັນລັບລ່ວງ
ຜູ້ບ່າວຍັງຫ່ວງນ້ອງ ກັບຮອຍຍິ້ມເມື່ອຜ່ານມາ
ນາວາຈອດທ່າແລ້ວ ຫຼັກສີ່ວຽງຈັນ
ສຽງນີ່ນັນນອງສົນ ຊວ່າແຊວສຽງເວົ້າ
ບາງຄົນຍັງເມົາຄື້ນ ກະແສຟອງນ້ຳທັ່ງ
ຂຶ້ນນັ່ງໃນລົດແລ້ວ ຍັງຫຼົງງ້ວງວ່າຢູ່ເຮືອ
ມັນກໍ່ເຫຼືອແຮງແທ້ ສອງວັນນັ່ງເຮືອມາ
ນາວາຫຼວງພາເລາະ ລຽບຕາມແມ່ຂອງໂງ້ງ
ນ້ຳໄຫຼວຽນໄຫຼໂຄ້ງ ເປັນຂັນເປັນຫວັ່ນ
ບາງບ່ອນເປັນພຸໄງ້ ບຸຂຶ້ນຍົກຍໍ
ມີຫຼາຍຢ່າງທີ່ພໍ້ ຍາມນັ່ງເຮືອມາ
ເຫັນວັດວາອາຮາມ ພະທາດຕາມແຄມນ້ຳ
ເຫັນວິຖີສອງກ້ຳ ຊາວປະຊາປູກຫວ່ານ
ເຫັນສາຍທານຄົດລ້ຽວ ເຫັນນ້ຳປ່ຽນສີ
ສວນສາລີສວນຝ້າຍ ສວນປ່ານສວນປໍ
ເຫັນກໍບົງກໍຊາງ ຊອດພຸງພາງເຮ້ຍ
ລຳອ່ອນມັນມີເຈ້ຍ ສຸມງາມກໍໄຜ່
ສວນລຳໄຍມ່ວງມີ້ ສວນກ້ວຍກ່ອມມອນ
ຫຼຽວເຫັນພູຜາຊ້ອນ ເປັນລັ່ນເປັນລອນ
ອອນຊອນເດພົງໄພ ພຶກສາຂຽວສະອຸ້ມ
ແສນຫຼາກຫຼາຍສຸມໄມ້ ກາງກໍເຕັມໜໍ່
ສະອອນສາວຜໍ່ຢ້ຽມ ຍາມກາຍບ້ານຝັ່ງຂອງ
ລົດໄດ້ພາທັງຜອງເຂົ້າ ໄປສູ່ຕົວເມືອງ
ມີແສງໄຟເຮືອງແສງ ສ່ອງຕາມເຮືອນຮ້ານ
ຕາມສາຍທາງຫຼາຍບ້ານ ມີດວງໄຟສາດສ່ອງ
ລົດມາຈອດແຫ່ງຫ້ອງ ໂຮງກວ້າງກວ່າອື່ນເຂົາ
ບົວສະບາ ຍ່າງເຂົ້າ ສູນຕ້ອນຮັບຫຼັກສອງ
ສາຍຕາມອງອາຄານ ທີ່ໃຫຍ່ໂຕໂງໂຄ້ງ
ມີຫ້ອງໂຖງແສນກວ້າງ ແປນດີງຽບປ່ຽວ
ມີທາງທຽວທີ່ກວ້າງ ລະບຽງຫ້ອງເຄິ່ງກາງ
ນີ້ແມ່ນ ເປັນສູນກາງຮັບຕ້ອນ ຊາວໜຸ່ມນັກສຶກສາ
ທີ່ໄດ້ຮຽນຈົບມາ ຈາກຕ່າງແດນໄດ້ເຊົາຢັ້ງ
ກັບທັງນັກຮຽນຮູ້ ກຽມໄປຮຽນປະເທດຕ່າງ
ທັງເປັນບ່ອນກໍ່ສ້າງ ນັກຮຽນຮູ້ກ່ອນໄປ
ຫຼັງຈາກໄດ້ ຫ້ອງພັກປັກໝາຍ
ຕ່າງແອນກາຍລົງນອນ ຍ້ອນຮ່າງກາຍອິດລ້າ
ພັກສາຍຕາຫຼັບໄວ້ ເອົາແຮງເດີນທາງຕໍ່
ຂໍໃຫ້ຄືນຄໍ່ານີ້ ຝັນດີລ້ວນທຸກໆຄົນ
ຫັ້ນຖ້ອນ.